Sunday, 5 May 2024

ຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 60 ປີ

ຕອນເຊົ້າວັນ ພະຫັດ ທີ 8 ກຸມພາ 2024 ເວລາ 6 ໂມງ 30 ນາທີ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ມີພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກຳລັງຕຳຫຼວດຄຸມຂັງ-ດັດສ້າງ ຄົບຮອບ 60 ປີ (9 ກຸມພາ 1964-9 ກຸມພາ 2024 ) ເຊິ່ງນຳໂດຍ : ສະຫາຍ ພົຈວ ສົມລິດ ດາວຮຸ່ງສຸລິ, ຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມຕຳຫຼວດຄຸມຂັງ- ດັດສ້າງ ໄດ້ນໍາພາຄະນະພັກ, ຄະນະນໍາ, ໃຫ້ກຽດນໍາເອົາກະຕ່າດອກໄມ້ອັນສວຍ ສົດງົດງາມ ແລະ ແສນຫອມຫວນ ມາວາງຕໍ່ໜ້າຮູບຫຼໍ່ ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ສະດຸດີຕໍ່ຊື່ ສຽງຮຽງນາມ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸດທິດຕະຫຼອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາ ເອກະລາດແຫ່ງຊາດ, ອິດສະຫຼະພາບມາໃຫ້ປະຊາຊົນລາວ ບັນດາເຜົ່າ ທັງເປັນຜູ້ ໃຫ້ກຳເນີດ, ເອົາໃຈໃສ່ສຶກສາອົບຮົມ, ຖະນຸບຳລຸງ ຝຶກຝົນຫຼໍ່ຫຼອມ ກຳລັງປ້ອງ ກັນຄວາມສະຫງົບລາວ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງຕະຫຼອດມາ.
ປະທານໄກສອນ ພົມວິຫານ ແມ່ນວິລະບູລຸດທີ່ມີຄຸນສົມບັດສິນທຳ ປະຕິວັດອັນສູງສົ່ງ, ເປັນລູກຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ເພິ່ນເປັນ ຜູ້ນຳທີ່ປີຊາສາມາດ, ສະຫຼາດສ່ອງໃສ, ມີວິໄສທັດອັນກວ້າງໄກ, ມີຄວາມສາມາດຄ່ອງແຄ້ວໃນການໝູນໃຊ້ທິດສະດີມາກ-ເລນິນ ແລະ ບັນດາບົດຮຽນ ອັນປະເສີດ, ຍອດຍິ່ງຂອງມວນມະນຸດ ຢ່າງປະດິດສ້າງ ເຂົ້າໃນການນໍາພາ-ຊີ້ນໍາ ພາລະກິດປະຕິວັດ ຍາດໄດ້ໄຊຊະນະ ສະຫງ່າງາມຕະຫຼອດມາ.
ກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ເປັນກໍາລັງໜຶ່ງທີ່ມີຄວາມໝາຍສໍາຄັນຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແລະ ຕະຫຼອດໄລຍະ 60 ປີຜ່ານມາ ໄດ້ສ້າງຜົນງານຫຼາຍດ້ານທີ່ມີຄວາມເອກອ້າງທະນົງໃຈ ໂດຍສະເພາະແມ່ນການເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ຢູ່ບັນດາຄ້າຍຄຸມຂັງ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພໂດຍພື້ນຖານ.
60 ປີແຫ່ງການເຕີບໃຫ່ຍຂະຫຍາຍຕົວຂອງ ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ກໍຄື ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ກຳລັງຕຳຫຼວດຄຸມຂັງ-ດັດສ້າງ ໄດ້ປະກອບສ່ວນອັນສໍາຄັນໃນການປົກປັກຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃຫ້ມີຄວາມໜັກແໜ້ນ ຕະຫຼອດມາ. ໃນນັ້ນ, ໄດ້ເອົາໃຈໃສ່ໃນການປັບປຸງ ແລະ ພັດທະນາກົມກອງ ໃຫ້ເຕີບໃຫ່ຍຂະຫຍາຍຕົວທາງດ້ານຈຳນວນພົນ ແລະ ຄຸນນະພາບ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່-ທີ່ພັກ-ລັດມອບໝາຍໃຫ້ ໃນພາລະໜ້າທີ່ອັນສຳຄັນ, ໜັກໜ່ວງ, ປະຈັນບານ ແລະ ປະເຊີນໜ້າໂດຍກົງກັບສະພາບການທີ່ຫຍຸ້ງຍາກສັບສົນ ແລະ ທ້າທາຍຫຼາຍດ້ານ ໃນການປະກອບສ່ວນຕ້ານ ແລະ ສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຈົນສາມາດຍາດໄດ້ຜົນງານຫຼາຍດ້ານ ຄຽງຄູ່ກັບກົມກອງອື່ນໆ ຢ່າງມີຜົນສໍາເລັດ.
60 ປີ ຂອງກໍາລັງຕຳຫຼວດຄຸມຂັງ-ດັດສ້າງ ຄັ້ງນີ້ ຍັງໄດ້ສ່ອງແສງໃຫ້ເຫັນຜົນງານ ແລະ ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ເປັນກຳລັງປະກອບອາວຸດທີ່ໄວ້ເນື້ອເຊື່ອໃຈຂອງພັກ-ລັດ, ເຫັນໄດ້ທາດແທ້ຄວາມເດັດດ່ຽວໜຽວແໜ້ນ ໃນການປະຕິບັດໜ້າທີ່ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ແລະ ທັງເປັນການຫວນຄືນເຖິງຄຸນງາມຄວາມດີຂອງພະນັກງານ-ນັກຮົບປະຕິວັດອາວຸໂສ, ຮັບຮູ້ປະຫວັດມູນເຊື້ອ, ຄວາມເປັນມາ, ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ເປັນເງື່ອນໄຂສຳຄັນໃນການປະຕິບັດແຜນຍຸດທະສາດ ເພື່ອພັດທະນາວຽກງານຄຸມຂັງ-ດັດສ້າງ ໃນໄລຍະໃໝ່ ໃຫ້ດີຂຶ້ນເປັນກ້າວໆ