Saturday, 18 May 2024

ຖາມ – ຕອບ ວິທະຍາສາດ

ເນືອງໃນໂອກາດສະເຫຼີມສະຫຼອງວັນເກີດປະທານ ໄກສອນພົມວິຫານ ຄົບຮອບ

102 ປີ (13 ທັນວາ1920-13 ທັນວາ 2022 )

ໃນຕອນເຊົ້າ ວັນ ອັງຄານ ທີ 13 ທັນວາ 2022 ເວລາ8ໂມງ30ນາທີ ກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດໄດ້ຈັດກິດຈະກຳແຂ່ງຂັນ

ພາຍໃຕ້ ຫົວຂໍ້“ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເປັນກຽດເຂົ້າຮ່ວມໃນພິທີທີ່ມີ ທ່ານ ນ.ອ່ອນຈັນ ສຸວັນນະແສງ ຮອງຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ເຂົ້າຮ່ວມແຂ່ງຂັນໃນມື້ນີ້ ໄດ້ເຊີນນ້ອງນັກຮຽນ ມາຈາກ 04 ຕົວເມືອງ ມີ 06 ໂຮງຮຽນສົ່ງນັກຮຽນເຂົ້າຮ່ວມຄື:ໂຮງຮຽນມສ ວຽງຈັນ,ມສ ເພຍວັດ,ມສ ລາວ-ຫວຽດ, ມສ ສາທິດ, ມສ SOS ແລະ ມສ ໜອງບອນ,ໂຮງຮຽນລະ 20 ນ້ອງ ຈໍານວນນັກຮຽນເຂົ້າຮ່ວມທັງໝົດ 120 ນ້ອງ, ການແຂ່ງຂັນດຳເນີນໄປເຄິ່ງວັນ,ນອກຈາກນັ້ນຍັງມີບັນດາທ່ານຄະນະກົມ, ພະນັກງານ ຫ້ອງວ່າການສູນກາງພັກ, ຄູອາຈານ ແລະ ບັນດານ້ອງນັກຮຽນ ທັງໝົດ ຈຳນວນ 200 ກວ່າທ່ານ.

ການຈັດກິດຈະກໍາແຂ່ງຂັນຖາມ – ຕອບ ໃນຄັ້ງນີ້ກໍ່ເພື່ອແນ່ໃສໃຫ້ຖັນແຖວພະນັກງານ, ສະມາຊິກ, ຄູອາຈານ, ນ້ອງນັກຮຽນ, ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນງາມຄວາມດີອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງທີປະທານໄດ້ສ້າງໄວ້, ເປັນບົດຮຽນທີ່ມີຄຸນຄາສູງ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ລູກຫຼານເຮົາບັນດາເຜົ່າ, ສຶກສາຮ່ຳຮຽນ, ສືບທອດພາລະກິດ ຂອງ ປະທານ ໄກສອນ ພົມວິຫານໄປຕະຫຼອດຊົ່ວກາລະນານ ປະກອບສ່ວນເຂົ້າໃນການ ປົກປັກຮັກສາແລະ ສ້າງສາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ.

ຂໍຂອບໃຈ