Sunday, 5 May 2024

ເປີດກອງປະຊຸມ ຊາວໜຸ່ມ ຄັ້ງທີ 5 ສະໄໝທີ VIII

ຕອນເຊົ້າ ວັນ ຈັນ ທີ 1 ເມສາ 2024 ເວລາ 06 ໂມງ 30 ນາທີ, ຄະນະຜູ້ແທນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ນຳພາໂດຍ ສະຫາຍ ມອນໄຊ ລາວ ມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານ ຊາວໜຸ່ມກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດ ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII ແລະ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (14/04/1955- 14/04/2024).
ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ.
ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ.