Sunday, 5 May 2024

ພິພິທະພັນໄກສອນ ພົມວິຫານ

ຫໍພິພິທະພັນໄກສອນ ພົມວິຫານຕັ້ງຢູ່ດ້ານໜ້າຫ້ອງວ່າການສູນກາງພັກຫຼັກ 6, ບ້ານສີວິໄລ ປິ່ນໜ້າອອກໃສ່ຖະໜົນໄກສອນ ພົມວິຫານ ຖືກສ້າງຂຶ້ນຕາມມພຕິຕົກລົງສະບັບເລກທີ່ 48/ກມສພ ລົງວັນທີ 16 ທັນວາ 1992 ເປັນອາຄານສາມຊັ້ນຮູບແບບຊົງລາວປະສົມປະສານກັບສະຖາປັດຕິຍະກໍາສາດຍຸກສະໄໝ, ມີເນື້ອທີ່ທັງໝົດ 56.450 ຕາແມັດ. ຢູ່ຕໍ່ໜ້າຫໍພິພິທະພັນມີຮູບປະທານໄປສອນ ພົມວິຫານ ຕັ້ງຢູ່ເທິງແທ່ນສູງ 8.50 ແມັດ ຢືນຢູ່ຢ່າງສະຫງ່າມືຂວາເດ່ອອກໄປທາງໜ້າທີ່ມີຄວາມໝາຍສັນຍາລັກວ່າ: ເປັນຄຸນລັກສະນະທ່າທາງທີ່ສະແດງເຖິງການເປີດກ້ວາງການຮ່ວມມືກັບພາຍໃນ ແລະຕ່າງປະເທດຢູ່ສະເໝີ. ທ່າທາງທີ່ບອກວ່າປະທານໄກສອນ ພົມວິຫານ ພວມກຳລັງອະທິບາຍກ່ຽວກັບເຫດ ແລະ ຜົນບັນຫາໃດໜຶ່ງກ່ຽວກັບການປະຕິວັດ. ທ່າທາງເພິ່ນພວມຊີ້ເດີນໄປໜ້າຂອງການປະຕິວັດລາວເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ ແລະ ມີໄຊສອງຟາກຂ້າງມີປະທາຍນູນ 2 ກຸ່ມຢູ່ 2 ຟາກຂ້າງ ຮູບຫຼໍ່ປະທານໄກສອນ ພົມວິຫານ ມີຄວາມໝາຍຕໍ່ເນື່ອງກັນ. ປະທາຍນູຮູບທີ່ຢູ່ເບື້ອງຊາຍມືມີຮູບປັ້ນປະມານ 15 ຄົນເຊິ່ງມີສັນຍາລັກຂອງນັກຮົບ, ກໍາມະກອນ ແລະ ຊາວນາໃນຂະບວນການຕໍ່ສູ້ປົດປ່ອຍພາຍໃຕ້ຮົ່ມທຸງໄຊ (ສີແດງ) ແຫ່ງໄຊຊະນະ. ສ່ວນປະທາຍນູນເບື້ອງຂວາມືປະກອບມີຮູບຢືນ 15 ຄົນເຊິ່ງເປັນສັນຍາລັກປະກອບອາວຸດນັກສຶກສາ,ປັນຍາຊົນ, ກໍາມະກອນກໍ່ຄືປະຊາຊົນບັນດາເຜົ່າໃນຂະບວນການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດພາຍໃຕ້ຮົ່ມທຸງເດືອນຂອງຊາດ. ຮູບປະທາຍນູນທັງສອງແມ່ນຫຼໍ່ດ້ວຍທອງ ແລະ ຫຼໍ່ມາຈາກ ສປປ ເກົາຫຼີມີຄວາມສູງເທົ່າທຽມກັນ 7,​81 ແມັດນັບແຕ່ຕີນແທ່ນຕັ້ງເທິງປາຍທຸງ.

ເມື່ອກ້າວເຂົ້າໄປດ້ານໃນຫ້ອງທຳອິດເປັນຫ້ອງພິທີກາບຊຶ່ງເປັນໃຈກາງຂອງຫໍພິພິທະພັນ, ແຕ່ງຢ່າງລຽບງ່າຍແຕ່ເຄັ່ງຂຶມ, ມີຮູບປັນປະທານໄກສອນ ພົມວິຫານ ທີ່ຫຼໍ່ດ້ວຍທອງສໍາລິດສູງ 3,30 ແມັດ, ຢືນໃນທ່າເດ່ມືຂວາອອກໄປທາງໜ້າ. ດ້ານຫຼັງຮູບປັ້ນຈະເປັນຮູບແກະສະຫຼັກທີ່ສະແດງເຖິງປະຫວັດ, ປະເທດຊາດ ແລະ ວັດທະນະທຳບັນດາເຜົ່າ. ຈາກຫ້ອງນີ້ໄປຫ້ອງຂວາມືແມ່ນຫ້ອງວາງສະແດງປະຫວັດ ແລະ ການເຄື່ອນໄຫວຂອງປະທານໄກສອນ ພົມວິຫານ ແລະ ຜູ້ນໍາອື່ນໆທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ວັດທະນະທໍາຖາວອນຂອງຊາດມີປ້າຍຂຽນວ່າ: ປະຫວັດສາດຂອງຊາດເຮົາແມ່ນປະຫວັດສາດແຫ່ງການຕໍ່ສູ້ທີ່ທໍລະທົດອົດທົນຕ້ານການຮຸກຮານຢ່າງຕໍ່ເນື່ອງເພື່ອຄວາມຍຶນຍົງຄົງຕົວຂອງຕົນໃນຖານະເປັນຊາດໜຶ່ງເປັນລັດໜຶ່ງ.

ເພິ່ນໄດ້ຈັດວາງສະແດວອອກເປັນ 7 ພາກພື້ນຖານທີ່ສະແດງໃຫ້ເຫັນເຖິງຊີວິດ ແລະ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານໄກສອນ ພົມວິຫານ

ພາກທີ1: ພາກນີ້ຈະນຳສະເໜີຂະບວນການຕໍ່ສູ້ຮັກຊາດຂອງປະຊາຊົນລາວບັນດາເຜົ່າຕ້ານການຮຸກຮານຂອງຈັກກະພັດຕ່າງຊາດແຕ່ທ້າຍສະຕະວັດທີ 19 ເຖິງຕົ້ນສະຕະວັດທີ 20

ພາກທີ2: ສະເໜີບ້ານເກີດເມືອງນອນ, ຄອບຄົວ ແລະ ໄລຍະເຍົາໄວຂອງປະທານໄກສອນ ພົມວິຫານ (1920-1934).

ພາກທີ3: ນຳສະເໜີໄລຍະໄວໜຸ່ມ ແລະ ການເຄື່ອນໄຫວທີ່ຟົດຟື້ນເພື່ອອຸດົມການຮັກຊາດ ແລະ ປົດປ່ອຍປະເທດຊາດຂອງປະທານໄກສອນ ພົມວິຫານແຕ່ປີ 1936-1945.

ພາກທີ4: ນໍາສະເໜີການກັບເຂົ້າມາຮຸກຮານອິນດູຈີນກໍ່ຄືປະເທດລາວເຮົາອີກເທື່ອໜຶ່ງຂອງພວກລ່າເມືອງຂຶ້ຍຝຣັ່ງແຕ່ປີ 1946-1954.

ພາກທີ5: ນໍາສະເໜີປະທານໄກສອນ ພົມວິຫານພ້ອມດ້ວຍສູນກາງພັກ ແລະ ແນວລາວຮັກຊາດໄດ້ນໍາພາປະຊາຊົນລາວບັນດາເຜົ່າທໍາການຕໍ່ສູ້ຕ້ານຈັກກະພັດອາເມລິກາຜູ້ຮຸກຮານທີ່ເຕັມໄປດ້ວຍຄວາມລໍາບາກຍາວນານ, ດຸເດືອດຂ້ຽວຂາດ, ເສຍສະຫຼະເລືອດເນື້ອເພື່ອຍາດເອົາເອກະລາດອິດສະຫຼະພາບຈົນສໍາເລັດການປະຕິວັດຊາດປະຊາທິປະໄຕ ແລະ ສ້າງຕັ້ງເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວແຕ່ປີ 1955-1975.

ພາກທີ6: ນໍາສະເໜີປະທານໄກສອນ ພົມວິຫານພ້ອມກັບການນໍາສູນກາງພັກນໍາພາພາລະກິດໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ.

ພາກທີ7: ນໍາສະເໜີພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານສະຫາຍຄໍາໄຕ ສີພັນດອນ, ສະຫາຍຈູມມະລີໄຊຍະສອນ, ສະຫາຍບຸນຍັງ ວໍລະຈິດ, ສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຂອງພັກເປັນຜູ້ນໍາພາ-ຊີ້ນໍາໄດ້ສືບທອດພາລະກິກປະຕິວັດຂອງປະທານໄກສອນ ພົມວິຫຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ນັບຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ.

ຢູ່ໃນຊັ້ນ 2 ໄດ້ຈັດວາງສະແດງ 2 ຫົວເລື່ອງສະເພາະລົງເລິກ

  1. ປະທານໄກສອນ ພົມວິຫານກັບວຽກງານອະນຸລັກ ປົກປັກຮັກສາ ແລະ ເສີມຂະຫຍາຍມູນມໍລະດົກວັດທະນະທໍາອັນດີງາມຂອງຊາດ.
  2. ປະທານໄກສອນ ພົມວິຫານກັບແນວທາງສາມັກຄີສາກົນ ແລະ ສ້າງສາຍພົວພັນມິດຕະພາບລະຫວ່າງປະຊາທິປະໄຕໃນໂລກ.

ມີຫ້ອງປະຊຸມວິທະຍາສາດ, ຫ້ອງຮັບແຂກພິເສດ, ຫ້ອງສາຍຮູບເງົາ, ບ່ອນປະຊາສໍາ, ຫ້ອງຂຽນຄວາມຮູ້ສຶກ ແລະ ຫ້ອງສະໝຸດ.

ພິພິທະພັນໄກສອນ ພົມວິຫານແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາຊອກຫາ, ສ້າງສະຖິຕິ, ປົກປັກຮັກສາ, ວາງສະແດງໝົດທຸກຢ່າງຮອບດ້ານ ແລະ ເປັນລະບົບຢ່າງຮອບດ້ານ ແລະ ເປັນລະບົບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດຂອງເພິ່ນ. ນັບແຕ່ອະນຸຊົນຈົນເຖິງມື້ມໍລະນະກໍາ ຫຼື ວ່າເຫດການປະຕິວັດສາດແຕ່ມື້ເລີ່ມຕົ້ນຈົນເຖິງມື້ສິ້ນສຸດ, ເບິ່ງຜົນສະທ້ອນ, ຜົນກະທົບຈາກເຫື່ອແຮງສະຕິປັນຍາກໍາລັງວັງຊາທັງໝົດເພິ່ນທີ່ໄດ້ອຸທິດທັງໝົດໃຫ້ແກ່ພາລະກິດຂອງຊາດ ສະຫາຍໄກສອນ ພົມວິຫານໄດ້ມີຄວາມຕື່ນຕົວຕັ້ງແຕ່ຍັງນ້ອຍ ແລະ ໄດ້ຮັບເປັນເພື່ອນສະຫາຍຈໍານວນໜຶ່ງທີ່ມີນ້ຳໃຈຮັກຊາດຊອກເສນທາງເພື່ອກອບກູ້ປະເທດຊາດ, ສະຫາຍໄດ້ປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງລະຫວ່າງເຜົ່າຊົນ, ຊັ້ນຄົນຕ່າງໆຢ່າງກ້ວາງຂວາງສົມທົບກັບການຕໍ່ສູ້ຕ້ານຕ່າງໆຢ່າງແໜ້ນແຟ້ນ. ເສີມຂະຫຍາຍກໍາລັງຂອງຊາດໃນລະດັບສູງຍາດແຍ່ງເອົາການສະໜັບສະໜູນຢ່າງກ້ວາງຂວາງຈາກສາກົນ. ດໍາເນີນການຕໍ່ສູ້ດ້ວຍຄວາມທົນທານກ້າແກ່ນ, ຍາດເອົາໄຊຊະນະເປັນເທື່ອລະກ້າວ ແລະ ກ້າວຂຶ້ນຍາດເອົາໄຊຊະນະສົມບູນ.

ສະຫາຍໄກສອນ ພົມວິຫານໄດ້ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າສໍາລັບພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວທຸກເຜົ່າໃນທົ່ວປະເທດໃນການເສຍສະຫຼະຢ່າງບໍ່ມີຂອບເຂດ ແລະ ໃນການອຸທິດຊົ່ວຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນເຮົາເພື່ອອານາຄົດລູກຫຼານລຸ້ນຕໍ່ໄປ.

ບັນດາວັດຖຸພັນທີ່ຈົດວາງສະແດງລ້ວນແຕ່ສ່ອງແສງຢ່າງມີຊີວິດຊີວາການນໍາພາຂອງເພິ່ນຍາມໃດກໍ່ຕິດພັນກັບຊີວິດ ແລະ ການເຄື່ອນໄຫວຂອງທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນໝູ່ຄະນະຜູ້ນໍາຂັ້ນສູງຂອງພັກ ແລະ ລັດ. ຕິດພັນກັບບາດລ້ວປະຫວັດສາດຂະບວນການຂອງປະຕິວັດລາວນັບແຕ່ເລີ່ມຕົ້ນຈົນຮອດມື້ມໍລະນະກໍາ, ພວກເຮົາຄົນລາວ, ລູກຫຼານລາວລຸ້ນສືບທອດພາລະກິດຊາຕາກໍາຂອງປະເທດຊາດຄວນຈື່ຈໍາສຸພາສິດບູຮານລາວກ່າວໄວ້ວ່າ: ໝົກປາແດກຍັງມີຄູ່ ຈີ່ກະປູຍັງມີວາດ, ພວກເຮົາກໍ່ສ້າງເຮືອນຍັງມີແບບ, ຢາກສ້າງສັງຄົມລາວໃຫ້ດີ ແລະ ກ້າວໜ້າກ່ວາລະບອບສັງຄົມນິຍົມທີ່ຜ່ານມາກໍ່ຕໍ່ເມື່ອມີແນວຄິດທິດສະດີຈັດລະບຽບສັງຄົມ ແລະ ການຄຸ້ມຄອງສັງຄົມ. ສະນັ້ນ, ສໍາລັບແນວຄິດທິດສະດີຂອງປະທານໄກສອນ ພົມວິຫານຍັງມີຄຸນຄ່າ ແລະ ຍັງມີຄວາມຈໍາເປັນສໍາລັບພວກເຮົາ, ຖ້າເຮົາບໍ່ເບິ່ງອາດີດ, ບໍ່ເກັບຄວາມດີຄວາມຊອບຂອງບຸກຄົນທີ່ເພິ່ນໄດ້ຂຽນປະຫວັດສາດໃຫ້ເຮົາແລ້ວພວກເຮົາຈະຕົກຢູ່ໃນທັດສະນະແຂງກະດ້າງສ່ຽງຕໍ່່ຄວາມຜິດພາດຫຼາຍທີ່ສຸດ.

ພາກທີ6: ນຳສະເໜີປະທານໄກສອນ ພົມວິຫານພ້ອມກັບບັນດາການນຳສູນກາງພັກນຳພາລະກິດໃນດ້ານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1975-1992.

ພາກທີ7: ນຳສະເໜີພັກປະຊາປະຕິວັດລາວສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານນໍາພາປະຊາຊົນລາວບັນດາເຜົ່າກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ.

ພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານຄໍາໄຕສີພັນດອນ, ທ່ານຈູມມະລີ ໄຊຍະສອນ, ທ່ານບຸນຍັງ ວໍລະຈິດ, ທ່ານທອງລຸນສີສຸລິດເປັນຜູ້ນໍາໄດ້ສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າໜັກແໜ້ນ.

ໂດຍເຊື່ອມຊຶມຈິດໃຈກອງປະຊຸມໃຫຍ່ຄັ້ງທີ IV, V, VI, VII, VIII, IX, X ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ການຂະຫຍາຍດ້ານພິພິທະພັນໃນຍຸກຂອງພວກເຮົານີ້ຍິ່ງມີຄວາມຈໍາເປັນ ແລະ ມີຄວາມສໍາຄັນທາງສາກົນອີກດ້ວຍ, ເພາະວ່າມັນໄດ້ກາຍເປັນມູນມໍລະດົກທາງດ້ານວັດທະນະທໍາ ແລະ ຈິດໃຈຂອງທຸກໆຊາດ, ທຸກໆເຜົ່າ. ສະນັ້ນຈຶ່ງສະຫຼຸບໄດ້ວ່າຊາດໜຶ່ງທີ່ບໍ່ມີພິພິມະພັນຊາດນັ້ນບໍ່ຮູ້ປົກປັກຮັກສາມູນເຊື້ອ ແລະ ຈິດໃຈທາງຊາດຕົນໄວ້ຊາດນັ້ນຈະຂາດຄວາມສາມາດໃນການຂະຫຍາຍຕົວຂອງຄວາມເປັນເອກະລັກ, ຂາດຄັງທັງສາງຫົວຄິດປະດິດສ້າງຂອງຕົນການສົ່ງເສີມຂະຫຍາຍພື້ນຖານວັດທະນະທໍາ, ສີລະປະປາງອາດີດທີ່ອຸດົມສົມບູນມີຫຼາຍສີສັນກໍ່ຈະຫຼຸດລົງ. ຍ້ອນແນວນັ້ນ, ການຄົ້ນຄ້ວາຮັບຮູ້ພື້ນຖານທິດສະດີ ແລະ ສະພາບຄວາມເປັນຈິງກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປໄກປັກຮັກສາ ແລະ ເສີມຂະຫຍາຍ      ຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປົກປັກຮັກສາ ຄວາມສໍານຶກກ່ຽວກັບພິພິທະພັນ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດການຮັບຮູ້ສະພາບຄວາມເປັນຈິງ, ສະພາບລວມ, ການຈັດຕັ້ງປະຕິບັດຕົວຈິງ, ບັນຫາທີ່ຕັ້ງຂຶ້ນທິດທາງ, ວິທີການ ແລະ ແນວຄິດຂອງຜູ້ຂຽນແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນໄກສອນ ພົມວິຫານໃນຕໍ່ໜ້າດ້ວຍລະດັບ ແລະ ຄຸນນະພາບໃໝ່ຮັບປະກັນບັນດາໜ້າທີພື້ນຖານໃນການໂຄສະນາອົບຮົມ ແລະ ຮຸ່ງຮຽນແນວຄິດຄຸນສົມບັດ, ສິນທໍາປະຕິວັດອັນໃສແຈ້ງຂອງປະທານໄກສອນ ພົມວິຫານ, ແບບແຜນວິທີເຮັດວຽກ, ວິທີນໍາພາວິທະຍາສາດຂອງເພິ່ນ, ກ່ຽວກັບມູນເຊື້ອຂອງພັກຂອງຊາດ, ຍົກສູງຈິດໃຈຊາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທ້ຈິງຈຶ່ງຖືວ່າແມ່ນບັນຫາໜຶ່ງທີ່ມີຄວາມໝາຍທາງທິດສະດີ ແລະ ຄຸນຄ່າດ້ານພຶດຕິກໍາ

ພິພິທະພັນໄກສອນ ພົມວິຫານ ແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາ, ຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາ, ຊອກຫາ, ສ້າງສະຖິຕິປົກປັກຮັກສາວາງສະແດງທັງໝົດ.ພາກທີ6: ນຳສະເໜີປະທານໄກສອນ ພົມວິຫານພ້ອມກັບບັນດາການນຳສູນກາງພັກນຳພາລະກິດໃນດ້ານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດແຕ່ປີ 1975-1992.

ພາກທີ7: ນຳສະເໜີພັກປະຊາປະຕິວັດລາວສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານນໍາພາປະຊາຊົນລາວບັນດາເຜົ່າກ້າວຂຶ້ນສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງ ແລະ ວັດທະນາຖາວອນ.

ພັກປະຊາຊົນປະຕິວັດລາວໂດຍແມ່ນທ່ານຄໍາໄຕສີພັນດອນ, ທ່ານຈູມມະລີ ໄຊຍະສອນ, ທ່ານບຸນຍັງ ວໍລະຈິດ, ທ່ານທອງລຸນສີສຸລິດເປັນຜູ້ນໍາໄດ້ສືບທອດພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ນັບມື້ຮຸ່ງເຮືອງສີວິໄລຕາມແນວທາງການປ່ຽນແປງໃໝ່ກ້າວຂຶ້ນຕາມທິດສັງຄົມນິຍົມເທື່ອລະກ້າວຢ່າໜັກແໜ້ນ.

ໂດຍເຊື່ອມຊຶມຈິດໃຈກອງປະຊຸມໃຫຍ່ຄັ້ງທີ IV, V, VI, VII, VIII, IX, X ແລະ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ. ການຂະຫຍາຍດ້ານພິພິທະພັນໃນຍຸກຂອງພວກເຮົານີ້ຍິ່ງມີຄວາມຈໍາເປັນ ແລະ ມີຄວາມສໍາຄັນທາງສາກົນອີກດ້ວຍ, ເພາະວ່າມັນໄດ້ກາຍເປັນມູນມໍລະດົກທາງດ້ານວັດທະນະທໍາ ແລະ ຈິດໃຈຂອງທຸກໆຊາດ, ທຸກໆເຜົ່າ. ສະນັ້ນຈຶ່ງສະຫຼຸບໄດ້ວ່າຊາດໜຶ່ງທີ່ບໍ່ມີພິພິມະພັນຊາດນັ້ນບໍ່ຮູ້ປົກປັກຮັກສາມູນເຊື້ອ ແລະ ຈິດໃຈທາງຊາດຕົນໄວ້ຊາດນັ້ນຈະຂາດຄວາມສາມາດໃນການຂະຫຍາຍຕົວຂອງຄວາມເປັນເອກະລັກ, ຂາດຄັງທັງສາງຫົວຄິດປະດິດສ້າງຂອງຕົນການສົ່ງເສີມຂະຫຍາຍພື້ນຖານວັດທະນະທໍາ, ສີລະປະປາງອາດີດທີ່ອຸດົມສົມບູນມີຫຼາຍສີສັນກໍ່ຈະຫຼຸດລົງ. ຍ້ອນແນວນັ້ນ, ການຄົ້ນຄ້ວາຮັບຮູ້ພື້ນຖານທິດສະດີ ແລະ ສະພາບຄວາມເປັນຈິງກ່ຽວກັບການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປໄກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນ, ຮັບຮູ້ພື້ນຖານທິດສະດີກ່ຽວກັບການປົກປັກຮັກສາ ຄວາມສໍານຶກກ່ຽວກັບພິພິທະ ພັນ, ທັດສະນະຂອງພັກ ແລະ ນະໂຍບາຍຂອງລັດການຮັບຮູ້ສະພາບຄວາມເປັນຈິງ, ສະພາບລວມ, ການຈັດຕັ້ງປະຕິບັດຕົວຈິງ, ບັນຫາທີ່ຕັ້ງຂຶ້ນທິດທາງ, ວິທີການ ແລະ ແນວຄິດຂອງຜູ້ຂຽນແນໃສ່ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍຄຸນປະໂຫຍດພິພິທະພັນໄກສອນ ພົມວິຫານໃນຕໍ່ໜ້າດ້ວຍລະດັບ ແລະ ຄຸນນະພາບໃໝ່ຮັບປະກັນບັນດາໜ້າທີພື້ນຖານໃນການໂຄສະນາອົບຮົມ ແລະ ຮຸ່ງຮຽນແນວຄິດຄຸນສົມບັດ, ສິນທໍາປະຕິວັດອັນໃສແຈ້ງຂອງປະທານໄກສອນ ພົມວິຫານ, ແບບແຜນວິທີເຮັດວຽກ, ວິທີນໍາພາວິທະຍາສາດຂອງເພິ່ນ, ກ່ຽວກັບມູນເຊື້ອຂອງພັກຂອງຊາດ, ຍົກສູງຈິດໃຈຊາດ, ເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແທ້ຈິງຈຶ່ງຖືວ່າແມ່ນບັນຫາໜຶ່ງທີ່ມີຄວາມໝາຍທາງທິດສະດີ ແລະ ຄຸນຄ່າດ້ານພຶດຕິກໍາ

ພິພິທະພັນໄກສອນ ພົມວິຫານ ແມ່ນພິພິທະພັນທີ່ລະນຶກສໍາລັບບຸກຄົນຜູ້ນໍາ, ຈຸດພິເສດຂອງພິພິທະພັນນີ້ແມ່ນຄົ້ນຄ້ວາ, ຊອກຫາ, ສ້າງສະຖິຕິປົກປັກຮັກສາວາງສະແດງທັງໝົດ.