Saturday, 18 May 2024

ຊີວະປະຫັວດຫຍໍ້ຂອງ ສະຫາຍ ສຸພານຸວົງ

ສະຫາຍ ສຸພານຸວົງ ເກີດເມື່ອວັນທີ 13 ເດືອນ ກໍລະກົດ ປີ 199 ທີ່ບ້ານໃໜ່, ຕາແສງສີຖານ, ເມືອງຫຼວງພະບາງ ແຂວງຫຼວງພະບາ ເປັນບຸດຂອງມະຫາອຸປະຮາດບຸນຄົງ ແລະ ຫມ່ອມນາງ ຄໍາອ້ວນ.

ໃນໄວໜຸ່ມ,ພາຍຫຼັງຮຽນຈົບຊັ້ນປະຖົມສຶກສາ ຫຼວງພະບາງ,ສະຫາຍໄດ້ໄປຮຽນ ວິທະຍາໄລທີ່ຮ່າໂນ້ຍ ແລະ ຫຼັງຈາກນັ້ນກໍໄດ້ໄປຮຽນຕໍ່ທີ່ມະຫາວິທະຍາໄລຂົວ-ທາງແຫ່ງຊາດ ທີ່ນະຄອນຫຼວງປາລີ ຂອງປະເທດຝຮັ່ງ. ໃນປີ 1937 ສະຫາຍ ໄດ້ສໍາເລັດການສຶກສາທີ່ໂຮງຮຽນແຫ່ງດັ່ງກ່າວ ແລະ ເປັນວິສາວະກອນດ້ານຂົວ-ທາງ.

ປີ 1937 ສະຫາຍ ໄດ້ກັບຄືນມາອິນດູຈີນ ແລະ ໄດ້ຮັບລາຊະການດ້ານໂຍທາ ສະຫາຍໄດ້ປະຕິບັດໜ້າທີ່ວິຊາສະເພາະຢູ່ຫຼາຍບ່ອນ,ໄດ້ເຂົ້າຮ່ວມໃນການກໍ່ສ້າງກິດຈະການຕ່າງໆຢູ່ລາວ, ຢູ່ຫວຽດນາມ ແລະ ຢູ່ກໍາປູເຈຍ.

ໃນຕົ້ນປີ 1940 ສະຫາຍ ໄດ້ເຂົ້າຮ່ວມຂະບວນການຮັກຊາດ ແລະ ໃນເດືອນຕຸລາ 1945 ໄດ້ກັບຄືນປະເທດເພື່ອສ້າງກໍາລັງ ແລະ ປັບປຸງຂະບວນການປະຕິວັດຢູ່ລາວ.

ວັນທີ 12 ຕຸລາ ປີ1945 ລັດຖະບານລາວອິດສະຫຼະໄດ້ຖືກແຕ່ງຕັ້ງສະຫາຍ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຕໍ່ມາບໍດົນກໍໄດ້ຖືກແຕ່ງຕັ້ງ ເປັນລັດຖະມົນຕີກະຊວງປ້ອງກັນຊາດ ທັງເປັນຜູ້ບັນຊາການທະຫານສູງສຸດ.

ເດືອນ ມີນາ 1946 ເປັນຜູ້ບັນຊາການສູ້ຮົບປ້ອງກັນເມືອງທ່າແຂກ ແລະ ໄດ້ຮັບບາດເຈັບສາຫັດ ດ້ວຍຈິດໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ເດືອນ ຕຸລາ ປີ 1947 ສະຫາຍ ສຸພານຸວົງ ພ້ອມດ້ວຍໜູ່ຄະນະໄດ້ກໍ່ສ້າງກໍາລັງປະກອບອາວຸດໃນບາງເຂດແຂວງພາກຕາເວັນຕົກຂອງປະເທດ.

ໃນປີ 1950 ສະຫາຍ ໄດ້ເຂົ້າຮວມກອງະຊຸມແນວລາວອິດສະຫຼະ ຈັດຕັ້ງລັດຖະບານຕໍ່ຕ້ານ ແລະ ໄດ້ຖືກເລືອກຕັ້ງເປັນລັດຖະມະຫາເສນາຂອງລັດຖະບານລາວຕໍ່ຕ້ານ ທັງເປັນປະທານແນວລາວອິດສະຫຼະ.

ປີ 1954 ເປັນຫົວໜ້າຂະນະຜູ້ແທນຝ່າຍແທນຝ່າຍປະເທດລາວເຂົ້າຮ່ວມເຈລະຈາ ກັບລັດຖະບານວຽງຈັນທີ່ຄັງໄຂ (ແຂວງຊຽງຂວາງ).

ປີ 1955 ສະຫາຍ ສຸພານຸວົງ ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ ໃນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງປະຖົມມະລຶກ ສະຫາຍ ໄດ້ຖືກແຕ່ງຕັ້ງເປັນກໍາມະການສູນກາງພັກ,ໃນດຽວກັນນີ້ ສະຫາຍ ໄດ້ຮັບມອບໜາຍໃຫ້ເປັນຫົວໜ້າຄະນະຜູ້ແທນຝ່າຍປະເທດລາວເຂົ້າເຈລະຈາກັບລັດຖະບານວຽງຈັນຢູ່ທີ່ຢ້າງກຸ້ງ ປະເທດ ມຽນມາ.

ປີ 1956 ກອງປະຊຸມໃຫຍ່ແນວລາວຮັກຊາດໄດ້ເລືອກຕັ້ງສະຫາຍເປັນປະທານແນວລາວຮັກຊາດ.

ປີ 1957-1959 ໃນເວລາລວມລາວເທືອທໍາອິດ ສະຫາຍ ສຸພານຸວົງ ໄດ້ເປັນລັດຖະມົນຕີແຜນຜັງຂອງລັດຖະບານປະສົມຄັ້ງທີ1, ຖືກເລືອກຕັ້ງເປັນຜູ້ແທນລາຊະດອນ ສະຫາຍພ້ອມດ້ວຍບັນດາຜູ້ນຳພັກ ແລະ ແນວລາວຮັກຊາດອື່ນໆໄດ້ຖືກສັດຕູຈັບຄັງຄຸກທີໂພນເຄັງ.

ປີ 1960-1962ເປັນຫົວໜ້າຄະນະຜູ້ແທນຂອງແນວລາວຮັກຊາດໃນການເຈລະຈາກັບລັດຖະບານວຽງຈັນທີ່ສຳເໜືອ,ທີຊູລິກ,ທີຫີນເຫີບ,ນາມອນ, ທົ່ງໄຫຫີນຊຽງຂວາງ.

ປີ1962 ໄດ້ເປັນຮອງນາຍຍົກລັດຖະມົນຕີຂອງລັດຖະບານປະສົມຄັ້ງທີ 2

ປີ1964 ເປັນຫົວໜ້າຄະນະຜູ້ແທນແນວລາວຮັກຊາດໃນການເຈລະຈາ 3 ຝ່າຍຢູ່ປະເທດຝຣັ່ງ.

ປີ1972 ໃນກອງປະຊຸມໃຫ່ຍຄັ້ງທີ 2 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ທັງເປັນປະທານສູນກາງແນວລາວຮັກຊາດ.

ປີ 1973-1975 ໃນເວລາເຂົ້າປະສົມກັບຝ່າຍວຽງຈັນ ສະຫາຍໄດ້ຖືກແຕ່ງຕັ້ງເປັນປະທານຄະນະມົນຕີປະສົມການເມືອງແຫ່ງຊາດ.

ປີ 1975 ກອງປະຊຸມໃຫ່ຍຜູ້ແທນປະຊາຊົນທົ່ວປະເທດໄດ້ເລືອກຕັ້ງສະຫາຍ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນປະທານສະພາປະຊາຊົນສູງສຸດ.

ປີ 1979 ກອງປະຊຸມໃຫ່ຍແນວລາວສ້າງຊາດ ໄດ້ເລືອກຕັ້ງສະຫາຍເປັນປະທານສູນກາງແນວລາວສ້ງຊາດ.

ປີ 1982 ໃນກອງປະຊຸມໃຫ່ຍຄັ້ງທີ 3 ຂອງພັກປະຊາຊົນປະຕິວັດລາວ ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການເມືອງສູນກາງພັກ ທັງເປັນປະທານປະເທດແຫ່ງ ສ.ປ.ປ.ລາວ.

ປີ 1986 ໃນກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກເປັນກຳມະການກົມການເມືອງສູນກາງພັກ.

ປີ 1991 ອີງໃສ່ສຸຂະພາບ ແລະ ຄວາມມຸ່ງມາດປາຖະໜາຂອງສະຫາຍເອງ ໃນກອງປະຊຸມໃຫຍ່ຄັ້ງ 5 ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ.

ສະຫາຍ ສຸພານຸວົງ ແມ່ນຜູ້ນຳຮຸ່ນອາວຸດໂສຄົນສຳຄັນຂອງພັກ ແລະ ລັດເຮົາ ທົ່ວພັກທົ່ວປວງຊົນເຮົາຮັບຮູ້ວ່າສະຫາຍ ເປັນປັນຍາຊົນທີ່ສະຫຼຽວສະຫຼາດ ແລະ ຜູ້ທີ່ມີຊື່ສຽງໃນເວທີສາກົນ, ເປັນເຊື້້ອເຈົ້າທີ່ມີນໍ້າໃຈຮັກຊາດຢ່າງດູດດື່ມ ແລະ ໄດ້ເອົາຊີວິດຕິດພັນກັບການປະຕິວັດຕັ້ງແຕ່ຫົວທີ ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດ ສະຫາຍແມ່ນນັກຮົບປະຕິວັດທີ່ກ້າແກ່ນ ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ຈົ່ງຮັກພັກດີ, ຊື່ສັດບໍລິສຸດ, ສຸກຂຸມຮອບຄອບ ແລະ ໄດ້ອຸທິດໝົດສະຕິປັນຍາ ກຳລັງວັງຊາ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນຈົນເຖິງວິນາທີສຸດທ້າຍຂອງຊີວິດ, ສະຫາຍເປັນຜູ້ໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນເປັນທີ່ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ.

ດ້ວຍຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງດັ່ງກ່າວ ພັກ ແລະ ລັດເຮົາ ຈື່ງໄດ້ສັນສະເສີນກຽດຕິຄຸນຂອງສະຫາຍດ້ວຍການມອບຫຼຽນໄຊຊັ້ນສູງຕ່າງໆໃຫ້ແກ່ສະຫາຍເຊັ່ນ: ຫຼຽນຄຳແຫ່ງຊາດ 1 ໜ່ວຍ; ຫຼຽນໄຊອິດສະຫຼະຊັ້ນໜຶ່ງ 1 ໜ່ວຍ; ຫຼຽນໄຊປະຕິວັດຊະນະເລີດຊັ້ນໜຶ່ງ 1 ໜ່ວຍ ແລະ ຫຼຽນກາອື່ນໆອີກ. ນອກນັ້ນ ສະຫາຍຍັງໄດ້ຮັບຫຼຽນໄຊເປັນຈຳນວນຫຼວງຫຼາຍຈາກປະເທດອ້ານນ້ອງເພື່ອນມິດ.