Sunday, 5 May 2024

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ( 20 ມັງກອນ 1949 – 20 ມັງກອນ 2024 )
ຕອນເຊົ້າວັນ ສຸກ ທີ 19 ມັງກອນ 2024 ເວລາ 7 ໂມງ 30 ນາທີ ໄດ້ຕ້ອນຮັບ ຄະນະບໍລິຫານງານສູນກາງພັກ ເຊິ່ງນຳໂດຍ ສະຫາຍ ທອງ ລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສ ປ ປ ລາວ ພ້ອມດ້ວຍຄະນະນໍາຂັ້ນສູງຂອງພັກ-ລັດ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ, ເປັນຜູ້ນໍາພາສ້າງຕັ້ງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ, ກໍ່ສ້າງ ແລະ ປັບປຸງກອງທັບໃຫ້ໜັກແໜ້ນ, ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ ຕິດພັນສະໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການ ຂອງພັກ, ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ