Sunday, 5 May 2024

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 – 20 ມັງກອນ 2024 )
ຕອນເຊົ້າວັນ ສຸກ ທີ 19 ມັງກອນ 2024 ເວລາ 7 ໂມງ 40 ນາທີ ໄດ້ຕ້ອນຮັບ ຄະນະນຳ ກະຊວງປ້ອງກັນປະເທດ ເຊິ່ງນຳໂດຍ ສະຫາຍ ພົອ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍ ພ້ອມດ້ວຍຄະນະພັກ, ຄະນະນໍາ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງກອງທັບໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ ຕິດພັນສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ

ຄໍາເວົ້າທີ່ວ່າ “ກອງທັບກັບປະຊາຊົນຄືປາກັບນໍ້າ”

ແມ່ນປະໂຫຍກທີ່ພົວພັນເຖີງຄວາມຜູກພັນລະຫວ່າງທະຫານກັບປະຊາຊົນເພາະວ່າທະຫານກໍ່ແມ່ນລູກຫຼານຂອງປະຊາຊົນເຊິ່ງຄົນໃນຊາດໜຶ່ງຍອມດຳລົງຊີວິດຮ່ມກັນບໍ່ຈະຢູ່ໃນຍາມສົງຄາມ ແລະ ສະຫງົບສຸກໃນນັ້ນກອງທັບປະຊາຊົນລາວທີ່ມີມູນເຊື້ອໃນການຕໍ່ສູ້ກູ່ເອກະລາດ ແລະ ອະທິປະໄຕຂອງຊາດຍ່ອມເປັນຜູ້ມີບົດບາດໂດດເດັ່ນຢືນຢູ່ແຖວໜ້າບວກກັບທະຫານທີ່ມີນໍ້າໃຈເດັດດ່ຽວເສຍສະຫຼະເພື່ອແຜ່ນດິນເກີດໃດ້ສ້າງວິລະກໍາໃຫ້ແກ່ຊາດ ແລະ ເສຍສະຫຼະເລືອດເນື້ອຫຼັ່ງໄຫຼໃນແຜ່ນດິນເກີດກາຍເປັນປະຫວັດສາດໜ້າຄໍາ ທີ່ພວກເຮົາທັງຫຼາຍຈະຕ້ອງຮຽນຮູ້ ແລະ ຈົດຈໍາ

ປະຊາຊົນລາວທັງຊາດໄດ້ຮັບຮູ້ເຖີງບົດບາດການເສຍສະຫຼະຂອງກອງທັບປະຊາຊົນລາວໃນອາດີດ ໃນການປົກປ້ອງເຂດນໍ້າແດນດິນ ແລະ ຂັບໄລ່ສັດຕູອອກຈາກຜືນແຜ່ນດິນລາວນັ້ນແມ່ນບັນຫາຂອງຊາດທີ່ການຕໍ່ສູ້ຂອງກອງທັບປະຊາຊົນລາວໄດ້ຜ່ານເສັ້ນທາງອັນລະອິດລະອ້ຽວເຊິ່ງໃນປ່າດົງພົງໄພ, ຖໍ້າພູ, ເຫວເລິກ ບັນດາທະຫານຍ່ອມໄດ້ຜ່ານຜ່າ ແລະ ປະເຊີນກັບອຸປະສັກສັດຕູ ທັງຄົນ, ສັດຮ້າຍ ແລະ ຄວາມອຶດຫິວຂາດຕົກບົກຜ່ອງຕ່າງໆແຕ່ກໍ່ໄດ້ສູ້ຮົບຈົນມີໄຊຊະນະ ໃນບັ້ນສຸດທ້າຍສິ່ງທີ່ເວົ້າມານັ້ນແມ່ນໃດ້ຢັ້ງຢືນ ແລະ ເປັນສິ່ງປະຈັກໃຈຂອງຄົນລາວທົ່ວປະເທດເຖິງນໍ້າໃຈເດັດດ່ຽວກ້າຫານບວກກັບມູນເຊື້ອອັນອົງອາດກ້າຫານພວກເຮົາໃນຖານະປະຊາຊົນລາວຈິ່ງມີຄວາມຮັກຫອມກອງທັບກັບປະຊາຊົນ “ຄືປາກັບນໍ້າ” ຍາມຢູ່ໄກ້ກັບປະຊົນກໍ່ຊື່ນຍິນດີຍາມໄກກັນໜີຈາກປະຊາຊົນກໍ່ຄິດຮອດ