Saturday, 18 May 2024

ສຳມະນາວິທະຍາສາດ

ຕອນເຊົ້າວັນ ພະຫັດ ທີ 18 ສິງຫາ 2022 ເວລາ 8: 30 ນາທີ ພະແນກພິພິທະພັນ ໄກສອນ ພົມວິຫານ ແລະ ພະແນກອະນຸສອນສະຖານ ປະທານໄກສອນ ພົມວິຫານ ໄດ້ຈັດກອງປະຊຸມ ເຫດການປະຫວັດສາດ ທີ່ຕິດພັນກັບການປະຕິວັດລາວຂຶ້ນ ທີ່ຫ້ອງປະຊຸມ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ​ ພາຍໃຕ້ຫົວຂໍ້: ການຮ່ວມສຳພັນສູ້ຮົບຂອງປະຊາຊົນລາວ-ຫວຽດນາມຕ້ານພວກລ່າເມືອງຂື້ນຝຣັ່ງ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອງວັນ ທອງດີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທັງເປັນຜູ້ຊີ້ນໍາວຽກງານ ພິພິດທະພັນ ແລະ ອະນຸສອນສະຖານ. ມີຄະນະພະແນກ ແລະ ວິຊາການເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນວັນດຽວກັນ