Saturday, 18 May 2024

ສະຫຼຸບວຽກງານປະຈໍາປີ 2023

24 Jan 2024
ໃນເຊົ້າ ວັນ ອັງຄານ ທີ 23 ມັງກອນ 2024 ເວລາ 8 ໂມງ 30 ນາທີ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານປະຈໍາປີ 2023 ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຕິດພັນກັບຄຳຂວັນ: “ຍົກສູງການເປັນເສນາທິການຊ່ວຍຄະນະພັກ, ຄະນະຫ້ອງວ່າການສູນກາງພັກໃນວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຫໍພິພິທະພັນ, ອະນຸສອນສະຖານ, ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການດ້ານວຽກງານພິພິທະພັນ, ອະນຸສອນສະຖານ ແລະ ອະນຸສະວະລີຜູ້ນໍາປະຕິວັດ ໃຫ້ເປັນມືອາຊີບທີ່ແນ່ນອນ” ໂດຍການເປັນປະທານຂອງ ທ່ານ ປອ ຄໍາຜາ ພິມມະສອນ ຄະນະປະຈໍາພັກ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະ ຕາງໜ້າກົມຕ່າງໆພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ເຂົ້າຮ່ວມ ທ່ານ ປອ ຄໍາຜາ ພິມມະສອນ ໄດ້ໃຫ້ຮູ້ວ່າ: ການຈັດພິທີໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນສໍາລັບສະມາຊິກພັກ, ພະນັກງານ, ພະນັກງານພາຍໃນກົມ ພິພິທະພັນໄກສອນ ພົມວິຫານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ຕະຫລອດ 1 ປີຜ່ານມາ, ຜົນສໍາເລັດ ແລະ ຜົນງານເຫຼົ່ານັ້ນ ໄດ້ຖືກຈັດຕັ້ງປະຕິບັດໃນທ່າມກາງການທົດສອບ ຂອງສະພາບການພົວພັນສາກົນ ທີ່ມີລັກສະນະສະຫລັບສັບຊ້ອນ ສາມາດຄາດເດົາໄດ້ຍາກ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ອື່ນໆ, ແຕ່ພວກເຮົາກໍໄດ້ພ້ອມກັນບຸກທະລຸ ປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການ ຈົນມີຜົນສຳເລັດຫຼາຍດ້ານ ພິເສດການເປີດຂະບວນແຂ່ງຂັນຮັກຊາດ ພັດທະນາ, ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ. ໃນໂອກາດດັ່ງກ່າວ ທ່ານ ປອ ຄໍາຜາ ພິມມະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສໍາເລັດທີ່ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຍາດມາໄດ້, ພ້ອມທັງເນັ້ນບາງບັນຫາຕ້ອງໄດ້ສຸມໃສ່ປະຕິບັດໃນປີ 2024 ດັ່ງນີ້: 1.ການເມືອງແນວຄິດທີ່ໜັກແໜ້ນ, ຢາກປັບທັດສະນະໃຫ້ຖຶກຕ້ອງ ຕ້ອງຝຶກຝົນຫຼໍ່ຫຼອມເອົາແບບຢ່າງທີ່ດີຂອງຜູ້ນໍາ. ທັດສະນະຂອງພັກໃຫ້ໄປລວງດຽວກັນ ສໍາຄັນຕ້ອງຍົກສູງູຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ເອກະພາບໃນການນໍາພາຊີ້ນໍາ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ,ບໍາລຸງສ້າງພະນັກງານທາງດ້ານວິຊາສະເພາະ, ບໍາລຸງສ້າງພະນັກງານຊັບຊ້ອນປ່ຽນແທນ, ແບບແຜນວິທີເຮັດວຽກໃຫ້ມີອັນໄໝ່,ຫັນເປັນນິຕິກໍາ , ຫັນເປັນທັນສະໄໝສ້າງຄວາມເຂັ້ມແຂງວຽກງານວິຊາສະເພາະໃຫ້ເປັນມືອາຊີບ 2. ສືບຕໍ່ປຸກລະດົມສະມາຊິກພັກ-ພະນັກງານ ໃຫ້ພ້ອມກັນຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ” ໃຫ້ໄດ້ຕາມຄາດໝາຍ, ການສ້າງຂະບວນການຕ້ອງດຳເນີນໄປຢ່າງເປັນຂະບວນຕໍ່ເນື່ອງ, ຫຼາຍຮູບແບບ ແລະ ຕ້ອງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກ ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ໄດ້ຮັບການເສີມຂະຫຍາຍຫຼາຍຂຶ້ນ. 3. ຕ້ອງສືບຕໍ່ສ້າງການຫັນປ່ຽນຢ່າງຮອບດ້ານ ບົນຈິດໃຈບຸກທະລຸທີ່ແຂງແຮງ, ເລິກເຊິ່ງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຍົກສູງຄວາມອາດສາມາດນຳພາຂອງໜ່ວຍພັກ ໂດຍໃຫ້ຖືເປັນການທົດສອບ ຄວາມສາມາດຂອງຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເພື່ອສືບຕໍ່ນຳພາສ້າງການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ. 4.ໃຫ້ຖືເອົາ ການແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຂະບວນການສ້າງວຽກດີຄົນເດັ່ນ, ມີການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາ ເພື່ອສະເໜີຍ້ອງຍໍຜົນງານໃຫ້ທັນການ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວ ນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ເຫັນໄດ້ຜູ້ທີ່ຫ້າວຫັນ ແລະ ມີຫົວຄິດປະດິດສ້າງແທ້ ສາມາດເປັນຕົວແບບໃຫ້ແກ່ມະຫາຊົນໄດ້. 5.ຄະນະໜ່ວຍພັກ-ຄະນະກົມ ຕ້ອງໄດ້ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ ໃນການນຳພາ-ຊີ້ນຳ ແລະ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ແລະ ປຸກລະດົມສະມາຊິກພັກ-ພະນັກງານໃນທົ່ວກົມ ໃຫ້ອອກແຮງແຂ່ງຂັນຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວ ໃຫ້ກາຍເປັນແຜນວຽກ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງ. ຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ” ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງບັນດາທ່ານທຸກສະຫາຍ, ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມສາມັກຄີພາຍໃນ ບວກກັບຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ຂອງຄະນະພັກ, ຄະນະກົມ, ພະນັກງານ-ລັດຖະກອນ ຈະສືບຕໍ່ສຸມກຳລັງແຮງສັງລວມປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

24 Jan 2024
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 - 20 ມັງກອນ 2024 ) ຕອນເຊົ້າວັນ ສຸກ ທີ 19 ມັງກອນ 2024 ເວລາ 7 ໂມງ 40 ນາທີ ໄດ້ຕ້ອນຮັບ ຄະນະນຳ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ ພ້ອມດ້ວຍຄະນະພັກ, ຄະນະນໍາ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງກອງທັບໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ ຕິດພັນສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ ຄໍາເວົ້າທີ່ວ່າ “ກອງທັບກັບປະຊາຊົນຄືປາກັບນໍ້າ” ແມ່ນປະໂຫຍກທີ່ພົວພັນເຖີງຄວາມຜູກພັນລະຫວ່າງທະຫານກັບປະຊາຊົນເພາະວ່າທະຫານກໍ່ແມ່ນລູກຫຼານຂອງປະຊາຊົນເຊິ່ງຄົນໃນຊາດໜຶ່ງຍອມດຳລົງຊີວິດຮ່ມກັນບໍ່ຈະຢູ່ໃນຍາມສົງຄາມ ແລະ ສະຫງົບສຸກໃນນັ້ນກອງທັບປະຊາຊົນລາວທີ່ມີມູນເຊື້ອໃນການຕໍ່ສູ້ກູ່ເອກະລາດ ແລະ ອະທິປະໄຕຂອງຊາດຍ່ອມເປັນຜູ້ມີບົດບາດໂດດເດັ່ນຢືນຢູ່ແຖວໜ້າບວກກັບທະຫານທີ່ມີນໍ້າໃຈເດັດດ່ຽວເສຍສະຫຼະເພື່ອແຜ່ນດິນເກີດໃດ້ສ້າງວິລະກໍາໃຫ້ແກ່ຊາດ ແລະ ເສຍສະຫຼະເລືອດເນື້ອຫຼັ່ງໄຫຼໃນແຜ່ນດິນເກີດກາຍເປັນປະຫວັດສາດໜ້າຄໍາ ທີ່ພວກເຮົາທັງຫຼາຍຈະຕ້ອງຮຽນຮູ້ ແລະ ຈົດຈໍາ ປະຊາຊົນລາວທັງຊາດໄດ້ຮັບຮູ້ເຖີງບົດບາດການເສຍສະຫຼະຂອງກອງທັບປະຊາຊົນລາວໃນອາດີດ ໃນການປົກປ້ອງເຂດນໍ້າແດນດິນ ແລະ ຂັບໄລ່ສັດຕູອອກຈາກຜືນແຜ່ນດິນລາວນັ້ນແມ່ນບັນຫາຂອງຊາດທີ່ການຕໍ່ສູ້ຂອງກອງທັບປະຊາຊົນລາວໄດ້ຜ່ານເສັ້ນທາງອັນລະອິດລະອ້ຽວເຊິ່ງໃນປ່າດົງພົງໄພ, ຖໍ້າພູ, ເຫວເລິກ ບັນດາທະຫານຍ່ອມໄດ້ຜ່ານຜ່າ ແລະ ປະເຊີນກັບອຸປະສັກສັດຕູ ທັງຄົນ, ສັດຮ້າຍ ແລະ ຄວາມອຶດຫິວຂາດຕົກບົກຜ່ອງຕ່າງໆແຕ່ກໍ່ໄດ້ສູ້ຮົບຈົນມີໄຊຊະນະ ໃນບັ້ນສຸດທ້າຍສິ່ງທີ່ເວົ້າມານັ້ນແມ່ນໃດ້ຢັ້ງຢືນ ແລະ ເປັນສິ່ງປະຈັກໃຈຂອງຄົນລາວທົ່ວປະເທດເຖິງນໍ້າໃຈເດັດດ່ຽວກ້າຫານບວກກັບມູນເຊື້ອອັນອົງອາດກ້າຫານພວກເຮົາໃນຖານະປະຊາຊົນລາວຈິ່ງມີຄວາມຮັກຫອມກອງທັບກັບປະຊາຊົນ “ຄືປາກັບນໍ້າ” ຍາມຢູ່ໄກ້ກັບປະຊົນກໍ່ຊື່ນຍິນດີຍາມໄກກັນໜີຈາກປະຊາຊົນກໍ່ຄິດຮອດ

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

24 Jan 2024
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 - 20 ມັງກອນ 2024 ) ຕອນເຊົ້າວັນ ສຸກ ທີ 19 ມັງກອນ 2024 ເວລາ 7 ໂມງ 30 ນາທີ ໄດ້ຕ້ອນຮັບ ຄະນະບໍລິຫານງານສູນກາງພັກ ເຊິ່ງນຳໂດຍ ສະຫາຍ ທອງ ລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສ ປ ປ ລາວ ພ້ອມດ້ວຍຄະນະນໍາຂັ້ນສູງຂອງພັກ-ລັດ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງກອງທັບໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ ຕິດພັນສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ

ວັນສ້າງຕັ້ງອົງການໄອຍະການປະຊາຊົນ

09 Jan 2024
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 02 ທັນວາ ຄົບຮອບ 48 ປີ , ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 34 ປີ (9 ມັງກອນ 1990–9 ມັງກອນ 2024) ຕອນເຊົ້າ ວັນອັງຄານ, ວັນທີ 09 ມັງກອນ 2024 ເວລາ 07 ໂມງ 00 ນາທີ ຄະນະພັກ-ຄະນະນໍາ, ອົງການໄອຍະການປະຊາຊົນ ສູງສຸດ ແລະ ໄອຍະການທະຫານພ້ອມດ້ວຍພະນັກງານ ຫຼັກແຫຼ່ງໃດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ພ້ອມທັງທ່ຽວຊົມ ທັດສະນະສຶກສາ ຫໍພິພິທະພັນ ໄກສອນ ພົມວິຫານ, ເຊິ່ງນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ , ພ້ອມດ້ວຍຄະນະ, ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ປະທານໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຕະຫຼອດມາ. ຕະຫຼອດໄລຍະ 34 ປີ ຜ່ານມາ, ອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງກໍ່ສ້າງ ເຕີບໃຫຍ່ຂະຫຍາຍຕົວນັບມື້ໜັກແໜ້ນເຂັ້ມແຂງ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ ພ້ອມດຽວກັນນັ້ນ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານທີ່ອົງການໄອຍະການປະຊາຊົນ ຍາດມາໄດ້ໃນຕະຫຼອດໄລຍະຫຼາຍປີຜ່ານມາ ເປັນຕົ້ນ ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເປັນຢ່າງດີ ໃນຖັນແຖວພະນັກງານໄອຍະການ ໄດ້ຮັບການກໍ່ສ້າງ-ບຳລຸງ ຍົກລະດັບທາງດ້ານຄຸນທາດການເມືອງ, ວິຊາສະເພາະ, ມີທັດສະ ນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ ຮັບໃຊ້ປະຊາຊົນ ດ້ວຍຄວາມໂປ່ງໃສ, ຍຸຕິທຳ ປະຕິບັດແນວທາງການຕ່າງປະເທດ ຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ເພີ່ມທະວີການພົວພັນຮ່ວມມືກັບ ປະເທດເພື່ອນມິດຍຸດທະສາດ ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນ ຢ່າງມີປະສິດທິຜົນ ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ, ເອົາໃຈໃສ່ວຽກງານກໍ່ສ້າງພັກ, ຮັບປະກັນປົກຄອງດ້ວຍກົດໝາຍຢ່າງສັກສິດ ເຮັດໃຫ້ສັງຄົມ ມີຄວາມສະຫງົບ, ຍຸຕິທຳ, ສີວິໄລ.

ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ

09 Jan 2024
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ, ຄົບຮອບ 30 ປີ ( 10 ມັງກອນ 1994 - 10 ມັງກອນ 2024 ) ຕອນເຊົ້າ ວັນອັງຄານ, ວັນທີ 09 ມັງກອນ 2024 ເວລາ 06 ໂມງ 00 ນາທີ ຄະນະພັກ-ຄະນະບັນຊາ, ພະນັກງານ ຫຼັກແຫຼ່ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະ ຮູບຫຼໍ່ປະທານສຸພາ ນຸວົງ ເຊິ່ງນຳໂດຍ ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ , ຄະນະພັກກະຊວງ ເລຂາຄະນະພັກ , ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍຄະນະ, ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ປະທານໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຕະຫຼອດມາ.