Sunday, 5 May 2024

ຄະນະຜູ້ແທນສູນກາງສະມາຄົມ ຊາວກະສິກອນຫວຽດນາມ

ໃນຕອນເຊົ້າຂອງວັນ ພະຫັດ ທີ 07 ມີນາ 2024 ເວລາ 08ໂມງ 30 ນາທີ, ຄະນະຜູ້ແທນສູນກາງສະມາຄົມ ຊາວກະສິກອນຫວຽດນາມ ໄດ້ເຂົ້າມາວາງກະຕ່າດອກໄມ້ ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສ ປປ ລາວ ເຊິ່ງນຳໂດຍ: ສະຫາຍເລື່ອງ ກວກ ດວ່ານ ກຳມະການສູນກາງພັກ, ປະທານສູນກາງສະມາຄົມ ຊາວກະສິກອນຫວຽດນາມ, ໄດ້ນໍາພາຄະນະໃຫ້ກຽດນໍາເອົາກະຕ່າດອກໄມ້ອັນສວຍສົດງົດງາມ ແລະ ແສນຫອມຫວນ ມາວາງຕໍ່
ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ, ສະດຸດີຕໍ່ຊື່ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດ ຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ບັນດາເຜົ່າ, ເປັນເພື່ອນມິດທີ່ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງປະຊາຊົນ ລາວ-ຫວຽດນາມ ອ້າຍນ້ອງ, ທັງເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງລາວ-ຫວຽດນາມ,ຫວຽດນາມ-ລາວ ທີ່ມີຕໍ່ກັນມານານ ແລະ ເພີ່ມທະວີຄວາມສາມັກຄີພິເສດລະຫວ່າງ 2 ຊາດໃຫ້ຍືນຍົງໄປຕະຫຼອດກາລະນານ.