Saturday, 18 May 2024

ຊາວໜຸ່ມ ສະຫຼຸບປີ 2023

23 Feb 2024
ໃນຕອນເຊົ້າຂອງວັນພະຫັດທີ 22 ກຸມພາ 2024 ເວລາ 08 ໂມງ 30 ນາທີ ໜ່ວຍຊາວໜຸ່ມກົມ ກພອ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຂຶ້ນທີ່ຫ້ອງປະຊຸມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ເຊິ່ງໃຫ້ກຽດເປັນປະທານ ໂດຍ ທ່ານ ໄຊຍະລາດ ພົງຍາລັກ ກໍາມະການຄະນະພັກ ຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກຫົວໜ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ , ມີ ສະຫາຍ ນາງ ອາລູໂນ ກວາ້ງມະນີວົງ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກກໍ່ໃຫ້ກຽດເຂົ້າຮ່ວມ, ມີຕາງໜ້າໜ່ວຍກໍາມະບານ, ໜ່ວຍແມ່ຍິງ ກົມ ກພອ, ຕ່າງໜ້າຊາວໜຸ່ມບັນດາກົມພາຍໃນ ຫສພ, ມີຄະນະໜ່ວຍ, ຄະນະຈຸ ແລະ ສະມາຊິກຊາວໜຸ່ມກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ, ໃນກອງປະຊຸມ ສະຫາຍ ກ້ອນແກ້ວ ອຸ່ນລາສີ ຮອງເລຂາໜ່ວຍຊາວໜຸ່ມ ກໍ່ໄດ້ຜ່ານຂໍ່ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຈຸຊາວໜຸ່ມ, ກົດລະບຽບວ່າດ້ວຍການນໍາໃຊ້ເງິນຄັງຊາວໜຸ່ມ, ຂໍ້ຕົກລົງວ່າດ້ວຍການສິ້ນສຸດຈາກການເປັນຊາວໜຸ່ມຂອງສະມາຊິກຊາວໜຸ່ມ, ໄດ້ຮັບຟັງການສະຫຼຸບຜົນງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າເຊິ່ງລາຍງານໂດຍສະຫາຍ ນາງ ຕາວັນ ວັນທອງ ເຂລາໜ່ວຍຊາວໜຸ່ມ ກົມ ກພອ, ນອກນັ້ນຍັງໄດ້ຮັບຟັງຄໍາໂອ້ລົມຂອງທ່ານ ໄຊຍະລາດ ພົງຍາລັກ ກໍາມະການຄະນະພັກ ຫ້ອງວ່າການສູນກາງພັກ, ຫົວໜ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫຼັງຈາກສຳເລັດກອງປະຊຸມແລ້ວ ຍັງໄດ້ທ່ຽວຊົມ ງານວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( ວັນທີ 8 ກຸມພາ 1924-8 ກຸມພາ 2024) “

ຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 60 ປີ

08 Feb 2024
ຕອນເຊົ້າວັນ ພະຫັດ ທີ 8 ກຸມພາ 2024 ເວລາ 6 ໂມງ 30 ນາທີ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ມີພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 60 ປີ (9 ກຸມພາ 1964-9 ກຸມພາ 2024 ) ເຊິ່ງນຳໂດຍ : ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ, ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຕຳຫຼວດຄຸມຂັງ- ດັດສ້າງ ໄດ້ນໍາພາຄະນະພັກ, ຄະນະນໍາ, ໃຫ້ກຽດນໍາເອົາກະຕ່າດອກໄມ້ອັນສວຍ ສົດງົດງາມ ແລະ ແສນຫອມຫວນ ມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ສະດຸດີຕໍ່ຊື່ ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາ ເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ບັນດາເຜົ່າ ທັງເປັນຜູ້ ໃຫ້ກຳເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບຳລຸງ ຝຶກຝົນຫຼໍ່ຫຼອມ ກຳລັງປ້ອງ ກັນຄວາມສະຫງົບລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຕະຫຼອດມາ. ປະທານໄກສອນ ພົມວິຫານ ແມ່ນວິລະບູລຸດທີ່ມີຄຸນສົມບັດສິນທຳ ປະຕິວັດອັນສູງສົ່ງ, ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ເພິ່ນເປັນ ຜູ້ນຳທີ່ປີຊາສາມາດ, ສະຫຼາດສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການໝູນໃຊ້ທິດສະດີມາກ-ເລນິນ ແລະ ບັນດາບົດຮຽນ ອັນປະເສີດ, ຍອດຍິ່ງຂອງມວນມະນຸດ ຢ່າງປະດິດສ້າງ ເຂົ້າໃນການນໍາພາ-ຊີ້ນໍາ ພາລະກິດປະຕິວັດ ຍາດໄດ້ໄຊຊະນະ ສະຫງ່າງາມຕະຫຼອດມາ. ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ເປັນກໍາລັງໜຶ່ງທີ່ມີຄວາມໝາຍສໍາຄັນຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ຕະຫຼອດໄລຍະ 60 ປີຜ່ານມາ ໄດ້ສ້າງຜົນງານຫຼາຍດ້ານທີ່ມີຄວາມເອກອ້າງທະນົງໃຈ ໂດຍສະເພາະແມ່ນການເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ຢູ່ບັນດາຄ້າຍຄຸມຂັງ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພໂດຍພື້ນຖານ. 60 ປີແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງ ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ໄດ້ປະກອບສ່ວນອັນສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ມີຄວາມໜັກແໜ້ນ ຕະຫຼອດມາ. ໃນນັ້ນ, ໄດ້ເອົາໃຈໃສ່ໃນການປັບປຸງ ແລະ ພັດທະນາກົມກອງ ໃຫ້ເຕີບໃຫ່ຍຂະຫຍາຍຕົວທາງດ້ານຈຳນວນພົນ ແລະ ຄຸນນະພາບ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່-ທີ່ພັກ-ລັດມອບໝາຍໃຫ້ ໃນພາລະໜ້າທີ່ອັນສຳຄັນ, ໜັກໜ່ວງ, ປະຈັນບານ ແລະ ປະເຊີນໜ້າໂດຍກົງກັບສະພາບການທີ່ຫຍຸ້ງຍາກສັບສົນ ແລະ ທ້າທາຍຫຼາຍດ້ານ ໃນການປະກອບສ່ວນຕ້ານ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຈົນສາມາດຍາດໄດ້ຜົນງານຫຼາຍດ້ານ ຄຽງຄູ່ກັບກົມກອງອື່ນໆ ຢ່າງມີຜົນສໍາເລັດ. 60 ປີ ຂອງກໍາລັງຕຳຫຼວດຄຸມຂັງ-ດັດສ້າງ ຄັ້ງນີ້ ຍັງໄດ້ສ່ອງແສງໃຫ້ເຫັນຜົນງານ ແລະ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ເປັນກຳລັງປະກອບອາວຸດທີ່ໄວ້ເນື້ອເຊື່ອໃຈຂອງພັກ-ລັດ, ເຫັນໄດ້ທາດແທ້ຄວາມເດັດດ່ຽວໜຽວແໜ້ນ ໃນການປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ທັງເປັນການຫວນຄືນເຖິງຄຸນງາມຄວາມດີຂອງພະນັກງານ-ນັກຮົບປະຕິວັດອາວຸໂສ, ຮັບຮູ້ປະຫວັດມູນເຊື້ອ, ຄວາມເປັນມາ, ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ເປັນເງື່ອນໄຂສຳຄັນໃນການປະຕິບັດແຜນຍຸດທະສາດ ເພື່ອພັດທະນາວຽກງານຄຸມຂັງ-ດັດສ້າງ ໃນໄລຍະໃໝ່ ໃຫ້ດີຂຶ້ນເປັນກ້າວໆ

ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

08 Feb 2024
ພິທີເປິດງານວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ “ຊີວິດ ແລະ ການເຄື່ອນໄຫວປະຕິ ຂອງປະທານ ຄຳໄຕ ສີພັນດອນ” ເນື່ອງໃນໂອກາດສະເຫີມສະຫຼອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( ວັນທີ 8 ກຸມພາ 1924 – 8 ກຸມພາ2024 ) ໃນຕອນເຊົ້າຂອງວັນພຸດ ທີ 7 ກຸມພາ 2024 ນີ້ເວລາ 8:30 ນາທີ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ຫຼັກ 6 ນະຄອນຫຼວງວຽງຈັນ ໄດ້ເປີດພິທີງານວາງສະແດງຮູບພາບ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ" ຂຶ້ນຢ່າງເປັນທາງການ ເຊິ່ງໃຫ້ກຽດຕັດແຖບຜ້າໂດຍ: ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ມີບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ, ພະນັກງານພາຍໃນຫ້ອງວ່າການສູນກາງພັກໂດຍສະເພາະກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຝົດຝື້ນ. ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນຳຮຸ່ນທໍາອິດຂອງພັກເຮົາທີ່ມີຄວາມປີຊາສາມາດ-ອົງອາດ ກ້າແກ່ນ ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ-ນັກຍຸດໂທບາຍທີ່ມອງກວ້າງເຫັນໄກຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມຄິດປະດິດສ້າງສູງ, ແມ່ນຜູ້ນຳທີ່ມີແບບແຜນຊີ້ນໍາ-ບັນຊາ ແທດກັບຕົວຈິງ; ຍາມໃດກໍ່ມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມ ເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ຕໍ່ຊິບພະຈອນຂອງປະເທດຊາດ. ປີ 2024 ແມ່ນປີທີ່ປະທານ ຄຳໄຕ ສີພັນດອນ ມີອາຍຸ ຄົບຮອບ 100 ປີ; ເພື່ອສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມດຽວກັນນັ້ນກໍ່ເພື່ອສຶກສາອົບຮົມ ແລະ ປຸກລະດົມໃຫ້ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງໄດ້ນຳເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທຳປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນໄປຮ່ຳຮຽນ, ໄປເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປ ປະຕິບັດໜ້າທີ່ຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ. ງານວາງສະແດງສະເຫຼີມສະຫຼອງວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ" ແມ່ນກິດຈະກຳໜຶ່ງໃນຫຼາຍກິດຈະກຳທີ່ມີ ຄວາມໝາຍເລິກເຊິ່ງ ແລະ ຍິ່ງໃຫຍ່ເຊິ່ງໄດ້ຮີບໂຮມເອົາບັນດາຮູບພາບ, ເອກະສານ, ວັດຖຸພັນ ທີ່ຕິດພັນກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງເພິ່ນຈັດວາງສະແດງຢ່າງເປັນລະບົບຄົບຊຸດ, ຖືກຕ້ອງສອດຄ່ອງຕາມຄວາມເປັນຈິງ ແລະ ຮັບປະກັນທັງເນື້ອໃນ, ສິລະປະວິຈິດສິນ ແລະ ຫຼັກການພິພິທະພັນ, ແນໃສ່ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ຊີວິດ ແລະ ຜົນສຳເລັດທີ່ສະຫງ່າລາສີ ຂອງປະທານ ຄຳໄຕ ສີພັນດອນ ຜ່ານບັນດາຮູບພາບ, ເອກະສານ, ວັດຖຸພັນ ທີ່ນໍາມາສະເໜີຢ່າງມີຄວາມອຸດົມສົມບູນ ແລະ ມີຊີວິດວາ. ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ເລືອກເຟັ້ນຮູບພາບຈຳນວນ 1 ວາງສະແດງຢູ່ຫໍປະຊຸມແຫ່ງຊາດ ເພື່ອຮັບໃຊ້ໃນງານຊຸມນຸມມິດຕິງວັນສໍາຄັນດັ່ງກ່າວເຊິ່ງທັງໝົດແບ່ງອອກເປັນ 5 ພາກ ໃຫຍ່ຄື: 1. ບ້ານເກີດເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມ ຂອງປະທານ ຄຳໄຕ ສີພັນດອນ (1924-1946). 2. ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫລະພາບ ຕ້ານກັບການຮຸກຮານ ຍຶດຄອງຂອງລ່າເມືອງຂຶ້ນຝະລັ່ງ ແລະ ຂຸນເສີກຍີ່ປຸ່ນ (1947-1954). 3. ປະທານ ຄຳໄຕ ສີພັນດອນ ປະກອບສ່ວນນຳພາການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ ຕ້ານການ ຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມື (1955-1975). 4. ປະທານ ຄຳໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະຕິວັດລາວ ໄດ້ຊີ້ນຳ ນໍາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສືບຕໍ່ນຳພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກຢ່າງມີໄຊຕະຫຼອດມາ (1976-ປັດຈຸບັນ). 5. ປະທານ ຄຳໄຕ ສິພັນດອນ ກັບວຽກງານການຕ່າງປະເທດ

ວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ

01 Feb 2024
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວ ຄົບຮອບ 68 ປີ ( 01 ກຸມພາ 1956-01 ກຸມພາ 2024 ) ຕອນເຊົ້າ ວັນ ພະຫັດ  ທີ 1 ກຸມພາ 2024 ເວລາ 7 ໂມງ 40  ໄດ້ຕ້ອນຮັບ ຄະນະ ຜູ້ແທນກຳມະບານ ເຊິ່ງນຳໂດຍ  ສະຫາຍ ສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ, ປະທານ ສູນກາງສະຫະພັນກຳມະບານລາວ ພ້ອມ ດ້ວຍຄະນະ ໄດ້ຈັດພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງ ຊາດ, ເປັນຜູ້ນໍາພາສ້າງ, ທະນຸບຳລຸງ, ຝຶກຝົນຫຼໍ່ຫຼອມ ແລະ ປັບປຸງສູນກາງ ສະຫະພັນກຳມະບານລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ໜັກແໜ້ນ, ເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ, ຊື່ສຽງຮຽງນາມຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນສະ ໜິດແໜ້ນຕະຫຼອດໄລຍະແຫ່ງການນໍາພາ ພາລະກິດອັນຍິ່ງໃຫຍ່ຂອງປະເທດ ເຮົາ ທັງຢູ່ໃນໄລຍະຕໍ່ສູ້ກູ້ຊາດກໍ່ຄືໄລຍະປົກປັກຮັກສາ-ສ້າງສາປະເທດຊາດ. ເປັນຜູ້ລິເລີ່ມ ແລະ ນໍາພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກ , ຍາດໄດ້ໄຊຊະນະສະຫງ່າງາມຕະຫຼອດມາ. ຕະຫຼອດໄລຍະ 68 ປີຜ່ານມາສະຫະພັນກໍາມະບານລາວໃດ້ມີຜົນງານອັນໄຫຍ່ຫຼວງ ໃນການປະກອບສ່ວນສ້າງສາພັດທະນາປະເທດຊາດຂອງກໍາມະກອນລາວ. ໂດຍພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນລາວ, ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກຳມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ ສະຫາຍສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ສ້າງຕັ້ງຂື້ນ ເພື່ອຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນ ພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ກາຍເປັນກຳລັງແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ອົງການຈັດຕັ້ງກຳມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມ ແຂງຢ່າງບໍ່ຢຸດຢັ້ງ. ປີ 1966-1975 ສູນກາງພັກໄດ້ຕົກລົງປັບປຸງການຈັດຕັ້ງກຳມະບານລາວຕື່ມອີກ ແລະ ໄດ້ມອບໝາຍໃຫ້ ສະຫາຍ ໜູຮັກ ພູມສະຫັວນ ເປັນຜູ້ຮັບຜິດຊອບ, ໂດຍພາຍໃຕ້ການຊີ້ນຳຂອງຄະນະນໍາສູນກາງພັກ ເພື່ອສືບຕໍ່ປະກອບສ່ວນໃນພາລະກິດປະຕິວັດ, ກໍ່ສ້າງເຂດປົດປ່ອຍເປັນລັດໜຶ່ງ, ກຽມທຸກເງື່ອນໄຂ ເພື່ອປົດປ່ອຍປະເທດຊາດຢ່າງສົມບູນ. ໃນເວລານັ້ນ, ພັກໄດ້ເອົາໃຈໃສ່ຊີ້ນຳກໍ່ສ້າງເສດຖະກິດຢ່າງເປັນລະບົບສ້າງໂຮງຈັກ, ໂຮງງານຈຳນວນໜຶ່ງເຊັ່ນ: ໂຮງງານຕີເຫຼັກ, ໂຮງງານຕໍ່າແຜ່ນ, ໂຮງງານປຸງແຕ່ງສະບຽງອາຫານ, ໂຮງພິມ, ໄປສະນີ, ສື່ສານ, ການກໍ່ສ້າງຖະໜົນຫົນທາງ ແລະ ອື່ນໆ. ອັນໄດ້ເຮັດໃຫ້ກຳມະກອນນັບມື້ໄດ້ເພີ່ມຂຶ້ນ ອົງການຈັດຕັ້ງກຳມະບານກໍໄດ້ສ້າງຕັ້ງຮາກຖານຂຶ້ນຢູ່ແຕ່ລະຫົວໜ່ວຍການຜະລິດ, ແຕ່ລະສໍານັກງານອົງການຂອງລັດ, ໂຮງຮຽນ, ໂຮງໝໍ, ໜ້າທີ່ຕົ້ນຕໍຂອງກຳມະບານຖືເອົາວຽກງານໂຄສະນາສຶກສາອົບຮົມການປະຕິບັດແນວທາງນະໂຍບາຍຂອງພັກແຕ່ລະໄລຍະເປັນເນື້ອໃນໃຈກາງຂອງການເຄື່ອນໄຫວ, ສ້າງຂະບວນການຕ່າງໆ, ເຮັດທຸກສິ່ງທຸກຢ່າງ ເພື່ອຮັບໃຊ້ແນວໜ້າ, ຕີເອົາຊະນະສັດຕູ ແລະ ປົກປັກຮັກສາເຂດປົດປ່ອຍໃຫ້ເຂັ້ມແຂງ,ສຶກສາອົບຮົມມະຫາຊົນ, ເຮັດຫຼ້ອນໜ້າທີ່ວິຊາສະເພາະ, ລົງຂົນຂວາຍກໍ່ສ້າງຮາກຖານ, ເຂົ້າຮ່ວມການກໍ່ສ້າງກຳລັງໃນກົມກອງທ້ອງຖິ່ນຕ່າງໆ, ປຸກລະດົມຂົນຂວາຍຊຸກຍູ້ຂະບວນການຕໍ່ສູ້ ຂອງມະຫາຊົນໃຫ້ເປັນຂະບວນຟົດຟື້ນຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນແນວທາງນະໂຍບາຍຂອງພັກຕາມຄຳຂວັນ: "ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ເອກະພາບ" ເພື່ອນຳພາການປະຕິວັດຂອງປະເທດເຮົາກ້າວຂຶ້ນ ແລະ ຍາດເອົາໄຊຊະນະຢ່າງສົມບູນໃນທົ່ວປະເທດ ປີ 1975. ພາຍຫຼັງສ້າງຕັ້ງລະບອບໃໝ່, ກົມການເມືອງສູນກາງພັກໄດ້ສືບຕໍ່ຊີ້ນຳ-ນຳພາການເຄື່ອນໄຫວຂອງອົງການຈັດຕັ້ງກຳມະບານລາວ ໃຫ້ມີຄວາມໜັກແໜ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍເຊື່ອມຊຶມແນວທາງ, ທິດທາງ, ໜ້າທີ່ໃໝ່ທີ່ພັກວາງອອກ ແລະ ເຫັນແຈ້ງພາລະກຳປະຫວັດສາດ ຂອງຊົນຊັ້ນກຳມະກອນໃນໄລຍະໃໝ່ຂອງການປະຕິວັດ, ອົງການກຳມະບານລາວ ໄດ້ເພີ່ມທະວີການສຶກສາອົບຮົມກຳມະກອນ, ລັດຖະກອນໃຫ້ມີຄວາມຕື່ນຕົວທາງຊົນຊັ້ນ, ຕື່ນຕົວທາງສັງຄົມນິຍົມ, ມີສະຕິຕໍ່ການຈັດຕັ້ງ ແລະ ລະບຽບວິໄນນັບມື້ສູງຂຶ້ນເລື້ອຍໆ, ພ້ອມທັງເອົາໃຈໃສ່ບຳລຸງຍົກລະດັບດ້ານການເມືອງແນວຄິດ, ວັດທະນະທໍາ ແລະ ວິຊາສະເພາະທີ່ຈຳເປັນ, ສ້າງແບບແຜນດຳລົງຊີວິດແບບໃໝ່; ພ້ອມກັນນັ້ນ, ກໍໄດ້ປຸກລະດົມຂົນຂວາຍ ແລະ ຈັດຕັ້ງຂະບວນການແຂ່ງຂັນສັງຄົມນິຍົມຢ່າງຟົດຟື້ນພາຍໃຕ້ ຄຳຂັວນ: "ທຸກສິ່ງທຸກຢ່າງເພື່ອປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງສັງຄົມນິຍົມ, ທຸກສິ່ງທຸກຢ່າງເພື່ອຄວາມສົມບູນພູນສຸກຂອງປະຊາຊົນເຜົ່າຕ່າງໆ" ໂດຍແນໃສ່ 3 ຈຸດໝາຍຄື: ອັນທີໜຶ່ງ: ຍົກສູງຜະລິດຕະພາບຂອງງານ; ອັນທີສອງ: ຍົກສູງຄຸນະພາບຂອງການຜະລິດຕະພັນແລະ ປະສິດທິຜົນຂອງວຽກງານ ແລະ ອັນທີສາມ: ປະຢັດ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ. ໃນສະພາບເງື່ອນໄຂຕົວຈິງຂອງປະເທດເຮົາໃນເວລານັ້ນ, ສະຫະພັນກຳມະບານລາວໄດ້ຮັບການປັບປຸງການຈັດຕັ້ງເປັນລະບົບແຕ່ສູນກາງລົງຮອດຮາກຖານໃນທົ່ວປະເທດ, ຊົນຊັ້ນກໍາມະກອນລາວ ກໍໄດ້ເຕົ້າໂຮມຄວາມສາມັກຄີເຂົ້າເປັນອັນໜື່ງອັນດຽວ, ຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານເຂົ້າຢູ່ໃນການຈັດຕັ້ງ ໂດຍພາຍໃຕ້ການນຳພາຂອງພັກ, ຊຶ່ງໃນເວລານີ້ສາມາດເວົ້າໄດ້ວ່າ: ທຸກໆສຳນັກງານ, ອົງການຂອງພັກ ແລະ ລັດ, ໂຮງຈັກໂຮງງານ, ບໍລິສັດ, ວິສາຫະກິດ, ນິຄົມ ແລະ ອື່ນໆ ລ້ວນແຕ່ມີໜໍ່ແໜງ ຂອງການຈັດຕັ້ງກໍາມະບານ.