Sunday, 5 May 2024

12 ຕຸລາ ວັນແຫ່ງປະຫວັດສາດ

 12 ຕຸລາ ວັນແຫ່ງປະຫວັດສາດ

( ເນື່ອງໃນໂອກາດວັນປະກາດເອກະລາດ ທີ 12 ຕຸລາ 1945 )

ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນວັນໜຶ່ງຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະປະຫວັດສາດຍຸກໜຶ່ງຜ່ານມາ. ສາເຫດກໍ່ຍ້ອນວ່າມັນໄດ້ປະກົດຕົວຂຶ້ນໃນເງື່ອນໄຂທີ່ປະເທດລາວ ລ້ານຊ້າງພວມຕົກຢູ່ໃນຊາຕາອາພັບ, ພວມຖືກສັກດີນາສະຫຍາມ, ຈັກກະພັດຍີ່ປຸ່ນ ແລະ ຈັກກະພັດຝຣັ່ງ ໄດ້ຍາດແຍ່ງກັນປົກຄອງ ເບິ່ງຢ່າງໜຶ່ງຄືວ່າປະເທດລາວລ້ານຊ້າງໃນຍຸກນັ້ນບໍ່ມີຜູ້ປົກຄອງບ້ານເມືອງ ປະປ່ອຍໃຫ້ຕ່າງຊາດເຂົ້າມາຮຸກຮານຍາດແຍ່ງແບ່ງກັນຄອບຄອງຕາມໃຈ, ເອົາແຕ່ໃຜຊິເຮັດຕາມອໍານາດນາດ ຂອງລັດທິລ່າເມືອງຂຶ້ນ. ເລື່ອງລາວປະຫວັດສາດການກຳເນີດໃຫ້ມີວັນທີ 12 ຕຸລາ 1945 ມັນກໍ່ມີຢູ່ວ່າ: ກ່ອນໜ້ານັ້ນ ລາວເຮົາຍັງຕົກເປັນເມືອງຂຶ້ນຂອງປະເທດສະຫຍາມ (ໄທ) ມາເປັນເວລາຮ້ອຍກວ່າປີແລ້ວ. ໃນຍຸກສົງຄາມໂລກຄັ້ງທີ II ຝຣັ່ງໄດ້ເຂົ້າມາລ່າອານານິຄົມຢຶດເອົາແຫຼມອິນດູຈີນ ແລະ ຫວັງຈະຢຶດເອົາປະເທດ ສະຫຍາມ ຫຼື ປະເທດໄທຕື່ມ, ແຕ່ມັນກໍ່ບໍ່ເປັນໄປຕາມທີ່ຄິດຍ້ອນວ່າສະຫຍາມມີອັງກິດໜູນຫຼັງຢູ່ ສະນັ້ນຝຣັ່ງ ກັບສະຫຍາມຈຶ່ງໄດ້ຕົກລົງກັນຕັດແບ່ງດິນແດນລາວອອກເປັນສອງສ່ວນເພື່ອປັນກັນຄອບຄອງໃນວັນທີ 3 ຕຸລາ 1893. ຟາກແມ່ນໍ້າຂອງ ຝັ່ງຊ້າຍໄດ້ຕົກເປັນຂອງຝຣັ່ງຄອບຄອງ, ສ່ວນຝັ່ງຂວາໄດ້ຕົກເປັນຂອງໄທຍັງແຕ່ຝັ່ງຂວາແມ່ນໍ້າຂອງທາງໄຊຍະບູລີ ແລະ ຈໍາປາສັກທີ່ເປັນຂອງລາວເຮົາໃນປະຈຸບັນນີ້.

ພາຍຫຼັງມີພັກກອມມູນິດອິນດູຈີນຊີ້ນຳ-ນຳພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂຶ້ນໃນວັນທີ 6 ກັນຍາ 1934 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ລາວແລ້ວ, ຄະນະພັກແຄ້ວນລາວກໍ່ໄດ້ປຸກລະດົມຂົນຂວາຍປະຊາຊົນແຕ່ລະເຂດໃນທົ່ວປະເທດຈົ່ງສາມັກຄີກັນເປັນຈິດໜຶ່ງໃຈດຽວກັນພ້ອມກັນລຸກຂຶ້ນຕໍ່ສູ້ຕໍ່ກັບການກົດຂີ່ຂູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ.

ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈຳນົນຕໍ່ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ, ໂດຍກຳເອົາກາລະໂອກາດດັ່ງກ່າວປະຊາຊົນລາວທົ່ວປະເທດໄດ້ລຸກຂຶ້ນຍາດເອົາອຳນາດມາມືຕັ້ງແຕ່ວັນທີ 18 ສິງຫາ ຮອດຕົ້ນ ເດືອນກັນຍາ 1945 ໄດ້ສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນຢູ່ໃນຫຼາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກຳລັງປະກອບອາວຸດເພື່ອປ້ອງກັນຕົວເມືອງຢູ່ໃນຕົວເມືອງໃຫຍ່ໆເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຳເໜືອ, ຊຽງຂວາງ ແລະ ຫຼວງພະບາງ.

ມາຮອດວັນທີ 12  ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອກະລາດ ໄດ້ຮັບການສ້າງຕັ້ງຂຶ້ນທັງປະກາດປະເທດລາວເປັນປະເທດເອກະລາດ, ນີ້ລະຄືສັນຍາລັກ ຂອງ ວັນທີ 12 ຕຸລາ ເຊິ່ງເປັນວັນປະຫວັດສາດເລີ່ມແລກແຮກໝານຂອງຂະບວນການຕໍ່ສູ້ຢ່າງຢຶດເຢື້ອຍາວນານຂອງການປະຕິວັດລາວ.

ແນວໃດກໍ່ຕາມ, ການຕໍ່ສູ້ຂອງປະຊາຊົນລາວກໍ່ຍັງບໍ່ທັນຢຸດຢັ້ງໄດ້ຍ້ອນວ່າພາຍຫຼັງຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີ 2 ແລ້ວໃນຕົ້ນປີ 1946 ຝຣັ່ງໄ້ດກັບຄືນມາຮຸກຮານລາວອີກເປັນຄັ້ງທີ 2, ການມາຢຶດຄອງລາວຄັ້ງທີ 2 ມັນແຕກຕ່າງກັບຄັ້ງທີ 1 ຄື: ຄັ້ງທີ 1 ເພິ່ນມາຢຶດຄອງ ແລ້ວມາແບ່ງດິນລາວກັບສະຫຍາມ ເຊິ່ງເວລານັ້ນປະເທດ ລ້ານຊ້າງຂອງພວກເຮົາສະຫຍາມພວມຢຶດຄອງຢູ່.

ຕໍ່ມາຝຣັ່ງກໍ່ຖືກຍີ່ປຸ່ນເຂົ້າບຸກຕີ ແລະ ເອົາດາບສະມູໄຮໄລ່ ພັນກັນຢູ່ກາງເມືອງແລ້ວຝຣັ່ງ ກໍ່ປົບໜີຕາຍໄປທາງໃຜທາງມັນໃນຖານະພ່າຍແພ້ສົງຄາມກັບຍີ່ປຸ່ນ, ຢູ່ມາບໍ່ທັນພໍປີຍີ່ປຸ່ນໄດ້ຍອມຈຳນົນ ຕໍ່ສົງຄາມໂລກຄັ້ງທີ 2 ຍ້ອນພັນທະມິດ ນຳພາໂດຍອາເມລິກາເປັນຫົວໂປ່ເອົາລະເບີດປະລະມະນູສອງລູກໄປຖິ້ມໃສ່ເມືອງຮີໂຣຊິມາ ກັບ ນາກາຊາກິ ນັ້ນຄືສາເຫດທີ່ເຮັດໃຫ້ຍີ່ປຸ່ນຕ້ອງຍອມຈໍານົນພ່າຍແພ້ຕໍ່ສົງຄາມ.

ຝຣັ່ງໄດ້ກັບເຂົ້າມາຮຸກຮານລາວຄັ້ງທີສອງ ເບື້ອງຕົ້ນເຂົາກໍ່ເຂົ້າ ຢຶດປາກເຊ, ຂຶ້ນມາສະຫວັນນະເຂດຕໍ່ໃສ່ທ່າແຂກ ຢູ່ທ່າແຂກນີ້ໄດ້ສູ້ຮົບກັບຢ່າງດຸເດືອດກັບກຳລັງແນວລາວອິດສະຫຼະພາຍໃຕ້ການນຳພາຂອງ ສະເດັດເຈົ້າສຸພານຸວົງ ແລະ ທ່ານ ສິງກະໂປ ສີໂຄດຈຸນລະມະນີ ຈົນເຮັດໃຫ້ເກີດມີບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946 ເຊິ່ງເປັນບັ້ນຮົບທີ່ດຸເດືອດ ປະຊາຊົນຖືກນອງເລືອດຫຼາຍທີ່ສຸດ.

ເຖິງປານນັ້ນກໍ່ຕາມ, ຂະບວນການຕໍ່ສູ້ຂອງປະຊາຊົນ ກໍ່ຍັງບໍ່ທັນສິ້ນສຸດລົງເທື່ອ, ໝົດຝຣັ່ງ ແລ້ວພັດມາຕໍ່ໃສ່ອາເມລິກາ ຈົນມາຮອດປີ 1975 ຈຶ່ງ ສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດີນາ,ລະບອບລ່າເມືອງຂຶ້ນແລ້ວປະກາດສ້າງຕັ້ງປະເທດລາວເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນ ອັນເປັນຈຸດສິ້ນສຸດຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ

ໃໝ່ ຂອງຈັກກະພັດຝຣັ່ງ ແລະ ອາເມລິກາ ທັງເປັນຈຸດສິ້ນສຸດຂອງການປົກຄອງໃນລະບອບສັກດີນາທີ່ປົກຄອງບ້ານເມືອງມາຫຼາຍຮ້ອຍປີ ທີ່ເສຍຊາດເສຍແຜ່ນດິນໄປກາຍເຄິ່ງສົມກັບວ່າ ສັກດີນາລາວໃນຍຸກສັດຕະວັດທີ 19 ບໍ່ເຂັ້ມແຂງ.

ເພາະສະນັ້ນ, ພວກເຮົາຈຶ່ງຖືໄດ້ວ່າ ວັນທີ 12 ຕຸລາ 1945 ແມ່ນເປັນວັນປະຫວັດສາດ ແລະ ເປັນວັນແຫ່ງໄຊຊະນະ ໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດໃນຍຸກບັ້ນທ້າຍແຫ່ງການເຊື່ອມໂຍງຂອງປະເທດລ້ານຊ້າງທີ່ເຄີຍມີອະລິຍະທຳ ແລະ ດິນແດນອັນກວ້າງໃຫຍ່ໄພສານ.

ແນວໃດກໍ່ຕາມ, ຜ່ານຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດຂອງແຜ່ນດິນ ນັບແຕ່ຍຸກເຈົ້າອານຸວົງ, ມາຕໍ່ໃສ່ຍຸກພໍ່ກະດວດ, ອົງແກ້ວກົມມະດຳ, ເຈົ້າຟ້າປາໄຈ ຈົນກໍ່ໃຫ້ເກີດມີການນຳພາຂອງພັກກອມມູນິດ ອິນດູຈີນ, ພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ອັນເປັນຂີດ ໝາຍປະຫວັດສາດແຫ່ງຍຸກໃໝ່, ສະໄໝໃໝ່ຂອງປະເທດຊາດບ້ານເມືອງ, ຂອງຄົນລາວເຮົາທີ່ໄດ້ຕົກເປັນຂ້ອຍຂ້າຂອງຊາດອື່ນ ທັງເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານມາຫຼາຍຮ້ອຍປີ ມາເຖິງຍຸກນີ້ໄດ້ຫຼຸດພົ້ນ ອອກຈາກແອກຄອບຄອງເໝືອນຕາຍແລ້ວເກີດ

ໃໝ່ໄປພ້ອມກັບປະເທດຊາດກໍ່ມີຊື່ໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດທຸກວັນນີ້.