Saturday, 22 June 2024

ແລກປ່ຽນບົດຮຽນ

26 Oct 2023
ຕອນເຊົ້າຂອງວັນທີ26ຕຸລາ2023 ຄະນະນໍາແລະວິຊາການກົມຂໍ້ມູນຂ່າວສານແລະສໍາເນົາເອກະສານຂອງພັກໄດ້ພົບປະເຮັດວຽກກັບພະແນກອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ນໍາໂດຍທ່ານ ແສງເດືອນເພັງ ໂຄດລືຊາ ຮອງຫົວຫນ້າກົມ ຂໍ້ມູນຂ່າວສານແລະສໍາເນົາເອກະສານຂອງພັກຈຸດປະສົງໃນການພົບປະເຮັດວຽກເພື່ອເກັບກໍາຂໍ້ມູນເອກະສານແລກປ່ຽນບົດຮຽນກ່ຽວກັບວຽກງານປົກປັກຮັກສາແລະຟື້ນຟູເອກະສານພ້ອມດ່ຽວກັນນັ້ນ ທ່ານແສງເດືອນເພັງ ໂຄດລືຊາຮອງຫົວຫນ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ ກໍໄດ້ມອບຮູບພາບ ແລະ ເອກະສານ,ທີ່ເປັນວັດຖຸພັນຈໍານວນໜຶ່ງໃຫ້ແກ່ພະແນກອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ເພຶ່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຫລັງຈາກນັ້ນກໍໄດ້ເຂົ້າທ່ຽວຊົມອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ

ເນື່ອງໃນໂອກາດວັນປະກາດເອກລາດທີ 12 ຕຸລາ 2023

12 Oct 2023
ເນື່ອງໃນໂອກາດວັນປະກາດເອກລາດທີ 12 ຕຸລາ 2023 ນີ້ເວລາ 9 ໂມງ 00 ນາທີ ທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ທົດແທນຄືນ(ເຊີ່ງເປັນຕົ້ນໄມ້ວັດຖຸພັນກາງແຈ້ງ) ໃນກິດຈະກໍາດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ກພອ, ມີຄະນະກົມ, ຄະນະພະແນກ, ພະນັກງານວິຊາການພາຍໃນ ພະແນກ, ພ້ອມດ້ວຍອ້າຍນ້ອງປ້ອງກັນ ກໍ່ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ ເຊິ່ງເຮັດໃຫ້ກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ມີຄວາມໝາຍທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ເປັນຂະບວນການໜຶ່ງທີ່ໄດ້ຈັດຂຶ້ນໃນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດລາວເຮົາ. ຫຼັງຈາກສໍາເລັດການປູກຕົ້ນໄມ້ທົດແທນຄືນແລ້ວ ຄະນະກົມກໍ່ໄດ້ມີການໂອ້ລົມໃຫ້ກຳລັງໃຈ ປຸກລະດົມຈິດໃຈ ອ້າຍ,ນ້ອງພະນັກງານ ແລະ ໄດ້ຊີ້ທິດ ເຢືອງທາງໃຫ້ພະນັກງານພາຍໃນພະແນກ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ໃຫ້ມີຈິດໃຈບຸກບື້ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ

ຄະນະຜູ້ແທນຊາວໜຸ່ມຂັ້ນສູງ

12 Oct 2023
ເນື່ອງໃນໂອກາດທີ່ ຄະນະຜູ້ແທນຊາວໜຸ່ມຂັ້ນສູງ ຈາກ ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈໍານວນ 10 ສະຫາຍ ນໍາພາໂດຍ ສະຫາຍ ບຸ່ຍ ກວາງ ຮຸ່ຍ ກໍາມະການສໍາຮອງສູນກາງພັກ, ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນເຂົ້າຮ່ວມງານພົບປະມິດຕະພາບຊາວໜຸ່ມລາວ-ຫວຽດນາມ ມາເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປລາວ ໃນຕອນບ່າຍຂອງວັນທີ10ຕຸລາ2023ເວລາ13: 40ນາທີ ທ່ານໄຊຍະລາດ ພົງຍາລັກ ຫົວໜ້າກົມ ກພອ ພ້ອມດ້ວຍຄະນະຊາວໜຸ່ມໄດ້ຕ້ອນຮັບສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານຊາວໜຸ່ມ ແລະ ສະຫາຍບຸ່ຍກວາງຮຸ່ຍ ເລຂາທີໜຶ່ງຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າຄະນະຜູ້ແທນຂັ້ນສູງເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມແລະເຮັດວຽກຢູ່ ສປປ ລາວ ທີ່ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ຫຼັງຈາກເສັດພິທີວາງກະຕ່າດອກໄມ້ແລ້ວກໍ່ໄດ້ຂື້ນທ່ຽວຊົມຫໍພິພິທະພັນ ໄກສອນ ພົມວິຫານ ຄະນະໄປວາງກະຕ່າຢູ່ຫໍພິຫິທະພັນໄກສອນ ຝ່າຍລາວ ສ/ຫ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສຊປລ ຝ່າຍຫວຽດ ສ/ຫ ບຸ່ຍ ກວາງ ຮຸ່ຍ ກໍາມະການສໍາຮອງສູນກາງພັກ, ເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າຄະນະຜູ້ແທນຂັ້ນສູງ ຄະນະໄປວາງກະຕ່າງທີ່ອະນຸສອນສະຖານ ສຸພານຸວົງ ຝ່າຍລາວ ສ/ຫ ພັນສອນ ວິພາວັນ ຮອງຫົວໜ້າກົມຂະບວນການຊາວໜຸ່ມ, ສຊປລ ຝ່າຍຫວຽດ ເຈີນ ວັນ ດົງ ກຳມະການຄະນະປະຈຳພັກ, ຮອງປະທານຄະນະກຳມະການກວດກາສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ຫົວໜ້າກົມກວດກາ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ

12 Oct 2023
ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ, ຕອນແລງ ວັນສຸກ ທີ6 ຕຸລາ 2023 ເວລາ 2ໂມງ30ນາທີ ຄູອາຈານ ວິທະຍາໄລລາວນາໆຊາດ ແລະ ຄູອາຈານ ໂຮງຮຽນຄິມເບີ້ ເຊິ່ງນໍາພາໂດຍ: ອາຈານ ແຂກ ຈິດຕະວົງ ຄະນະບໍລິຫານ ວິທະຍາໄລລາວນາໆຊາດ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ທີ່ມີຕໍ່ຜົນງານອັນດີເດັ່ນ ແລະ ໃຫຍ່ຫຼວງຕໍ່ກັບປະເທດຂອງພວກເຮົາ ຫຼັງຈາກວາງກະຕ່າດອກໄມ້ເປັນທີ່ຮຽບຮ້ອຍແລ້ວ ບັນດາຄູອາຈານ ກໍ່ໄດ້ພາກັນຂຶ້ນ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ. ເພື່ອສຶກສາຮຽນຮູ້ກ່ຽວກັບເນື້ອໃນການວາງສະແດງໃນຫົວຂໍ້ຕ່າງໆໂດຍຜ່ານການບັນຍາຍຂອງພະນັກງານນໍາທ່ຽວຜູ້ທີ່ຮັບຜິດຊອບໃຫ້ຄວາມຮູ້ແກ່ຄູອາຈານທຸກໆທ່ານ.

ບາງຕອນບົດໂອ້ລົມຂອງທ່ານ ຄໍາໄຕ ສີພັນດອນ

12 Oct 2023
ບາງຕອນບົດໂອ້ລົມຂອງທ່ານ ຄໍາໄຕ ສີພັນດອນ ຕໍ່ກອງປະຊູມວຽກງານພະນັກງານທົ່ວປະເທດ ວັນທີ 7 ສິງຫາ 1995 ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ແລະ ຜ່ານການກະກຽມຢ່າງເຄັ່ງຮ້ອນມາໃນໄລຍະໜຶ່ງ, ກອງປະຊຸມວຽກງານພະນັກງານທົ່ວປະເທດຂອງພວກເຮົາກໍ່ໄດ້ໄຂຂຶ້ນຢ່າງເປັນທາງການ ກອງປະຊຸມຂອງບັນດາສະຫາຍຄັ້ງນີ້, ເປັນກອງປະຊຸມເທື່ອທຳອິດທີ່ເວົ້າສະເພາະວຽກງານພະນັກງານ, ແນ່ນອນໃນມະຕິຕ່າງໆຂອງພັກ ກໍ່ໄດ້ວາງທິດທາງໜ້າທີ່ ກ່ຽວກັບການກໍ່ສ້າງພະນັກງານ, ແຕ່ເທື່ອນີ້ເປັນກອງປະຊຸມສະເພາະ, ເຊິ່ງໄດ້ໄຂຂຶ້ນໃນໄລຍະເວລາທີ່ທົ່ວພັກ, ທົ່ວປວງຊົນເຮົາພວມແຂ່ງຂັນກັນສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດອັນສໍາຄັນຂອງຊາດ ແລະ ຂອງພັກ. ທົບທວນຄືນໄລຍະທີ່ຜ່ານມາ, ພວກເຮົາມີຄວາມເອກອ້າງ ທະນົງໃຈ ທີ່ເຫັນວ່າວຽກງານພະນັກງານໄດ້ມີການຫັນປ່ຽນດີຂຶ້ນເທື່ອລະກ້າວ, ຖັນແຖວພະນັກງານໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ ສົ່ງຜົນກະທົບອັນຕັ້ງໜ້າເຂົ້າ ໃນພາລະກິດການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍ່ຄືພາລະກິດການປ່ຽນແປງໃໝ່ ເຮັດໃຫ້ປະເທດຊາດຂອງພວກເຮົາມີການປ່ຽນແປງໃນທຸກດ້ານ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າສ່ວນຫຼວງຫຼາຍ ໄດ້ຮັບການປັບປຸງປົວແປງໃຫ້ດີຂຶ້ນກ່ວາເກົ່າ. ຄະນະພັກທຸກຂັ້ນ ແລະ ຜູ້ຮັບຜິດຊອບວຽກງານພະນັກງານຂອງພວກເຮົາຢູ່ແຕ່ລະ ຂະແໜງ ການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສບໍາລຸງສ້າງ, ເຝິກອົບຮົມ, ທົດສອບຖັນແຖວພະນັກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ເຮັດໃຫ້ເຂົາເຈົ້າມີຄວາມຮູ້ສຶກຕື່ນຕົວທາງດ້ານການເມືອງ, ມີນໍ້າໃຈຮັກຊາດ ແລະ ມີອຸດົມຄະຕິທີ່ຖືກຕ້ອງ ເພື່ອສືບທອດພາລະກິດປະຕິວັດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ພັກ ແລະ ລັດຖະບານມີຄວາມປິຕິຊົມຊື່ນ ທີ່ເຫັນຖັນແຖວພະນັກງານເຮົາໃນປະຈຸບັນສ່ວນຫຼວງຫຼາຍ ຍັງມີຄວາມຈົງຮັກພັກດີຕໍ່ພັກ, ຕໍປະເທດຊາດ ຍັງຮັກສາໄດ້ທັດສະນະຫຼັກໝັ້ນ ຄຸນສົມບັດສິນທຳປະຕິວັດອັນເປັນມູນເຊື້ອຂອງຕົນ, ຍັງພົວພັນຢ່າງໃກ້ຊິດຕິດແທດກັບມະຫາຊົນ. ພະນັກງານຂັ້ນນໍາຍຸດທະສາດຂອງພວກເຮົາຍັງເປັນປຶກແຜ່ນແໜ້ນໜາ, ສາມັກຄີ ເປັນເອກະພາບກັນ ບົນພື້ນຖານແນວທາງການເມືອງຂອງພັກ ແລະ ຜົນປະໂຫຍດລວມຂອງ ຊາດ, ເປັນຫົວສະໝອງ, ເປັນກອງນຳໜ້າ ແລະ ເປັນຫຼັກແຫຼ່ງທີ່ໜັກແໜ້ນໃຫ້ແກ່ພາລະກິດປະຕິວັດສະເໝີມາ. ຖັນແຖວພະນັກງານປະຕິວັດຈຳນວນບໍ່ໜ້ອຍ ທີ່ເຄີຍໄດ້ເຝິກຝົນທົດສອບຜ່ານແປວໄຟແຫ່ງການຕໍ່ສູ້ອັນທໍລະຫົດດຸເດືອດ ໃນໄລຍະການຕໍ່ສູ້ກູ້ຊາດນັ້ນ, ມາໃນປະຈຸບັນຍັງສືບຕໍ່ຮັກສາມູນເຊື້ອທີ່ເປັນຫຼັກແຫຼ່ງຂອງຕົນໄວໄດ້ຢ່າງໝັ້ນຄົງ. ຫຼາຍຄົນໄດ້ຕັ້ງໜ້າພະຍາຍາມສຶກສາຮໍ່າຮຽນເອົາຄວາມຮູ້ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ແລະ ຄຸ້ມຄອງສັງຄົມ, ຍົກລະດັບຄວາມສາມາດ ແລະ ພັດທະນາຕົນເອງໃຫ້ທຽບທັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງພາລະກິດການສ້າງສາພັດທະນາປະເທດຊາດໃນເງື່ອນໄຂໃໝ່. ຕະຫຼອດໄລຍະທີ່ຜ່ານມາພວກເຮົາໄດ້ເອົາໃຈໃສ່ຢ່າງບໍ່ລົດລະ ໃນການບຳລຸງ-ສ້າງພະນັກງານ ໜຸ່ມນ້ອຍ ແລະ ພະນັກງານວິຊາການໃນຫຼາຍສາຂາວິຊາທີ່ແຕກຕ່າງກັນໃນຖັນແຖວລູກຫຼານຂອງຊາວຜູ້ອອກແຮງງານບັນດາເຜົ່າ, ນັບທັງການກໍ່ສ້າງຢູ່ພາຍໃນ ແລະ ສົ່ງໄປກໍ່ສ້າງຢູ່ຕ່າງປະເທດ ເພື່ອຕອບສະໜອງໜ້າທີ່ການເມືອງຂອງພັກໃນໄລຍະໃໝ່ ໄດ້ຫຼາຍພໍສົມຄວນ ເຊິ່ງໄດ້ກາຍເປັນທຶນຮອນອັນປະເສີດ ແລະ ໜໍ່ແໜງສືບທອດໃຫ້ແກ່ພາລະກິດ ປະຕິວັດໃນສະເພາະໜ້າ ແລະ ຍາວນານ. ແຕ່ເຖິງຢ່າງໃດກໍ່ດີ, ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດການປ່ຽນແປງໃໝ່ ແລະ ໜ້າທີ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດແລ້ວ ເຫັນວ່າ ພວກເຮົາຍັງຈະຕ້ອງໄດ້ບຸກບືນຂຶ້ນຕື່ມອີກ, ເປັນຕົ້ນແມ່ນບັນຫາຫຼັກໝັ້ນທັດສະນະການເມືອງ, ລະດັບການກຳແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະດັບຄວາມຮູ້, ຄວາມສາມາດໃນການຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມຂອງຖັນແຖວພະນັກງານເຮົາ. ສ່ວນຫຼາຍຍັງມີຄວາມຈຳກັດ ແລະ ເມື່ອກ້າວເຂົ້າສູ່ກົນໄກຕະຫຼາດພວກເຮົາຍິ່ງເຫັນແຈ້ງ ກ່ຽວກັບບັນຫາດັ່ງກ່າວ. ປະຈຸບັນ, ພະນັກງານຂອງພວກເຮົາມີຫຼາຍພໍສົມຄວນ, ແຕ່ຄວາມໜັກແໜ້ນທາງດ້ານການເມືອງຍັງອ່ອນ. ພະນັກງານວິຊາການເຮົາມີຫຼາຍ, ແຕ່ພັດຍັງຂາດນັກວິຊາການເກັ່ງ ແລະ ຜູ້ທີ່ຊໍານານງານໃນຂົງເຂດວຽກງານຕ່າງໆ. ເບິ່ງເລິກໄປແລ້ວ, ພວກເຮົາຍັງຕົກໃນສະພາບທັງຂາດ, ທັງເຫຼືອພະນັກງານ, ຍ້ອນຄຸນນະພາບຍັງອ່ອນ. ນອກນັ້ນ, ການຈັດວາງຊັບຊ້ອນກຳລັງພະນັກງານທີ່ມີຢູ່ໃນປະຈຸບັນກໍ່ຍັງບໍ່ທັນສອດຄ່ອງ,ພະນັກງານສ່ວນຫຼວງຫຼາຍເຕົ້າໂຮມຢູ່ສູນກາງ, ເຊິ່ງຫຼາຍຂະແໜງການ, ຫຼາຍບ່ອນພະນັກງານເຫຼືອວຽກ,ແຕ່ໃນເວລາດຽວກັນນັ້ນຢູ່ທ້ອງຖິ່ນຕ່າງໆ, ເປັນຕົ້ນແມ່ນຢູ່ໃນຂັ້ນ ເມືອງ, ຂັ້ນບ້ານຍັງມີສະພາບຂາດເຂີນພະນັກງານນັບທັງດ້ານຈຳນວນ ແລະ ຄຸນນະພາບຢ່າງ ໜັກໜ່ວງ. ບັນຫາທີ່ໜ້າວິຕົກ, ແມ່ນສະພາບແລ່ນນຳຜົນປະໂຫຍດສ່ວນຕົວ, ສວຍໂອກາດ ໂລບມາກໂລພາ, ສໍ້ລາດບັງຫຼວງໄດ້ເກີດຂຶ້ນ ແລະ ແຜ່ລາມໃນຖັນແຖວພະນັກງານເຮົາຢູ່ໃນຫຼາຍຂຶ້ນ, ຫຼາຍຂະ ແໜງການ ແລະ ຫຼາຍທ້ອງຖິ່ນ ໃຜກໍາອັນໃດແມ່ນສວຍໂອກາດເອົາອັນນັ້ນ, ເຮັດໃຫ້ເງິນຄໍາຊັບສົມບັດຂອງລັດ, ຂອງລວມໝູ່ຕົກເຮ່ຍເສຍຫາຍເປັນຈຳນວນບໍ່ໜ້ອຍ ອັນນີ້ບໍ່ພຽງແຕ່ຈະເປັນການຫຼຸດຖອຍທາງດ້ານຄຸນທາດຂອງພະນັກງານເທົ່ານັ້ນ, ແຕ່ມັນຍັງເປັນໄພອັນຕະລາຍຂົ່ມຂູ່ຄວາມເປັນເອກະພາບພາຍໃນພວກເຮົາ, ເຮັດໃຫ້ມີຜົນສະທ້ອນບໍ່ດີເຖິງບົດບາດການນຳພາຂອງພັກ, ກໍ່ຄືການຍືນຍົງຄົງຕົວຂອງລະບອບໃໝ່ ດັ່ງນັ້ນ, ຕ້ອງໄດ້ພ້ອມກັນຄົ້ນຄິດກ່ຽວກັບບັນຫານີ້ໃຫ້ເລິກເຊິ່ງ ເພື່ອວາງລະບຽບການ, ຊອກຫາວິທີການ, ມາດຕະການເພື່ອຈຳກັດປັດເປົ່າ ແລະ ຕັດສິນໃຈແກ້ໄຂຢ່າງເດັດຂາດ, ເຂັ້ມງວດ, ເພື່ອຮັກສາຄວາມຜ່ອງໃສຂອງພັກ, ແລະ ລະບອບໃໝ່ຂອງພວກເຮົາ. ກ່ຽວກັບວຽກງານພະນັກງານ, ຜ່ານມາເຖິງວ່າໄດ້ມີຄວາມພະຍາຍາມ ຮັບໃຊ້ ໜ້າທີ່ການເມືອງຂອງພັກ, ແຕ່ເບິ່ງລວມແລ້ວ, ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການນັບມື້ນັບສູງຂອງພາລະກິດປ່ຽນແປງໃໝ່, ຍັງມີຫຼາຍອັນອ່ອນ ແລະ ເປັນຂອດວຽກທີ່ຕົກໃນສະພາບອ່ອນແກ່ຍາວ, ການຄົ້ນຄວ້າຜັນຂະຫຍາຍທັດສະນະ, ແນວຄິດຕ່າງໆ ກ່ຽວກັບບັນຫາພະນັກງານຂອງພັກ ເພື່ອວາງເປັນແຜນນະໂຍບາຍຊີ້ນໍາການເຄື່ອນໄຫວຕົວຈິງ ຍັງຊັກຊ້າ. ມາເຖິງປະຈຸບັນ, ພວກເຮົາຍັງບໍ່ທັນມີແຜນການົດການກໍ່ສ້າງພະນັກງານ, ໝາຍວ່າຂາດແຜນຍາວນານ, ຍຸດທະສາດກ່ຽວກັບພະນັກງານ. ດັ່ງນັ້ນ, ໃນການເຮັດຜ່ານມາຈິ່ງມີລັກສະນະຕາບຈູນ ແລະ ຕົກໃນທ່າຮັບ, ແລ່ນນຳການແກ້ບັນຫາແບບບໍ່ແລ້ວເປັນຈັກເທື່ອ, ອັນພາໃຫ້ແກ້ບັນຫາບໍ່ຕົກ ແລະ ນັບມື້ນັບຫຍຸ້ງຍາກ ແລະ ໜັກຂຶ້ນຊັກໃຊ້, ຈະເລືອກພະນັກງານໃສ່ ຕໍາແໜ່ງຕ່າງໆກໍ່ຍາກ, ຢູ່ສູນກາງກໍ່ຍາກ, ຢູ່ທ້ອງຖິ່ນກໍ່ຍາກ, ຈະສັບຊ້ອນຈັດວາງກຳລັງພະນັກງານຄືນໃໝ່ກໍ່ຍາກ ແລະ ຍັງມີຫຼາຍບັນຫາ. ລະບົບນະໂຍບາຍຕ່າງໆກ່ຽວກັບພະນັກງານບໍ່ທັນໄດ້ຮັບການຫັນປ່ຽນໃຫ້ທັນກັບກົນໄກຄຸ້ມຄອງໃໝ່ ການກຳນົດລະບອບລະບຽບການກ່ຽວກັບພະນັກງານບໍ່ໄດ້ຮັບການເອົາໃຈໃສ່ ເທົ່າທີ່ຄວນ ແລະ ອັນມີແລ້ວກໍ່ບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ເຂັ້ມງວດ. ເບິ່ງສະເພາະສູ່ມື້ນີ້, ຈະແມ່ນການກຳນົດມາດຖານພະນັກງານ, ການວາງລະບອບນະໂຍບາຍ ຕໍ່ພະນັກງານ, ລະບຽບການເອົາຄົນເຂົ້າ-ອອກ, ປົດຊັ້ນ, ຂຶ້ນຕຳແໜ່ງ, ຍ້ອງຍໍ, ລົງວິໄນ ແລະ ອື່ນໆກໍ່ລ້ວນແຕ່ຍັງຂາດໆເຂີນໆ. ອັນນີ້ ໄດ້ກາຍເປັນຊ່ອງວ່າງເຮັດໃຫ້ເກີດມີສະພາບມະລຸ້ມມະລ້ວຍ ແລະ ປະກົດການຫຍໍ້ທໍ້ຫຼາຍອັນໃນບັນຫາພະນັກງານ. ຕົວຢ່າງຕ່າງໆຄືບັນດາສະຫາຍເຫັນຫັ້ນແລ້ວ, ເຮັດຫຍັງກໍ່ຫຍຸ້ງຍາກ ຍ້ອນບໍ່ມີລະບຽບການອັນຈະແຈ້ງ. ຜູ້ເຮັດແທ້ທໍາຈິງກໍ່ສໍ່ານັ້ນ, ບໍ່ມີນະໂຍບາຍກະຕຸກຊຸກຍູ້ສົ່ງເສີມເຂົາ, ຜູ້ບໍ່ເຮັດຫຍັງກໍ່ສໍ່ານັ້ນ, ບໍ່ມີມາດຕະການແກ້ໄຂອັນສອດຄ່ອງທັນການ ຫຼື ຈະເບິ່ງການປະຕິບັດນະໂຍບາຍຕໍ່ພະນັກງານອາວຸໂສ, ພະນັກງານບຳນານກໍ່ຄືກັນ, ເຫັນວ່າຍັງມີຫຼາຍບັນຫາທີ່ສຸດ, ເພາະພວກເຮົາຍັງພາກັນງົມແກ້ໄປຕາມແຕ່ລະກໍລະນີແບບບໍ່ແລ້ວເປັນຈັກເທື່ອ ເຮັດຄືແນວນີ້, ມັນຈະບໍ່ແມ່ນການແກ້ໄຂບັນຫາ, ຊໍ້າບໍ່ໜາໍຍັງຈະພາໃຫ້ພະນັກງານບໍ່ມີຄວາມສະຫງົບ ແລະ ບາງກໍລະນີ ກໍ່ເຮັດໃຫ້ເຂົາເຈົ້າເສຍກຳລັງໃຈມີແນວຄິດຕໍ່ພັກ, ຕໍ່ລັດ, ຖືກພວກຄົນບໍ່ດີສວຍໃຊ້ ແລະ ອື່ນໆ. ຫຼັກການພັກນຳພາ ແລະ ຄຸ້ມຄອງເປັນເອກະພາບໂດຍກົງກ່ຽວກັບພະນັກງານຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພວກເຮົາຍັງບໍ່ທັນເປັນເຈົ້າການໃນການສ້າງ ແລະ ຄຸ້ມຄອງພະນັກງານໃຫ້ໄປຕາມທິດຊີ້ນຳຂອງພັກ, ທັດສະນະຊົນຊັ້ນໃນບັນຫາພະນັກງານຍັງຖືກຖືເບົາ ແລະ ປ່ອຍປະລະເຫຼີງ, ຈະແມ່ນໃນຂອດເອົາຄົນເຂົ້າເປັນພະນັກງານ, ກໍ່ຄືໃນຂອດກໍ່ສ້າງ ແລະ ຄຸ້ມຄອງພະນັກງານ ກໍ່ລ້ວນແຕ່ມີການລະເຫຼີງ ໃນທັດສະນະດັ່ງກ່າວ. ອັນນີ້ແມ່ນຂໍ້ຄົງຄ້າງໃຫຍ່ທີ່ພວກເຮົາຕ້ອງເອົາໃຈໃສ່ ແກ້ໄຂ ແລະ ຕ້ອງແກ້ໄວ, ເພາະບັນຫາພະນັກງານແມ່ນບັນຫາສ້າງກຳລັງຂອງພັກ. ດັ່ງນັ້ນ, ຈະປະປ່ອຍໃຫ້ສະພາບເອົາຄົນເຂົ້າການຈັດຕັ້ງໂດຍບໍ່ມີການສືບຄົ້ນຄັກແນ່, ເຂົ້າມາແລ້ວບໍ່ມີການກວດກາ, ກໍ່ສ້າງບໍາລຸງເຂົາ, ຫຼື ປ່ອຍໃຫ້ສະພາບໃຜຢາກສົ່ງລູກຫຼານໄປຮຽນໃສ່ກໍ່ໄປ, ໄປຮຽນລະດັບໃດກໍ່ແລ້ວແຕ່ ໂດຍບໍ່ມີການຄຸ້ມຄອງ, ສ້າງມາແລ້ວບໍ່ຢາກຮັບໃຊ້, ແຕ່ພັດຢາກເປັນນາຍ.....ຄືທີ່ຜ່ານມາ ແມ່ນບໍ່ໄດ້ ຈະປະໃຫ້ສະພາບຄືແນວນີ້ແກ່ຍາວແມ່ນຈະເກີດມີບັນຫາຕໍ່ອະນາຄົດຂອງພາລະກິດປະຕິວັດ. ຂັ້ນຕອນ ແລະ ຂອດວຽກຕ່າງໆໃນວຽກງານພະນັກງານຍັງບໍ່ທັນສົມສ່ວນ ແລະ ບໍ່ຕິດພັນກັນ ການກໍ່ສ້າງບໍ່ຕິດພັນກັບພຶດຕິກໍາຕົວຈິງ ຮຽນແນວໜຶ່ງ, ສະພາບແນວໜຶ່ງ, ສ້າງບໍ່ທັນຮອບດ້ານ ບໍ່ທັນເອົາໃຈໃສ່ການສຶກສາອົບຮົມທາງດ້ານຫຼັກໝັ້ນ, ທັດສະນະ, ດັ່ງນັ້ນ, ກໍ່ສ້າງໄດ້ແຕ່ວິຊາການແຕ່ພັດຂາດພື້ນຖານການເມືອງ-ແນວຄິດ ສ້າງບໍ່ໄປກັບການຄຸ້ມຄອງ ແລະ ປົກປ້ອງພະນັກງານ, ການປະຕິບັດນະໂຍບາຍບໍ່ຕິດພັນກັບການສຶກສາອົບຮົມພະນັກງານ ດັ່ງນັ້ນຈິ່ງເກີດມີສະພາບກໍ່ສ້າງໄດ້ຫຼາຍ, ແຕ່ການຄຸ້ມຄອງປົກປັກຮັກສາພະນັກງານບໍ່ທັນໄດ້ ຮັບການເອົາໃຈໃສ່ພໍເທົ່າໃດ, ກໍ່ສ້າງມາແລ້ວກໍ່ບໍ່ທັນໄດ້ຕິດຕາມກວດກາເບິ່ງການເຮັດວຽກ, ການເຄື່ອນໄຫວຂອງເຂົາເຈົ້າດີຮ້າຍແນວໃດ, ລະດັບຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳມີຫຍັງຈະຕ້ອງໄດ້ບໍາລຸງຕື່ມອີກ. ເບິ່ງແລ້ວ, ພວກເຮົາຍັງໜັກໄປແຕ່ການສ້າງດ້ານດຽວ ອັນນີ້ຕ້ອງໄດ້ປ່ຽນ, ເພາະການສ້າງ ແລະ ປ້ອງກັນພະນັກງານມັນຕິດພັນກັນ: ສ້າງພະນັກງານໃຫ້ເປັນຄົນດີ ກໍ່ແມ່ນການປົກປ້ອງເຂົາເຈົ້າ, ກົງກັນຂ້າມ ປົກປ້ອງພະນັກງານ, ກວດກາ ຕັກເຕືອນ, ຕໍານິກໍ່ສ້າງພະນັກງານເພື່ອເຂົາເຫັນຄວາມຜິດ, ເພື່ອປ່ຽນແປງກໍ່ແມ່ນການກໍ່ສ້າງ ແລະ ເປັນການສ້າງໃນວຽກງານຕົວຈິງ, ສ້າງຢ່າງເນື່ອງນິດປົກກະຕິເປັນປະຈຳ ດັ່ງນັ້ນ, ຢາກມີພະນັກງານດີ, ຢາກມີພະນັກງານສືບທອດທີ່ມີຄຸນນະພາບກໍ່ຕ້ອງໄດ້ສ້າງເອົາ, ສ້າງມາແລ້ວກໍ່ຕ້ອງໄດ້ຄຸ້ມຄອງ, ຕ້ອງໄດ້ປົກປັກຮັກສາ.ຜ່ານມາຍ້ອນເຮັດວຽກງານດ້ານນີ້ບໍ່ທັນດີ ຈິ່ງເຮັດໃຫ້ພວກເຮົາສູນເສຍພະນັກງານໄປເປັນຈຳນວນບໍ່ໜ້ອຍ, ເຊິ່ງມີຄຳເຫັນວ່າ ການສູນເສຍພະນັກງານ ໃນໄລຍະສັນຕິພາບ ຫຼາຍກ່ວາໃນຍາມສົງຄາມອີກ ເຫັນພະນັກງານມີຂໍ້ຂາດຕົກບົກພ່ອງ. ແຕ່ບໍ່ມີມາດຕະການແກ້ໄຂອັນສັກສິດທັນການ, ເຫັນພະນັກງານມີຄວາມຜິດກໍ່ປ່ອຍ ໃຫ້ເຂົາເຮັດຜິດຢູ່ພໍສໍ່ານັ້ນ, ບໍ່ຕໍານິກໍ່ສ້າງ, ບໍ່ມີການຕັກເຕືອນຈາກ ເພື່ອນສະຫາຍ, ກໍ່ຄືການຈັດຕັ້ງ, ປ່ອຍໃຫ້ຜິດຈົນເຖິງຂັ້ນໜັກໜ່ວງເອົາບໍ່ໄດ້ໃຊ້ບໍ່ເປັນ, ຖືກວິໄນຕາມກົດໝາຍ, ຖືກເຂົ້າຄຸກກໍ່ມີ,ໃຊ້ບໍ່ໄດ້ຈຳເປັນຕ້ອງໄດ້ປະກໍ່ມີ ນີ້ແມ່ນອັນອ່ອນຂອງພວກເຮົາ ເຊິ່ງຈະຕ້ອງໄດ້ເວົ້າກັນໃໝ່ ແລະ ພ້ອມກັນແກ້ເພື່ອ ເຮັດແນວໃດປະຕິບັດໃຫ້ຖືກຕາມທິດນຳທີ່ວ່າ “ ປາບພະຍາດ ເພື່ອກູ້ເອົາຄົນ " ໃຫ້ໄດ້. ກົງຈັກເສນາທິການຮັບຜິດຊອບວຽກງານພະນັກງານ, ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນຍັງຊັກຊ້າໃນການປັບປຸງຕົນເອງໃຫ້ທັນກັບສະພາບການ, ປະສິດທິຜົນໃນການເຮັດວຽກຍັງ ຖືກຈຳກັດ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຍັງມີຫຼາຍອັນຕ້ອງໄດ້ບຸກບືນຕື່ມ. ການປະສານສົມທົບ, ກໍ່ຄືການກຳນົດສິດຂອບເຂດ, ຄວາມຮັບຜິດຊອບໃນການຄຸ້ມຄອງພະນັກງານ ລະຫວ່າງສາຍລັດ,ສາຍພັກ, ລະຫວ່າງຂະແໜງການ ແລະ ທ້ອງຖິ່ນຍັງມີອັນຊໍ້າຊ້ອນຫຍຸ້ງຍາກ ແລະ ມີອັນບໍ່ປະສານສົມທົບກັນ, ຖັນແຖວພະນັກງານໃນຂົງເຂດວຽກງານດັ່ງກ່າວ ຍັງຂາດທາງດ້ານຈຳນວນ ແລະ ຍັງອ່ອນທາງດ້ານຄຸນນະພາບ, ຢູ່ຫຼາຍບ່ອນ, ຫຼາຍກໍລະນີ ຍັງມີອັນອ່ອນທາງດ້ານຄຸນສົມບັດ, ບໍ່ທ່ຽງທໍາລໍາອຽງ, ຖືກຈ້າງກິນສິນບົນ, ຖືກສວຍໃຊ້ໄປໃນທາງບໍ່ຖືກ, ອັນໄດ້ສ້າງຜົນສະທ້ອນບໍ່ດີຕໍ່ພາບພົດຂອງພະນັກງານຈັດຕັ້ງ ກໍ່ຄືພະນັກງານຂອງພັກເວົ້າລວມ. ນັ້ນແລ້ວຄືຄວາມເຫັນຈຳນວນໜຶ່ງກ່ຽວກັບສະພາບຜ່ານມາ. ຜົນສຳເລັດກໍ່ມີແຕ່ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂກໍ່ຍັງມີບໍ່ໜ້ອຍ ສະເໜີບັນດາສະຫາຍໄຈ້ແຍກຕຶກຕອງບັນຫາເຫຼົ່ານີ້ໃຫ້ເລິກເຊິ່ງເພື່ອເຫັນໄດ້ຄວາມຮັບຜິດຊອບ ແລະ ພາກັນປັບປຸງປົວແປງຕົນເອງຕື່ມ. ໃນສູ່ມື້ນີ້, ຈະແມ່ນການພົວພັນຮ່ວມມືໃນດ້ານໃດ ແລະ ເຮັດກັບເປົ້າໝາຍໃດກໍ່ຕ້ອງມີທັງການຍາດແຍ່ງ ແລະ ມີທັງການຕໍ່ສູ້ ເພື່ອຜົນປະໂຫຍດທາງດ້ານເສດຖະກິດ ແລະ ການເມືອງຂອງແຕ່ລະປະເທດ. ດັ່ງນັ້ນ, ຖ້າກໍາລັງຂອງພວກເຮົາບໍ່ແຂງ, ເປັນຕົ້ນກຳລັງພະນັກງານບໍ່ໜັກແໜ້ນ, ບໍ່ມີຄວາມສາມາດພຽງພໍ, ບໍ່ຊື່ສັດຕໍ່ຊາດ ແລ້ວແນ່ນອນຈະບໍ່ສາມາດນໍາເອົາຜົນປະໂຫຍດອັນໃດມາໃຫ້ປະເທດຊາດ, ຮ້າຍແຮງໄປກ່ວານັ້ນ ຍັງຈະພາໃຫ້ເກີດມີການສູນເສຍໃນຫຼາຍດ້ານ, ເຊິ່ງໃນເງື່ອນໄຂທີ່ພວກຈັກກະພັດ ແລະ ບັນດາອິດທິກຳລັງປໍລະປັກ ພວມຂຸ້ນຂ້ຽວທຳລາຍມ້າງເພລະບອບໃໝ່ຂອງພວກເຮົາ ຄືດັ່ງປະຈຸບັນ, ຖ້າເຮົາບໍ່ແຂງ, ພວກເຮົາບໍ່ເຮັດແທ້ຈະພາໃຫ້ເກີດມີໄພຂົ່ມຂູ່ເຖິງການຍືນຍົງຄົງຕົວຂອງລະບອບການເມືອງ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ. ພວກເຮົາພວມຢູ່ໃນຍຸກສະໄໝຂອງເຕັກໂນໂລຊີໃໝ່ ແລະ ຄວາມສີວິໄລທາງດ້ານ ການສື່ສານ,ເຊິ່ງຈັງຫວະຄວາມຈະເລີນພັດທະນາແມ່ນມີຄວາມວ່ອງໄວຫຼາຍ, ດ້ວຍກຳນົດເວລາພຽງສັ້ນໆ ແຕ່ກໍ່ສາມາດເຮັດໄດ້ຫຼາຍອັນ ອັນນີ້ແມ່ນກາລະໂອກາດ, ແຕ່ພ້ອມດຽວກັນນັ້ນມັນກໍ່ເປັນສິ່ງກ່າວເຕືອນໃຫ້ພວກເຮົາຕ້ອງບຸກບືນສູ້ຊົນຫຼາຍອີຫຼີຈຶ່ງຈະສາມາດເຂົ້າຢູ່ໃນແວດວົງແຫງການພັດທະນາລວມຂອງໂລກໄດ້ ຖ້າບໍ່ດັ່ງນັ້ນ, ຈະເຮັດໃຫ້ພວກເຮົາ ແລະ ປະເທດຂອງພວກເຮົາ ຫຼ້າຫຼັງຕໍ່ໆ ໄປຢ່າງບໍ່ມີມື້ຈະຫຼຸດພົ້ນອອກຈາກຄວາມທຸກຍາກ, ຈະຖືກໂລກມອງຂ້າມ ແລະ ກາຍເປັນເປົ້າໝາຍເຊື່ອມຍຶດກືນກິນຂອງປະເທດອື່ນ. ເບິ່ງຄວາມຮຽກຮ້ອງດັ່ງກ່າວ ກັບສະພາບທີ່ຜ່າມມາ, ເຫັນວ່າພວກເຮົາຍັງຕົກຢູ່ໃນໄພຂົ່ມຂູ່ຂອງຄວາມຫຼ້າຫຼັງ ນັບມື້ນັບຈະຫ່າງໄກອອກຈາກຄວາມຈະເລີນພັດທະນາຂອງ ປະຊາຊາດອື່ນໆ. ເປັນຕົ້ນ ແມ່ນໃນຂົງເຂດອ້ອມຂ້າງພວກເຮົາ. ທົບທວນຄືນໄລຍະທີ່ພັກເຮົາກໍາອໍານາດມານີ້, ເບິ່ງແລ້ວຜົນງານກໍ່ມີຫຼາຍ, ໃນນັ້ນອັນພື້ນຖານແມ່ນສາມາດຮັກສາຄວາມສະຫງົບ ແລະ ສະຖຽນລະພາບທາງການເມືອງຂອງສັງຄົມໄວ້ໄດ້ໃນຕະຫຼອດໄລຍະແຕ່ປົດປ່ອຍມາເຖິງປະຈຸບັນ, ເຊິ່ງໄລຍະດັ່ງກ່າວຄືບັນດາສະຫາຍຮູ້ນໍາກັນແລ້ວ, ສະພາບການຂອງໂລກໄດ້ມີການຜັນແປໄປຢ່າງສັບສົນ, ໃນນັ້ນມີທັງການປ່ຽນປິ້ນອັນໃຫຍ່ຫຼວງຢູ່ໃນຫຼາຍປະເທດ, ຫຼາຍຂົງເຂດ, ກໍ່ຄືໃນລະບຽບການພົວພັນສາກົນເວົ້າລວມໃນເງື່ອນໄຂຄືແນວນັ້ນ, ພວກເຮົາຍັງສາມາດຮັກສາໃຫ້ປະເທດຊາດມີຄວາມໝັ້ນທ່ຽງບົກກະຕິ ແລະ ມີການພັດທະນາຂຶ້ນເປັນກ້າວໆ, ອັນນີ້ແມ່ນໄຊຊະນະທີ່ເປັນພື້ນຖານ ແຕ່ຈະເພີ່ງພໍໃຈຕໍ່ສິ່ງທີ່ເຮັດໄດ້, ບໍ່ບຸກບືນ ຫຼື ບືນຂຶ້ນເລັກໆນ້ອຍໆ ຄືທີ່ຜ່ານມາແມ່ນຈະເກີດມີບັນຫາ, ເຊິ່ງບໍ່ພຽງແຕ່ຈະເຮັດໃຫ້ພວກເຮົາຢໍ້າເທົ້າຢູ່ບ່ອນເກົ່າທໍ່ນັ້ນ, ແຕ່ຍັງຈະເປັນໄພຂົ່ມຂູ່ເຖິງສະຖຽນລະພາບທາງສັງຄົມ ແລະ ຄວາມໝັ້ນຄົງຂອງລະບອບໃໝ່, ກໍ່ຄືບົດບາດການນຳພາ ຂອງພັກເຮົາ. ເວົ້າແຈ້ງນຳກັນຢູ່ພາຍໃນ, ມາເຖິງປະຈຸບັນພວກເຮົາຍັງບໍ່ທັນສ້າງໄດ້ການຫັນປ່ຽນທີ່ເປັນພື້ນຖານທໍ່ໃດໃນການສ້າງສາພັດທະນາເສດຖະກິດ-ສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ, ເປັນຕົ້ນໃນເຂດຊົນນະບົດ ບໍ່ທັນໄດ້ຮັບການປັບປຸງປົວແປງຫຍັງຫຼາຍພໍທໍ່ໃດ. ຍິ່ງໄປກ່ວານັ້ນ, ໃນເຂດພູດອຍຊົນເຜົ່າ, ເຂດປົດປ່ອຍເກົ່າຍັງມີອັນຫຼຸດຖອຍກ່ວາແຕ່ກ່ອນອີກຊໍ້າ; ລະດັບການຄອງຊີບຂອງພະນັກງານ, ທະຫານ, ຕຳຫຼວດສ່ວນຫຼວງຫຼາຍຍັງຝືດເຄື່ອງ, ເງິນເດືອນຕໍ່າບໍ່ທັນກຸ້ມກິນ ໃນເວລາດຽວກັນນັ້ນ,ປະເທດໃກ້ຄຽງເຮົາເຂົາກ້າວຂຶ້ນ, ເຂົາກ້າວໄປ, ເຂົາມີບາດກ້າວຫັນປ່ຽນອັນຕັ້ງໜ້າ, ມີການກະກຽມຢ່າງເຄັ່ງຮ້ອນເພື່ອກ້າວ ເຂົ້າສູ່ສະຕະວັດທີ່ 21 ດ້ວຍຖ່ວງທ່າອັນໃໝ່ ສ່ວນພວກເຮົາພັດຍັງຝືດເຄື່ອງຊັກຊ້າຢູ່, ຈະເບິ່ງດ້ານເສດຖະກິດກໍ່ຍັງຄາ, ດ້ານວັດທະນະທຳ-ສັງຄົມກໍ່ຍັງຍາກ ແລະ ອັນຕົ້ນຕໍແມ່ນດ້ານຊັບພະຍາກອນມະນຸດພວກເຮົາຍັງຄາຫຼາຍທີ່ສຸດ. ໃນບັນຫາຊັບພະຍາກອນມະນຸດມີຫຼາຍດ້ານ, ແຕ່ອັນໃຈກາງຍັງແມ່ນບັນຫາພະນັກງານ, ເຊິ່ງຈະຕ້ອງໄດ້ປ່ຽນແປງ ແລະ ປັບປຸງຫຼາຍ, ຈະແມ່ນວິທີຄົ້ນຄິດ, ແບບແຜນວິທີເຮັດວຽກກໍ່ຈະຕ້ອງໄດ້ປ່ຽນ, ຄວາມຮູ້ ຄວາມມາດ, ຄຸນສົມບັດສິນທຳ ແລະ ອື່ນໆກໍ່ຕ້ອງໄດ້ປັບປຸງຍົກລະດັບຂຶ້ນຕື່ມ, ບໍ່ດັ່ງນັ້ນຈະໄປບໍ່ທັນໝູ່ໃນສະພາບລວມຂອງໂລກປະຈຸບັນ ທີ່ເຂົາຖືສຳຄັນທີ່ສຸດບັນຫາພັດທະນາຄົນ ແລະ ຄົນເປັນທ່າແຮງຕົ້ນຕໍເພື່ອພັດທະນາປະເທດຊາດນັ້ນ, ບັນຫາຂອງພວກເຮົາ ຍິ່ງພົ້ນເດັ່ນເປັນສິ່ງຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງເຄັ່ງຮ້ອນອີຫຼີ. ທັດສະນະຂອງພັກເຮົາ ຕໍ່ກັບບັນຫາພະນັກງານ ແລະ ວຽກງານພະນັກງານ ຍາມໃດກໍ່ຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍ. ພັກເຮົາຖື ພະນັກງານ ແລະ ວຽກງານພະນັກງານ ເປັນບັນຫາທີ່ມີລັກສະນະຂໍກະແຈ, ເປັນຕ່ອງໂສ້ສຳຄັນຢູ່ໃນທຸກໄລຍະຂອງການປະຕິວັດ, ກໍ່ຄືໃນພາລະກິດປ່ຽນແປງ ໃໝ່, ເພາະອັນນີ້ ມັນພົວພັນເຖິງການສ້າງ ແລະ ຈັດວາງກຳລັງ, ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ເຊິ່ງແນວທາງການຈັດຕັ້ງບໍ່ພຽງແຕ່ຕ້ອງຮັບໃຊ້ແນວທາງການເມືອງ, ແຕ່ມັນຍັງເປັນອັນຕັດສິນຜົນສຳເລັດຂອງແນວທາງການເມືອງ, ຕັດສິນການວາງ ແລະ ການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍ ແລະ ນະໂຍບາຍຕ່າງໆຂອງພັກ. ເວົ້າລວມ, ບັນຫາພະນັກງານມັນຕິດພັນໂດຍກົງກັບການປັບປຸງຄວາມສາມາດນຳພາ ຂອງພັກ, ເຊິ່ງຖ້າມີພະນັກງານເກັ່ງ ແລະ ດີຈະເຊີດຊູບົດບາດອິດທິພົນຂອງພັກ, ຮັດແໜ້ນ ສາຍພົວພັນລະຫວ່າງພັກກັບມະຫາຊົນ, ສະກັດກັ້ນບັນດາປະກົດການອາດຍາສິດ, ລ່ວງອໍານາດ, ສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ອື່ນໆ, ມີພະນັກງານດີຈິ່ງມີການຈັດຕັ້ງທີ່ເຂັ້ມແຂງ, ຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຄວາມປອງດອງສາມັກຄີລະ ຫວ່າງຊັ້ນຄົນ ແລະ ເຜົ່າຊົນຕ່າງໆ, ເສີມຂະຫຍາຍຄວາມອາດສາມາດຂອງທົ່ວປວງຊົນໃນ ການປະຕິບັດແນວທາງແຜນນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ດັ່ງນັ້ນ ເຮັດແນວໃດຈະສ້າງໄດ້ພະນັກງານ ແລະ ປັບປຸງວຽກງານພະນັກງານໃຫ້ທຽມທັນກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່, ນີ້ແມ່ນບັນຫາທີ່ພັກເຮົາ, ພະນັກງານເຮົາ ຕ້ອງໄດ້ພ້ອມກັນຄົ້ນຄິດ ແລະ ຊອກຄາໍຕອບໃຫ້ໄດ້. ວຽກງານພະນັກງານໃນຕໍ່ໜ້າ ຕ້ອງສຸມໃສ່ການ ສ້າງກຳລັງຂອງພັກ ໃຫ້ເຂັ້ມແຂງ, ເປັນຕົ້ນ, ຕ້ອງສ້າງໃຫ້ມີພະນັກງານຫຼັກແຫຼ່ງ, ນຳພາຢູ່ໃນບັນດາອົງການຈັດຕັ້ງພັກ-ລັດ ໃນຂະແໜງການ ແລະ ທ້ອງຖິ່ນຕ່າງໆ, ສ້າງໃຫ້ໄດ້ພະນັກງານນຳພາຂັ້ນຍຸດທະສາດ ແລະ ນັກງານຢູ່ຮາກຖານ ວຽກງານພະນັກງານຂອງພວກເຮົາ ຕ້ອງຮັບປະກັນໃຫ້ແກ່ການປັບປຸງ ການຈັດຕັ້ງຂອງພັກ, ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆໃຫ້ເຂັ້ມແຂງ, ເຮັດແນວໃດໃຫ້ແນວທາງການຈັດຕັ້ງຂອງພັກຮັບໃຊ້ໃຫ້ແກ່ໜ້າທີ່ການເມືອງ ຢ່າງໜັກແໜ້ນ, ທ່ວງທັນກັບສະພາບ ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ປັບປຸງການຈັດຕັ້ງທີ່ຮັບຜິດຊອບວຽກງານພະນັກງານ ໃຫ້ເຂັ້ມແຂງ, ກາຍເປັນເສນາທິການທີ່ໄວ້ໃຈໄດ້ຂອງຄະນະພັກຢູ່ສູນກາງ, ຢູ່ຂະແໜງການ, ກໍ່ຄືຢູ່ທ້ອງຖິ່ນ. ເພື່ອບັນລຸຈຸດໝາຍທີ່ກ່າວມາເທິງນັ້ນ, ກ່ອນອື່ນ, ຕ້ອງເຊື່ອມຊຶມ ແລະ ກາໍແໜ້ນຕື່ມອີກແນວທາງ, ນະໂຍບາຍຕ່າງໆຂອງພັກໃນບັນຫາພະນັກງານ, ເປັນຕົ້ນ ຕ້ອງມີທັດສະນະຊົນຊັ້ນທີ່ຈະແຈ້ງ ກ່ຽວກັບບັນຫາພະນັກງານ. ພວກເຮົາຕ້ອງຢືນຢູ່ບົນພື້ນຖານຂອງຊົນຊັ້ນກຳມະກອນ ກ່ຽວກັບການເລືອກເຟັ້ນ, ກໍ່ສ້າງ, ນາໍໃຊ້ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານ ໃນນີ້, ອັນທີ່ຄວນເອົາໃຈໃສ່ ແມ່ນຕ້ອງຖືເອົາປະຊາຊົນຊາວຜູ້ອອກແຮງງານເປັນບໍ່ເກີດຕົ້ນຕໍ ຂອງພະນັກງານ ແລະ ສ້າງພະນັກງານໃຫ້ມີໂລກກະທັດ ແລະ ແບບແຜນດໍາລົງຊີວິດຂອງຊົນຊັ້ນກຳມະກອນ, ມີນໍ້າໃຈຮັກຊາດ ແລະ ຮັບໃຊ້ຊາດ, ມີຫຼັກໝັ້ນມິດ-ສັດຕູອັນຈະແຈ້ງ ເວົ້າເຖິງຊົນຊັ້ນ, ບໍ່ໝາຍວ່າ ເຮົາມີອະຄະຕິ ແລະ ບໍ່ນໍາໃຊ້ທັງໝົດກຳລັງແຮງຂອງຊາດ, ເພາະແຕ່ໃດມາ ພັກເຮົາ ທີ່ເປັນພັກຂອງຊົນຊັ້ນກຳມະກອນລາວ, ບໍ່ເຄີຍມີຜົນປະ ໂຫຍດອື່ນໃດ ທີ່ນອກເໜືອຈາກຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ ກົງກັນຂ້າມ, ມີທັດສະນະຊົນຊັ້ນ ອັນຈະແຈ້ງ ກ່ຽວກັບພະນັກງານ ຈິ່ງຈະສາມາດນໍາ ໃຊ້ໄດ້ທັງໝົດກໍາລັງແຮງຂອງທົ່ວທັງຊາດ ເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ, ເຮັດຄືແນວນັ້ນ, ພວກເຮົາທັງສົ່ງເສີມຊຸກຍູ້ໃຫ້ພົນລະເມືອງທຸກຄົນປະກອບສ່ວນສະຕິ ເຫື່ອແຮງເຂົ້າໃນການສ້າງສາປະເທດຊາດບ້ານເມືອງ, ທັງກໍ່ສ້າງເຝິກຝົນໃຫ້ເຂົາເຈົ້າກາຍເປັນພະນັກງານປະຕິວັດ. ຍູ້ແຮງການປັບປຸງປົວແປງວຽກງານພະນັກງານຢ່າງຕັ້ງໜ້າ, ແນໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງທີ່ຜ່ານມາ ແລະ ເຮັດໃຫ້ວຽກງານພະນັກງານມີການຫັນປ່ຽນຢ່າງ ເປັນລະບົບຄົບຊຸດເລີ່ມແຕ່ສົ້ນເອົາຄົນເຂົ້າຈົນເຖິງຍາມເອົາຄົນອອກ, ເລີ່ມແຕ່ທັດສະນະຈົນເຖິງບັນຫາລະອຽດແຕ່ລະດ້ານ ຂອງວຽກງານພະນັກງານ ເຊັ່ນ: ຂອດກໍ່ສ້າງ, ການຕີລາຄາ, ການຄຸ້ມຄອງປ້ອງກັນ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານ ທັງໝົດສິ່ງເຫຼົ່ານີ້ກໍ່ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານຂອງພັກ

12 ຕຸລາ ວັນແຫ່ງປະຫວັດສາດ

12 Oct 2023
 12 ຕຸລາ ວັນແຫ່ງປະຫວັດສາດ ( ເນື່ອງໃນໂອກາດວັນປະກາດເອກະລາດ ທີ 12 ຕຸລາ 1945 ) ວັນທີ 12 ຕຸລາ 1945 ເປັນວັນປະຫວັດສາດສຳຄັນວັນໜຶ່ງຂອງຊາດລາວ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະປະຫວັດສາດຍຸກໜຶ່ງຜ່ານມາ. ສາເຫດກໍ່ຍ້ອນວ່າມັນໄດ້ປະກົດຕົວຂຶ້ນໃນເງື່ອນໄຂທີ່ປະເທດລາວ ລ້ານຊ້າງພວມຕົກຢູ່ໃນຊາຕາອາພັບ, ພວມຖືກສັກດີນາສະຫຍາມ, ຈັກກະພັດຍີ່ປຸ່ນ ແລະ ຈັກກະພັດຝຣັ່ງ ໄດ້ຍາດແຍ່ງກັນປົກຄອງ ເບິ່ງຢ່າງໜຶ່ງຄືວ່າປະເທດລາວລ້ານຊ້າງໃນຍຸກນັ້ນບໍ່ມີຜູ້ປົກຄອງບ້ານເມືອງ ປະປ່ອຍໃຫ້ຕ່າງຊາດເຂົ້າມາຮຸກຮານຍາດແຍ່ງແບ່ງກັນຄອບຄອງຕາມໃຈ, ເອົາແຕ່ໃຜຊິເຮັດຕາມອໍານາດນາດ ຂອງລັດທິລ່າເມືອງຂຶ້ນ. ເລື່ອງລາວປະຫວັດສາດການກຳເນີດໃຫ້ມີວັນທີ 12 ຕຸລາ 1945 ມັນກໍ່ມີຢູ່ວ່າ: ກ່ອນໜ້ານັ້ນ ລາວເຮົາຍັງຕົກເປັນເມືອງຂຶ້ນຂອງປະເທດສະຫຍາມ (ໄທ) ມາເປັນເວລາຮ້ອຍກວ່າປີແລ້ວ. ໃນຍຸກສົງຄາມໂລກຄັ້ງທີ II ຝຣັ່ງໄດ້ເຂົ້າມາລ່າອານານິຄົມຢຶດເອົາແຫຼມອິນດູຈີນ ແລະ ຫວັງຈະຢຶດເອົາປະເທດ ສະຫຍາມ ຫຼື ປະເທດໄທຕື່ມ, ແຕ່ມັນກໍ່ບໍ່ເປັນໄປຕາມທີ່ຄິດຍ້ອນວ່າສະຫຍາມມີອັງກິດໜູນຫຼັງຢູ່ ສະນັ້ນຝຣັ່ງ ກັບສະຫຍາມຈຶ່ງໄດ້ຕົກລົງກັນຕັດແບ່ງດິນແດນລາວອອກເປັນສອງສ່ວນເພື່ອປັນກັນຄອບຄອງໃນວັນທີ 3 ຕຸລາ 1893. ຟາກແມ່ນໍ້າຂອງ ຝັ່ງຊ້າຍໄດ້ຕົກເປັນຂອງຝຣັ່ງຄອບຄອງ, ສ່ວນຝັ່ງຂວາໄດ້ຕົກເປັນຂອງໄທຍັງແຕ່ຝັ່ງຂວາແມ່ນໍ້າຂອງທາງໄຊຍະບູລີ ແລະ ຈໍາປາສັກທີ່ເປັນຂອງລາວເຮົາໃນປະຈຸບັນນີ້. ພາຍຫຼັງມີພັກກອມມູນິດອິນດູຈີນຊີ້ນຳ-ນຳພາ ແລະ ໄດ້ສ້າງຕັ້ງຄະນະພັກແຄ້ວນລາວຂຶ້ນໃນວັນທີ 6 ກັນຍາ 1934 ເພື່ອນຳພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ລາວແລ້ວ, ຄະນະພັກແຄ້ວນລາວກໍ່ໄດ້ປຸກລະດົມຂົນຂວາຍປະຊາຊົນແຕ່ລະເຂດໃນທົ່ວປະເທດຈົ່ງສາມັກຄີກັນເປັນຈິດໜຶ່ງໃຈດຽວກັນພ້ອມກັນລຸກຂຶ້ນຕໍ່ສູ້ຕໍ່ກັບການກົດຂີ່ຂູດຮີດຂອງຈັກກະພັດຝຣັ່ງ ແລະ ຟາດຊິດຍີ່ປຸ່ນ. ໃນປີ 1945 ຟາດຊິດຍີ່ປຸ່ນໄດ້ຍອມຈຳນົນຕໍ່ຝ່າຍພັນທະມິດໃນສົງຄາມໂລກຄັ້ງທີສອງ, ໂດຍກຳເອົາກາລະໂອກາດດັ່ງກ່າວປະຊາຊົນລາວທົ່ວປະເທດໄດ້ລຸກຂຶ້ນຍາດເອົາອຳນາດມາມືຕັ້ງແຕ່ວັນທີ 18 ສິງຫາ ຮອດຕົ້ນ ເດືອນກັນຍາ 1945 ໄດ້ສ້າງຕັ້ງອຳນາດການປົກຄອງຂອງຕົນຂຶ້ນຢູ່ໃນຫຼາຍທ້ອງຖິ່ນໃນທົ່ວປະເທດ, ໄດ້ສ້າງຕັ້ງກຳລັງປະກອບອາວຸດເພື່ອປ້ອງກັນຕົວເມືອງຢູ່ໃນຕົວເມືອງໃຫຍ່ໆເຊັ່ນ: ວຽງຈັນ, ທ່າແຂກ, ສະຫວັນນະເຂດ, ຊຳເໜືອ, ຊຽງຂວາງ ແລະ ຫຼວງພະບາງ. ມາຮອດວັນທີ 12  ຕຸລາ 1945 ລັດຖະບານຊົ່ວຄາວ ລາວເອກະລາດ ໄດ້ຮັບການສ້າງຕັ້ງຂຶ້ນທັງປະກາດປະເທດລາວເປັນປະເທດເອກະລາດ, ນີ້ລະຄືສັນຍາລັກ ຂອງ ວັນທີ 12 ຕຸລາ ເຊິ່ງເປັນວັນປະຫວັດສາດເລີ່ມແລກແຮກໝານຂອງຂະບວນການຕໍ່ສູ້ຢ່າງຢຶດເຢື້ອຍາວນານຂອງການປະຕິວັດລາວ. ແນວໃດກໍ່ຕາມ, ການຕໍ່ສູ້ຂອງປະຊາຊົນລາວກໍ່ຍັງບໍ່ທັນຢຸດຢັ້ງໄດ້ຍ້ອນວ່າພາຍຫຼັງຍີ່ປຸ່ນໄດ້ເສຍໄຊໃນສົງຄາມໂລກຄັ້ງທີ 2 ແລ້ວໃນຕົ້ນປີ 1946 ຝຣັ່ງໄ້ດກັບຄືນມາຮຸກຮານລາວອີກເປັນຄັ້ງທີ 2, ການມາຢຶດຄອງລາວຄັ້ງທີ 2 ມັນແຕກຕ່າງກັບຄັ້ງທີ 1 ຄື: ຄັ້ງທີ 1 ເພິ່ນມາຢຶດຄອງ ແລ້ວມາແບ່ງດິນລາວກັບສະຫຍາມ ເຊິ່ງເວລານັ້ນປະເທດ ລ້ານຊ້າງຂອງພວກເຮົາສະຫຍາມພວມຢຶດຄອງຢູ່. ຕໍ່ມາຝຣັ່ງກໍ່ຖືກຍີ່ປຸ່ນເຂົ້າບຸກຕີ ແລະ ເອົາດາບສະມູໄຮໄລ່ ພັນກັນຢູ່ກາງເມືອງແລ້ວຝຣັ່ງ ກໍ່ປົບໜີຕາຍໄປທາງໃຜທາງມັນໃນຖານະພ່າຍແພ້ສົງຄາມກັບຍີ່ປຸ່ນ, ຢູ່ມາບໍ່ທັນພໍປີຍີ່ປຸ່ນໄດ້ຍອມຈຳນົນ ຕໍ່ສົງຄາມໂລກຄັ້ງທີ 2 ຍ້ອນພັນທະມິດ ນຳພາໂດຍອາເມລິກາເປັນຫົວໂປ່ເອົາລະເບີດປະລະມະນູສອງລູກໄປຖິ້ມໃສ່ເມືອງຮີໂຣຊິມາ ກັບ ນາກາຊາກິ ນັ້ນຄືສາເຫດທີ່ເຮັດໃຫ້ຍີ່ປຸ່ນຕ້ອງຍອມຈໍານົນພ່າຍແພ້ຕໍ່ສົງຄາມ. ຝຣັ່ງໄດ້ກັບເຂົ້າມາຮຸກຮານລາວຄັ້ງທີສອງ ເບື້ອງຕົ້ນເຂົາກໍ່ເຂົ້າ ຢຶດປາກເຊ, ຂຶ້ນມາສະຫວັນນະເຂດຕໍ່ໃສ່ທ່າແຂກ ຢູ່ທ່າແຂກນີ້ໄດ້ສູ້ຮົບກັບຢ່າງດຸເດືອດກັບກຳລັງແນວລາວອິດສະຫຼະພາຍໃຕ້ການນຳພາຂອງ ສະເດັດເຈົ້າສຸພານຸວົງ ແລະ ທ່ານ ສິງກະໂປ ສີໂຄດຈຸນລະມະນີ ຈົນເຮັດໃຫ້ເກີດມີບັ້ນຮົບທ່າແຂກໃນວັນທີ 21 ມີນາ 1946 ເຊິ່ງເປັນບັ້ນຮົບທີ່ດຸເດືອດ ປະຊາຊົນຖືກນອງເລືອດຫຼາຍທີ່ສຸດ. ເຖິງປານນັ້ນກໍ່ຕາມ, ຂະບວນການຕໍ່ສູ້ຂອງປະຊາຊົນ ກໍ່ຍັງບໍ່ທັນສິ້ນສຸດລົງເທື່ອ, ໝົດຝຣັ່ງ ແລ້ວພັດມາຕໍ່ໃສ່ອາເມລິກາ ຈົນມາຮອດປີ 1975 ຈຶ່ງ ສາມາດປົດປ່ອຍປະເທດຊາດ ລົບລ້າງລະບອບສັກດີນາ,ລະບອບລ່າເມືອງຂຶ້ນແລ້ວປະກາດສ້າງຕັ້ງປະເທດລາວເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນ ອັນເປັນຈຸດສິ້ນສຸດຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຂອງຈັກກະພັດຝຣັ່ງ ແລະ ອາເມລິກາ ທັງເປັນຈຸດສິ້ນສຸດຂອງການປົກຄອງໃນລະບອບສັກດີນາທີ່ປົກຄອງບ້ານເມືອງມາຫຼາຍຮ້ອຍປີ ທີ່ເສຍຊາດເສຍແຜ່ນດິນໄປກາຍເຄິ່ງສົມກັບວ່າ ສັກດີນາລາວໃນຍຸກສັດຕະວັດທີ 19 ບໍ່ເຂັ້ມແຂງ. ເພາະສະນັ້ນ, ພວກເຮົາຈຶ່ງຖືໄດ້ວ່າ ວັນທີ 12 ຕຸລາ 1945 ແມ່ນເປັນວັນປະຫວັດສາດ ແລະ ເປັນວັນແຫ່ງໄຊຊະນະ ໃນຂະບວນການຕໍ່ສູ້ ເພື່ອເອກະລາດຂອງຊາດໃນຍຸກບັ້ນທ້າຍແຫ່ງການເຊື່ອມໂຍງຂອງປະເທດລ້ານຊ້າງທີ່ເຄີຍມີອະລິຍະທຳ ແລະ ດິນແດນອັນກວ້າງໃຫຍ່ໄພສານ. ແນວໃດກໍ່ຕາມ, ຜ່ານຂະບວນການຕໍ່ສູ້ເພື່ອຄວາມເປັນເອກະລາດຂອງຊາດຂອງແຜ່ນດິນ ນັບແຕ່ຍຸກເຈົ້າອານຸວົງ, ມາຕໍ່ໃສ່ຍຸກພໍ່ກະດວດ, ອົງແກ້ວກົມມະດຳ, ເຈົ້າຟ້າປາໄຈ ຈົນກໍ່ໃຫ້ເກີດມີການນຳພາຂອງພັກກອມມູນິດ ອິນດູຈີນ, ພັກປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນປີ 1975 ອັນເປັນຂີດ ໝາຍປະຫວັດສາດແຫ່ງຍຸກໃໝ່, ສະໄໝໃໝ່ຂອງປະເທດຊາດບ້ານເມືອງ, ຂອງຄົນລາວເຮົາທີ່ໄດ້ຕົກເປັນຂ້ອຍຂ້າຂອງຊາດອື່ນ ທັງເປັນຫົວເມືອງຂຶ້ນຂອງຈັກກະພັດຜູ້ຮຸກຮານມາຫຼາຍຮ້ອຍປີ ມາເຖິງຍຸກນີ້ໄດ້ຫຼຸດພົ້ນ ອອກຈາກແອກຄອບຄອງເໝືອນຕາຍແລ້ວເກີດ ໃໝ່ໄປພ້ອມກັບປະເທດຊາດກໍ່ມີຊື່ໃໝ່ຄື: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນມາຮອດທຸກວັນນີ້.

ນາຍຄູຄໍາ

06 Oct 2023
ປະເທດລາວເປັນປະເທດໜຶ່ງທີ່ມີປະຫວັດສາດອັນຍາວນານ ແລະ ມີຫຼາຍໆເຫດການທີ່ສໍາຄັນເກີດຂຶ້ນຜ່ານມາແລ້ວ ສະນັ້ນໃນບົດນີ້ຂ້າພະເຈົ້າຂໍຍົກເອົາເຫດການທີ່ພາໃຫ້ເກີດມີວັນຄູແຫ່ງຊາດນັ້ນກໍ່ຄືວັນທີ 7 ຕຸລາ ຂອງທຸກໆປີ. ນັບແຕ່ອະດີດເຖິງປະຈຸບັນຄູແມ່ນໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້, ສະນັ້ນ ຄຳວ່າ: “ຄູ” ແມ່ນຄຳເວົ້າທີ່ສືບທອດກັນມາຫຼາຍເຊັ່ນຄົນແລ້ວ, ຄູໝາຍເຖີງຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການ ຫຼື ເວົ້າອີກຢ່າງໜຶ່ງວ່າເປັນຄົນທີ່ສາມາດໄປຖ່າຍທອດຄວາມຮູ້ ແລະ ປະສົບການທີ່ຕົນເອງມີແລ້ວນັ້ນໄປສູ່ຜູ້ອື່ນໄດ້, ເຊິ່ງການຖ່າຍທອດຄວາມຮູ້ກໍ່ຈະມີຫຼາຍແບບເປັນຕົ້ນຈາກຜູ້ຮູ້ໄປສູ່ຜູ້ບໍ່ຮູ້ ເອິ້ນວ່າ: ການສອນ ແລະ ການຮຽນ. ສຳລັບປະເທດລາວເຮົາ ເມື່ອເວົ້າເຖີງ ການສອນ-ການຮຽນ ຫຼື ເວົ້າລວມແມ່ນການສຶກສາແຕ່ອະດີດກ່ອນຝຣັ່ງຊິເຂົ້າມາຍຶດຄອງລາວ ການສຶກສາຢູ່ລາວແມ່ນອາໄສພໍ່ແມ່, ຄູບາອາຈານ ແລະ ຜູ້ທີ່ມີຄວາມຮູ້ເປັນຜູ້ຖ່າຍທອດຄວາມຮູ້ໃຫ້ແກ່ລູກຫຼານສ່ວນຫຼາຍຜູ້ທີ່ມີຄວາມຮູ້ນັ້ນກໍ່ຈະແມ່ນນັກບວດ ຫຼື ເອີ້ນວ່າຄູບາອາຈານ ສະນັ້ນແລ້ວຄອບຄົວໃດທີ່ມີລູກຊາຍກໍ່ມັກຈະສົ່ງລູກຂອງຕົນເຂົ້າໄປບວດ ຫຼື ເປັນສັງກະລີຢູ່ວັດ ເພື່ອຮໍ່າຮຽນຂຽນອ່ານ, ຮຽນຮູ້ຫຼັກວິຊາຕ່າງໆໂດຍແມ່ນຄູບາອາຈານເປັນຜູ້ສິດສອນ ແລະ ສົ່ງຄວາມຮູ້ໃຫ້ເຊັ່ນ: ຈະລິຍະທຳ, ການວາດແຕ້ມ, ການປັ້ນ, ການຄວັດແກະລະບາຍສີ, ຕໍາລາຢາພື້ນເມືອງ, ວິຊາອາຄົມຕະຫຼອດເຖີງລະບຽບວິໄນຕ່າງໆທີ່ພະພຸດທະເຈົ້າໄດ້ກ່າວໄວ້ເປັນຄຳສອນ. ຮູບການຮຽນ ການສອນຢູ່ວັດເວລານັ້ນແມ່ນບໍ່ທັນໄດ້ກ່າວເຖີງຊັ້ນ ຫຼື ລະດັບ ສຳລັບຜູ້ຮຽນ ແຕ່ເພິ່ນຖືເອົາຊັ້ນຈາກການບວດ ມາເປັນການຕີເປັນລາຄາ ເຖີງລະດັບຄວາມຮູ້. ພາຍຫຼັງພວກລ່າເມືອງຂື້ນຝຣັ່ງໄດ້ເຂົ້າມາຍຶດຄອງລາວໃນປີ ຄ.ສ. 1983 ເປັນຕົ້ນມາ ພວກເຂົາເຈົ້າກໍ່ບໍ່ໄດ້ເອົາໃຈໃສ່ເຖີງການສຶກສາຢູ່ໃນປະເທດລາວພໍເທົ່າໃດ. ແຕ່ພໍມາເຖີງປີ ຄ.ສ. 1905 ທົ່ວປະເທດມີໂຮງຮຽນພຽງແຕ່ສອງແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍເຕັມທີ່. ໃນຈຳນວນດັ່ງກ່າວ ໄດ້ມີຄົນລາວຊື່ ທ້າວຄຳ ໄດ້ຮຽນຈົບຫ້ອງທີ່ I (ປ.6). ທ້າວຄຳ ເປັນຄົນທ້ອງຖິ່ນ ເມືອງເຂືອງ ແຂວງອຸບົນ (ປະ ເທດໄທໃນປະຈຸບັນ). ຍ້ອນວ່າຄອບຄົວຂອງເພິ່ນໄດ້ເຄື່ອນໄຫວຕໍ່ຕ້ານສັກດີນາສະຫຍາມ ໂດຍສະເພາະແມ່ນໄດ້ເຂົ້າຮ່ວມກັບຂະບວນການຕໍ່ສູ້ທີ່ໃສ່ຊື່ວ່າ: ”ຜູ້ມີບຸນ” ສະນັ້ນ, ຈິ່ງຕົກເປັນເປົ້າໝາຍຂອງການປາບປາມຈາກພວກສັກດິນາສະຫຍາມ. ດ້ວຍເຫດນີ້ ຄອບຄົວຂອງເພິ່ນຈິ່ງໄດ້ອົບພະຍົບຫຼົບໜີ ຈາກບ້ານເກີດເມືອງນອນຂອງເພິ່ນມາດຳລົງຊີວິດຢູ່ທີ່ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນປີ ຄ.ສ 1901. ຫຼັງຈາກຮຽນຈົບໃນປີ ຄ.ສ 1905, ຕໍ່ມາທ້າວຄໍາໄດ້ເຂົ້າ ເຮັດການເປັນສະໝຽນແປພາສາຝຣັ່ງ. ມາຮອດປີ ຄ.ສ. 1907 ທ້າວຄຳໄດ້ເຂົ້າຮ່ວມອົບຮົມຄູເຊິ່ງຖືວ່າ ເປັນຄັ້ງທຳອິດໃນປະຫວັດສາດຂອງຊາດລາວ ທີ່ໄດ້ມີການຈັດອົບຮົມຄູ, ພາຍຫຼັງການອົບຮົມຄູສຳເລັດແລ້ວ ມາເຖີງວັນທີ່ 7 ຕຸລາ 1907 ທ້າວຄຳກໍ່ໄດ້ຖືກບັນຈຸໃຫ້ເປັນຄູສອນຄົນທໍາອິດຂອງລາວ. ໂຮງຮຽນທຳອິດທີ່ເພິ່ນໄດ້ສິດສອນແມ່ນ ໂຮງຮຽນສ້າງຄູສົງ ຢູ່ວັດຈັນ ເຊິ່ງແມ່ນໂຮງຮຽນເຝິກຫັດຄູໄລຍະສັ້ນປະກອບມີພຣະສົງ 50 ກ່ວາອົງໄດ້ເຂົ້າຮຽນເພື່ອໃຫ້ກາຍເປັນຄູ. ຍ້ອນຈິດໃຈຮັກຊາດຂອງນາຍຄູຄຳ, ໃນເວລາສິດສອນຢູ່ໂຮງຮຽນສ້າງຄູສົງ ນາຍຄູຄຳ ໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ພຣະສົງ ທີ່ຈະເປັນຄູໃຫ້ມີຄວາມຮັກຊາດລາວ, ເພື່ອບໍ່ໃຫ້ຊາດລາວເສື່ອມເສຍກາຍເປັນຊາດຝຣັ່ງ ຍ້ອນພຣະສົງໄດ້ຮັບການສຶກສາອົບຮົມຢູ່ໃນໂຮງຮຽນຄືເຊັ່ນນັ້ນ ພາຍຫຼັງທີ່ພວກເພິ່ນຈົບການອົບຮົມຄູແລ້ວ, ກໍ່ໄດ້ມີພະສົງຫຼາຍໆອົງບໍ່ຍອມໄປເປັນຄູ ແລະ ບໍ່ຍອມຮັບໃຊ້ນະໂຍບາຍ ການສຶກສາຂອງພວກລ່າເມືອງຂຶ້ນຝຣັ່ງ. ຕໍ່ມາປີ 1913 ນາຍຄູຄໍາໄດ້ໄປປະຈຳຢູ່ໂຮງຮຽນຕັບໂຟແຣງ.(ປີແອ ຕັບໂຟແຣງ) ລວມມີຄູທີ່ເປັນຄົນລາວຢູ່ 3 ຄົນ ໃນການສິດສອນ ນາຍຄູຄໍາ ໄດ້ເອົາໃຈໃສ່ສິດສອນເດັກນ້ອຍລາວໃຫ້ເປັນຄົນສະຫຼາດ ຫຼັກແຫຼມ ທັງເປັນຄົນຮັກເຊື້ອແພງຊາດ. ຕົກມາໃນໄລຍະທ້າຍຂອງສົງຄາມໂລກຄັ້ງທີ I ເພິ່ນໄດ້ຍ້າຍໄປສອນຢູ່ໂຮງຮຽນປະຖົມບ້ານຫ້ອມ. ຢູ່ທີ່ນີ້ ເພິ່ນກໍ່ໄດ້ເອົາໃຈໃສ່ສິດສອນ ທັງສຶກສາອົບຮົມລູກສິດໃຫ້ເປັນຄົນຮັກຊາດ ແລະ ສະຫຼາດຫຼັກແຫຼມ. ນອກຈາກນີ້ ນາຍຄູຄຳ ຍັງຂົນຂວາຍອອກແຮງໃຫ້ປະຊາຊົນທ້ອງຖິ່ນບ້ານຫ້ອມ, ບ້ານຫາດກັນຊາ ໃຫ້ມີນ້ຳໃຈຮັກຊາດ ຄຽດແຄ້ນຈັກກະພັດຜູ້ປົກຄອງລາວ ດ້ວຍລັດທິລ່າເມືອງຂຶ້ນ. ຈາກການປຸກລະດົມຂົນຂວາຍປະຊາຊົນ ສົມທົບໃສ່ກັບສະພາບການເພີ່ມຂຶ້ນຂອງການກົດຂີ່ຂູດຮີດຂອງຝຣັ່ງ ຍິ່ງເຮັດໃຫ້ປະຊາຊົນໃນທ້ອງຖິ່ນຕ່າງໆຄຽດແຄ້ນ ແລະ ເກີດມີຂະບວນການຕໍ່ຕ້ານຕໍ່ກັບການເກັບພາສີ, ເກັບເກນຕ່າງໆຂອງພວກຝຣັ່ງ ແລະ ເກີດມີການລອບສັງຫານເຈົ້າໜ້າທີ່ຝຣັ່ງຢູ່ຫຼາຍບ່ອນ. ສະພາບການນີ້ ເຮັດໃຫ້ພວກຝຣັ່ງໄດ້ຮັບຄວາມເສຍຫາຍ ແລະ ເກີດມີຄວາມຢ້ານກົວ; ສະນັ້ນ ພວກເຂົາຈິ່ງໄດ້ດຳເນີນການປາບປາມ ແລະ ເກັບກວາດຊັບສົມບັດຂອງປະຊາຊົນຢູ່ທ້ອງຖິ່ນດັ່ງກ່າວນັ້ນຈົນໝົດກ້ຽງ. ເພື່ອຕອບໂຕ້ເຫດການດັ່ງກ່າວ ປະຊາຊົນໃນທ້ອງຖິ່ນນັ້ນ ຈຶ່ງໄດ້ເຕົ້າໂຮມກັນເປັນກຸ່ມກ້ອນຢູ່ຫຼາຍບ່ອນກຽມພ້ອມຈະແກ້ແຄ້ນ. ຕໍ່ໜ້າສະພາບການດັ່ງກ່າວ ນາຍຄູຄຳ ຈຶ່ງໄດ້ເຕົ້າໂຮມເອົາປະຊາຊົນ ບ້ານຫາດກັນຊາ ຈາກນັ້ນກໍ່ຈັດຕັ້ງເປັນກຳລັງໂດຍມີການປະ ກອບອາວຸດພື້ນເມືອງຂຶ້ນ. ໃນກາງເດືອນ ພະຈິກ ປີ ຄ.ສ 1920 ຂະບວນການຕໍ່ສູ້ທີ່ນຳພາໂດຍນາຍຄູຄຳ ໄດ້ແຜ່ກະຈາຍອອກໄປພໍສົມຄວນ ຂະບວນການດັ່ງກ່າວແມ່ນມີຊາວບ້ານຫ້ອມ, ບ້ານຫາດກັນຊາ ແລະ ບ້ານອື່ນໆ ທີ່ຢູ່ໃກ້ຄຽງເຂົ້າຮ່ວມຢ່າງຫຼວງຫຼາຍ. ຂະບວນການດັ່ງກ່າວໄດ້ແຜ່ຂະຫຍາຍເຂົ້າໄປຮອດຕົວເມືອງນະຄອນຫຼວງວຽງຈັນ ດ້ວຍຈຸດປະສົງເພື່ອຂັບໄລ່ພວກຈັກກະພັດລ່າເມືອງຂຶ້ນຝຣັ່ງໃຫ້ອອກຈາກ ນະຄອນຫຼວງວຽງຈັນ. ເມື່ອຂະບວນການນີ້ເຄື່ອນທີ່ໄປຮອດບ້ານໃດກໍ່ໄດ້ມີຊາວບ້ານເຂົ້າມາຮ່ວມນໍາ ແລະ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງເຮັດໃຫ້ຂະບວນປະຊາຊົນຕໍ່ຕ້ານຝຣັ່ງ ຍິ່ງເຕີບໃຫຍ່ຂຶ້ນເລື້ອຍໆ ອັນໄດ້ສ້າງຄວາມຢ້ານກົວໃຫ້ແກ່ພວກຝຣັ່ງຢ່າງຫຼວງຫຼາຍ. ໃນສະພາບການດັ່ງກ່າວນີ້ ກອງບັນຊາການທະຫານຝຣັ່ງ ຈິ່ງໄດ້ສັ່ງກອງທະຫານໃຊ້ກໍາລັງດັກສະກັດກັ້ນລັດຕີ ແລະ ປາບປາມຂະບວການດ້ວຍການຍິງປືນສຸມໃສ່ປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ຍ້ອນຝ່າຍຂະບວນການປະຊາຊົນຜູ້ຕໍ່ຕ້ານມີອາວຸດທີ່ຫຼ້າສະໄໝ ແລະ ກຳລັງໜ້ອຍກວ່າ ຈຶ່ງເຮັດໃຫ້ ນາຍຄູຄຳ ແລະ ຜູ້ເຂົ້າຮ່ວມ ຂະບວນການໄດ້ຮັບບາດເຈັບ ແລະ ໃນທີ່ສຸດກໍ່ຖືກພວກເຂົາຈັບໄດ້. ເນື່ອງຈາກ ນາຍຄູຄຳ ໄດ້ຮັບບາດເຈັບສາຫັດ ເພິ່ນຈິ່ງຖືກນຳຕົວໄປປິ່ນປົວຢູ່ທີ່ໂຮງໝໍມະໂຫສົດ ກ່ອນຈະນຳຕົວໄປຂັງຄຸກ. ແຕ່ປິ່ນປົວມາໄດ້ໄລຍະໜຶ່ງ ໃນຂະນະທີ່ເຈົ້າໜ້າທີ່ຂອງຝຣັ່ງເຝີຕົວນັ້ນ ເພິ່ນຈິ່ງໄດ້ລັກຫຼົບໜີອອກຈາກໂຮງໝໍ ແລ້ວອາໄສໄມ້ໄຜ່ ລອຍຂ້າມນ້ຳຂອງໄປຝັ່ງໄທເພື່ອໄປຫຼົບໄພການເມືອງ ແລະ ກໍ່ບໍ່ ໄດ້ກັບຄືນມາອີກເລີຍ ປີ 1945 ນາຍຄູຄຳໄດ້ເຈັບປ່ວຍ ແລະ ໄດ້ເສຍຊີວິດຍ້ອນພະຍາດຂອງເພີ່ນຢູ່ທີ່ວັດສີທາຣາມ(ປະເທດໄທ). ສ່ວນຂະບວນການຕໍ່ສູ້ດັ່ງກ່າວກໍ່ສະຫຼາຍຕົວໄປໃນທີ່ສຸດ.ພາຍຫຼັງປະຊາຊົນລາວໄດ້ລຸກຮື້ຂື້ນຍຶດອຳນາດ ໃນວັນທີ່ 12 ຕຸລາ 1945 ເປັນຕົ້ນມາ ການສຶກສາມີລັກສະນະຊາດ ຈື່ງຄອ່ຍໆປະກົດຕົວເປັນຮູບເປັນຮ່າງຂື້ນມາ. ພາຍຫຼັງປະເທດຊາດໄດ້ຮັບການປະກາດເອກະລາດແລ້ວໃນວັນທີ່ 2 ທັນວາ 1975 ເຫດການປະຫວັດສາດດັ່ງກ່າວກໍ່ໄດ້ເປັນເງືອນໄຂເອື້ອອຳນວຍໃຫ້ແກ່ການສຶກສາຂອງລາວ ໄດ້ຮັບການພັດທະນາ,ໂຮງຮຽນໄດ້ຂະຫຍາຍຕົວຢ່າງໄວວາຈາກຕົວເມືອງໄປສູ່ຊົນນະບົດ. ລູກຫຼານຂອງປະຊາຊົນບັນດາເຜົ່າໄດ້ເຂົ້າຮໍ່າຮຽນຢູ່ໃນໂຮງຮຽນ, ປະເທດຊາດພວກເຮົາກໍ່ໄດ້ຮັບການສະໜັບສະໜູນຈາກບັນດາປັນຍາຊົນ,ຜູ້ຊົງຄຸນວຸດທິ, ບັນດາຄູອາຈານ ແລະຜູ້ທີ່ມີນຳ້ໃຈຮັກຫອມປະເທດຊາດ ຮັກບ້ານເກີດເມືອງນອນ, ຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການໃນລະບົບການສຶກສາທີ່ຫຼາກຫຼາຍ ຜ່ານການອົບຮົມມາຈາກຫຼາຍພາກສວ່ນລວມທັງພາຍໃນແລະຕ່າງປະເທດ ໄດ້ຮວ່ມແຮງກັນທັງກາຍໃຈເຂົ້າໃນການສົ່ງເສີມແລະສ້າງສາພັດທະນາບ້ານເມືອງ ເຂົາເຈົ້າເຫຼົ່ານັ້ນໄດ້ປະກອບສ່ວນພັດທະນາຄວາມຮູ້ຢ່າງຮອບດ້ານ ນຳເອົາລະບົບການສຶກສາທີ່ມີເຕັກນິກວິທະຍາສາດ ວິທະຍາການອັນໃໝ່ທີ່ທັນສະໄໝເຂົ້າໃນທຸກໆຂະແໜງການ ເພື່ອຄວາມຈະເລີນກ້າວໜ້າໄປສູ່ລະດັບສາກົນ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນລາວບັນດາເຜົ່າກໍ່ຄືຄວາມຮຸ່ງເຮືອງສີວິໄລຂອງຊາດເປັນກາ້ວໆມາ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດເປັນຕົ້ນມາໃນແຕ່ລະຍຸກສະໄໝ, ດັ່ງນັ້ນ, ເພື່ອເຮັດໃຫ້ຄວາມສຳນຶກເຖີງຄຸນງາມຄວາມດີຂອງຄູໃນສັງຄົມ ໄດ້ກາຍເປັນພຶດຕິກຳໃນຕົວຈິງ ຈື່ງເຫັນມີຄວາມຈຳເປັນຈະຕ້ອງກຳນົດໃຫ້ມີວັນຄູແຫ່ງຊາດລາວ ໂດຍກຳນົດເອົາວັນເຂົ້າຮັບລາຊະການ ເພື່ອເປັນຄູຂອງນາຍຄູຄຳ, ເຊິ່ງແມ່ນຄູຜູ້ທີ່ມີສັນຊາດລາວຄົນທຳອິດ ແລະ ນັບແຕ່ມີດຳລັດຂອງນາຍົກລັດຖະມົນຕີລົງວັນທີ 28 ກັນຍາ 1994 ໄດ້ກຳນົດວັນທີ່ 7 ຕຸລາຂອງທຸກໆປີໃຫ້ເປັນວັນຄູແຫ່ງຊາດລາວນັບແຕ່ນັ້ນມາຈົນມາຮອດປະຈຸບັນກໍ່ພໍດີຄົບຮອບ 29 ປີ. ສະນັ້ນແລ້ວເຮົາທຸກຄົນຕ້ອງບໍ່ລືມບຸນຄຸນຂອງຄູທີ່ເພິ່ນສົ່ງມອບຄວາມຮູ້ໃຫ້ແກ່ເຮົາຈົນເຮົາກາຍເປັນຄົນທີ່ມີຄວາມຮູ້ໄດ້ມາເຖິງທຸກມື້ນີ້.

ແມ່ພິມຂອງຊາດ

05 Oct 2023
ແມ່ພິມຂອງຊາດ ເນື່ອງໃນໂອກາດວັນຄູແຫ່ງຊາດ 2023 ໂດຍ: ອຸໄທ ໄຊປັນຍາ  ຄໍາວ່າຄູສັ້ນໆ ມີພັນໝື່ນຄວາມໝາຍ ຍິງ-ຊາຍພາກັນຈົດ ຈໍາຄໍາຄູໄວ້ ຢ່າໄດ້ໄລລືມຖິ້ມ ຄໍາຄູສອນສັ່ງ ຈົ່ງນຶກເຖິງຢູ່ເລື້ອຍໆ ໃຫ້ຄືດ້າມດອກດັ່ງເງົາ  ຄືດັ່ງທີ່ເພິ່ນເວົ້າ ຄວາມຮູ້ເກົ່າທີ່ຜ່ານມາ ຖ້າບໍ່ຫ່ອນຫວນຄຶດ ຫາກຊິລືມຈິງແທ້ ຄືກັບເຮົາກິນເຂົ້າ ເຮົາກິນເຮົາກະອີ່ມ ມັນບໍ່ໄປອີ່ມທ້ອງ ເຂົານັ້ນຜູ້ບໍ່ກິນ ແທ້ແລ້ວ  ກ່ອນຊິມີຄວາມຮູ້ ທຸກຄົນຍ່ອມມີຄູ ທັງຢູ່ໃນໂຮງຮຽນ ຢູ່ເຮືອນກໍ່ເປັນໄດ້ ຄູເພິ່ນສິດສອນໃຫ້ ໃນທາງໃດກະແລ້ວແຕ່ ກໍ່ລ້ວນເປັນຄວາມຮູ້ ຖືເປັນຄູໄດ້ບໍ່ລະອາຍ ແທ້ນາ  ຄູໜຶ່ງເປັນຜູ້ເຄົ້າ ຄືພໍ່-ແມ່ຂອງຕົນ ຄູສອງຢູ່ໂຮງຮຽນ ຜູ້ຖ່າຍເທຄວາມຮູ້ ຄູສາມມີຫຼາຍລົ້ນ ຕ່າງຄົນຕ່າງສອນສັ່ງ ທັງສາມຄູກໍ່ລ້ວນແລ້ວ ໃຫ້ຄວາມຮູ້ແກ່ພວກເຮົາ  ຂໍຈາລຶກຄຸນຄູໄວ້ ຢູ່ໃນໃຈບໍ່ເຫີນຫ່າງ ເຖິງຊິນານຜ່ານພົ້ນ ພັນມື້ກໍ່ບໍ່ລືມ ເພາະວ່າຄູເພິ່ນໄດ້ ສອນສັ່ງທາງປັນຍາ ທຸກວິຊາທີ່ຄູສອນ ເພື່ອໃຫ້ເຮົາໄດ້ຮຽນຮູ້  ແລ້ວນໍາເອົາໄປໃຊ້ ພັດທະນາໃຫ້ຄຽງຄູ່ ທາງປັນຍາໃຫ້ຮອບຮູ້ ນໍາໃຊ້ໃຫ້ເກີດຜົນ ແທ້ເນີີ ຂໍເອົາກອນບົດນີ້ ຕາງຊໍ່ມາລາຫອມ ນ້ອມຖວາຍແດ່ຄູ ຢູ່ໃນຂົງເຂດແຄວ້ນ ດິນແດນລາວເຮົານີ້ ຈົ່ງສຸກຂີ ແລະ ໝັ້ນແກ່ນ ແສນສຸກຂີໃຫ້ລັ່ງເຂົ້າ ໂຮມເຕົ້າຄູສູ່ຄົນ ແທ້ນາ