Saturday, 18 May 2024

“ຍົກລະດັບວຽກງານຂ່າວສານ”

28 Nov 2022
ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ໃນຕອນເຊົ້າ ວັນ ອັງຄານ ທີ 22 ພະຈິກ 2022 ທີ່ກົມພິພິທະພັນ ໄກສອນ ພົມວິຫານ ໄດ້ ເປີດຊຸດອົບຮົມ ພາຍໃຕ້ ຫົວຂໍ້ " ວຽກງານຂ່າວສານ " ເປັນປະທານໂດຍ ທ່ານ ນາງ ອ່ອນຈັນ ສຸວັນນະແສງ ຮອງ ຫົວຫນ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ແລະ ໃຫ້ກຽດຂຶ້ນບັນຍາຍໂດຍ ອາຈານ ຄຳວິສັນ ແກ້ວສຸວັນ. ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ມີບັນດາພະນັກງານ ລັດຖະກອນເຂົ້າຮ່ວມ ຈໍານວນ 20 ທ່ານ,ຍິງ 8 ທ່ານ. ທ່ານ ນາງ ພອນລັດສະໝີ ພີມມະສອນ ຮອງຫົວຫນ້າ ພະແນກ ໂຄສະນາ ຂໍ້ມູນຂ່າວສານ ໄດ້ແຈ້ງຈຸດປະສົງວ່າ: ການຈັດເຝິກອົບຮົມວຽກງານຂ່າວສານໃນຄັ້ງນີ້ແມ່ນ ເພື່ອເຮັດໃຫ້ ພະນັກງານເຂົ້າໃຈຢ່າງເລີກເຊິ່ງກ່ຽວກັບເຕັກນິກການຂຽນຂ່າວອອນລາຍ, ການຂຽນບົດຂ່າວສານ, ແລະ ການຂຽນບົດຄວາມ.                 ຫຼັງຈາກນັ້ນທ່ານ ນາງ ອ່ອນຈັນ ສຸວັນນະແສງ ໄດ້ໃຫ້ຄຳເຫັນໃນກອງປະຊຸມ ຊຸດຝຶກອົບຮົມ ໃນຄັ້ງນີ້ ກໍ່ເພື່ອຍົກລະດັບຄວາມຮູ້ດ້ານການ ຄົ້ນຄວ້າ ແລະ ຂີດຂຽນ, ການໂຄສະນາ ເພື່ອເປັນການ ເສີມຂະຫຍາຍຄຸນຄ່າ  ພິພິທະພັນ ແລະ ອະນຸສອນສະຖານ ໃຫ້ຢືນຍົງຕະຫຼອດໄປ ເສີມຂະຫຍາຍຄວາມຮູ້ຂອງພະນັກງານວິຊາການໃຫ້ກາຍເປັນຊ່ຽງຊານ ໃນການຄົ້ນຄວ້າ, ຂີດຂຽນໂຄສະນາ ຂ່າວສານ ຕ່າງໆ ໃຫ້ໄດ້ຮັບການພັດທະນາດີຂື້ນ. ອາຈານ ຄຳວິສັນ ແກ້ວສຸວັນ ໄດ້ນໍາສະເໜີບົດຮຽນທີ່ສຳຄັນເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ເຊິ່ງມີເນື້ອໃນດັ່ງນີ້  ເຕັກນິກການຂຽນຂ່າວ, ການຂຽນບົດຄວາມເພື່ອລົງຂ່າວ, ການຄຸ້ມຄອງສື່ສັງຄົມອອນໄລ, ການຂຽນຂ່າວສານ ແລະ ການຂຽນບົດຄວາມ, ພ້ອມທັງປະຕິບັດຕົວຈິງ ໃນການຂຽນຂ່າວ. ອາຈານ ພອນເພັດ ສິດທິວົງ ໄດ້ສະເໜີເຕັກນິກການຖ່າຍຮູບ, ການນໍາໃຊ້ກອງຖ່າຍຮູບທີ່ຖຶກຕ້ອງ.ພ້ອມທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງຄຶກຄື່ນ. ຊຸດເຝິກອົບຮົມຄັ້ງນີ້ໄດ້ດໍາເນີນເປັນເວລາ 3 ວັນ.

ຄະນະ ຜູ້ແທນຂັ້ນສູງ ຄະນະ ກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ

14 Nov 2022
ຕອນເຊົ້າ ວັນພະຫັດ ທີ 10 ພະຈິກ 2022 ເວລາ10ໂມງ00ນາທີ ທ່ານ ໄຊຍະລາດ ພົງຍາລັກ ຄະນະພັກ ຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ພະແນກ ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຕ້ອນຮັບ ຄະນະ ຜູ້ແທນຂັ້ນສູງ ຄະນະ ກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ເຊິ່ງນຳໂດຍ ທ່ານ ເຈີມ ເກີມ ຕູ້ ກຳມະການສູນກາງພັກ, ເລາຂາທິການສູນກາງພັກ, ປະທານ ຄະນະ ກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍ ຄະນະ ທີເດີນທາງມາພົບປະ ແລະ ເຊັນບົດບັນທຶກການຮ່ວມມື ຢູ່ ສປປ ລາວ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານ ໄກສອນ ພົມວິຫານ ແລະ ເຂົ້າຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ.

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ

14 Nov 2022
ຕອນເຊົ້າ ວັນ ພຸດ ທີ 09 ພະຈິກ 2022 ເວລາ 07 ໂມງ 00 ນາທີ, ທ່ານ ມອນໄຊ ລາວມົວຊົ່ງ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະເລຂາທິການ, ຫົວໜ້າຫ້ອງການ, ຫົວໜ້າກົມອ້ອມຂ້າງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ບັນດາສະຫາຍ ເລຂາ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງ, ອົງການ ແລະ ນະຄອນຫຼວງວຽງຈັນ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ,ເນື່ອງໃນໂອກາດ ທາງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຈະໃດ້ຈັດກິດຈະກໍາຄາລະວານຊາວໜຸ່ມທົ່ວປະເທດຕາມຮອຍໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ ແລະ ສະເຫຼີມສະຫຼອງສອງວັນປະຫວັດສາດລາວ-ຫວຽດນາມ

ຄະນະຜູ້ແທນສູນການສຶກສາມູນເຊື້ອ ແລະ ປະຫວັດສາດ ສສ ຫວຽດນາມ

14 Nov 2022
ຕອນແລງ ວັນເສົາ ທີ 05 ພະຈິກ 2022 ເວລາ 5ໂມງ 00ນາທີ ຄະນະຜູ້ແທນສູນການສຶກສາມູນເຊື້ອ ແລະ ປະຫວັດສາດ ສສ ຫວຽດນາມ ນຳໂດຍ ສະຫາຍ ເລຊັວນນຽມ ພ້ອມດ້ວຍ ຄະນະຈຳນວນ 350 ສະຫາຍ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ ປະທານ ໄກສອນ ພົມວິຫານ ແລະ ທ່ຽວຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດທີ່ ຄະນະດັ່ງກ່າວໄດ້ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ໃຫ້ກຽດຕ້ອນຮັບ ທ່ານ ໄຊຍະລາດ ພົງຍາລັກ ຄະນະພັກ ຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ພ້ອມດ້ວຍ ຄະນະຝ່າຍລາວ.

ຄະນະໜ່ວຍແມ່ຍິງ ກົມ ກພອ

14 Nov 2022
ໃນຕອນເຊົ້າຂອງວັນຈັນ ທີ 31 ຕຸລາ 2022 ເວລາ 8ໂມງ30 ນາທີ ທີຫ້ອງປະຊຸມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ຄະນະໜ່ວຍແມ່ຍິງ ຫົວໜ້າຈຸ ພ້ອມດ້ວຍຜູ້ຊີ້ນຳໜ່ວຍ ໄດ້ປະຊຸມ ເພື່ອເຜີຍແຜ່ ເອກະສານຕ່າງໆເຊັນ: ເອກະສານກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວ ຄັ້ງທີ VIII, ກົດລະບຽບ, ບົດໂອ້ລົມ, ເອກະສານແນະນຳ ປື້ມຄູ່ມື ໃນການຈັດຕັ້ງປະຕິບັດຂໍ້ແຂງຂັນ 3 ດີ ປະຈຳປີ 2021-2025 ສະຫຼຸບໂດຍຫຍໍ້ຜົນງານການເຄື່ອນໄຫວຂອງເອື້ອຍນ້ອງ ແມ່ຍິງ ໃນໄລຍະຜ່ານມາ ແລະ ສອ່ງແສງວຽກແມ່ຍິງພາຍໃນໜ່ວຍ ໂດຍສະເພາະແມ່ນ ໃຫ້ຫົວໜ້າໜ່ວຍ ແລະ ຫົວຫນ້າຈຸແຕ່ລະຈຸໄປຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວເອົາໃຈໃສ່ການປະເມີນວຽກງານ 3 ດີ ໃຫ້ສຳເລັດຜົນ.

ການນໍາ ກົມກພອ ລົງເຄື່ອນໄຫວທ້ອງຖິ່ນ

14 Nov 2022
ໃນຕອນເຊົ້າຂອງຈັນ ວັນທີ 31ຕຸລາ 2022 ວາລາ 9ໂມງ 00 ນາທີ ທ່ານ ໄຊຍະລາດ ພົງຍາລັກ ຄະນະພັກຫ້ອງວ່າການສູນກາງພັກ, ຫົວໜ້າກົມ ພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ພ້ອມດ້ວຍຫົວໜ້າພະແນກ ແລະ ວິຊາການພະແນກ ອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ໄດ້ໄປເກັບກຳຂໍ້ມູນບັນດາເອກະສານ, ຮູບພາບ, ວັດຖຸພັນ, ສຳພາດພະຍານ ແລະ ພົບປະເຮັດວຽກກັບຄະນຳແຂວງວຽນຈັນ ໃຫ້ກຽດຕ້ອນຮັບ ແລະ ທັງເປັນປະທານໂດຍ: ທ່ານ ນາງ ອິ່ນຄຳ ພັນດາລາ ກຳມະການພັກແຂວງ ຫົວໜ້າພະແນກຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ, ທ່ານ ວໍຣະສອນ ສີອັກຄະສອນ ຮອງຫົວໜ້າຫ້ອງວ່າການແຂວງວຽງຈັນ ແລະ ທ່ານ ແພງປິວ ຫົວໜ້າຂະແໜງອະນຸສາວະລີແຂວງວຽງຈັນ