Sunday, 5 May 2024

ສະພາປະຊາຊົນນະຄອນຫຼວງວຽງຈັນ

ຕອນເຊົ້າ ວັນພຸດ ວັນທີ 19 ກໍລະກົດ 2023 ເວລາ 8:30-10:00 ໄດ້ມີຄະນະ ຜູ້ແທນສະຫະພັນແມ່ຍິງ ສະພາປະຊາຊົນນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານຊາຍ, ເຊິ່ງນໍາໂດຍ ທ່ານ ນາງ ສົມພຽນ ວົງໄຊ ຄະນະປະຈໍາ, ປະທານຄະນະກໍາມະການຍຸດຕິທໍາ ແລະ ປກສ. ປກຊ. ໄດ້ເຂົ້າມາທ່ຽວຊົມ ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ທີ່ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງທ່ານ ໜູຮັກ ພູມສະຫວັນ ແລະ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ( 20 ກໍລະກົດ 1955-20 ກໍລະກົດ 2023) ຢ່າງເປັນຂະບວນພົດພື້ນ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບ