Saturday, 18 May 2024

ກອງປະຊຸມຖອດຖອນບົດຮຽນ

ຕອນເຊົ້າວັນຈັນ ທີ 22 ສິງຫາ 2022 ເວລາ 8: 30 ນາທີ. ຄະນະທີມງານຈັດວາງສະແດງ. ໄດ້ຈັດກອງປະຊຸມຖອດຖອນບົດຮຽນວຽກງານວາງສະແດງຮູບພາບສະເຫຼີມສະຫຼອງປີມິດຕະພາບລາວ-ຫວຽດນາມ ຂຶ້ນ ທີ່ຫ້ອງປະຊຸມ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ​ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ທອງວັນ ທອງດີ ຮອງເລຂາໜ່ວຍພັກ, ຮອງຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ, ທັງເປັນຜູ້ຊີ້ນໍາວຽກງານ ທາງດ້ານເນື້ອໃນ. ມີຄະນະທີມງານເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂື້ນເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນວັນດຽວກັນ