Sunday, 5 May 2024

ວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ພິທີເປິດງານວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ
“ຊີວິດ ແລະ ການເຄື່ອນໄຫວປະຕິ ຂອງປະທານ ຄຳໄຕ ສີພັນດອນ”
ເນື່ອງໃນໂອກາດສະເຫີມສະຫຼອງວັນເກີດປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ( ວັນທີ 8 ກຸມພາ 1924 – 8 ກຸມພາ2024 )
ໃນຕອນເຊົ້າຂອງວັນພຸດ ທີ 7 ກຸມພາ 2024 ນີ້ເວລາ 8:30 ນາທີ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ຫຼັກ 6 ນະຄອນຫຼວງວຽງຈັນ ໄດ້ເປີດພິທີງານວາງສະແດງຮູບພາບ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ” ຂຶ້ນຢ່າງເປັນທາງການ ເຊິ່ງໃຫ້ກຽດຕັດແຖບຜ້າໂດຍ: ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ມີບັນດາທ່ານການນໍາຂັ້ນສູງ, ອະດີດການນໍາຂັ້ນສູງ, ພະນັກງານພາຍໃນຫ້ອງວ່າການສູນກາງພັກໂດຍສະເພາະກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຝົດຝື້ນ.
ປະທານ ຄຳໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນຳຮຸ່ນທໍາອິດຂອງພັກເຮົາທີ່ມີຄວາມປີຊາສາມາດ-ອົງອາດ ກ້າແກ່ນ ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພິ່ນທັງແມ່ນນັກຍຸດທະສາດ-ນັກຍຸດໂທບາຍທີ່ມອງກວ້າງເຫັນໄກຄ່ອງແຄ້ວ, ວ່ອງໄວ ແລະ ມີຄວາມຄິດປະດິດສ້າງສູງ, ແມ່ນຜູ້ນຳທີ່ມີແບບແຜນຊີ້ນໍາ-ບັນຊາ ແທດກັບຕົວຈິງ; ຍາມໃດກໍ່ມີຄວາມຈົ່ງຮັກພັກດີ, ບໍລິສຸດຜຸດຜ່ອງຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ, ມີຄວາມ ເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕິດຕາມຢ່າງຈົດຈໍ່ຕໍ່ຊິບພະຈອນຂອງປະເທດຊາດ.
ປີ 2024 ແມ່ນປີທີ່ປະທານ ຄຳໄຕ ສີພັນດອນ ມີອາຍຸ ຄົບຮອບ 100 ປີ; ເພື່ອສັນລະເສີນຄຸນງາມຄວາມດີ, ຄວາມເສຍສະຫຼະອຸທິດຕົນ ແລະ ຜົນງານອັນໃຫຍ່ຫຼວງ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມດຽວກັນນັ້ນກໍ່ເພື່ອສຶກສາອົບຮົມ ແລະ ປຸກລະດົມໃຫ້ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ, ມະຫາຊົນ ແລະ ຄົນຮຸ່ນຫຼັງໄດ້ນຳເອົານໍ້າໃຈເສຍສະຫຼະ, ຄຸນສົມບັດສິນທຳປະຕິວັດ, ແບບແຜນນໍາພາ, ແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດຕະຫຼອດຮອດແນວຄິດຊີ້ນໍາຂອງເພິ່ນໄປຮ່ຳຮຽນ, ໄປເປັນແວ່ນແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປ ປະຕິບັດໜ້າທີ່ຂອງຕົນຕໍ່ປະເທດຊາດ ແລະ ປະຊາຊົນ.
ງານວາງສະແດງສະເຫຼີມສະຫຼອງວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ພາຍໃຕ້ຫົວຂໍ້ “ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ຄຳໄຕ ສີພັນດອນ” ແມ່ນກິດຈະກຳໜຶ່ງໃນຫຼາຍກິດຈະກຳທີ່ມີ ຄວາມໝາຍເລິກເຊິ່ງ ແລະ ຍິ່ງໃຫຍ່ເຊິ່ງໄດ້ຮີບໂຮມເອົາບັນດາຮູບພາບ, ເອກະສານ, ວັດຖຸພັນ ທີ່ຕິດພັນກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງເພິ່ນຈັດວາງສະແດງຢ່າງເປັນລະບົບຄົບຊຸດ, ຖືກຕ້ອງສອດຄ່ອງຕາມຄວາມເປັນຈິງ ແລະ ຮັບປະກັນທັງເນື້ອໃນ, ສິລະປະວິຈິດສິນ ແລະ ຫຼັກການພິພິທະພັນ, ແນໃສ່ໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ຊີວິດ ແລະ ຜົນສຳເລັດທີ່ສະຫງ່າລາສີ ຂອງປະທານ ຄຳໄຕ ສີພັນດອນ ຜ່ານບັນດາຮູບພາບ, ເອກະສານ, ວັດຖຸພັນ ທີ່ນໍາມາສະເໜີຢ່າງມີຄວາມອຸດົມສົມບູນ ແລະ ມີຊີວິດວາ.
ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ເລືອກເຟັ້ນຮູບພາບຈຳນວນ 1 ວາງສະແດງຢູ່ຫໍປະຊຸມແຫ່ງຊາດ ເພື່ອຮັບໃຊ້ໃນງານຊຸມນຸມມິດຕິງວັນສໍາຄັນດັ່ງກ່າວເຊິ່ງທັງໝົດແບ່ງອອກເປັນ 5 ພາກ ໃຫຍ່ຄື:
1. ບ້ານເກີດເມືອງນອນ, ໄລຍະເຍົາໄວ ແລະ ໄລຍະໄວໜຸ່ມ ຂອງປະທານ ຄຳໄຕ ສີພັນດອນ (1924-1946).
2. ເຂົ້າຮ່ວມຂະບວນການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫລະພາບ ຕ້ານກັບການຮຸກຮານ ຍຶດຄອງຂອງລ່າເມືອງຂຶ້ນຝະລັ່ງ ແລະ ຂຸນເສີກຍີ່ປຸ່ນ (1947-1954).
3. ປະທານ ຄຳໄຕ ສີພັນດອນ ປະກອບສ່ວນນຳພາການປະຕິວັດຊາດ ປະຊາທິປະໄຕ ໃນພາລະກິດຕໍ່ສູ້ ຕ້ານການ ຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກມື (1955-1975).
4. ປະທານ ຄຳໄຕ ສີພັນດອນ ພ້ອມກັບສູນກາງພັກປະຊາຊົນປະຕິວັດລາວ ໄດ້ຊີ້ນຳ ນໍາພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສືບຕໍ່ນຳພາ ພາລະກິດປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກຢ່າງມີໄຊຕະຫຼອດມາ (1976-ປັດຈຸບັນ).
5. ປະທານ ຄຳໄຕ ສິພັນດອນ ກັບວຽກງານການຕ່າງປະເທດ