Saturday, 18 May 2024

ແມ່ພິມຂອງຊາດ

ແມ່ພິມຂອງຊາດ
ເນື່ອງໃນໂອກາດວັນຄູແຫ່ງຊາດ 2023
ໂດຍ: ອຸໄທ ໄຊປັນຍາ
 ຄໍາວ່າຄູສັ້ນໆ ມີພັນໝື່ນຄວາມໝາຍ
ຍິງ-ຊາຍພາກັນຈົດ ຈໍາຄໍາຄູໄວ້
ຢ່າໄດ້ໄລລືມຖິ້ມ ຄໍາຄູສອນສັ່ງ
ຈົ່ງນຶກເຖິງຢູ່ເລື້ອຍໆ ໃຫ້ຄືດ້າມດອກດັ່ງເງົາ
 ຄືດັ່ງທີ່ເພິ່ນເວົ້າ ຄວາມຮູ້ເກົ່າທີ່ຜ່ານມາ
ຖ້າບໍ່ຫ່ອນຫວນຄຶດ ຫາກຊິລືມຈິງແທ້
ຄືກັບເຮົາກິນເຂົ້າ ເຮົາກິນເຮົາກະອີ່ມ
ມັນບໍ່ໄປອີ່ມທ້ອງ ເຂົານັ້ນຜູ້ບໍ່ກິນ ແທ້ແລ້ວ
 ກ່ອນຊິມີຄວາມຮູ້ ທຸກຄົນຍ່ອມມີຄູ
ທັງຢູ່ໃນໂຮງຮຽນ ຢູ່ເຮືອນກໍ່ເປັນໄດ້
ຄູເພິ່ນສິດສອນໃຫ້ ໃນທາງໃດກະແລ້ວແຕ່
ກໍ່ລ້ວນເປັນຄວາມຮູ້ ຖືເປັນຄູໄດ້ບໍ່ລະອາຍ ແທ້ນາ
 ຄູໜຶ່ງເປັນຜູ້ເຄົ້າ ຄືພໍ່-ແມ່ຂອງຕົນ
ຄູສອງຢູ່ໂຮງຮຽນ ຜູ້ຖ່າຍເທຄວາມຮູ້
ຄູສາມມີຫຼາຍລົ້ນ ຕ່າງຄົນຕ່າງສອນສັ່ງ
ທັງສາມຄູກໍ່ລ້ວນແລ້ວ ໃຫ້ຄວາມຮູ້ແກ່ພວກເຮົາ
 ຂໍຈາລຶກຄຸນຄູໄວ້ ຢູ່ໃນໃຈບໍ່ເຫີນຫ່າງ
ເຖິງຊິນານຜ່ານພົ້ນ ພັນມື້ກໍ່ບໍ່ລືມ
ເພາະວ່າຄູເພິ່ນໄດ້ ສອນສັ່ງທາງປັນຍາ
ທຸກວິຊາທີ່ຄູສອນ ເພື່ອໃຫ້ເຮົາໄດ້ຮຽນຮູ້
 ແລ້ວນໍາເອົາໄປໃຊ້ ພັດທະນາໃຫ້ຄຽງຄູ່
ທາງປັນຍາໃຫ້ຮອບຮູ້ ນໍາໃຊ້ໃຫ້ເກີດຜົນ ແທ້ເນີີ
ຂໍເອົາກອນບົດນີ້ ຕາງຊໍ່ມາລາຫອມ
ນ້ອມຖວາຍແດ່ຄູ ຢູ່ໃນຂົງເຂດແຄວ້ນ
ດິນແດນລາວເຮົານີ້ ຈົ່ງສຸກຂີ ແລະ ໝັ້ນແກ່ນ
ແສນສຸກຂີໃຫ້ລັ່ງເຂົ້າ ໂຮມເຕົ້າຄູສູ່ຄົນ ແທ້ນາ