Sunday, 5 May 2024

ວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການປ້ອງກັນທີ່ຕັ້ງ, ຄົບຮອບ 30 ປີ ( 10 ມັງກອນ 1994 – 10 ມັງກອນ 2024 )
ຕອນເຊົ້າ ວັນອັງຄານ, ວັນທີ 09 ມັງກອນ 2024 ເວລາ 06 ໂມງ 00 ນາທີ ຄະນະພັກ-ຄະນະບັນຊາ, ພະນັກງານ ຫຼັກແຫຼ່ງກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະ ຮູບຫຼໍ່ປະທານສຸພາ ນຸວົງ ເຊິ່ງນຳໂດຍ ສະຫາຍ ພົຈວ ໄຊສີ ແກ້ວສະຫງ່າ , ຄະນະພັກກະຊວງ ເລຂາຄະນະພັກ , ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍຄະນະ, ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ຕໍ່ປະທານໄກສອນ ພົມວິຫານ ແລະ ປະທານ ສຸພາ ນຸວົງ ທີ່ໄດ້ເອົາໃຈໃສ່ສຶກສາອົບຮົມ, ຖະນຸບໍາລຸງ ຝຶກຝົນຫຼໍ່ຫຼອມ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ເຕີບໃຫຍ່ເຂັ້ມແຂງ ຕະຫຼອດມາ.