Sunday, 5 May 2024

ເນື່ອງໃນໂອກາດວັນເກີດຄົບຮອບ110ປີ

ຕອນເຊົ້າ ວັນ ອັງ ຄານ ທີ 09 ເມສາ 2024
ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫລັກແຫຼ່ງຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ. ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບພາບເໝືອນຂອງທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນເກີດຄົບຮອບ110ປີ, ທີ່ອະນຸສອນສະຖານທ່ານຫນູຮັກ ພູມສະຫວັນ, ທີ່ ບ້ານ ສະພານທອງເຫນືອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ.
ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ
ຕະຫຼອດພາລະກິດປະຕິວັດຂອງທ່ານ ໜູຮັກ ພູມສະຫວັນ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປອ່ຍຊາດ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ
ແລະ ໃນເວລາ 11 ໂມງ 00 ນາທີ ຂອງ ວັນທີ 09 ເມສາ 2024 ການຈັດຕັ້ງພອ້ມດວ້ຍຄອບຄົວລູກຫຼານ ຍາດພີ່ນອ້ງ ໄດ້ຈັດພິທີ ຖະຫວາຍພາເຂົ້າທິບ ເພື່ອອຸທິດບຸນກຸສົນໃຫ້ ທ່ານ ໜູຮັກ ພູມສະຫວັນ ທີ່ ອະນຸສອນ ສະຖານ ໜູ່ຮັກ ພູມສະຫວັນ ຢູ່ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.