Saturday, 27 July 2024

ນັກກິລາຮຸ່ນເຍົາວະຊົນອາຍຸບໍ່ເກີນ19ປີ (U19).

ໃນຕອນເຊົ້າ ວັນຈັນ ທີ 18 ກໍລະກົດ 2022 ເວລາ 9ໂມງ30 ນາທີພັກ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະນໍາກະຊວງສຶກສາທິການ ແລະ ກິລາ, ຄະນະນໍາສະຫະພັນກິລາບານເຕະແຫ່ງຊາດລາວ, ຄູຝຶກ, ນັກກິລາຮຸ່ນເຍົາວະຊົນອາຍຸບໍ່ເກີນ19ປີ (U19). ທີ່ສາມາດຍາດໄດ້ຜົນສໍາເລັດໃນການແຂ່ງຂັນຊິງແຊ້ມອາຊຽນປີ2022, ອາຍຸບໍ່ເກີນ19ປີ(U19) ທີ່ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-15/07/2022 ຊຶງໄດ້ຮັບຜົນສໍາເລັດເປັນອັນດັບທີ II ໄດ້ຮັບຫຼຽນເງິນຮອງແຊ້ມອາຊຽນ. ໄດ້ເຂົ້າວາງກະຕ໋າດອກໄມ້ຕໍ່ຫນ້າຮູບຫຼ່ໍປະທານໄກສອນ ພົມວິຫານ.ເພື່ອຈາລຶກຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດອັນດີງາມຂອງຜູ້ນໍາທີ່ແສນເຄົາລົບຮັກ. ພ້ອມນີ້ຄະນະທີມງານຄູຝຶກນັກກິລາ ແລະ ນັກກິລາຍັງໄດ້ເຂົ້າຍ້ຽມຊົມການຈັດວາງສະແດງ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ” ນໍາອີກ.