Sunday, 5 May 2024

ວັນສ້າງຕັ້ງອົງການໄອຍະການປະຊາຊົນ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 02 ທັນວາ ຄົບຮອບ 48 ປີ , ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ແລະ ວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 34 ປີ (9 ມັງກອນ 1990–9 ມັງກອນ 2024)
ຕອນເຊົ້າ ວັນອັງຄານ, ວັນທີ 09 ມັງກອນ 2024 ເວລາ 07 ໂມງ 00 ນາທີ ຄະນະພັກ-ຄະນະນໍາ, ອົງການໄອຍະການປະຊາຊົນ ສູງສຸດ ແລະ ໄອຍະການທະຫານພ້ອມດ້ວຍພະນັກງານ ຫຼັກແຫຼ່ງໃດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ພ້ອມທັງທ່ຽວຊົມ ທັດສະນະສຶກສາ ຫໍພິພິທະພັນ ໄກສອນ ພົມວິຫານ, ເຊິ່ງນຳໂດຍ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ , ພ້ອມດ້ວຍຄະນະ, ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ປະທານໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຕະຫຼອດມາ.
ຕະຫຼອດໄລຍະ 34 ປີ ຜ່ານມາ, ອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງກໍ່ສ້າງ ເຕີບໃຫຍ່ຂະຫຍາຍຕົວນັບມື້ໜັກແໜ້ນເຂັ້ມແຂງ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ, ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ ພ້ອມດຽວກັນນັ້ນ ໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານທີ່ອົງການໄອຍະການປະຊາຊົນ ຍາດມາໄດ້ໃນຕະຫຼອດໄລຍະຫຼາຍປີຜ່ານມາ ເປັນຕົ້ນ ລະບົບການຈັດຕັ້ງຂອງອົງການໄອຍະການປະຊາຊົນ ໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຮັບປະກັນໄດ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ເປັນຢ່າງດີ ໃນຖັນແຖວພະນັກງານໄອຍະການ ໄດ້ຮັບການກໍ່ສ້າງ-ບຳລຸງ ຍົກລະດັບທາງດ້ານຄຸນທາດການເມືອງ, ວິຊາສະເພາະ, ມີທັດສະ ນະຫຼັກໝັ້ນການເມືອງ, ມີຄຸນສົມບັດສິນທຳປະຕິວັດ ຮັບໃຊ້ປະຊາຊົນ ດ້ວຍຄວາມໂປ່ງໃສ, ຍຸຕິທຳ ປະຕິບັດແນວທາງການຕ່າງປະເທດ ຂອງພັກ ແລະ ລັດ ຢ່າງເປັນເຈົ້າການ ເພີ່ມທະວີການພົວພັນຮ່ວມມືກັບ ປະເທດເພື່ອນມິດຍຸດທະສາດ ຮ່ວມມືກັບບັນດາປະເທດໃກ້ຄຽງ, ປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນຕ່າງໆ ຢ່າງເປັນເຈົ້າການ, ພັດທະນາວຽກງານໄອຍະການປະຊາຊົນ ຢ່າງມີປະສິດທິຜົນ ເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານໄອຍະການປະຊາຊົນ, ເອົາໃຈໃສ່ວຽກງານກໍ່ສ້າງພັກ, ຮັບປະກັນປົກຄອງດ້ວຍກົດໝາຍຢ່າງສັກສິດ ເຮັດໃຫ້ສັງຄົມ ມີຄວາມສະຫງົບ, ຍຸຕິທຳ, ສີວິໄລ.