Sunday, 5 May 2024

ວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ( 01 ກຸມພາ 1956-01 ກຸມພາ 2024 )

ຕອນເຊົ້າ ວັນ ພະຫັດ  ທີ 1 ກຸມພາ 2024 ເວລາ 7 ໂມງ 40  ໄດ້ຕ້ອນຮັບ ຄະນະ ຜູ້ແທນກຳມະບານ ເຊິ່ງນຳໂດຍ  ສະຫາຍ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານ ສູນກາງສະຫະພັນກຳມະບານລາວ ພ້ອມ ດ້ວຍຄະນະ ໄດ້ຈັດພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງ ຊາດ, ເປັນຜູ້ນໍາພາສ້າງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ ແລະ ປັບປຸງສູນກາງ ສະຫະພັນກຳມະບານລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໜັກແໜ້ນ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນສະ ໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດ ເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ , ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ.

ຕະຫຼອດໄລຍະ 68 ປີຜ່ານມາສະຫະພັນກໍາມະບານລາວໃດ້ມີຜົນງານອັນໄຫຍ່ຫຼວງ ໃນການປະກອບສ່ວນສ້າງສາພັດທະນາປະເທດຊາດຂອງກໍາມະກອນລາວ. ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນລາວ, ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ສ້າງຕັ້ງຂື້ນ ເພື່ອຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນ

ພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນ

ຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ອົງການຈັດຕັ້ງກຳມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງຢ່າງບໍ່ຢຸດຢັ້ງ.

ປີ 1966-1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກຳມະບານລາວຕື່ມອີກ ແລະ ໄດ້ມອບໝາຍໃຫ້

ສະຫາຍ ໜູຮັກ ພູມສະຫັວນ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນຳຂອງຄະນະນໍາສູນກາງພັກ ເພື່ອສືບຕໍ່ປະກອບສ່ວນໃນພາລະກິດປະຕິວັດ, ກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໃນເວລານັ້ນ, ພັກໄດ້ເອົາໃຈໃສ່ຊີ້ນຳກໍ່ສ້າງເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕໍ່າແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ. ອັນໄດ້ເຮັດໃຫ້ກຳມະກອນນັບມື້ໄດ້ເພີ່ມຂຶ້ນ ອົງການຈັດຕັ້ງກຳມະບານກໍໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍຂອງກຳມະບານຖືເອົາວຽກງານໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆ, ເຮັດທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ,ສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກຳລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຂົນຂວາຍຊຸກຍູ້ຂະບວນການຕໍ່ສູ້ ຂອງມະຫາຊົນໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄຳຂວັນ: “ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ” ເພື່ອນຳພາການປະຕິວັດຂອງປະເທດເຮົາກ້າວຂຶ້ນ ແລະ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດ ປີ 1975.

ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກໄດ້ສືບຕໍ່ຊີ້ນຳ-ນຳພາການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານລາວ ໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍເຊື່ອມຊຶມແນວທາງ, ທິດທາງ, ໜ້າທີ່ໃໝ່ທີ່ພັກວາງອອກ ແລະ ເຫັນແຈ້ງພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນໃນໄລຍະໃໝ່ຂອງການປະຕິວັດ, ອົງການກຳມະບານລາວ ໄດ້ເພີ່ມທະວີການສຶກສາອົບຮົມກຳມະກອນ, ລັດຖະກອນໃຫ້ມີຄວາມຕື່ນຕົວທາງຊົນຊັ້ນ, ຕື່ນຕົວທາງສັງຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນນັບມື້ສູງຂຶ້ນເລື້ອຍໆ, ພ້ອມທັງເອົາໃຈໃສ່ບຳລຸງຍົກລະດັບດ້ານການເມືອງແນວຄິດ, ວັດທະນະທໍາ ແລະ ວິຊາສະເພາະທີ່ຈຳເປັນ, ສ້າງແບບແຜນດຳລົງຊີວິດແບບໃໝ່; ພ້ອມກັນນັ້ນ, ກໍໄດ້ປຸກລະດົມຂົນຂວາຍ ແລະ ຈັດຕັ້ງຂະບວນການແຂ່ງຂັນສັງຄົມນິຍົມຢ່າງຟົດຟື້ນພາຍໃຕ້ ຄຳຂັວນ: “ທຸກສິ່ງທຸກຢ່າງເພື່ອປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມ, ທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກຂອງປະຊາຊົນເຜົ່າຕ່າງໆ” ໂດຍແນໃສ່ 3 ຈຸດໝາຍຄື: ອັນທີໜຶ່ງ: ຍົກສູງຜະລິດຕະພາບຂອງງານ; ອັນທີສອງ: ຍົກສູງຄຸນະພາບຂອງການຜະລິດຕະພັນແລະ ປະສິດທິຜົນຂອງວຽກງານ ແລະ ອັນທີສາມ: ປະຢັດ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ. ໃນສະພາບເງື່ອນໄຂຕົວຈິງຂອງປະເທດເຮົາໃນເວລານັ້ນ, ສະຫະພັນກຳມະບານລາວໄດ້ຮັບການປັບປຸງການຈັດຕັ້ງເປັນລະບົບແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ, ຊົນຊັ້ນກໍາມະກອນລາວ ກໍໄດ້ເຕົ້າໂຮມຄວາມສາມັກຄີເຂົ້າເປັນອັນໜື່ງອັນດຽວ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານເຂົ້າຢູ່ໃນການຈັດຕັ້ງ ໂດຍພາຍໃຕ້ການນຳພາຂອງພັກ, ຊຶ່ງໃນເວລານີ້ສາມາດເວົ້າໄດ້ວ່າ: ທຸກໆສຳນັກງານ, ອົງການຂອງພັກ ແລະ ລັດ, ໂຮງຈັກໂຮງງານ, ບໍລິສັດ, ວິສາຫະກິດ, ນິຄົມ ແລະ ອື່ນໆ ລ້ວນແຕ່ມີໜໍ່ແໜງ ຂອງການຈັດຕັ້ງກໍາມະບານ.