Sunday, 5 May 2024

ແລກປ່ຽນບົດຮຽນ

  1. ຕອນເຊົ້າຂອງວັນທີ26ຕຸລາ2023 ຄະນະນໍາແລະວິຊາການກົມຂໍ້ມູນຂ່າວສານແລະສໍາເນົາເອກະສານຂອງພັກໄດ້ພົບປະເຮັດວຽກກັບພະແນກອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ນໍາໂດຍທ່ານ ແສງເດືອນເພັງ ໂຄດລືຊາ ຮອງຫົວຫນ້າກົມ ຂໍ້ມູນຂ່າວສານແລະສໍາເນົາເອກະສານຂອງພັກຈຸດປະສົງໃນການພົບປະເຮັດວຽກເພື່ອເກັບກໍາຂໍ້ມູນເອກະສານແລກປ່ຽນບົດຮຽນກ່ຽວກັບວຽກງານປົກປັກຮັກສາແລະຟື້ນຟູເອກະສານພ້ອມດ່ຽວກັນນັ້ນ ທ່ານແສງເດືອນເພັງ ໂຄດລືຊາຮອງຫົວຫນ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານຂອງພັກ ກໍໄດ້ມອບຮູບພາບ ແລະ ເອກະສານ,ທີ່ເປັນວັດຖຸພັນຈໍານວນໜຶ່ງໃຫ້ແກ່ພະແນກອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ເພຶ່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະຫລັງຈາກນັ້ນກໍໄດ້ເຂົ້າທ່ຽວຊົມອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ