ຕອນເຊົ້າ ຂອງ ວັນ ພຸດ ທີ 14 ພຶດສະພາ 2025 ເວລາ 8:00 ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ຫ້ອງວ່າການສູນກາງພັກ ຈັດກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ ສ້າງຄວາມເຂັ້ມແຂງດ້ານວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ຂຶ້ນທະບຽນວັດຖຸພັນ” ” ເຊິ່ງໄດ້ໄຂຂຶ້ນໃນວັນທີ 14-16 ພຶດສະພາ 2025 ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ພາຍໃຕ້ການເປັນປະທານໂດຍທ່ານ ຄໍາຜາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ມີບັນດາທ່ານ ແຂກທີ່ມີກຽດ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ຢູ່ສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊູມ ໃນຄັ້ງນີ້, ເພື່ອແນໃສ່ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຖັນແຖພະນັກງານ, ສະມາຊິກພັກ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດຮຽນ ແລະ ປະສົບການ ຂອງນັກວິທະຍາກອນ ທີ່ມີຄຸນຄ່າສູງໄດ້ນໍາມາຖ່າຍທອດໃນຄັ້ງນີ້, ພວກເຮົາຈະໄດ້ພ້ອມກັນສຶກສາ, ຄົ້ນຄວ້າ, ສົນທະນາແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບວຽກງານວິຊາສະເພາະພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີຜູ້ນໍາປະຕິວັດ, ກອງປະຊຸມ ຈະໄດ້ດໍາເດີນເປັນເວລາ 3 ວັນ, ໂດຍປະກອບມີ 13 ບົດທີ່ໄດ້ນໍາມາສະ
ເໜີໃນຄັ້ງນີ້.
1. ບົດຄວາມຮູ້ພື້ນຖານກ່ຽວກັບວຽກງານ ພິພິທະພັນ, ອະນຸສອນສະຖານ.
2. ບາງບົດຮຽນໃນການຂື້ນທະບຽນວັດຖຸພັນ ຢູ່ ພິພິທະພັນ ໄກສອນ ພົມວິຫານ
ແລະ ອະນຸສອນສະຖານ.
3. ບົດຮຽນໃນການຄຸ້ມຄອງ ແລະ ປົກປັນຮັກສາວັດຖຸພັນ ຢູ່ ຫໍພິພິທະພັນ
ແຫ່ງຊາດ.
4. ບາງຍັນຫາຄວນເອົາໃຈໃສ່ໃນການຄຸ້ມຄອງ, ປົກປັກຮັກສາເຂດຮ່ອງຮ່ອຍ
ປະຫວັດສາດຂອງການ ປະຕິວັດ ຢູ່ ແຂວງ ຫົວພັນ.
5. ບົດຮຽນການຄຸ້ມຄອງ, ປົກປັກຮັດສາ ອະນຸສອນສະຖານ ແລະ ອານຸສາວະລີ
ແຂວງ ສະຫວັນນະເຂດ.
6. ບົດຮຽນຄຸ້ມຄອງ, ປົກປັກຮັກສາ ແລະ ເຮັດວັດຖຸພັນຈຳລອງ ຢູ່ ສປປລາວ.
7. ວຽກງານສຳເນົາເອກະສານ ແລະ ປົກປັກຮັກສາວິທະຍາສາດ
8. ບົດຮຽນການຄຸ້ມຄອງ, ປົກປັກຮັກສາເອກະສານ.
9. ບົດຮຽນການຄຸ້ຄອງ ແລະ ປົກປັກຮັກສາ ອະນຸສອນສະຖານ.
10. ຍົກສູງຄວາມສຳຄັນວຽກງານຄຸ້ມຄອງ, ປົກປັກຮັກສານວັດຖຸພັນ ພິພິທະພັນ
ແລະ ອະນຸສອນສະຖານ.
11. ຄວາມຈຳເປັນໃນການສ້າງລະຍົຍຮັກສາຂໍ້ມູນວັດຖຸພັນ ພິພິທະພັນ ແລະ
ອະນຸສອນສະຖານ.
12. ຍົກສູງວຽກງານຄຸ້ມຄອງ ແລະ ປົກປັກຮັກສາອານຸສາວະລີ ທົວປະເທດ.
13. ວຽກງານການຕະຫຼາດ ພິພິທະພັນ.
ກອງປະຊູມ ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ, ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າຫໍພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີຜູ້ນໍາປະຕິວັດ ໄດ້ກາຍເປັນມໍລະດົກທາງດ້ານປະຫວັດສາດຂອງຊາດ ຊຶ່ງໄດ້ສ້າງຄວາມປະທັບໃຈ ໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາສຶກສາຄົ້ນຄວ້າຢ່າງຫຼວງຫຼາຍ. ເພື່ອເປັນການຍົກສູງຄຸນນະພາບດ້ານວຽກງານຄຸ້ມຄອງ, ປົກປັກຮັກສາ ແລະ ຂື້ນທະບຽນວັດຖຸພັນ ໃຫ້ດີຂຶ້ນ ກອງປະຊຸມນີ້ ຈະເປັນການຍົກລະດັບຄວາມຮູ້, ຄວາມສາມາດ, ບົດຮຽນອັນດີໃຫ້ແກ່ພະນັກງານ ທີ່ຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະພິພິທະພັນ, ອະນຸສອນສະຖານ ແລະ ອະນຸສາວະລີ, ກອງປະຊູມ ໃນຄັ້ງນີ້ ເຖິງວ່າເປັນເວລາອັນສັ້ນໆ, ບໍ່ສາມາດລົງເລິກ ໄດ້ໝົດບັນດາບົດຮຽນ ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງນັກສໍາມະນາກອນທຸກທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ແລະ ສົນທະນາແລກປ່ຽນບົດຮຽນນໍານັກວິທະຍາກອນ ເພື່ອນໍາເອົາບົດຮຽນອັນລໍ້າຄ່າໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ປະກົດຜົນເປັນຈິງ.