Saturday, 18 May 2024

7 ມູນເຊື້ອທີ່ເປັນພື້ນຖານຂອງແນວລາວສ້າງຊາດ ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 73 ປີ ( 13 ສິງຫາ 1950-13 ສິງຫາ 2023 )

ຈາກຜົນງານ ແລະ ຜົນສຳເລັດຂອງແນວໂຮມໃນແຕ່ລະໄລຍະ ພວກເຮົາສາມາດສະຫຼຸບສັງ ລວມເປັນມູນເຊື້ອພື້ນຖານໄດ້ດັ່ງນີ້:

  1. ແນວລາວສ້າງຊາດ ມີມູນເຊື້ອເຕົ້າ ໂຮມຄວາມສາມັກຄີກັບປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນ, ທຸກພາກສ່ວນເສດຖະກິດ ໃຕ້ຮົ່ມທຸງ ປະຕິວັດຂອງພັກປະຊາຊົນປະຕິວັດລາວ.
  2. ຍຶດໝັ້ນໃນພັນທະພາບລະຫວ່າງ ຊົນຊັ້ນກໍາມະກອນ ຊາວກະສິກອນ ແລະ ຊັ້ນຄົນ, ນັກຮຽນຮູ້ປັນຍາຊົນປະຕິວັດ ພາຍໃຕ້ການນໍາພາຂອງພັກ, ເດັດດ່ຽວໜຽວແໜ້ນ ສຶກສາອົບຮົມປະຊາຊົນໄປຕາມພັກ.
  3. ແນວໂຮມມີມູນເຊື້ອໃນການຕໍ່ສູ້ດ້ານ ການເມືອງ ໄປຄຽງຄູ່ກັບການຕໍ່ສູ້ດ້ວຍກຳລັງ ອາວຸດ, ການເຄື່ອນໄຫວຂອງແນວໂຮມໄດ້ກາຍເປັນອຳນາດລັດສ່ວນໜຶ່ງ ແລະ ການຕໍ່ສູ້ທັງ ສາມດ້ານຄື: ດ້ານການເມືອງ, ການທະຫານ ແລະ ການຕ່າງປະເທດ, ຮູ້ນຳໃຊ້ທ່າແຮງທາງດ້ານການເມືອງ, ສ້າງກາລະໂອກາດບຸກໂຈມຕີສັດຕູ ດ້ານການທະຫານ, ການຕ່າງປະເທດ ແລະ ທັງຮູ້ນໍາໃຊ້ທ່າແຮງດ້ານການທະ ຫານ ເພື່ອບຸກຕີສັດຕູທາງດ້ານການເມືອງ ແລະ ການຕ່າງປະເທດ.
  4. ແນວໂຮມມີມູນເຊື້ອຮ່ວມສໍາພັນທາງ ດ້ານການເມືອງ ແລະ ທາງດ້ານການທະຫານ ກັບກຳລັງເປັນກາງທີ່ກ້າວຫນ້າ ແລະ ຊັ້ນຄົນ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫຼົ່າດ້ວຍການ ໝູນໃຊ້ຫຼັກການ, ນະໂຍບາຍອັນຖືກຕ້ອງ ຂອງພັກ ເພື່ອຂົນຂວາຍປຸກລະດົມ, ດຶງດູດເອົາ ກຳລັງເປັນກາງ ເຂົ້າຮ່ວມໃນຂະບວນການປະຕິວັດ ເຮັດໃຫ້ຂະບວນການປະຕິວັດນັບມື້ນັບເຕີບໃຫຍ່ເຂັ້ມແຂງຂຶ້ນ ຢ່າງບໍ່ຢຸດຢັ້ງ.
  5. ແນວໂຮມມີມູນເຊື້ອຮ່ວມສໍາພັນສູ້ ຮົບ ແລະ ສາມັກຄີພິເສດກັບກອງທັບ ແລະ ປະ ຊາຊົນຫວຽດນາມ, ປະຕິບັດການຮ່ວມສໍາພັນ ສາມຊາດ ລາວ – ຫວຽດນາມ ແລະ ກຳປູເຈຍ ເພື່ອ ພ້ອມກັນຕີສັດຕົວດຽວກັນ.ການຮ່ວມສຳພັນສູ້ຣົບ ເປັນບົດບາດ ໜຶ່ງທີ່ສຳຄັນທີ່ສຸດ, ເປັນການປະສານສົມທົບ ລະຫວ່າງກຳລັງແຮງຂອງຊາດ ແລະ ຂອງຍຸກ ສະໄໝ ເຮັດໃຫ້ກາຍເປັນກຳລັງແຮງສັງລວມ ເພື່ອຕີເອົາຊະນະ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ໃນໄລຍະການຕໍ່ສູ້ກູ້ຊາດ ກໍ່ຄືໃນພາລະກິດ ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
  6. ແນວໂຮມມີມູນເຊື້ອເປັນທີ່ປຶກສາ, ແນະນໍາ ແລະ ເປັນບ່ອນໃຫ້ປະຊາຊົນໄດ້ເພິ່ງພາ; ແນວໂຮມເຮັດບົດບາດເປັນຂົວຕໍ່ທີ່ດີ ລະຫວ່າງມະຫາຊົນກັບພັກ ລະຫວ່າງປະຊາຊົນກັບລັດ. ນອກນັ້ນແນວໂຮມຍັງໄດ້ສະແດງລັກສະນະທີ່ມີການຈັດຕັ້ງ ແລະ ເປັນພື້ນຖານການເມືອງຂອງອຳນາດລັດປະຊາທິປະໄຕປະຊາຊົນ.
  7. ແນວໂຮມຍັງ ເປັນຫຼັກແຫຼ່ງກຳເນີດເຕີບໃຫຍ່ຝຶກຝົນຫຼໍ່ຫຼອມຖັນແຖວພະນັກງານລຸ້ນຕ່າງໆ ຫຼາຍໆທ່ານໄດ້ກາຍເປັນພະນັກງານຫຼັກແຫຼ່ງ, ຂັ້ນນຳພາຂອງພັກ ແລະ ຂອງລັດ.