Saturday, 18 May 2024

ກອງປະຊຸມເຜີຍແຜ່

28 Oct 2022
ຕອນເຊົ້າຂອງວັນ ສຸກ ທີ 28 ຕຸລາ 2022 ເວລາ 8 ໂມງ 30 ນາທີ ທີ່ຫ້ອງປະຊຸມຂອງກົມ ໄດ້ເປີດກອງປະຊຸມ ເຜີຍແຜ່ກົດລະບຽບ ວ່າດ້ວຍການປະຕິບັດ ນະໂຍບາຍ ຕໍ່ພະນັກງານ-ລັດຖະກອນພາຍໃນ ຫ້ອງວ່າການສູນກາງພັກ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ  ໃຫ້ກຽດເຜີຍແຜ່ເນື້ອໃນກອງປະຊຸມຄັ້ງນີ້ໂດຍ: ທ່ານ ໄຊຍະລາດ ພົງຍາລັກ ຄະນະພັກ ຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ . ເຊິ່ງມີຄະນະພະແນກ ແລະ ພະນັກງານວິຊາການພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ ໃນກອງປະຊຸມຍັງໄດ້ມີການແລກປ່ຽນຖາມຕອບຂໍ້ຂ້ອງໃຈຂອງພະນັກງານຢ່າງກົງໄປກົງມາ.