Sunday, 5 May 2024

ເນື່ອງໃນໂອກາດວັນປະກາດເອກລາດທີ 12 ຕຸລາ 2023

ເນື່ອງໃນໂອກາດວັນປະກາດເອກລາດທີ 12 ຕຸລາ 2023 ນີ້ເວລາ 9 ໂມງ 00 ນາທີ ທີ່ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ໄດ້ຈັດກິດຈະກໍາປູກຕົ້ນໄມ້ທົດແທນຄືນ(ເຊີ່ງເປັນຕົ້ນໄມ້ວັດຖຸພັນກາງແຈ້ງ) ໃນກິດຈະກໍາດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊຍະລາດ ພົງຍາລັກ ຫົວໜ້າກົມ ກພອ, ມີຄະນະກົມ, ຄະນະພະແນກ, ພະນັກງານວິຊາການພາຍໃນ ພະແນກ, ພ້ອມດ້ວຍອ້າຍນ້ອງປ້ອງກັນ ກໍ່ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ ເຊິ່ງເຮັດໃຫ້ກິດຈະກໍາປູກຕົ້ນໄມ້ໃນຄັ້ງນີ້ມີຄວາມໝາຍທີ່ເຕັມໄປດ້ວຍຄວາມສາມັກຄີ ແລະ ເປັນຂະບວນການໜຶ່ງທີ່ໄດ້ຈັດຂຶ້ນໃນວັນທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດລາວເຮົາ.
ຫຼັງຈາກສໍາເລັດການປູກຕົ້ນໄມ້ທົດແທນຄືນແລ້ວ ຄະນະກົມກໍ່ໄດ້ມີການໂອ້ລົມໃຫ້ກຳລັງໃຈ ປຸກລະດົມຈິດໃຈ ອ້າຍ,ນ້ອງພະນັກງານ ແລະ ໄດ້ຊີ້ທິດ ເຢືອງທາງໃຫ້ພະນັກງານພາຍໃນພະແນກ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ໃຫ້ມີຈິດໃຈບຸກບື້ນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ