Saturday, 18 May 2024

ພິພິທະພັນໄກສອນ ພົມວິຫານ

29 Aug 2022
ຫໍພິພິທະພັນໄກສອນ ພົມວິຫານຕັ້ງຢູ່ດ້ານໜ້າຫ້ອງວ່າການສູນກາງພັກຫຼັກ 6, ບ້ານສີວິໄລ ປິ່ນໜ້າອອກໃສ່ຖະໜົນໄກສອນ ພົມວິຫານ ຖືກສ້າງຂຶ້ນຕາມມພຕິຕົກລົງສະບັບເລກທີ່ 48/ກມສພ ລົງວັນທີ 16 ທັນວາ 1992 ເປັນອາຄານສາມຊັ້ນຮູບແບບຊົງລາວປະສົມປະສານກັບສະຖາປັດຕິຍະກໍາສາດຍຸກສະໄໝ, ມີເນື້ອທີ່ທັງໝົດ 56.450 ຕາແມັດ. ຢູ່ຕໍ່ໜ້າຫໍພິພິທະພັນມີຮູບປະທານໄປສອນ ພົມວິຫານ ຕັ້ງຢູ່ເທິງແທ່ນສູງ 8.50 ແມັດ ຢືນຢູ່ຢ່າງສະຫງ່າມືຂວາເດ່ອອກໄປທາງໜ້າທີ່ມີຄວາມໝາຍສັນຍາລັກວ່າ: ເປັນຄຸນລັກສະນະທ່າທາງທີ່ສະແດງເຖິງການເປີດກ້ວາງການຮ່ວມມືກັບພາຍໃນ ແລະຕ່າງປະເທດຢູ່ສະເໝີ. ທ່າທາງທີ່ບອກວ່າປະທານໄກສອນ ພົມວິຫານ ພວມກຳລັງອະທິບາຍກ່ຽວກັບເຫດ ແລະ ຜົນບັນຫາໃດໜຶ່ງກ່ຽວກັບການປະຕິວັດ. ທ່າທາງເພິ່ນພວມຊີ້ເດີນໄປໜ້າຂອງການປະຕິວັດລາວເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ ແລະ ມີໄຊສອງຟາກຂ້າງມີປະທາຍນູນ 2 ກຸ່ມຢູ່ 2 ຟາກຂ້າງ ຮູບຫຼໍ່ປະທານໄກສອນ ພົມວິຫານ ມີຄວາມໝາຍຕໍ່ເນື່ອງກັນ. ປະທາຍນູຮູບທີ່ຢູ່ເບື້ອງຊາຍມືມີຮູບປັ້ນປະມານ 15 ຄົນເຊິ່ງມີສັນຍາລັກຂອງນັກຮົບ, ກໍາມະກອນ ແລະ ຊາວນາໃນຂະບວນການຕໍ່ສູ້ປົດປ່ອຍພາຍໃຕ້ຮົ່ມທຸງໄຊ (ສີແດງ) ແຫ່ງໄຊຊະນະ. ສ່ວນປະທາຍນູນເບື້ອງຂວາມືປະກອບມີຮູບຢືນ 15 ຄົນເຊິ່ງເປັນສັນຍາລັກປະກອບອາວຸດນັກສຶກສາ,ປັນຍາຊົນ, ກໍາມະກອນກໍ່ຄືປະຊາຊົນບັນດາເຜົ່າໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດພາຍໃຕ້ຮົ່ມທຸງເດືອນຂອງຊາດ. ຮູບປະທາຍນູນທັງສອງແມ່ນຫຼໍ່ດ້ວຍທອງ ແລະ ຫຼໍ່ມາຈາກ ສປປ ເກົາຫຼີມີຄວາມສູງເທົ່າທຽມກັນ 7,​81 ແມັດນັບແຕ່ຕີນແທ່ນຕັ້ງເທິງປາຍທຸງ. ເມື່ອກ້າວເຂົ້າໄປດ້ານໃນຫ້ອງທຳອິດເປັນຫ້ອງພິທີກາບຊຶ່ງເປັນໃຈກາງຂອງຫໍພິພິທະພັນ, ແຕ່ງຢ່າງລຽບງ່າຍແຕ່ເຄັ່ງຂຶມ, ມີຮູບປັນປະທານໄກສອນ ພົມວິຫານ ທີ່ຫຼໍ່ດ້ວຍທອງສໍາລິດສູງ 3,30 ແມັດ, ຢືນໃນທ່າເດ່ມືຂວາອອກໄປທາງໜ້າ. ດ້ານຫຼັງຮູບປັ້ນຈະເປັນຮູບແກະສະຫຼັກທີ່ສະແດງເຖິງປະຫວັດ, ປະເທດຊາດ ແລະ ວັດທະນະທຳບັນດາເຜົ່າ. ຈາກຫ້ອງນີ້ໄປຫ້ອງຂວາມືແມ່ນຫ້ອງວາງສະແດງປະຫວັດ ແລະ ການເຄື່ອນໄຫວຂອງປະທານໄກສອນ ພົມວິຫານ ແລະ ຜູ້ນໍາອື່ນໆທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ວັດທະນະທໍາຖາວອນຂອງຊາດມີປ້າຍຂຽນວ່າ: ປະຫວັດສາດຂອງຊາດເຮົາແມ່ນປະຫວັດສາດແຫ່ງການຕໍ່ສູ້ທີ່ທໍລະທົດອົດທົນຕ້ານການຮຸກຮານຢ່າງຕໍ່ເນື່ອງເພື່ອຄວາມຍຶນຍົງຄົງຕົວຂອງຕົນໃນຖານະເປັນຊາດໜຶ່ງເປັນລັດໜຶ່ງ. ເພິ່ນໄດ້ຈັດວາງສະແດວອອກເປັນ 7 ພາກພື້ນຖານທີ່ສະແດງໃຫ້ເຫັນເຖິງຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໄກສອນ ພົມວິຫານ ພາກທີ1: ພາກນີ້ຈະນຳສະເໜີຂະບວນການຕໍ່ສູ້ຮັກຊາດຂອງປະຊາຊົນລາວບັນດາເຜົ່າຕ້ານການຮຸກຮານຂອງຈັກກະພັດຕ່າງຊາດແຕ່ທ້າຍສະຕະວັດທີ 19 ເຖິງຕົ້ນສະຕະວັດທີ 20 ພາກທີ2: ສະເໜີບ້ານເກີດເມືອງນອນ, ຄອບຄົວ ແລະ ໄລຍະເຍົາໄວຂອງປະທານໄກສອນ ພົມວິຫານ (1920-1934). ພາກທີ3: ນຳສະເໜີໄລຍະໄວໜຸ່ມ ແລະ ການເຄື່ອນໄຫວທີ່ຟົດຟື້ນເພື່ອອຸດົມການຮັກຊາດ ແລະ ປົດປ່ອຍປະເທດຊາດຂອງປະທານໄກສອນ ພົມວິຫານແຕ່ປີ 1936-1945. ພາກທີ4: ນໍາສະເໜີການກັບເຂົ້າມາຮຸກຮານອິນດູຈີນກໍ່ຄືປະເທດລາວເຮົາອີກເທື່ອໜຶ່ງຂອງພວກລ່າເມືອງຂຶ້ຍຝຣັ່ງແຕ່ປີ 1946-1954. ພາກທີ5: ນໍາສະເໜີປະທານໄກສອນ ພົມວິຫານພ້ອມດ້ວຍສູນກາງພັກ ແລະ ແນວລາວຮັກຊາດໄດ້ນໍາພາປະຊາຊົນລາວບັນດາເຜົ່າທໍາການຕໍ່ສູ້ຕ້ານຈັກກະພັດອາເມລິກາຜູ້ຮຸກຮານທີ່ເຕັມໄປດ້ວຍຄວາມລໍາບາກຍາວນານ, ດຸເດືອດຂ້ຽວຂາດ, ເສຍສະຫຼະເລືອດເນື້ອເພື່ອຍາດເອົາເອກະລາດອິດສະຫຼະພາບຈົນສໍາເລັດການປະຕິວັດຊາດປະຊາທິປະໄຕ ແລະ ສ້າງຕັ້ງເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແຕ່ປີ 1955-1975. ພາກທີ6: ນໍາສະເໜີປະທານໄກສອນ ພົມວິຫານພ້ອມກັບການນໍາສູນກາງພັກນໍາພາພາລະກິດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ. ພາກທີ7: ນໍາສະເໜີພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານສະຫາຍຄໍາໄຕ ສີພັນດອນ, ສະຫາຍຈູມມະລີໄຊຍະສອນ, ສະຫາຍບຸນຍັງ ວໍລະຈິດ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຂອງພັກເປັນຜູ້ນໍາພາ-ຊີ້ນໍາໄດ້ສືບທອດພາລະກິກປະຕິວັດຂອງປະທານໄກສອນ ພົມວິຫຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ຢູ່ໃນຊັ້ນ 2 ໄດ້ຈັດວາງສະແດງ 2 ຫົວເລື່ອງສະເພາະລົງເລິກ ປະທານໄກສອນ ພົມວິຫານກັບວຽກງານອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ. ປະທານໄກສອນ ພົມວິຫານກັບແນວທາງສາມັກຄີສາກົນ ແລະ ສ້າງສາຍພົວພັນມິດຕະພາບລະຫວ່າງປະຊາທິປະໄຕໃນໂລກ. ມີຫ້ອງປະຊຸມວິທະຍາສາດ, ຫ້ອງຮັບແຂກພິເສດ, ຫ້ອງສາຍຮູບເງົາ, ບ່ອນປະຊາສໍາ, ຫ້ອງຂຽນຄວາມຮູ້ສຶກ ແລະ ຫ້ອງສະໝຸດ. ພິພິທະພັນໄກສອນ ພົມວິຫານແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາຊອກຫາ, ສ້າງສະຖິຕິ, ປົກປັກຮັກສາ, ວາງສະແດງໝົດທຸກຢ່າງຮອບດ້ານ ແລະ ເປັນລະບົບຢ່າງຮອບດ້ານ ແລະ ເປັນລະບົບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງເພິ່ນ. ນັບແຕ່ອະນຸຊົນຈົນເຖິງມື້ມໍລະນະກໍາ ຫຼື ວ່າເຫດການປະຕິວັດສາດແຕ່ມື້ເລີ່ມຕົ້ນຈົນເຖິງມື້ສິ້ນສຸດ, ເບິ່ງຜົນສະທ້ອນ, ຜົນກະທົບຈາກເຫື່ອແຮງສະຕິປັນຍາກໍາລັງວັງຊາທັງໝົດເພິ່ນທີ່ໄດ້ອຸທິດທັງໝົດໃຫ້ແກ່ພາລະກິດຂອງຊາດ ສະຫາຍໄກສອນ ພົມວິຫານໄດ້ມີຄວາມຕື່ນຕົວຕັ້ງແຕ່ຍັງນ້ອຍ ແລະ ໄດ້ຮັບເປັນເພື່ອນສະຫາຍຈໍານວນໜຶ່ງທີ່ມີນ້ຳໃຈຮັກຊາດຊອກເສນທາງເພື່ອກອບກູ້ປະເທດຊາດ, ສະຫາຍໄດ້ປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງລະຫວ່າງເຜົ່າຊົນ, ຊັ້ນຄົນຕ່າງໆຢ່າງກ້ວາງຂວາງສົມທົບກັບການຕໍ່ສູ້ຕ້ານຕ່າງໆຢ່າງແໜ້ນແຟ້ນ. ເສີມຂະຫຍາຍກໍາລັງຂອງຊາດໃນລະດັບສູງຍາດແຍ່ງເອົາການສະໜັບສະໜູນຢ່າງກ້ວາງຂວາງຈາກສາກົນ. ດໍາເນີນການຕໍ່ສູ້ດ້ວຍຄວາມທົນທານກ້າແກ່ນ, ຍາດເອົາໄຊຊະນະເປັນເທື່ອລະກ້າວ ແລະ ກ້າວຂຶ້ນຍາດເອົາໄຊຊະນະສົມບູນ. ສະຫາຍໄກສອນ ພົມວິຫານໄດ້ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າສໍາລັບພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວທຸກເຜົ່າໃນທົ່ວປະເທດໃນການເສຍສະຫຼະຢ່າງບໍ່ມີຂອບເຂດ ແລະ ໃນການອຸທິດຊົ່ວຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນເຮົາເພື່ອອານາຄົດລູກຫຼານລຸ້ນຕໍ່ໄປ. ບັນດາວັດຖຸພັນທີ່ຈົດວາງສະແດງລ້ວນແຕ່ສ່ອງແສງຢ່າງມີຊີວິດຊີວາການນໍາພາຂອງເພິ່ນຍາມໃດກໍ່ຕິດພັນກັບຊີວິດ ແລະ ການເຄື່ອນໄຫວຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນໝູ່ຄະນະຜູ້ນໍາຂັ້ນສູງຂອງພັກ ແລະ ລັດ. ຕິດພັນກັບບາດລ້ວປະຫວັດສາດຂະບວນການຂອງປະຕິວັດລາວນັບແຕ່ເລີ່ມຕົ້ນຈົນຮອດມື້ມໍລະນະກໍາ, ພວກເຮົາຄົນລາວ, ລູກຫຼານລາວລຸ້ນສືບທອດພາລະກິດຊາຕາກໍາຂອງປະເທດຊາດຄວນຈື່ຈໍາສຸພາສິດບູຮານລາວກ່າວໄວ້ວ່າ: ໝົກປາແດກຍັງມີຄູ່ ຈີ່ກະປູຍັງມີວາດ, ພວກເຮົາກໍ່ສ້າງເຮືອນຍັງມີແບບ, ຢາກສ້າງສັງຄົມລາວໃຫ້ດີ ແລະ ກ້າວໜ້າກ່ວາລະບອບສັງຄົມນິຍົມທີ່ຜ່ານມາກໍ່ຕໍ່ເມື່ອມີແນວຄິດທິດສະດີຈັດລະບຽບສັງຄົມ ແລະ ການຄຸ້ມຄອງສັງຄົມ. ສະນັ້ນ, ສໍາລັບແນວຄິດທິດສະດີຂອງປະທານໄກສອນ ພົມວິຫານຍັງມີຄຸນຄ່າ ແລະ ຍັງມີຄວາມຈໍາເປັນສໍາລັບພວກເຮົາ, ຖ້າເຮົາບໍ່ເບິ່ງອາດີດ, ບໍ່ເກັບຄວາມດີຄວາມຊອບຂອງບຸກຄົນທີ່ເພິ່ນໄດ້ຂຽນປະຫວັດສາດໃຫ້ເຮົາແລ້ວພວກເຮົາຈະຕົກຢູ່ໃນທັດສະນະແຂງກະດ້າງສ່ຽງຕໍ່່ຄວາມຜິດພາດຫຼາຍທີ່ສຸດ. ພາກທີ6: ນຳສະເໜີປະທານໄກສອນ ພົມວິຫານພ້ອມກັບບັນດາການນຳສູນກາງພັກນຳພາລະກິດໃນດ້ານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1975-1992. ພາກທີ7: ນຳສະເໜີພັກປະຊາປະຕິວັດລາວສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານນໍາພາປະຊາຊົນລາວບັນດາເຜົ່າກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ. ພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານຄໍາໄຕສີພັນດອນ, ທ່ານຈູມມະລີ ໄຊຍະສອນ, ທ່ານບຸນຍັງ ວໍລະຈິດ, ທ່ານທອງລຸນສີສຸລິດເປັນຜູ້ນໍາໄດ້ສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າໜັກແໜ້ນ. ໂດຍເຊື່ອມຊຶມຈິດໃຈກອງປະຊຸມໃຫຍ່ຄັ້ງທີ IV, V, VI, VII, VIII, IX, X ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ການຂະຫຍາຍດ້ານພິພິທະພັນໃນຍຸກຂອງພວກເຮົານີ້ຍິ່ງມີຄວາມຈໍາເປັນ ແລະ ມີຄວາມສໍາຄັນທາງສາກົນອີກດ້ວຍ, ເພາະວ່າມັນໄດ້ກາຍເປັນມູນມໍລະດົກທາງດ້ານວັດທະນະທໍາ ແລະ ຈິດໃຈຂອງທຸກໆຊາດ, ທຸກໆເຜົ່າ. ສະນັ້ນຈຶ່ງສະຫຼຸບໄດ້ວ່າຊາດໜຶ່ງທີ່ບໍ່ມີພິພິມະພັນຊາດນັ້ນບໍ່ຮູ້ປົກປັກຮັກສາມູນເຊື້ອ ແລະ ຈິດໃຈທາງຊາດຕົນໄວ້ຊາດນັ້ນຈະຂາດຄວາມສາມາດໃນການຂະຫຍາຍຕົວຂອງຄວາມເປັນເອກະລັກ, ຂາດຄັງທັງສາງຫົວຄິດປະດິດສ້າງຂອງຕົນການສົ່ງເສີມຂະຫຍາຍພື້ນຖານວັດທະນະທໍາ, ສີລະປະປາງອາດີດທີ່ອຸດົມສົມບູນມີຫຼາຍສີສັນກໍ່ຈະຫຼຸດລົງ. ຍ້ອນແນວນັ້ນ, ການຄົ້ນຄ້ວາຮັບຮູ້ພື້ນຖານທິດສະດີ ແລະ ສະພາບຄວາມເປັນຈິງກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປໄກປັກຮັກສາ ແລະ ເສີມຂະຫຍາຍ      ຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປົກປັກຮັກສາ ຄວາມສໍານຶກກ່ຽວກັບພິພິທະພັນ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດການຮັບຮູ້ສະພາບຄວາມເປັນຈິງ, ສະພາບລວມ, ການຈັດຕັ້ງປະຕິບັດຕົວຈິງ, ບັນຫາທີ່ຕັ້ງຂຶ້ນທິດທາງ, ວິທີການ ແລະ ແນວຄິດຂອງຜູ້ຂຽນແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນໄກສອນ ພົມວິຫານໃນຕໍ່ໜ້າດ້ວຍລະດັບ ແລະ ຄຸນນະພາບໃໝ່ຮັບປະກັນບັນດາໜ້າທີພື້ນຖານໃນການໂຄສະນາອົບຮົມ ແລະ ຮຸ່ງຮຽນແນວຄິດຄຸນສົມບັດ, ສິນທໍາປະຕິວັດອັນໃສແຈ້ງຂອງປະທານໄກສອນ ພົມວິຫານ, ແບບແຜນວິທີເຮັດວຽກ, ວິທີນໍາພາວິທະຍາສາດຂອງເພິ່ນ, ກ່ຽວກັບມູນເຊື້ອຂອງພັກຂອງຊາດ, ຍົກສູງຈິດໃຈຊາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທ້ຈິງຈຶ່ງຖືວ່າແມ່ນບັນຫາໜຶ່ງທີ່ມີຄວາມໝາຍທາງທິດສະດີ ແລະ ຄຸນຄ່າດ້ານພຶດຕິກໍາ ພິພິທະພັນໄກສອນ ພົມວິຫານ ແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາ, ຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາ, ຊອກຫາ, ສ້າງສະຖິຕິປົກປັກຮັກສາວາງສະແດງທັງໝົດ.ພາກທີ6: ນຳສະເໜີປະທານໄກສອນ ພົມວິຫານພ້ອມກັບບັນດາການນຳສູນກາງພັກນຳພາລະກິດໃນດ້ານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1975-1992. ພາກທີ7: ນຳສະເໜີພັກປະຊາປະຕິວັດລາວສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານນໍາພາປະຊາຊົນລາວບັນດາເຜົ່າກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ. ພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານຄໍາໄຕສີພັນດອນ, ທ່ານຈູມມະລີ ໄຊຍະສອນ, ທ່ານບຸນຍັງ ວໍລະຈິດ, ທ່ານທອງລຸນສີສຸລິດເປັນຜູ້ນໍາໄດ້ສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າໜັກແໜ້ນ. ໂດຍເຊື່ອມຊຶມຈິດໃຈກອງປະຊຸມໃຫຍ່ຄັ້ງທີ IV, V, VI, VII, VIII, IX, X ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ການຂະຫຍາຍດ້ານພິພິທະພັນໃນຍຸກຂອງພວກເຮົານີ້ຍິ່ງມີຄວາມຈໍາເປັນ ແລະ ມີຄວາມສໍາຄັນທາງສາກົນອີກດ້ວຍ, ເພາະວ່າມັນໄດ້ກາຍເປັນມູນມໍລະດົກທາງດ້ານວັດທະນະທໍາ ແລະ ຈິດໃຈຂອງທຸກໆຊາດ, ທຸກໆເຜົ່າ. ສະນັ້ນຈຶ່ງສະຫຼຸບໄດ້ວ່າຊາດໜຶ່ງທີ່ບໍ່ມີພິພິມະພັນຊາດນັ້ນບໍ່ຮູ້ປົກປັກຮັກສາມູນເຊື້ອ ແລະ ຈິດໃຈທາງຊາດຕົນໄວ້ຊາດນັ້ນຈະຂາດຄວາມສາມາດໃນການຂະຫຍາຍຕົວຂອງຄວາມເປັນເອກະລັກ, ຂາດຄັງທັງສາງຫົວຄິດປະດິດສ້າງຂອງຕົນການສົ່ງເສີມຂະຫຍາຍພື້ນຖານວັດທະນະທໍາ, ສີລະປະປາງອາດີດທີ່ອຸດົມສົມບູນມີຫຼາຍສີສັນກໍ່ຈະຫຼຸດລົງ. ຍ້ອນແນວນັ້ນ, ການຄົ້ນຄ້ວາຮັບຮູ້ພື້ນຖານທິດສະດີ ແລະ ສະພາບຄວາມເປັນຈິງກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປໄກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປົກປັກຮັກສາ ຄວາມສໍານຶກກ່ຽວກັບພິພິທະ ພັນ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດການຮັບຮູ້ສະພາບຄວາມເປັນຈິງ, ສະພາບລວມ, ການຈັດຕັ້ງປະຕິບັດຕົວຈິງ, ບັນຫາທີ່ຕັ້ງຂຶ້ນທິດທາງ, ວິທີການ ແລະ ແນວຄິດຂອງຜູ້ຂຽນແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນໄກສອນ ພົມວິຫານໃນຕໍ່ໜ້າດ້ວຍລະດັບ ແລະ ຄຸນນະພາບໃໝ່ຮັບປະກັນບັນດາໜ້າທີພື້ນຖານໃນການໂຄສະນາອົບຮົມ ແລະ ຮຸ່ງຮຽນແນວຄິດຄຸນສົມບັດ, ສິນທໍາປະຕິວັດອັນໃສແຈ້ງຂອງປະທານໄກສອນ ພົມວິຫານ, ແບບແຜນວິທີເຮັດວຽກ, ວິທີນໍາພາວິທະຍາສາດຂອງເພິ່ນ, ກ່ຽວກັບມູນເຊື້ອຂອງພັກຂອງຊາດ, ຍົກສູງຈິດໃຈຊາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທ້ຈິງຈຶ່ງຖືວ່າແມ່ນບັນຫາໜຶ່ງທີ່ມີຄວາມໝາຍທາງທິດສະດີ ແລະ ຄຸນຄ່າດ້ານພຶດຕິກໍາ ພິພິທະພັນໄກສອນ ພົມວິຫານ ແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາ, ຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາ, ຊອກຫາ, ສ້າງສະຖິຕິປົກປັກຮັກສາວາງສະແດງທັງໝົດ.

ຊີວະປະຫັວດຫຍໍ້ຂອງ ສະຫາຍ ສຸພານຸວົງ

29 Aug 2022
ສະຫາຍ ສຸພານຸວົງ ເກີດເມື່ອວັນທີ 13 ເດືອນ ກໍລະກົດ ປີ 199 ທີ່ບ້ານໃໜ່, ຕາແສງສີຖານ, ເມືອງຫຼວງພະບາງ ແຂວງຫຼວງພະບາ ເປັນບຸດຂອງມະຫາອຸປະຮາດບຸນຄົງ ແລະ ຫມ່ອມນາງ ຄໍາອ້ວນ. ໃນໄວໜຸ່ມ,ພາຍຫຼັງຮຽນຈົບຊັ້ນປະຖົມສຶກສາ ຫຼວງພະບາງ,ສະຫາຍໄດ້ໄປຮຽນ ວິທະຍາໄລທີ່ຮ່າໂນ້ຍ ແລະ ຫຼັງຈາກນັ້ນກໍໄດ້ໄປຮຽນຕໍ່ທີ່ມະຫາວິທະຍາໄລຂົວ-ທາງແຫ່ງຊາດ ທີ່ນະຄອນຫຼວງປາລີ ຂອງປະເທດຝຮັ່ງ. ໃນປີ 1937 ສະຫາຍ ໄດ້ສໍາເລັດການສຶກສາທີ່ໂຮງຮຽນແຫ່ງດັ່ງກ່າວ ແລະ ເປັນວິສາວະກອນດ້ານຂົວ-ທາງ. ປີ 1937 ສະຫາຍ ໄດ້ກັບຄືນມາອິນດູຈີນ ແລະ ໄດ້ຮັບລາຊະການດ້ານໂຍທາ ສະຫາຍໄດ້ປະຕິບັດໜ້າທີ່ວິຊາສະເພາະຢູ່ຫຼາຍບ່ອນ,ໄດ້ເຂົ້າຮ່ວມໃນການກໍ່ສ້າງກິດຈະການຕ່າງໆຢູ່ລາວ, ຢູ່ຫວຽດນາມ ແລະ ຢູ່ກໍາປູເຈຍ. ໃນຕົ້ນປີ 1940 ສະຫາຍ ໄດ້ເຂົ້າຮ່ວມຂະບວນການຮັກຊາດ ແລະ ໃນເດືອນຕຸລາ 1945 ໄດ້ກັບຄືນປະເທດເພື່ອສ້າງກໍາລັງ ແລະ ປັບປຸງຂະບວນການປະຕິວັດຢູ່ລາວ. ວັນທີ 12 ຕຸລາ ປີ1945 ລັດຖະບານລາວອິດສະຫຼະໄດ້ຖືກແຕ່ງຕັ້ງສະຫາຍ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຕໍ່ມາບໍດົນກໍໄດ້ຖືກແຕ່ງຕັ້ງ ເປັນລັດຖະມົນຕີກະຊວງປ້ອງກັນຊາດ ທັງເປັນຜູ້ບັນຊາການທະຫານສູງສຸດ. ເດືອນ ມີນາ 1946 ເປັນຜູ້ບັນຊາການສູ້ຮົບປ້ອງກັນເມືອງທ່າແຂກ ແລະ ໄດ້ຮັບບາດເຈັບສາຫັດ ດ້ວຍຈິດໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ເດືອນ ຕຸລາ ປີ 1947 ສະຫາຍ ສຸພານຸວົງ ພ້ອມດ້ວຍໜູ່ຄະນະໄດ້ກໍ່ສ້າງກໍາລັງປະກອບອາວຸດໃນບາງເຂດແຂວງພາກຕາເວັນຕົກຂອງປະເທດ. ໃນປີ 1950 ສະຫາຍ ໄດ້ເຂົ້າຮວມກອງະຊຸມແນວລາວອິດສະຫຼະ ຈັດຕັ້ງລັດຖະບານຕໍ່ຕ້ານ ແລະ ໄດ້ຖືກເລືອກຕັ້ງເປັນລັດຖະມະຫາເສນາຂອງລັດຖະບານລາວຕໍ່ຕ້ານ ທັງເປັນປະທານແນວລາວອິດສະຫຼະ. ປີ 1954 ເປັນຫົວໜ້າຂະນະຜູ້ແທນຝ່າຍແທນຝ່າຍປະເທດລາວເຂົ້າຮ່ວມເຈລະຈາ ກັບລັດຖະບານວຽງຈັນທີ່ຄັງໄຂ (ແຂວງຊຽງຂວາງ). ປີ 1955 ສະຫາຍ ສຸພານຸວົງ ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ ໃນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງປະຖົມມະລຶກ ສະຫາຍ ໄດ້ຖືກແຕ່ງຕັ້ງເປັນກໍາມະການສູນກາງພັກ,ໃນດຽວກັນນີ້ ສະຫາຍ ໄດ້ຮັບມອບໜາຍໃຫ້ເປັນຫົວໜ້າຄະນະຜູ້ແທນຝ່າຍປະເທດລາວເຂົ້າເຈລະຈາກັບລັດຖະບານວຽງຈັນຢູ່ທີ່ຢ້າງກຸ້ງ ປະເທດ ມຽນມາ. ປີ 1956 ກອງປະຊຸມໃຫຍ່ແນວລາວຮັກຊາດໄດ້ເລືອກຕັ້ງສະຫາຍເປັນປະທານແນວລາວຮັກຊາດ. ປີ 1957-1959 ໃນເວລາລວມລາວເທືອທໍາອິດ ສະຫາຍ ສຸພານຸວົງ ໄດ້ເປັນລັດຖະມົນຕີແຜນຜັງຂອງລັດຖະບານປະສົມຄັ້ງທີ1, ຖືກເລືອກຕັ້ງເປັນຜູ້ແທນລາຊະດອນ ສະຫາຍພ້ອມດ້ວຍບັນດາຜູ້ນຳພັກ ແລະ ແນວລາວຮັກຊາດອື່ນໆໄດ້ຖືກສັດຕູຈັບຄັງຄຸກທີໂພນເຄັງ. ປີ 1960-1962ເປັນຫົວໜ້າຄະນະຜູ້ແທນຂອງແນວລາວຮັກຊາດໃນການເຈລະຈາກັບລັດຖະບານວຽງຈັນທີ່ສຳເໜືອ,ທີຊູລິກ,ທີຫີນເຫີບ,ນາມອນ, ທົ່ງໄຫຫີນຊຽງຂວາງ. ປີ1962 ໄດ້ເປັນຮອງນາຍຍົກລັດຖະມົນຕີຂອງລັດຖະບານປະສົມຄັ້ງທີ 2 ປີ1964 ເປັນຫົວໜ້າຄະນະຜູ້ແທນແນວລາວຮັກຊາດໃນການເຈລະຈາ 3 ຝ່າຍຢູ່ປະເທດຝຣັ່ງ. ປີ1972 ໃນກອງປະຊຸມໃຫ່ຍຄັ້ງທີ 2 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ທັງເປັນປະທານສູນກາງແນວລາວຮັກຊາດ. ປີ 1973-1975 ໃນເວລາເຂົ້າປະສົມກັບຝ່າຍວຽງຈັນ ສະຫາຍໄດ້ຖືກແຕ່ງຕັ້ງເປັນປະທານຄະນະມົນຕີປະສົມການເມືອງແຫ່ງຊາດ. ປີ 1975 ກອງປະຊຸມໃຫ່ຍຜູ້ແທນປະຊາຊົນທົ່ວປະເທດໄດ້ເລືອກຕັ້ງສະຫາຍ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນປະທານສະພາປະຊາຊົນສູງສຸດ. ປີ 1979 ກອງປະຊຸມໃຫ່ຍແນວລາວສ້າງຊາດ ໄດ້ເລືອກຕັ້ງສະຫາຍເປັນປະທານສູນກາງແນວລາວສ້ງຊາດ. ປີ 1982 ໃນກອງປະຊຸມໃຫ່ຍຄັ້ງທີ 3 ຂອງພັກປະຊາຊົນປະຕິວັດລາວ ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການເມືອງສູນກາງພັກ ທັງເປັນປະທານປະເທດແຫ່ງ ສ.ປ.ປ.ລາວ. ປີ 1986 ໃນກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກເປັນກຳມະການກົມການເມືອງສູນກາງພັກ. ປີ 1991 ອີງໃສ່ສຸຂະພາບ ແລະ ຄວາມມຸ່ງມາດປາຖະໜາຂອງສະຫາຍເອງ ໃນກອງປະຊຸມໃຫຍ່ຄັ້ງ 5 ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ. ສະຫາຍ ສຸພານຸວົງ ແມ່ນຜູ້ນຳຮຸ່ນອາວຸດໂສຄົນສຳຄັນຂອງພັກ ແລະ ລັດເຮົາ ທົ່ວພັກທົ່ວປວງຊົນເຮົາຮັບຮູ້ວ່າສະຫາຍ ເປັນປັນຍາຊົນທີ່ສະຫຼຽວສະຫຼາດ ແລະ ຜູ້ທີ່ມີຊື່ສຽງໃນເວທີສາກົນ, ເປັນເຊື້້ອເຈົ້າທີ່ມີນໍ້າໃຈຮັກຊາດຢ່າງດູດດື່ມ ແລະ ໄດ້ເອົາຊີວິດຕິດພັນກັບການປະຕິວັດຕັ້ງແຕ່ຫົວທີ ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດ ສະຫາຍແມ່ນນັກຮົບປະຕິວັດທີ່ກ້າແກ່ນ ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ຈົ່ງຮັກພັກດີ, ຊື່ສັດບໍລິສຸດ, ສຸກຂຸມຮອບຄອບ ແລະ ໄດ້ອຸທິດໝົດສະຕິປັນຍາ ກຳລັງວັງຊາ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນຈົນເຖິງວິນາທີສຸດທ້າຍຂອງຊີວິດ, ສະຫາຍເປັນຜູ້ໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນເປັນທີ່ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ. ດ້ວຍຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງດັ່ງກ່າວ ພັກ ແລະ ລັດເຮົາ ຈື່ງໄດ້ສັນສະເສີນກຽດຕິຄຸນຂອງສະຫາຍດ້ວຍການມອບຫຼຽນໄຊຊັ້ນສູງຕ່າງໆໃຫ້ແກ່ສະຫາຍເຊັ່ນ: ຫຼຽນຄຳແຫ່ງຊາດ 1 ໜ່ວຍ; ຫຼຽນໄຊອິດສະຫຼະຊັ້ນໜຶ່ງ 1 ໜ່ວຍ; ຫຼຽນໄຊປະຕິວັດຊະນະເລີດຊັ້ນໜຶ່ງ 1 ໜ່ວຍ ແລະ ຫຼຽນກາອື່ນໆອີກ. ນອກນັ້ນ ສະຫາຍຍັງໄດ້ຮັບຫຼຽນໄຊເປັນຈຳນວນຫຼວງຫຼາຍຈາກປະເທດອ້ານນ້ອງເພື່ອນມິດ.

ພວກເຮົາຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອ ຊີ້ນໍານໍາພາຂອງພັກ ປະຊາຊົນປະຕິວັດລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ ( ລະນຶກວັນສ້າງຕັ້ງພັກ ປ ປ ລາວ 22 ມີນາ 1955 – 22 ມີນາ 2022 )

29 Aug 2022
          ພັກປະຊາຊົນປະຕິວັດລາວ ຍາມໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກເປັນພື້ນຖານແນວຄິດ, ທິດສະດີຂອງພັກເສີມຂະຫຍາຍລັກສະນະນໍາໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົ້ນຊັ້ນກໍາມະກອນ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ, ຕ້ານແນວຄິດອາດຍາສິດ, ສໍ້ລາດບັງຫຼວງ, ແນວຄິດເອກະຊົນ, ຈຸ້ມເຈື້ອເຊື້ອສາຍ, ທ້ອງຖິ່ນ. ສວຍໃຊ້ໜ້າທີ່ຕໍາແໜ່ງ, ຫຼິ້ນກິນຟູມເຟືອຍ ແລະ ອື່ນໆ. ບໍ່ວ່າຢູ່ໃນໄລຍະການຕໍ່ສູ້ປົດປ່ອຍຊາດກໍຄືໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພັກຍາມໃດກໍຮູ້ສົມທົບກັບລັດທິສາກົນກໍາມະຊີບ, ສົມທົບກໍາລັງແຮງຂອງຊາດກັບກໍາລັງແຮງຂອງຍຸກສະໄໝຍາດເອົາໄຊຊະນະໃຫ້ການປະຕິວັດຂອງປະເທດ ແລະ ບັນດາປະຊາຊາດໃນໂລກເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ. ພັກຍາມໃດກໍໄດ້ກິ້ງເກືອກລີເລືອເອົາຕົວເຈືອຈານເຂົ້າໃນໝູ່ມະຫາຊົນ. ສົນໃຈຟັງຄວາມຄິດຄວາມເຫັນ ແລະ ຄວາມມຸ້ງມາດປາດຖະໜາທຸກຢ່າງຂອງມະຫາຊົນ, ຮັບໃຊ້ມະຫາຊົນຢ່າງສຸດອົກສຸດໃຈ, ຊອກຮູ້ ແລະ ເອົາໃຈໃສ່ເປັນຫ່ວງເປັນໃຍນໍາຊີວິດການເປັນຢູ່ວັດຖຸ ແລະ ຈິດໃຈຂອງມະຫາຊົນ, ພ້ອມກັນນັ້ນກໍໄດ້ອອກແຮງໂຄສະນາສຶກສາອົບຮົມ, ຈັດຕັ້ງມະຫາຊົນ, ປຸກລະດົມມະຫາຊົນຢ່າງເນືອງນິດລຽນຕິດໃຫ້ການສະໜັບສະໜູນ ແລະ ປະຕິບັດທຸກແນວທາງແຜນນະໂຍບາຍຂອງພັກ ແລະ ລັດ. ໃນຂະບວນວິວັດແຫ່ງການກໍ່ສ້າງພັກ, ພັກໄດ້ເອົາໃຈໃສ່ທັງ 3 ດ້ານ: ດ້ານການເມືອງ, ແນວຄິດ ແລະ ດ້ານການຈັດຕັ້ງ ມີການສົມທົບທັງ 3 ດ້ານ ນັ້ນຢ່າງແໜ້ນແຟ້ນ, ທາງດ້ານການເມືອງແມ່ນເອົາການກໍານົດລັກສະນະນໍາໜ້າ ແລະ ທາດແທ້ຂອງຊົນຊັ້ນກໍາມະກອນ, ເອົາການກໍານົດແນວທາງຂອງພັກໃນແຕ່ລະໄລຍະຂອງການປະຕິວັດເປັນກົກ. ຍ້ອນວ່າມີແນວທາງການເມືອງອັນຖືກຕ້ອງຈຶ່ງມີທິດທາງການຈັດຕັ້ງ ແລະ ທິດທາງວຽກງານແນວຄິດຖືກຕ້ອງ, ວຽກງານແນວຄິດ ແລະ ການຈັດຕັ້ງຖືກຕ້ອງຈຶ່ງຮັບປະກັນໃຫ້ແກ່ການວາງແນວທາງການເມືອງຖືກຕ້ອງ. ພັກເຮົາໄດ້ຖືເປັນສໍາຄັນການຍົກສູງຄຸນນະພາບຂອງໜ່ວຍພັກ, ເອົາໃຈໃສ່ສຶກສາອົບຮົມຝຶກຝົນຫຼໍ່ຫຼອມ, ຍົກສູງຄວາມສາມາດ ແລະ ຄຸນສົມບັດຂອງສະມາຊິກພັກ.  ພັກເຮົາຍາມໃດກໍຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕ ແລະ ຫຼັກການນໍາພາເປັນໝູ່ຄະນະທັງເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງລັດ ແລະ ມະຫາຊົນເປັນບັນຫາສໍາຄັນຕາມແນວທາງພັກນໍາພາ, ລັດຄຸ້ມຄອງ ແລະ ປະຊາຊົນເປັນເຈົ້າເຂົ້າໃນການຊີ້ນໍາຂອງພັກ. ຜ່ານຂະບວນວິວັດແຫ່ງການຝຶກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດອັນຂ້ຽວຂາດລໍາບາກຍາວນານນັ້ນ ໄດ້ມີແກ່ນສານນໍາພາທີ່ກ້າແກ່ນ ແລະ ຊໍານິຊໍານານ ເກີດຂຶ້ນໃນພັກເຮົາໄດ້ຫຼາຍລຸ້ນຄົນມາແລ້ວທີ່ເຕັມໄປດ້ວຍຄວາມສາມັກຄີ. ຂອງຄວາມເປັນເອກະພາບອັນໜຶ່ງອັນດຽວໃນທົ່ວພັກຕະຫຼອດມາຖືກ ຫຼື ຜິດກໍເວົ້າກັນ, ພ້ອມກັນປ່ຽນແປງພ້ອມກັນແກ້ໄຂໃຫ້ຖືກຕ້ອງ. ພັກຍາມໃດກໍໄດ້ເລືອກເຟັ້ນ, ເຝິກຝົນຫຼໍ່ຫຼອມ ແລະ ສ້າງຖັນແຖວພະນັກງານຫຼັກແຫຼ່ງໃນຂະແໜງການຕ່າງໆໃຫ້ມີຄວາມຈົ່ງຮັກພັກດີຢ່າງເດັດຂາດຕໍ່ປະເທດຊາດ ແລະ ຕໍ່ພາລະກິດປະຕິວັດອັນໄດ້ເຮັດໃຫ້ພັກເຮົາຍິ່ງຍືນນານເທົ່າໃດກໍ່ຍິ່ງໜຸ່ມແໜ້ນ ແລະ ມີຄວາມຮູ້ຄວາມສາມາດສູງຂຶ້ນ, ເພື່ອເຮັດໃຫ້ພັກເປັນຄັນທຸງນໍາພາ ພາລະກິດປ່ຽນແປງໃໝ່ສໍາເລັດຜົນ, ພັກເຮົາຍາມໃດກໍເອົາໃຈໃສ່ກໍ່ສ້າງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງທັງທາງດ້ານການເມືອງ,ແນວຄິດ ແລະ ການຈັດຕັ້ງ. ຖືອັນນັ້ນເປັນໜ້າທີ່ໃຈກາງຂອງການປະຕິວັດ. ພັກໄດ້ເອົາໃຈໃສ່ກໍ່ສ້າງ ແລະ ບູລະນະພັກຢ່າງບໍ່ຢຸດຢັ້ງແນໃສ່ຍົກສູງລະດັບສະຕິປັນຍາ, ຄຸນທາດການເມືອງ, ເພີ່ມທະວີກໍາລັງແຮງສູ້ຮົບຂອງສະມາຊິກພັກແຕ່ລະຄົນ ແລະ ແຕ່ລະການຈັດຕັ້ງພັກ, ກໍາແໜ້ນສາຍພົວພັນແບບກາຍອິນຊີລະຫວ່າງພັກກັບປະຊາຊົນເຜົ່າຕ່າງໆ, ເຊື່ອໝັ້ນ ແລະ ອີງໃສ່ປະຊາຊົນ ເພື່ອສ້າງຄວາມເຂັ້ມແຂງຂອງຕົນເອງ. ໃນເງື່ອນໄຂພັກກໍາອໍານາດ, ເສດຖະກິດປະເທດເຮົາເຄື່ອນເໜັງໄປຕາມກົນໄກຕະຫຼາດ, ການເປີດປະຕູ ແລະ ການເຊື່ອມຕົວທາງດ້ານເສດຖະກິດສາກົນ, ຍິ່ງກວ່ານັ້ນບັນດາອິດທິກໍາລັງປໍລະປັກພັດຊອກທຸກວິທີທາງເພື່ອປະຕິບັດກົນອຸບາຍ “ ຫັນປ່ຽນໂດຍສັນຕິ “ ພວກເຂົາຊອກທຸກວິທີທາງເພື່ອເຮັດໃຫ້ພັກເຮົາອອ່ນແອລົງ ສະນັ້ນບັນຫາທີ່ເປັນຂໍກຸນແຈ, ບັນຫາເປັນຕາຍຂອງລະບອບ ແລະ ຂອງພັກເຮົານັ້ນແມ່ນຈະຕ້ອງໄດ້ຕັ້ງໜ້າກໍ່ສ້າງ ແລະ ບູລະນະແນວທາງປ່ຽນແປງ ໃໝ່ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເຮັດໃຫ້ກໍາລັງທຸກດ້ານມີຄວາມເຂັ້ມແຂງ, ມີຄວາມສາມາດພຽງພໍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການປະຕິວັດໃນໄລຍະໃໝ່. ພັກຕ້ອງຍົກສູງຄວາມສາມາດນໍາພາອໍານາດການປົກຄອງ, ເຮັດໃຫ້ອໍານາດການປົກຄອງໄດ້ເສີມຂະຫຍາຍທາດແທ້ລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ກໍ່ສ້າງກົງຈັກລັດໃຫ້ມີຄວາມປອດໃສຂາວສະອາດຢ່າງແທ້ຈິງ. ພ້ອມນີ້ກໍຕ້ອງຕ້ານທຸກປະກົດການຫຍໍ້ທໍ້ໃນກົງຈັກການຈັດຕັ້ງຂອງພັກ-ລັດ ແລະ ມະຫາຊົນທັງດ້ານການສໍ້ລາດບັງຫຼວງ, ການຟູມເຟືອຍ, ອາດຍາສິດ. ຍົກສູງປະສິດທິຜົນ ແລະ ກໍາລັງແຮງແຫ່ງການບໍລິຫານຂອງລັດໃຫ້ສູງຂຶ້ນ. ຕ້ອງປ່ຽນແປງໃໝ່ແບບວິທີນໍາພາຂອງພັກຕໍ່ອໍານາດການປົກຄອງຂັ້ນຕ່າງໆກໍຄືທັງໝົດລະບົບການເມືອງຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ລະບົບການເມືອງມີຄວາມປອດໃສ ແລະ ເຂັ້ມແຂງ. ເພື່ອສືບຕໍ່ນໍາພາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມແນວທາງປ່ຽນແປງໃໝ່ແນໃສ່ນໍາເອົາປະເທດຊາດກ້າວຂຶ້ນສູ່ຈຸດໝາຍແຫ່ງຄວາມຈະເລີນວັດທະນາດ້ວຍ ຖ່ວງທ່າອັນໜັກແໜ້ນ ແລະ ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງນັ້ນ. ພວກເຮົາພະນັກງານສະມາຊິກພັກທຸກຄົນຕ້ອງຍົກສູງຄວາມຮູ້ຄວາມສາມາດ ແລະ ເພີ່ມທະວີບົດບາດການນໍາພາຂອງພັກໃນທຸກດ້ານ ສ້າງພັກໃຫ້ປອດໃສເຂັ້ມແຂງ ແລະ ໜັກ ແໜ້ນ. ຕ້ອງເອົາການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນບັນຫາທີ່ຕ້ອງແກ້ໄຂ ຕິດພັນກັບການກໍານົດໃຫ້ໄດ້ໜ້າທີ່ວຽກງານທີ່ຕ້ອງເຮັດໃຫ້ຈະແຈ້ງແນໃສ່ແກ້ໄຂບັນຫາຕົວຈິງ ດ້ວຍການປຸກລະດົມໃຫ້ເກີດຂະບວນການຕົວຈິງຂອງມະຫາຊົນ ພາຍໃຕ້ການຮັບປະກັນບົດບາດການຈັດຕັ້ງນໍາພາຊີ້ນໍາໂດຍກົງ. ເອກະພາບ ແລະ ແຂງແຮງຈາກບັນດາອົງການ ການນໍາຂັ້ນຍຸດທະສາດຂອງພັກຈົນເຖິງຄະນະພັກ ແຕ່ລະຂັ້ນຕໍ່ທຸກພາກສ່ວນຂອງລະບົບການເມືອງ. ສົມທົບຢ່າງແໜ້ນແຟ້ນລະຫວ່າງການເຊີດຊູຄວາມຮັບຜິດຊອບການເມືອງ ແລະ ສະຕິເປັນເຈົ້າ, ຫົວຄິດປະດິດສ້າງຂອງການຈັດຕັ້ງພັກທຸກຂັ້ນ ແລະ ຜູ້ນໍາພາທຸກບ່ອນກັບການປະຕິບັດ ບັນດາມາດຕະການຕົວຈິງເພື່ອຮັບປະກັນຄວາມຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນການປະຕິບັດໜ້າທີ່ຂອງສະມາຊິກພັກ, ພະນັກງານ, ສົ່ງເສີມຢ່າງແຂງແຮງຕໍ່ພະນັກງານທີ່ມີຄວາມຮູ້, ຄວາມສາມາດຄົ້ນຄິດ, ປະດິດສ້າງ ແລະ ກ້າເຮັດ, ກ້າຮັບຜິດຊອບ ຕາມຂອບເຂດສິດ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍ. ພ້ອມກັນນັ້ນກໍຕ້ອງເພີ່ມທະວີຄວາມເຂັ້ມແຂງ ແລະ ເຂັ້ມງວດໃນການຄຸ້ມຄອງລະບຽບວິໄນຢູ່ພາຍໃນພັກ, ຮັບປະກັນແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃຫ້ຕົງຈຸດ ແລະ ເປັນລະບົບ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກໃນທຸກການເຄື່ອນໄຫວວຽກງານ ແລະ ການດໍາລົງຊີວິດ ເຮັດໃຫ້ມີຄວາມປອດໃສຂາວສະອາດ. ປັບປຸງແບບແຜນນໍາພາຂອງພັກຕາມທິດເສີມຂະຫຍາຍມະຫາຊົນອັນເປັນມູນເຊື້ອທີ່ດີງາມຂອງພັກເຮົາ. ພ້ອມກັນນັ້ນກໍຕ້ອງເສີມຂະຫຍາຍປະຊາທິປະໄຕ ພາຍໃນພັກກໍາຈັດປັດເປົ່າແບບແຜນອາດຍາສິດ, ອັດຕະວິໄສ ແລະ ໄດ້ແຕ່ຮູບການ. ເພື່ອຮັບປະກັນຄວາມເຊື່ອໝັ້ນ, ການສະໜັບສະໜູນ ແລະ ການເຂົ້າຮ່ວມທົ່ວປວງຊົນ. ເອົາໃຈໃສ່ບໍາລຸງສ້າງຖັນແຖວພະນັກງານທັງດ້ານຄຸນສົມບັດ, ຄວາມຮູ້ຄວາມສາມາດ, ປັບປຸງ ແລະ ເພີ່ມທະວີຫຼັກໝັ້ນການເມືອງໃຫ້ໜັກແໜ້ນມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ແລະ ມີນໍ້າໃຈຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ, ມີແບບແຜນດໍາລົງຊີວິດ ແລະ ກ້າວໜ້າ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນ ແລະ ເຄົາລົບກົດໝາຍໄປຄຽງຄູ່ກັນນັ້ນກໍຕ້ອງເພີ່ມທະວີ ແລະ ຍົກສູງຄຸນນະພາບຂອງວຽກງານກວດກາດ້ວຍການຄົ້ນຄວ້າວາງລະບຽບການ ແລະ ກົນໄກອັນລະອຽດເປັນລະບົບເພື່ອປະຕິບັດການກວດກາຕໍ່ການຈັດຕັ້ງ, ຕໍ່ບຸກຄົນ ການກວດກາລະຫວ່າງການຈັດຕັ້ງດ້ວຍກັນກໍຄືການກວດກາຂອງຂັ້ງເທິງຕໍ່ຂັ້ນລຸ່ມ ແລະ ຂັ້ນລຸ່ມຕໍ່ຂັ້ນເທິງໃຫ້ປົກກະຕິ, ປະສານສົມທົບການກວດກາຂອງພັກ, ຂອງລັດ ແລະ ການກວດກາຂອງປະຊາຊົນໃຫ້ເໝາະສົມກົມກຽວ, ປະຕິບັດລະບຽບກວດກາເພື່ອສະກັດກັ້ນ, ກວດກາເພື່ອສົ່ງເສີມ ແລະ ຂະຫຍາຍອັນຕັ້ງໜ້າ ແລະ ປັດໄຈໃໝ່. ເຖິງວ່າສະພາບການສາກົນໄດ້ມີການຜັນແປໄປຢ່າງສະຫຼັບສັບຊ້ອນ ບວກໃສ່ການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ຍັງສືບຕໍ່ຮ້າຍແຮງໃນທົ່ວໂລກ ແລະ ພາຍໃນປະເທດເຮົົາຍັງມີຄວາມຫຍຸ້ງຍາກຫຼາຍປະການກໍຕາມ ແຕ່ຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ມີສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ໄດ້ມີຄວາມຕັດສິນໃຈສູງ ນໍາພາທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ມີຄວາມເດັດດ່ຽວໜຽວແໜ້ນໃນການນໍາພາພາລະກິດປະຕິວັດຂອງປະເທດເຮົາໄປຕາມທິດທາງຈຸດໝາຍທີ່ພັກເຮົາວາງໄວ້. ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນໃນພາລະກິດການປະຕິວັດໃນໄລຍະໃໝ່. ທັງໝົດເລົ່ານັ້ນແມ່ນແນໃສ່ເສີມຂະຫຍາຍມູນເຊື້ອທີ່ໄດ້ມີຜ່ານມາແລ້ວ 67 ປີ ແຫ່ງການຊີ້ນໍາ-ນໍາພາຂອງພັກ. ໂດຍ: ທ່ານ ນ ພອນລັດສະໜີ ພິມມະສອນ

ເສີມຂະຫຍາຍບົດບາດຂອງຫ້ອງວ່າການສູນກາງພັກ ໃຫ້ກາຍເປັນເສນາທິການຊ່ວຍສູນກາງພັກຢ່າງໜັກແໜ້ນ

29 Aug 2022
(ເນື່ອງໃນໂອກາດສະເຫຼີມສະຫຼອງສ້າງຕັ້ງຫ້ອງວ່າການສູນການພັກຄົບຮອບ 67 ປີ, 24 ມີນາ 1955 – 24 ມີນາ 2022) ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນປະຈຸບັນບາດກ້າວອັນສໍາຄັນຂອງພັກ-ລັດເຮົາແມ່ນການສືບຕໍ່ນໍາພາການຈັດຕັ້ງເສີມຂະຫຍາຍລະບອບປະຊາທິປະໄຕ,​ ການລົບລ້າງຄວາມທຸກຍາກ ແລະ ການສ້າງຄວາມຢູ່ດີກິນດີ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການຕ້ານການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດ ໂຄວິດ-19 ເຊິ່ງນັ້ນແມ່ນສິ່ງທ້າທ້າຍ,​ບົນພື້ນຖານເຈດຈໍານົງດັ່ງກ້າວນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປລາວ ໄດ້ເນັ້ນໜັກເຖິ່ງການເສີມຂະຫຍາຍລັກສະນະນໍາໜ້າຂອງການຈັດຕັ້ງປະຕິບັດແນວທາງການເມືອງໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມໃນນັ້ນບັນດາອົງການຈັດຕັ້ງຂອງພັກ, ຂອງລັດຖືສໍາຄັນຕໍ່ການຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດເຂົ້າສູຂອດການຈັດຕັ້ງດ້ານການປະຕິບັດຕົວຈິງໃນຂົງເຂດ ແລະ ຄວາມຮັບຜິດຊອບຂອງຕົນ, ​ເອົາໃຈໃສ່ຕໍ່ການເສີມຂະຫຍາຍທ່າແຮງດ້ານຕັ້ງໜ້າ ແລະ ຈໍາກັດດ້ານຫຍໍ້ທໍ້ໃນການປະຕິບັດໜ້າທີ່ວຽກງານທັງນີ້ກໍເພື່ອຮັບປະກັນຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດ. ຫ້ອງວ່າການສູນກາງພັກ(ເປັນຕົວອັກສອນຫຍໍ້ ຫສພ)ເປັນການຈັດຕັ້ງໜຶ່ງຂອງຫ້ອງວ່າການສູນກາງພັກ, ຊ່ວຍກົມການເມືອງສູນກາງພັກ, ສະຫາຍເລຂາທິການໄຫຍ່, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ອາດີດການນໍາຂັ້ນສູງຂອງພັກ, ການປະຕິບັດບົດບາດເປັນເສນາທິການແມ່ນວຽກໜຶ່ງທີ່ສໍາຄັນ ແລະ ເປັນໜ້າທີ່ການເມືອງຕົ້ນຕໍ ເພື່ອຊ່ວຍຂັ້ນເທິງໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງພັກເວົ້າລວມ ເວົ້າສະເພາະມະຕິກອງປະຊຸມໄຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ເປັນໄປຕາມຄາດໝາຍທີ່ວາງໄວ້. ດັ່ງນັ້ນ ມັນຮຽກຮ້ອງເຖິງຄວາມຖືກຕ້ອງຊັດເຈນແມ້ນຢໍາຮັບປະກັນຄຸນນະພາບ ແລະ ປະສິດທິຜົນສູງສະແດງອອກໃນການສະຫຼຸບສັງລວມລາຍງານສະພາບທີ່ພົ້ນເດັ່ນ, ປະຈໍາອາທິດ, ປະຈໍາເດືອນ, ແລະ ລາຍງານຕາມຫົວຂໍ້, ການເຮັດບົດເຈາະຈີ້ມ, ບົດໂອ້ລົມ, ຊ່ວຍໃນການກະກຽມກອງປະຊຸມ 3 ຂັ້ນກະກຽມກອງປະຊຸມສູນກາງ, ກອງປະຊຸມຄົບຄະນະເລຂາທິການ ແລະ ກົມການເມືອງສູນກາງພັກ, ກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ, ປະກອບສ່ວນເຂົ້າໃນອະນຸກໍາມະການໃນກອງປະຊຸມໃຫຍ່ ແລະ ຂຽນບົດຕ່າງໆຊ່ວຍກອງປະຊຸມສໍາເລັດຜົນເປັນຢ່າງດີເຊິ່ງໄດ້ມີການປັບປຸງທາງດ້ານເນື້ອໃນ ແລະ ຄຸນນະພາບມີການພັດທະນາດີຂື້ນເປັນກ້າວໆ, ສາມາດຕອບສະໝອງຄວາມຮຽກຮ້ອງຕ້ອງການໄດ້ດີສົມຄວນຖ້າທຽບໃສ່ໄລຍະຜ່ານມາ,​ ວຽກງານຄຸ້ມຄອງເອກະສານ ແລະ ສໍາເນົາເອກະສານຂອງຫ້ອງວ່າການສູນກາງພັກກໍໄດ້ມີການປັບປຸງເຮັດໃຫ້ມີຄວາມວ່ອງໄວທັນສະໄໝເທື່ອລະກ້າວ, ການສໍາເນົາເອກະສານກໍໄດ້ມີການສໍານວນ, ສໍາເນົາ ແລະ ສັບຊ້ອນຈັດລຽງ, ສ້າງລະຫັດເພື່ອອໍານວຍຄວາມສະດວກໃນການຊອກຫາໃຫ້ມີຄວາມວ່ອງໄວທັນສະໄໝຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຂໍ້ມູນຂ່າວສານມີທັງພາຍໃນ ແລະ ຕ່າງປະເທດ, ມີການປັບປຸງເກັບມ້ຽນເອກະສານ, ສ້າງສໍາເນົາ-ສໍານວນເອກະສານ ແລະ ຈັດພິມເອກະສານດ້ວຍຄອມພີວເຕີ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ. ໃນການຈັດຕັ້ງ ແລະ ເຄື່ອນໄຫວນໍາພາວຽກງານຕ່າງໆຂອງຄະນະພັກຫ້ອງວ່າການສູນກາງພັກ, ພັກໄດ້ເອົາໃຈໃສ່ຕໍ່ການປັບປຸງ, ການກໍານົດທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກເສີມຂະຫຍາຍລັກສະນະພັກ, ເສີມຂະຫຍາຍລັກສະນະນໍາໜ້າທີ່ການເມືອງ ແລະ ຄວາມເປັນແບບຢ່າງໃນດ້ານການຈັດຕັ້ງນໍາພາຂອງຄະນະພັກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງນໍາພາໃຫ້ນັບມື້ນັບສູງຂື້ນ ແລະ ຍົກສູງບົດບາດຄວາມສາມາດໃນການຈັດຕັ້ງນໍາພາຂອງຄະນະພັກໃຫ້ສອດຄ່ອງກັບສະພາວະຄວາມເປັນຈິງຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ປັບປຸງ ແລະ ຍົກສູງຄຸນນະພາບການນໍາພາຂອງຄະນະພັກເຂົ້າໃນການຮັບໃຊ້ພາລະກິດປົກປປັກຮັກສາ ແລະ ກໍ່ສ້າງສັງຄົມນິຍົມຮັບໃຊ້ແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ. ສະນັ້ນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວນໍາພາຂອງຄະນະພັກຢູ່ຫ້ອງວ່າການສູນກາງພັກໃຫ້ມີຄຸນນະພາບໃໝ່ກົດລະບຽບຂອງພັກສະໄໝທີ XI ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງພັກຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກແຂວງນະຄອນຫຼວງ, ເມືອງ ແລະ ນະຄອນ. ໂດຍອີງໃສ່ສິດໜ້າທີ່ຕາມທີໄດ້ກໍານົດໄວ້ໃນກົດລະບຽບຂອງພັກ, ການນໍາພາຂອງຄະນະພັກຫ້ອງວ່າການສູນກາງພັກໄດ້ເອົາໃຈໃສ່ຕໍ່ການເຊີດຊູຄວາມເປັນເຈົ້າການຂອງຕົນໃນການຈັດຕັ້ງນໍາພາວຽກງານຕ່າງໆທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງແນະນໍາຂອງສູນກາງພັກເຂົ້າສູວຽກງານຕົວຈິງ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານເຊິ່ງມັນສະແດງອອກການນໍາພາດ້ານການເມືອງ-ແນວຄິດເປັນໜ້າທີ່ພື້ນຖານ, ເປັນປັດໃຈສໍາຄັນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງການເຄື່ອນໄຫວນໍາພາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈັດຕັ້ງການເຄື່ອນໄຫວນໍາມາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈັດຕັ້ງດໍາເນີນການສຶກສາອົບຮົມໃຫ້ແກ່ພະນັກງານ,​ສະມາຊິກພັກດ້ວຍຫຼາຍຮູບການເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກຕະຫຼອດຮອດປະຊາຊົນໄດ້ມີຄວາມຮັບຮູ້ເຖິງມູນເຊື້ອອັນດີງາມຂອງພັກ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ,​ສາມາດຕີຖ້ອຍແນວຄິດລັ່ງເລທໍ້ຖອຍ ແລະ ປະກົດການຫຍໍ້ທໍ້ຕ່າງໆເຊິ່ງມັນສະແດງອອກໃນການເປັນແບບຢ່າງຂອງບັນດາສະມາຊິກພັກໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຕັ້ງໜ້າຝຶກຝົນຕົນເອງໃນທຸກດ້ານຮັກສາໄດ້ທາດແທ້ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ. ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຫ້ອງວ່າການສູນກາງພັກກົມສໍາເນົາເອກະສານສາມາດປະຕິບັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃດ້ເປັນຢ່າງດີເຊິ່ງສະແດງອອກບັນດາເອກະສານຕ່າງໆລ້ວນແຕ່ໄດ້ມີການສໍານວນ-ສໍາເນົາຢ່າງເປັນລະບົບ, ມີລະຫັດລະອຽດຂອງແຕ່ລະເອກະສານ, ພື້ນຖານໂຄງລ່າງກໍໄດ້ຮັບການປັບປຸງໃຫ້ທັນສະໄໝເຊິ່ງເປັນປັດໃຈ ແລະ ເງືອນໄຂໃນການຮັກສາເອກະສານຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມກັນນັ້ນຍັງຮັກສາຄວາມລັບຂອງທຸກໆເອກະສານທີ່ສໍາຄັນອີກດ້ວຍ. ໃນສະເພາະໜ້ານີ້ຄະນະພັກຕ້ອງເພີ່ມທະວີສະຕິຄວາມຮັບຮູ້ກ່ຽວກັບທິດສະດີການເມືອງຢ່າງຈະແຈ້ງ ແລະ ກໍຕ້ອງໄດ້ສ້າງຄວາມເຂົ້າໃຈຢ່າງລະອຽດຕໍ່ກັບຫຼັກການເນື້ອໃນຕ່າງໆຂອງແນວທາງການເມືອງເພາະວ່າຖ້າຫາກແຕ່ລະຂະແໜງການບໍ່ມີຄວາມເຂົ້າໃຈກ່ຽວກັບແນວທາງການເມືອງກໍຈະບໍ່ສາມາດນໍາເອົາແນວທາງການເມືອງໄປຜັນຂະຫຍາຍໃນໜ້າທີ່ຕົວຈິງໃຫ້ໄດ້ຮັບຜົນສໍາເລັດ.​ນອກຈາກນັ້ນອັນທີ່ເປັນການສ້າງຄວາມຫຍຸ້ງຍາກທີ່ສຸດແມ່ນການເຄື່ອນໄຫວທີ່ບໍ່ສອດຄ່ອງກັບແນວທາງເຮັດໃຫ້ຂອດການຈັ້ງຕັ້ງປະຕິບັດບໍ່ມີປະສິດທິຜົນ, ກ່ຽວກັບການສ້າງສະຕິຄວາມຮັບຮູ້ກ່ຽວກັບແນວທາງການເມືອງຂອງພັກແມ່ນຕ້ອງໄດ້ຄົ້ນຄວ້າ, ຕ້ອງໄດ້ເຊື່ອມຊຶມ ແລະ ຕ້ອງໄດ້ເຮັດວຽກຕົວຈິງຈຶ່ງມີຄວາມເຂົ້າໃຈແຈ້ງຕໍ່ບັນຫາດັ່ງກ່າວ, ຫຼີກເວັ້ນການເຂົ້າໃຈແນວທາງທີ່ມີລັກສະນະຕໍ່າລາ, ຄໍາພີ ຫຼື ທິດສະດີອ້ອຍຕ້ອຍ ໝາຍຄວາມວ່າທິດສະດີຕ້ອງຕິດພັນກັບພຶດຕິກໍາຕົວຈິງອັນນີ້ມັນແມ່ນລັກສະນະພາວະວິໄສລະຫວ່າງແນວທາງກັບການຈັດຕັ້ງປະຕິບັດແນວທາງ, ເຮັດໄດ້ຄືດັ່ງກ່າວເຊື່ອແນ່ວ່າຫ້ອງວ່າການສູນກາງພັກຈະກາຍເປັນເສນາທິການໃຫ້ແກ່ຄະນະບໍລິຫານວຽກງານສູນກາງພັກໄດ້ຢ່າງໜັກແໜ້ນ, ເຊິ່ງສ້າງໄດ້ມູນເຊື້ອອັນດີງາມ ແລະ ສົມກັບນາມມະຍົດດ້ານຄຸນທາດ ແລະ ສິນທໍາປະຈໍາໃຈໃນທາງປະພຶດທີ່ວ່າ: ເປັນອົງການທີ່ຈົ່ງຮັກພັກດີຢ່າງເດັດຂາດມີຄວາມສາມັກຄີ, ປະດິດສ້າງບາກບັ່ນຂະຫຍັນພຽນ, ຮອບຄອບຖີ່ຖ້ວນຮັກສາແໜ້ນຫຼັກການເຮັກວຽກ. ໂດຍ: ທ່ານ ນ.​ພອນລັດສະໝີ ພິມມະສອນ

ກອງປະຊຸມຖອດຖອນບົດຮຽນ

22 Aug 2022
ຕອນເຊົ້າວັນຈັນ ທີ 22 ສິງຫາ 2022 ເວລາ 8: 30 ນາທີ. ຄະນະທີມງານຈັດວາງສະແດງ. ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານວາງສະແດງຮູບພາບສະເຫຼີມສະຫຼອງປີມິດຕະພາບລາວ-ຫວຽດນາມ ຂຶ້ນ ທີ່ຫ້ອງປະຊຸມ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ​ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອງວັນ ທອງດີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທັງເປັນຜູ້ຊີ້ນໍາວຽກງານ ທາງດ້ານເນື້ອໃນ. ມີຄະນະທີມງານເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນວັນດຽວກັນ

ສຳມະນາວິທະຍາສາດ

18 Aug 2022
ຕອນເຊົ້າວັນ ພະຫັດ ທີ 18 ສິງຫາ 2022 ເວລາ 8: 30 ນາທີ ພະແນກພິພິທະພັນ ໄກສອນ ພົມວິຫານ ແລະ ພະແນກອະນຸສອນສະຖານ ປະທານໄກສອນ ພົມວິຫານ ໄດ້ຈັດກອງປະຊຸມ ເຫດການປະຫວັດສາດ ທີ່ຕິດພັນກັບການປະຕິວັດລາວຂຶ້ນ ທີ່ຫ້ອງປະຊຸມ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ​ ພາຍໃຕ້ຫົວຂໍ້: ການຮ່ວມສຳພັນສູ້ຮົບຂອງປະຊາຊົນລາວ-ຫວຽດນາມຕ້ານພວກລ່າເມືອງຂື້ນຝຣັ່ງ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອງວັນ ທອງດີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທັງເປັນຜູ້ຊີ້ນໍາວຽກງານ ພິພິດທະພັນ ແລະ ອະນຸສອນສະຖານ. ມີຄະນະພະແນກ ແລະ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນວັນດຽວກັນ

11 Aug 2022
ຕອນເຊົ້າ ວັນ ພະຫັດ ທີ11 ສິງຫາ 2022 ເວລາ8ໂມງ30 ນາທີກະຊວງປ້ອງກັນຄວາມສະຫງົບກົມໃຫຍ່ການເມືອງ ປກສ ໂຮງຮຽນທິດສະດີການເມືອງ ປກສ ໄດ້ນໍາພານັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ xv ແລະ ນັກສຶກສາເລັ່ງລັດລະບົບ 5 ເດືອນ ຮຸ່ນທີ xiv ທີ່ສໍາເລັດການສຶກສາທິດສະດີການເມືອງ ແລະ ການບັນຊາ ເຊິ່ງນໍາພາໂດຍ ທ່ານ ພັນໂທ ປທ ສິລີພົນ ອີນທະວົງ ຮອງຫົວໜ້າ ອຳນວຍການ ໂຮງຮຽນທິດສະດີການເມືອງ ປກສ ພ້ອມດ້ວຍ ຄະນະ ນັກສຶກສາ ແລະ ອາຈານໄດ້ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນແຂ່ງຂັນກັນສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຊາດໂດຍສະເພາະແມ່ນວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ( 15.8.1991-2022 ) ແລະ ວັນຍຶດອຳນາດ ຄົບຮອບ 47 ປີ ( 23.8.1975-202 ).

ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານຊາວໜຸ່ມ 06 ເດືອນຕົ້ນປີ

11 Aug 2022
ໃນຕອນເຊົ້າ ວັນ ອັງຄານ ທີ 2 ສິງຫາ 2022 ເວລາ 08ໂມງ00 ນາທີ ທີ່ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນໍາປະຕິວັດ ໄດ້ຈັດ ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານຊາວໜຸ່ມ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022 ຂອງໜ່ວຍຊາວໜຸ່ມກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໂດຍໃຫ້ກຽດເປັນປະທານກອງປະຊຸມ ສະຫາຍ ໄຊຍະລາດ ພົງຍາລັກ ກຳມະການຄະນະພັກຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ແລະ ການເຂົ້າຮ່ວມຂອງ ຄະນະບໍລິຫານງານ ຊາວໜຸ່ມ ຫ້ອງວ່າການສູນກາງພັກ, ບັນດາຕາງໜ້າໜ່ວຍ ຊາວໜຸ່ມຫ້ອງວ່າການສູນກາງພັກ ແລະ ສະມາຊິກຊາວໜຸ່ມ ກພອ ທັງໝົດ.

ນັກກິລາຮຸ່ນເຍົາວະຊົນອາຍຸບໍ່ເກີນ19ປີ (U19).

11 Aug 2022
ໃນຕອນເຊົ້າ ວັນຈັນ ທີ 18 ກໍລະກົດ 2022 ເວລາ 9ໂມງ30 ນາທີພັກ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຄະນະນໍາສະຫະພັນກິລາບານເຕະແຫ່ງຊາດລາວ, ຄູຝຶກ, ນັກກິລາຮຸ່ນເຍົາວະຊົນອາຍຸບໍ່ເກີນ19ປີ (U19). ທີ່ສາມາດຍາດໄດ້ຜົນສໍາເລັດໃນການແຂ່ງຂັນຊິງແຊ້ມອາຊຽນປີ2022, ອາຍຸບໍ່ເກີນ19ປີ(U19) ທີ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-15/07/2022 ຊຶງໄດ້ຮັບຜົນສໍາເລັດເປັນອັນດັບທີ II ໄດ້ຮັບຫຼຽນເງິນຮອງແຊ້ມອາຊຽນ. ໄດ້ເຂົ້າວາງກະຕ໋າດອກໄມ້ຕໍ່ຫນ້າຮູບຫຼ່ໍປະທານໄກສອນ ພົມວິຫານ.ເພື່ອຈາລຶກຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດອັນດີງາມຂອງຜູ້ນໍາທີ່ແສນເຄົາລົບຮັກ. ພ້ອມນີ້ຄະນະທີມງານຄູຝຶກນັກກິລາ ແລະ ນັກກິລາຍັງໄດ້ເຂົ້າຍ້ຽມຊົມການຈັດວາງສະແດງ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ" ນໍາອີກ.
    • 1
    • 2