Saturday, 27 July 2024

ຄົນ ກັບ ປາ

17 Jul 2023
ເນື່ອງໃນໂອກາດວັນປ່ອຍປາ ແລະ ວັນອະນຸລັກສັດນໍ້າ,ສັດປ່າແຫ່ງຊາດ ( 13 ກໍລະກົດ 2023 ) ໂດຍ: ອຸໄທ ໄຊປັນຍາ  ເດືອນນີ້ດີແທ້ໆ ເໝາະແກ່ການຂະຫຍາຍພັນ ວາງໄຂ່ຕາມລໍາທານ ຫ້ວຍ, ໜອງ, ຄອງ, ບຶງພ້ອມ ທຸກບ່ອນທີ່ມີນໍ້າ ມີປາອາໃສຢູ່ ບ່ອນນັ້ນມີພວກເຈົ້າ ວາງໄຂ່ໄວ້ໃຫ້ສືບພັນ ແທ້ແລ້ວ  ທຸກໆປີການນໍາໄດ້ ປ່ອຍປາລົງສູ່ວັງ ຫວັງໃຫ້ມີປາຫຼາຍ ຕາມລໍາທານສະຫງວນໄວ້ ໃຜຫາກໄປຫາເຈົ້າ ເອົາປາໃຫ້ເບິ່ງແນ່ ໂຕເລັກໆນ້ອຍໆ ເຮົານັ້ນຢ່າໄດ້ເອົາເນີ  ຖ້າຫາກບໍ່ສະນັ້ນ ມັນຈະເສື່ອມສູນພັນໝົດ ໂຕທົດແທນບໍ່ມີ ຖ້າວ່າເອົາໄປໝົດກ້ຽງ ເຫຼືອແຕ່ໂຕເຮົາລ້ຽງ ໃນກະຊັງ ແລະ ວັງໃຫຍ່ ຢູ່ໃນໜອງເຮົາໄດ້ຊື້ ຄືສູ່ມື້ກໍ່ຫາກຫຼາຍ  ແຕ່ວ່າໃນໜອງນໍ້າ ທໍາມະຊາດພັດບໍ່ມີ ຍ້ອນວ່າເຮົາທໍາລາຍ ກາຍເປັນໝັນໂຕສືບພັນບໍ່ມີຈ້ອຍ ທັງໂຕເລັກໂຕນ້ອຍ ເຮົາພັດຄອຍຈັບຢູ່ ລ້ຽງຊີວິດແຕ່ລະມື້ ເຫຼືອນັ້ນພັດແມ່ນຂາຍ ທ່ານເອີຍ  ເຮົາຄວນອະນຸລັກໄວ້ ສັດນ້ອຍ-ໃຫຍ່ຢ່າທໍາລາຍ ຫາກິນພໍປະມານ ດ້ວຍເຄື່ອງມືຊາວບ້ານ ເຄື່ອງແນວໃດທີ່ເພິ່ນຫ້າມ ເຮົາບໍ່ຄວນຝືນຝ່າ ເພາະວ່າເຄື່ອງມືພວກນັ້ນ ຄັນໃຊ້ແລ້ວຫາກຈິບຫາຍ ແທ້ໃດ  ໂຕບໍ່ຕາຍທີ່ໜີໄດ້ ພັດເປັນຂອດເປັນໝັນ ການຂະຫຍາຍພັນເລີຍບໍ່ມີ ເຮັດແນວໃດຊິຫຼາຍໄດ້ ເຮົາຄວນອະນຸລັກໄວ້ ສາມ-ສີ່ເດືອນໃຫ້ມັນໃຫຍ່ ແລ້ວຈຶ່ງຫາເອົາໄດ້ ແນວນັ້ນຈຶ່ງວ່າດີ ເຈົ້າເອີຍ.

ພິທີມອບ-ຮັບ ຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ

17 Jul 2023
ການນໍາ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ເຂົ້າຮ່ວມໃນພິທີມອບ-ຮັບ ຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ທີ່ ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ຫຼັງໃໝ່ ໂຄງການຫຼໍ່ຮູບຈຳລອງ ປະທານ ໄກສອນ ພົມວິຫານ ມີຂະໜາດລວງສູງ 7,50 ແມັດ ເຊິ່ງເປັນໂຄງການລັດຖະບານ ໂດຍແມ່ນກະຊວງປ້ອງກັນຄວາມສະຫງົບເປັນຜູ້ຮັບຜິດຊອບໂດຍກົງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ.ສ ຫວຽດນາມ ກໍ່ຄື ກະຊວງປ້ອງກັນຄວາມສະຫງົບຫວຽດນາມກະຊວງ ປກສ ແຫ່ງ ສສ ຫວຽດນາມ ລວມມູນຄ່າທັງໝົດ 3.500,000,000 ກີບ (ສາມຕື້ຫ້າຮ້ອຍລ້ານກີບ) ຈຸດປະສົງກໍ່ເພື່ອເປັນການຈາລຶກຄຸນງາມຄວາມດີ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດ ຂອງຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ພ້ອມກັນຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດອັນສະຫຼາດສ່ອງໃສ, ຄວາມກະຕັນຍູຮູ້ບຸນຄຸນ, ແລະ ຜົນງານອັນໃຫຍ່ຫຼວງຂອງປະທານໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ. ຄຽງຄູ່ກັນນັ້ນ ເພື່ອສະແດງເຖິງຈຸດຢືນ ແລະ ຂໍປະຕິຍານ ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ຂອງນັກສຶກສາເຂົ້າໃໝ່ ຮຸ່ນສືບທອດ ແລະ ພ້ອມກັນສືບຕໍ່ປົກປັກຮັກສາມູນເຊື້ອອັນປະເສີດ ແລະ ອຸດົມການຂອງທ່ານ ປະທານໄກສອນ ພົມວິຫານ ໃນການຊີ້ນໍາ-ນໍາພາ ກໍາລັງປ້ອງກັນຄວາມສະຫງົບ ໃຫ້ນັບມື້ໜັກແໜ້ນເຂັ້ມແຂງ ແລະ ມີຫົວຄິດປະດິດສ້າງ, ມີຄວາມຮູ້, ຄວາມສາມາດ, ນຳພາກຳລັງປ້ອງກັນຄວາມ ສະຫງົບ ກ້າວຂຶ້ນທັນຍຸກສະໄໝໃໝ່ ສົມກັບຄວາມມຸ້ງມາດປາຖະໜາ ແລະ ຄວາມເປັນຫວ່ງເປັນໃຍຂອງປະທານ ໄກສອນ ພົມວິຫານ ໃຫ້ຍືນຍົງໃນພາລະກິດປະຕິວັດຂອງພວກເຮົາ ຕະຫຼອດໄປ.ໂຄງການຫຼໍ່ຮູບຈຳລອງ ປະທານ ໄກສອນ ພົມວິຫານ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ວັນທີ 15ມີນາ 2023 ເປັນຕົ້ນມາ. ບັນດານາຍຊ່າງວິຈິດສິນ ໄດ້ສຸມສະຕິປັນຍາຄົ້ນຄວ້າອອກແບບໃຫ້ຖືກຕ້ອງ ຕາມສັດສ່ວນ, ເອກະລັກຈຸດພິເສດຂອງ ປະທານ ໄກສອນ ພົມວິຫານ. ເຊິ່ງນັບຕັ້ງແຕ່ງມື້ເລີ່ມຕົ້ນຈົນມາຮອດປະຈຸບັນໂຄງການດັ່ງກ່າວແມ່ນສໍາເລັດ 100 % ແລະ ນໍາມາປະດິດສະຖານຢູ່ທີ່ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ,
    • 1
    • 2