Sunday, 5 May 2024

ສະຫຼຸບວຽກງານປະຈໍາປີ 2023

ໃນເຊົ້າ ວັນ ອັງຄານ ທີ 23 ມັງກອນ 2024 ເວລາ 8 ໂມງ 30 ນາທີ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານປະຈໍາປີ 2023 ແລະ ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຕິດພັນກັບຄຳຂວັນ: “ຍົກສູງການເປັນເສນາທິການຊ່ວຍຄະນະພັກ, ຄະນະຫ້ອງວ່າການສູນກາງພັກໃນວຽກງານປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ຄຸ້ມຄອງ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງຫໍພິພິທະພັນ, ອະນຸສອນສະຖານ, ອະນຸສາວະລີ ປະທານໄກສອນ ພົມວິຫານ ແລະ ຜູ້ນໍາປະຕິວັດ, ສ້າງຄວາມເຂັ້ມແຂງໃຫ້ພະນັກງານວິຊາການດ້ານວຽກງານພິພິທະພັນ, ອະນຸສອນສະຖານ ແລະ ອະນຸສະວະລີຜູ້ນໍາປະຕິວັດ ໃຫ້ເປັນມືອາຊີບທີ່ແນ່ນອນ”
ໂດຍການເປັນປະທານຂອງ ທ່ານ ປອ ຄໍາຜາ ພິມມະສອນ ຄະນະປະຈໍາພັກ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຫົວໜ້າກົມ, ຮອງກົມ ແລະ ຕາງໜ້າກົມຕ່າງໆພາຍໃນຫ້ອງວ່າການສູນກາງພັກ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ເຂົ້າຮ່ວມ
ທ່ານ ປອ ຄໍາຜາ ພິມມະສອນ ໄດ້ໃຫ້ຮູ້ວ່າ: ການຈັດພິທີໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນສໍາລັບສະມາຊິກພັກ, ພະນັກງານ, ພະນັກງານພາຍໃນກົມ ພິພິທະພັນໄກສອນ ພົມວິຫານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາຂອງຕົນ ຕະຫລອດ 1 ປີຜ່ານມາ, ຜົນສໍາເລັດ ແລະ ຜົນງານເຫຼົ່ານັ້ນ ໄດ້ຖືກຈັດຕັ້ງປະຕິບັດໃນທ່າມກາງການທົດສອບ ຂອງສະພາບການພົວພັນສາກົນ ທີ່ມີລັກສະນະສະຫລັບສັບຊ້ອນ ສາມາດຄາດເດົາໄດ້ຍາກ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ຄວາມຫຍຸ້ງຍາກທາງດ້ານການເງິນ ແລະ ອື່ນໆ, ແຕ່ພວກເຮົາກໍໄດ້ພ້ອມກັນບຸກທະລຸ ປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການ ຈົນມີຜົນສຳເລັດຫຼາຍດ້ານ ພິເສດການເປີດຂະບວນແຂ່ງຂັນຮັກຊາດ ພັດທະນາ, ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ.
ໃນໂອກາດດັ່ງກ່າວ ທ່ານ ປອ ຄໍາຜາ ພິມມະສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາຜົນສໍາເລັດທີ່ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຍາດມາໄດ້, ພ້ອມທັງເນັ້ນບາງບັນຫາຕ້ອງໄດ້ສຸມໃສ່ປະຕິບັດໃນປີ 2024 ດັ່ງນີ້:
1.ການເມືອງແນວຄິດທີ່ໜັກແໜ້ນ, ຢາກປັບທັດສະນະໃຫ້ຖຶກຕ້ອງ ຕ້ອງຝຶກຝົນຫຼໍ່ຫຼອມເອົາແບບຢ່າງທີ່ດີຂອງຜູ້ນໍາ. ທັດສະນະຂອງພັກໃຫ້ໄປລວງດຽວກັນ ສໍາຄັນຕ້ອງຍົກສູງູຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ເອກະພາບໃນການນໍາພາຊີ້ນໍາ
ສືບຕໍ່ປັບປຸງກົງຈັກການຈັດຕັ້ງ,ບໍາລຸງສ້າງພະນັກງານທາງດ້ານວິຊາສະເພາະ, ບໍາລຸງສ້າງພະນັກງານຊັບຊ້ອນປ່ຽນແທນ, ແບບແຜນວິທີເຮັດວຽກໃຫ້ມີອັນໄໝ່,ຫັນເປັນນິຕິກໍາ , ຫັນເປັນທັນສະໄໝສ້າງຄວາມເຂັ້ມແຂງວຽກງານວິຊາສະເພາະໃຫ້ເປັນມືອາຊີບ
2. ສືບຕໍ່ປຸກລະດົມສະມາຊິກພັກ-ພະນັກງານ ໃຫ້ພ້ອມກັນຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ” ໃຫ້ໄດ້ຕາມຄາດໝາຍ, ການສ້າງຂະບວນການຕ້ອງດຳເນີນໄປຢ່າງເປັນຂະບວນຕໍ່ເນື່ອງ, ຫຼາຍຮູບແບບ ແລະ ຕ້ອງຜັນຂະຫຍາຍໃຫ້ເຂົ້າສູ່ລວງເລິກ ເສີມຂະຫຍາຍຫົວຄິດປະດິດສ້າງໃຫ້ໄດ້ຮັບການເສີມຂະຫຍາຍຫຼາຍຂຶ້ນ.
3. ຕ້ອງສືບຕໍ່ສ້າງການຫັນປ່ຽນຢ່າງຮອບດ້ານ ບົນຈິດໃຈບຸກທະລຸທີ່ແຂງແຮງ, ເລິກເຊິ່ງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຍົກສູງຄວາມອາດສາມາດນຳພາຂອງໜ່ວຍພັກ ໂດຍໃຫ້ຖືເປັນການທົດສອບ ຄວາມສາມາດຂອງຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ເພື່ອສືບຕໍ່ນຳພາສ້າງການປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ.
4.ໃຫ້ຖືເອົາ ການແຂ່ງຂັນຮັກຊາດ ແລະ ພັດທະນາ ເປັນຂະບວນການສ້າງວຽກດີຄົນເດັ່ນ, ມີການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາ ເພື່ອສະເໜີຍ້ອງຍໍຜົນງານໃຫ້ທັນການ ເພື່ອສົ່ງເສີມຂະບວນການໃຫ້ຂະຫຍາຍຕົວ ນັບມື້ກວ້າງຂວາງ ແລະ ແຂງແຮງ ເຮັດໃຫ້ກາຍເປັນການປຸກລະດົມຄວາມຟົດຟື້ນ, ເຫັນໄດ້ຜູ້ທີ່ຫ້າວຫັນ ແລະ ມີຫົວຄິດປະດິດສ້າງແທ້ ສາມາດເປັນຕົວແບບໃຫ້ແກ່ມະຫາຊົນໄດ້.
5.ຄະນະໜ່ວຍພັກ-ຄະນະກົມ ຕ້ອງໄດ້ຖືເປັນຄວາມຮັບຜິດຊອບການເມືອງຂອງຕົນ ໃນການນຳພາ-ຊີ້ນຳ ແລະ ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດ ແລະ ປຸກລະດົມສະມາຊິກພັກ-ພະນັກງານໃນທົ່ວກົມ ໃຫ້ອອກແຮງແຂ່ງຂັນຈັດຕັ້ງປະຕິບັດເນື້ອໃນດັ່ງກ່າວ ໃຫ້ກາຍເປັນແຜນວຽກ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງ.
ຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ ” ແມ່ນໜ້າທີ່, ຄວາມຮັບຜິດຊອບຂອງບັນດາທ່ານທຸກສະຫາຍ, ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມສາມັກຄີພາຍໃນ ບວກກັບຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ ຂອງຄະນະພັກ, ຄະນະກົມ, ພະນັກງານ-ລັດຖະກອນ ຈະສືບຕໍ່ສຸມກຳລັງແຮງສັງລວມປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າ.