Saturday, 27 July 2024

ຕອນເຊົ້າ ວັນ ພະຫັດ ທີ11 ສິງຫາ 2022 ເວລາ8ໂມງ30 ນາທີກະຊວງປ້ອງກັນຄວາມສະຫງົບກົມໃຫຍ່ການເມືອງ ປກສ ໂຮງຮຽນທິດສະດີການເມືອງ ປກສ ໄດ້ນໍາພານັກສຶກສາລະບົບອະນຸປະລິນຍາ ຮຸ່ນທີ xv ແລະ ນັກສຶກສາເລັ່ງລັດລະບົບ 5 ເດືອນ ຮຸ່ນທີ xiv ທີ່ສໍາເລັດການສຶກສາທິດສະດີການເມືອງ ແລະ ການບັນຊາ ເຊິ່ງນໍາພາໂດຍ ທ່ານ ພັນໂທ ປທ ສິລີພົນ ອີນທະວົງ ຮອງຫົວໜ້າ ອຳນວຍການ ໂຮງຮຽນທິດສະດີການເມືອງ ປກສ ພ້ອມດ້ວຍ ຄະນະ ນັກສຶກສາ ແລະ ອາຈານໄດ້ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດພວມເບີກບານມ່ວນຊື່ນແຂ່ງຂັນກັນສ້າງຜົນງານເພື່ອຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງພັກ-ຊາດໂດຍສະເພາະແມ່ນວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ( 15.8.1991-2022 ) ແລະ ວັນຍຶດອຳນາດ ຄົບຮອບ 47 ປີ ( 23.8.1975-202 ).