Saturday, 18 May 2024

ເນື່ອງໃນໂອກາດວັນເກີດຄົບຮອບ110ປີ

22 Apr 2024
ຕອນເຊົ້າ ວັນ ອັງ ຄານ ທີ 09 ເມສາ 2024 ຄະນະພັກຫ້ອງວ່າການສູນກາງພັກ ແລະ ສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານຫລັກແຫຼ່ງຂອງ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ. ໄດ້ເຂົ້າວາງກະຕ່າດອກໄມ້ຕໍ່ໜ້າຮູບພາບເໝືອນຂອງທ່ານ ໜູຮັກ ພູມສະຫວັນ ເນື່ອງໃນໂອກາດວັນເກີດຄົບຮອບ110ປີ, ທີ່ອະນຸສອນສະຖານທ່ານຫນູຮັກ ພູມສະຫວັນ, ທີ່ ບ້ານ ສະພານທອງເຫນືອ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ. ເພື່ອສະແດງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄູນຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງທີ່ ທ່ານ ໜູຮັກ ພູມສະຫວັນໄດ້ອຸທິດຕົນ ເພື່ອຜົນປະໂຫຍດລວມຂອງຊາດ ຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານມາ. ທ່ານ ໜູຮັກ ພູມສະຫວັນ ເປັນຜູ້ນຳທີ່ດີເດັ່ນທີ່ເຄົາລົບຮັກຂອງພັກ-ລັດ ແລະ ປວງຊົນລາວທັງຊາດ ຕະຫຼອດພາລະກິດປະຕິວັດຂອງທ່ານ ໜູຮັກ ພູມສະຫວັນ ໄດ້ພ້ອມກັບສູນກາງພັກ ທ່ານໄດ້ອຸທິດສະຕິປັນຍາ ກຳລັງວັງຊາເຂົ້າໃນການຕໍ່ສູ້ປົດປອ່ຍຊາດ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ແລະ ໃນເວລາ 11 ໂມງ 00 ນາທີ ຂອງ ວັນທີ 09 ເມສາ 2024 ການຈັດຕັ້ງພອ້ມດວ້ຍຄອບຄົວລູກຫຼານ ຍາດພີ່ນອ້ງ ໄດ້ຈັດພິທີ ຖະຫວາຍພາເຂົ້າທິບ ເພື່ອອຸທິດບຸນກຸສົນໃຫ້ ທ່ານ ໜູຮັກ ພູມສະຫວັນ ທີ່ ອະນຸສອນ ສະຖານ ໜູ່ຮັກ ພູມສະຫວັນ ຢູ່ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.

ເປີດກອງປະຊຸມ ຊາວໜຸ່ມ ຄັ້ງທີ 5 ສະໄໝທີ VIII

22 Apr 2024
ຕອນເຊົ້າ ວັນ ຈັນ ທີ 1 ເມສາ 2024 ເວລາ 06 ໂມງ 30 ນາທີ, ຄະນະຜູ້ແທນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ນຳພາໂດຍ ສະຫາຍ ມອນໄຊ ລາວ ມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານ ຊາວໜຸ່ມກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດ ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານ ສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 5 ສະໄໝທີ VIII ແລະ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (14/04/1955- 14/04/2024). ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ. ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ.

ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ

22 Apr 2024
ຕອນເຊົ້າ ວັນ ສຸກ ທີ 12 ເມສາ 2024 ເວລາ 06 ໂມງ 00 ນາທີ, ຄະນະຜູ້ແທນ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ນຳພາໂດຍ ສະຫາຍ ມອນໄຊ ລາວ ມົວຊົງ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະບໍລິຫານງານ ຊາວໜຸ່ມກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ, ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (14/04/1955- 14/04/2024). ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສູງ ຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ແລະ ປວງຊົນລາວ ທັງຊາດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ. ໃຫ້ສົມດັ່ງກັບ ປະທານ ໄກສອນ ພົມວິຫານ ໄດ້ໃຫ້ນາມມະຍົດແກ່ຊາວໜຸ່ມທີ່ວ່າ: “ຊາວໜຸ່ມ ຈົ່ງກາຍເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊແຫ່ງຍຸກສະໄໝຂອງພວກເຮົາ” “ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ຢືນຢົງໃນດວງໃຈຂອງພວກເຮົາຕະຫຼອດໄປ.