Saturday, 22 June 2024

20 ກໍລະກົດ ວັນແມ່ຍິງລາວ

20 ກໍລະກົດ ວັນແມ່ຍິງລາວ
ເມື່ອຫວນຄືນປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດ ໃນແຕ່ລະໄລຍະຂອງ ເພື່ອການຄົງຕົວ ແລະ ຂະຫຍາຍຕົວຂອງ ຊາດເຮົາ ກ່ອນໜ້ານີ້ຫຼາຍປີຄືນຫຼັງນັ້ນ, ພາຍໃຕ້ແອກປົກຄອງຂອງພວກສັກດິນາ ແລະ ພວກລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຕົກຢູ່ໃນຄວາມທຸກຍາກຢາກທີ່ສຸດ ເຊິ່ງໃນນັ້ນແມ່ຍິງເຮົາກໍ່ໄດ້ຮັບຄວາມທໍລະມານຢ່າງບໍ່ສາມາດພັນລະນາໄດ້ ແຕ່ຍ້ອນມີແສງສະຫວ່າງຂອງການປະຕິວັດ ເຊິ່ງພັກເປັນຜູ້ນຳພານັ້ນ, ແມ່ຍິງລາວໄດ້ຟື້ນຕົວຂຶ້ນປົດປ່ອຍຕົນເອງອອກຈາກແອກກົດຂີ່ຂູດຮີດດັ່ງກ່າວ. ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຢ່າງເນື່ອງນິດລຽນຕິດຂອງຂະບວນການແມ່ຍິງລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ນັບແຕ່ບໍ່ມີການຈັດຕັ້ງ ເຖິງຂຶ້ນມີການຈັດຕັ້ງ, ນັບແຕ່ຍັງອ່ອນນ້ອຍເຖິງຂັ້ນເຕີບໃຫຍ່ເຂັ້ມແຂງເປັນພາກສ່ວນໜຶ່ງຂອງການປະຕິວັດລາວ ແລະ ກ້າວຂຶ້ນມີບົດບາດອັນສຳຄັນໃນເວທີສາກົນ.
ປະຫວັດສາດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ ມັນໄດ້ຕິດພັນຢ່າງສະໜິດແໜ້ນ
ກັບການນຳພາຂອງພັກຄອມມູນິດອິນດູຈີນໃນເມື່ອກ່ອນ ກໍ່ຄືພັກປະຊາຊົນປະຕິວັດລາວໃນປັດຈຸບັນ.
ນັບແຕ່ມີພັກນໍາພາພັກເຫັນໄດ້ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ເຫັນໄດ້ສະພາບຄວາມທຸກຍາກລຳບາກຂອງແມ່ຍິງລາວບັນດາເຜົ່າ ຍ້ອນຖືກກົດຂີ່ຂູດຮີດຈາກຊົນຊັ້ນສັກດີນາລ່າເມືອງຂຶ້ນ, ພັກເຮົາຈຶ່ງໄດ້ຖືເອົາວຽກງານປຸກລະດົມຂົນຂວາຍແມ່ຍິງເປັນວຽກທີ່ສຳຄັນໃນວຽກງານຂົນຂວາຍມະຫາຊົນຂອງພັກຖືເອົາກໍາລັງແຮງຂອງແມ່ຍິງສຶກສາອົບຮົມແມ່ຍິງ ເພື່ອເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງ ໂດຍກໍານົດແນວທາງຂົນຂວາຍແມ່ຍິງ ລວມມີ 2 ດ້ານທີ່ມີການພົວພັນຢ່າງສະນິດແໜ້ນ ແລະ ຊຸກຍູ້ຊຶ່ງກັນແລະ ກັນ ຄື:
1. ຢາກປົດປ່ອຍແມ່ຍິງຕ້ອງບົນພື້ນຖານປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ.
2. ຢາກປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ ຕ້ອງປຸກລະດົມແມ່ຍິງໃຫ້ເຂົ້າຮ່ວມເປັນຂະບວນການຢ່າງກວ້າງຂວາງ, ຟົດຟື້ນ ແລະ ປົດປ່ອຍແມ່ຍິງຢ່າງແທ້ຈິງ.
ພາຍໃຕ້ການນໍາພາຂອງພັກ ແລະ ໄດ້ຮັບຜົນສະທ້ອນຈາກຂະບວນການຕໍ່ສູ້ປະຕິວັດຂອງແມ່ຍິງໃນໂລກ ທີ່ ເລັ່ງທວງໃຫ້ປະຕິບັດສິດເສລີພາບ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ທາງດ້ານການເມືອງ-ເສດຖະກິດ, ວັດທະນະທໍາ-ສັງຄົມ ເທື່ອລະກ້າວ, ອົງການຈັດຕັ້ງແມ່ຍິງຂັ້ນຮາກຖານ ຈຶ່ງໄດ້ເກີດຂຶ້ນໂດຍເລີ່ມຈາກການຈັດຕັ້ງໜ່ວຍແມ່ນັກຣົບຢູ່ຊົນນະບົດ, ໜ່ວຍຍຸວັນນາລີ ຢູ່ຕາມຕົວເມືອງ, ການຈັດຕັ້ງດັ່ງກ່າວໄດ້ເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວນັບມື້ນັບກວ້າງຂວາງຂຶ້ນ.
ມາເຖິງວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນ ກໍາເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປະຈຸບັນ) ແຕ່ງຕັ້ງຄະນະໜ່ວຍ ຊຶ່ງປະກອບມີ 03 ທ່ານ ຄື:
1. ທ່ານ ນາງ ຄໍາຫຼ້າ ວົງສັກ ເປັນຫົວຫນ້າ
2. ທ່ານ ນາງ ຄໍາສຸກ ວົງວິຈິດ ເປັນຮອງ
3. ທ່ານ ນາງ ຄໍາແພງ ບຸບຜາ ເປັນກໍາມະການ
ອົງການຈັດຕັ້ງແມ່ຍິງ ໄດ້ເປັນອົງການຈັດຕັ້ງໜຶ່ງ ທີ່ປະທານໄກສອນ ພົມວິຫານ ໄດ້ໃຫ້ຄວາມເອົາໃຈໃສ່ເປັນພິເສດ, ປະທານ ໄດ້ອົບຮົມສັ່ງສອນຊີ້ທິດເຍືອງທາງ ໃຫ້ອົງການຈັດຕັ້ງແມ່ຍິງກ້າວໄປຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ຂະບວນການ ຂອງແມ່ຍິງລາວບັນດາເຜົ່າເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ກວ້າງຂວາງບໍ່ວ່າທາງດ້ານການເມືອງແນວຄິດ ກໍ່ຄືການຈັດຕັ້ງຈົນໄດ້ຮັບກຽດເປັນພາກສ່ວນໜຶ່ງ ໃນລະບົບອໍານາດ ປະຊາທິປະໄຕ ປະຊາຊົນລາວ ໃນປັດຈຸບັນ.
ພວກເຮົາມີຄວາມເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ເຫັນໄດ້ວ່າການຈັດຕັ້ງ ແລະ ຂະບວນການຂອງເອື້ອຍນ້ອງແມ່ຍິງລາວ ບັນດາເຜົ່າໄດ້ມີການເຕີບໃຫຍ່ ຂະຫຍາຍຕົວຂຶ້ນພ້ອມໆ ກັບໄຊຊະນະ ແລະ ບວນການປະຕິວັດຂອງປະເທດເຮົານັ້ນກໍ່ແມ່ນຍ້ອນການເອົາໃຈໃສ່ນຳພາ, ຊຸກຍູ້ ແລະ ສຶກສາອົບຮົມຈາກພັກ.
ເລີ່ມຕົ້ນເອື້ອຍນ້ອງທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຈັດຕັ້ງໃຫ້ມີ
ໜ່ວຍແມ່ຍິງນັກຮົບ ແລະ ໜ່ວຍສຸວັນນາລີ, ໜ້າທີ່ຕົ້ນຕໍຂອງແມ່ຍິງເວລານັ້ນ ແມ່ນສາມັກຄີຊ່ວຍເຫຼືອກັນຕັ້ງໜ້າເພີ່ມພູນຜະລິດຜົນລໍາລຽງຂົນສົ່ງຮັບໃຊ້ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມໃຫ້ອອກມາຮ່ວມເຮັດການປະຕິວັດ, ລ້ຽງດູຊຸກເຊື່ອງ ຕິດຕໍ່ສົ່ງຂ່າວຄາວ ໃຫ້ພະນັກງານເຄື່ອນໄຫວທີ່ປະຕິບັດໜ້າທີ່ ມີເອື້ອຍນ້ອງແມ່ຍິງພວກເຮົາຈຳນວນໜຶ່ງ ຖືກສັດຕູຈັບກຸມ, ທໍລະມານຢ່າງແສນສາຫັດຈົນເຖີງຂັ້ນສິ້ນລົມຫາຍໃຈກໍ່ມີ, ແຕ່ເອື້ອຍນ້ອງແມ່ຍິງພວກເຮົາກໍ່ເດັດດ່ຽວ
ໜຽວແໜ້ນ ບໍ່ຢ້ານກົວຕໍ່ການນາບຂູ່ ແລະ ທຸບຕີທໍລະມານຂອງສັດຕູ, ບໍ່ຍອມໄຂຄວາມລັບຢ່າງເດັດຂາດ.
ເພື່ອເຕົ້າໂຮມ ແມ່ຍິງລາວທຸກເຜົ່າ ທຸກຊັ້ນຄົນເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ມາຮອດວັນທີ 06 ມັງກອນ 1956 ກອງປະຊຸມໃຫຍ່ແນວລາວອິດສະຫຼະທົ່ວປະເທດໄດ້ໄຂຂື້ນ ແລະ ໄດ້ ຕົກລົງປ່ຽນຊື່ຈາກແນວລາວອິດສະຫຼະ ມາເປັນແນວລາວຮັກຊາດໃນເວລານັ້ນ, ກໍາມະການສູນກາງແນວລາວຮັກຊາດທັງຍິງ ແລະ ຊາຍຕ່າງກໍ່ສະໜັບສະໜູນໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີອົງການຈັດຕັ້ງສະເພາະຂອງຕົນ ແລະ ໄດ້ປຸກລະດົມຊຸກຍູ້ໃຫ້ແມ່ຍິງເຂົ້າຮ່ວມການຈັດຕັ້ງສະເພາະ ຂອງເພດຍິງ, ເພາະວ່າການຈັດຕັ້ງແມ່ຍິງຜ່ານມາແມ່ນຂຶ້ນກັບ ອົງການແນວໂຮມ, ແຕ່ອົງການແນວໂຮມພັດປະກອບດ້ວຍຫຼາຍຊັ້ນຄົນ, ມີອາຍຸກະສຽນແຕກຕ່າງກັນ ແລະ ສ່ວນຫຼາຍແມ່ນຜູ້ຊົງຄຸນວຸດທິ (ໝາຍຄວາມວ່າ: ແມ່ນຜູ້ທີ່ມີອາຍຸສູງ ແລະ ມີຖານະບົດບາດໃນສັງຄົມ).
ເພື່ອໃຫ້ສອດຄ່ອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງ ແລະ ໜ້າທີ່ປະຫວັດສາດ ໃນການປະກອບສ່ວນເພື່ອກອບກູ້ເອກະລາດ ແລະ ສ້າງສາພັດທະນາປະເທດຊາດ “”ໜ່ວຍຄົ້ນຄວ້າວຽກງານແມ່ຍິງ”” ໄດ້ປ່ຽນຊື່ມາເປັນ “”ສະມາຄົມແມ່ຍິງລາວຮັກຊາດ”” ໃນປີ 1956 ຈາກນັ້ນ ກໍ່ໄດ້ຂະຫຍາຍສະມາຄົມແມ່ຍິງລາວຮັກຊາດລົງສູ່ຮາກຖານ ເພື່ອປ່ຽນແທນໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ, ໜ່ວຍຍຸວັນນາລີ ທີ່ໄດ້ຮັບການຈັດຕັ້ງເຄື່ອນໄຫວປະຕິວັດມາແຕ່ກ່ອນນັ້ນ.ແລະ ປ່ຽນມາເປັນ “””ສະຫະພັນແມ່ຍິງລາວ”” ໃນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ I ປີ 1984.
ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ອົງການຈັດຕັ້ງແມ່ຍິງກໍ່ໄດ້ເຄື່ອນໄຫວຕາມພາລະບົດບາດ ທີ່ໄດ້ກໍານົດໄວ້ໃນກົດລະບຽບ, ໂຄງການດໍາເນີນງານ ຂອງຕົນ ແລະ ໄດ້ປັບປຸງໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຫນ້າທີ່ການເມືອງ ຂອງພັກໃນແຕ່ລະໄລຍະ ຈາກນັ້ນໜ່ວຍແມ່ຍິງລາວຮັກຊາດກໍ່ໄດ້ຄ່ອຍໆ ຂະຫຍາຍກວ້າງອອກໄປສູ່ເຂດທີ່ໝັ້ນແຫ່ງຕ່າງໆ.
ເມື່ອພວກລ່າເມືອງຂຶ້ນແບບເກົ່າຖືກປະລາໄຊ ແລະ ຍອມເຊັນສັນຍາຮັບຮູ້ຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງລາວ ກໍ່ຄື 3 ປະເທດອິນດູຈີນ ແລ້ວພວກລ່າເມືອງ ຂຶ້ນແບບໃໝ່ກໍ່ໄດ້ເຂົ້າມາແທນທີ່ ແລະ ເພີ່ມທະວີການຮຸກຮານລາວຢ່າງຮ້າຍກາດ, ຫວັງເອົາລາວເປັນຫົວເມືອງຂຶ້ນແບບໃໝ່ຕໍ່ໜ້າສະພາບການທີ່ເປັນອັນຕະລາຍຂອງຊາດ, ສູນກາງພັກໄດ້ຕັ້ງໜ້າປັບປຸງສັບຊ້ອນກໍາລັງທຸກດ້ານໃຫ້ເປັນກ້ອນລະກຳລັງສາມັກຄີປວງຊົນທັງຊາດ ໃຫ້ແໜ້ນແກ່ນ ເພື່ອເຕົ້າໂຮມກຳລັງຂອງແມ່ຍິງລາວບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ຂະນະນີ້ສະມາຄົມແມ່ຍິງລາວຮັກຊາດໄດ້ວາງຄາໍຂວັນປຸກລະດົມຂົນຂວາຍເອື້ອຍນ້ອງຄື: “ເອື້ອຍນ້ອງຕ້ອງຮຽນ ແລະ ເຮັດວຽກງານປ່ຽນແທນລູກຜົວ ທີ່ອອກໄປແນວໜ້າ, ຈາກນີ້ ຈຶ່ງເກີດມີຂະບວນການແຂ່ງຂັນຂອງແມ່ຍິງ ຄາດໄຖນາ, ຂຸດເໝືອງປ້ານຝາຍ, ປໍ້າໄມ້, ເຮັດໄຮ່, ປຸກຢ້າວແປງເຮືອນ, ຂຸດດິນສ້ອມແປງຖະໜົນຫົນທາງ ແລະ ອື່ນໆ ຢ່າງຟົດຟຶ້ນ.
ການຕໍ່ສູ້ກູ້ຊາດຍິ່ງດູເດືອດຂ້ຽວຂາດ ແລະ ສັບສົນເທົ່າໃດການເຂົ້າຮ່ວມຂະບວນການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງກໍ່ຍິ່ງແຂງແຮງ ແລະ ຟົດຟື້ນຂຶ້ນເທົ່ານັ້ນບໍ່ວ່າຢູ່ແນວໜ້າ ຫຼື ແນວຫຼັງ, ບໍ່ວ່າໃກ້ ຫຼື ໄກ, ກາງເວັນ ຫຼື ກາງຄືນ,
ໜັກ ຫຼື ເບົາ, ຫຍຸ້ງຍາກສັບສົນ ແລະ ທຸລະກັນດານກໍ່ລ້ວນແຕ່ມີໜ້າຂອງເອື້ອຍນ້ອງແມ່ຍິງຄຽງບ່າຄຽງໄຫຼ່ກັບເພດຊາຍ ເອົາຊະນະພວກລ່າເມືອງຂຶ້ນຜູ້ຮຸກຮານ, ປົກປັກຮັກສາເຂດນ້ຳແດນດິນອັນແສນຮັກຂອງຕົນໄວ້ໄດ້ຢ່າງໝັ້ນຄົງ.
ຜ່ານແປວໄຟແຫ່ງການຕໍ່ສູ້ປະຕິວັດອັນດຸເດືອດຂ້ຽວຂາດນັ້ນກໍ່ໄດ້ມີບັນດາເອື້ອຍນ້ອງ ແລະ ແມ່ປ້າ,ນ້າອາ ຂອງພວກເຮົາຫຼາຍຄົນໄດ້ກາຍເປັນວິລະສະຕີ ແລະ ນັກຮົບແຂ່ງຂັນເຊັ່ນ: ແມ່ຢົງກາຍ, ແມ່ຕູ້ພັນ, ແມ່ ຫຼ້າແຫຼວ, ແມ່ບຸນຕາ, ປ້າແດງ, ແມ່ເສົາ, ນາງ ຊູ, ນາງ ບົວຄຳ, ນາງ ໄມວົງ. ນາງ ໄຕເພັດ ແລະ ຜູ້ອື່ນໆ ອີກ… ນອກຈາກນັ້ນຍັງມີຫຼາຍກົມກອງທີ່ດີເດັ່ນ ເປັນຕົ້ນຄືກອງກຳລັງໄຟເພດຍິງໃນກອງທັບປະຊາຊົນລາວ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ທາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ແມ່ຍີງລາວເຜົ່າຕ່າງໆ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງຕົນ, ເຂົ້າຮ່ວມໃນການປະຕິບັດ 2 ໜ້າທີ່ຍຸດສະສາດຂອງພັກກໍ່ຄື: ປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ. ແມ່ຍິງໄດ້ເປັນກຳລັງອັນໃຫຍ່ຫຼວງໃນສັງຄົມ, ເປັນກຳລັງແຮງງານຂອງສັງຄົມ, ດັ່ງນັ້ນພັກຈຶ່ງໄດ້ເລັ່ງໃສ່ບັນຫາກໍ່ສ້າງພະນັກງານເພດແມ່ຍິງໃຫ້ໄດ້ຈຳນວນຫຼວງຫຼາຍເພື່ອເຂົ້າຮ່ວມໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ແລະ ເປັນພະນັກງານນຳພາ. ແມ່ຍິງໄດ້ມີບົດສໍາຄັນໃນການປະກອບສ່ວນໃນທຸກຂະບວນການຂອງວຽກງານສັງຄົມ.
ຕົກມາໃນໄລຍະໃໝ່ ໂດຍຮັບຮູ້ແຈ້ງພັນທະ ແລະ ສິດຜົນປະໂຫຍດຂອງຕົນ ແມ່ຍິງເຮົາໄດ້ມີບົດບາດ ແລະ ເປັນກໍາລັງອັນສຳຄັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ ປ່ວງກັນຄວາມສະຫງົບ, ຢູ່ບັນດາກະຊວງອົງການແລະ ຂະແໜງການອຶ່ນໆກໍ່ລ້ວນແລ້ວແຕ່ມີແມ່ຍິງປະກອບສ່ວນ, ມີແມ່ຍິງຫຼາຍທ້ອງຖິ່ນໄດ້ເຂົ້າຮ່ວມການລະດົມ ຊາວໜຸ່ມໃຫ້ສະມັກໃຈອອກໄປເປັນທະຫານພັນທະ ເຂົ້າຮ່ວມໜ່ວຍປ້ອງກັນຄວາມສະຫງົບຢູ່ໃນສຳນັກງານອົງການ, ໂຮງໝໍ, ໂຮງຈັກ, ໂຮງງານ, ບັນດາຫົວໜ່ວຍ ຮາກຖານສະຖະກິດ ແລະ ບ້ານຊ່ອງໃນທ້ອງຖິ່ນຂອງຕົນ, ຄະນະສະຫະພັນແມ່ຍິງຫຼາຍທ້ອງຖິ່ນ ຍັງໄດ້ສົມທົບກັບອໍານາດການປົກຄອງ, ຄະນະ ສະຫວັດດີການສັງຄົມ ໃນຂັ້ນຂອງຕົນ ປະຕິບັດນະໂຍບາຍແນວທາງຕໍ່ຜູ້ເສຍຊີວິດ. ເສຍອົງຄະ ແລະ ຖືກບາດເຈັບ. ເບິ່ງແຍງຊ່ວຍເຫຼືອໃຫ້ຄວາມອົບອຸ່ນແກ່ພໍ່ແມ່ຄອບຄົວລູກເມຍ ຂອງເຂົາເຈົ້າຕາມເງື່ອນໄຂຕົວຈິງທີ່ກ່າວມານັ້ນ ເພື່ອເປັນການຢັ້ງຢືນ ສະຫາຍ ໄກສອນ ພົມວິຫານ ໄດ້ກ່າວວ່າ: “ ແມ່ຍິງເຮົາສະໝັກໃຈເຂົ້າຮ່ວມໃນກຳລັງປະກອບອາວຸດ, ທັງສືບຕໍ່ບຸກລະດົມຊາວໜຸ່ມ ແລະ ລູກຮັກຜົວແພງຂອງຕົນໄປເປັນຫະຫານຫຼວງ. ທະຫານທ້ອງຖິ່ນ, ທະຫານລາດກອງຫຼອນ, ພ້ອມກັນນັ້ນກໍ່ໄດ້ຕັ້ງໜ້າປະຕິບັດນະໂຍບາຍແນວຫຼັງກອງທັບ ປະກອບສ່ວນເຂົ້າໃນການທັບມ້າງກົນອຸບາຍມ້າງເພທໍາລາຍໃນຫຼາຍດ້ານ.” ຄໍາເວົ້ານັ້ນ ໄດ້ປຸກລະດົມຢ່າງແຂງແຮງທາງດ້ານຈິດໃຈຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າເຂົ້າໃນວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ.
ໄປພ້ອມໆ ກັບວຽກງານປ້ອງກັນຊາດ ປ້ອງກັນຄວາມຫງົບ, ໂດຍປະຕິບັດແນວທາງແຫ່ງການປ່ຽນແປງໃໝ່ຂອງພັກ, ແມ່ຍິງລາວເຜົ່າຕ່າງໆ ທີ່ມີມູນເຊື້ອຮັກຊາດອັນດູດດື່ມນັ້ນໄດ້ເສີມຂະຫຍາຍມູນເຊື້ອອັນດີງາມໃຊ້ຫົວຄິດປັນຍາ ແລະ ສີໄມ້ລາຍມື ອັນປານີດຂອງຕົນ, ປະກອບສ່ວນຢ່າງສຳຄັນເຂົ້າໃນການເຄື່ອນໄຫວທາງດ້ານເສດຖະກິດໂດຍສະເພາະ ໃນແນວຮົບການຜະລິດກະສິກຳ-ປ່າໄມ້ ເຊິ່ງເປັນແນວຮົບອັນໜຶ່ງຂອງເສດຖະກິດແຫ່ງຊາດເຮົາ ແລະ ເປັນການຂະຫຍາຍເສດຖະກິດເຂົ້າສູ່ຄອບຄົວ, ແມ່ຍິງລາວເຜົ່າຕ່າງໆ ໄດ້ມີບົດບາດອັນສຳຄັນ ຕໍ່ການປະຕິບັດກົນໄກຄຸ້ມຄອງເສດຖະກິດແບບໃໝ່ນຳໃຊ້ຄວາມກ້າວໜ້າ ທາງດ້ານວິທະຍາສາດ-ເຕັກນິກ ເຂົ້າສູ່ການຜະລິດ, ສິ່ງເຫຼົ່ານັ້ນໄດ້ນຳເອົາຜົນປະໂຫຍດຕົວຈິງມາສູ່ຕົນເອງ, ມາສູ່ຄອບຄົວ ແລະ ປະກອບສ່ວນເຮັດໃຫ້ລາຍຮັບຂອງລວມໝູ່ຜູ້ອອກແຮງງານເພີ່ມຂຶ້ນ, ທັງເປັນການສ້າງຄວາມຮັ່ງມີໃຫ້ແກ່ປະເທດຊາດອີກດ້ວຍ.
ແມ່ຍິງລາວ ບໍ່ພຽງແຕ່ເຂົ້າຮ່ວມໃນການຜະລິດ, ໃນການເຮັດວຽກງານ ແລະ ຮັບພາລະວຽກບ້ານການເຮືອນເທົ່ານັ້ນ ແຕ່ກໍ່ຍັງມີຄວາມອົດທົນສຶກສາຮ່ຳຮຽນ ເພື່ອຍົກລະດັບທາງດ້ານການເມືອງ ວັດທະນະທຳ, ວິທະຍາສາດ – ເຕັກນິກ ແລະ ວິຊາການຂອງຕົນອີກດ້ວຍ. ແມ່ຍິງໄດ້ລົບລ້າງຄວາມບໍ່ຮູ້ໜັງສື ໄປພ້ອມໆກັບການຍົກລະດັບການສຶກສາຂອງເອື້ອຍນ້ອງແມ່ຍິງບັນດາເຜົ່າໄດ້ ເຮັດໃຫ້ຈຳນວນພະນັກງານເພດຍິງ ຢູ່ໃນອົງການ ຂອງພັກ, ຂອງລັດ ແລະ ອົງການເສດຖະກິດແຕ່ຂັ້ນຮາກຖານເຖິງຂັ້ນສູນກາງກໍ່ນັບມື້ນັບຫຼາຍຂຶ້ນ.
ແມ່ຍິງພວກເຮົາໄດ້ເປັນກາໍລັງປະກອບສ່ວນເຂົ້າໃນການລົບລ້າງ ວັດທະນະທຳອັນເຊື່ອມຊາມຂອງລະບອບສັກດິນາລ່າເມືອງຂຶ້ນໄດ້ປະໄວ້, ອອກແຮງຟື້ນຟູສິນລະປະ ວັດທະນາທຳອັນມີລັກສະນະຊາດ, ວິທະຍາສາດ ແລະ ມະຫາຊົນ, ນັກກາວີນັກປະພັນ ແລະ ນັກປະດິດຄິດແຕ່ງເພດຍິງ ໄດ້ນັບມື້ນັບເພີ່ມຂຶ້ນ, ນັກປະດິດຄິດແຕ່ງແມ່ຍິງຫຼາຍຄົນ ໄດ້ຖືກຮັບເປັນສະມາຊິກຂອງສະມາຄົມນັກປະພັນ, ທາງດ້ານສິລະປະວັນນະຄະດີ, ກາຍຍະກໍາ ເອື້ອຍນ້ອງແມ່ຍິງຫຼາຍທ້ອງຖິ່ນ ກໍ່ໄດ້ສະໝັກໃຈເຂົ້າເປັນສິລະປະອາຊີບ ແລະ ສິລະປະສະໝັກຫຼິ້ນກໍ່ມີຫຼາຍ.
ໃນຂະບວນການດັ່ງກ່າວ ໜ້າທີ່ອັນສຳຄັນອີກອັນໜຶ່ງຂອງເອື້ອຍນ້ອງແມ່ຍິງແມ່ນການກໍ່ສ້າງຄອບ ວັດທະນະທຳໃໝ່, ແມ່ຍິງພວກເຮົາໄດ້ຮັບພາລະອັນໜັກໜ່ວງຂອງຜູ້ເປັນແມ່, ຜູ້ເປັນເມຍຕໍ່ພາລະກິດຄອບຄົວລູກ, ຜົວອີກດ້ວຍ, ເປັນຕົ້ນແມ່ນໜ້າທີ່ແມ່ບ້ານການເຮືອນ, ຄຸ້ມຄອງການເປັນຢູ່ປະຈຳວັນຂອງຄອບຄົວ, ສຶກສາອົບຮົມລູກຫຼານ ແລະ ວຽກບ້ານການເຮືອນອື່ນໆ.
ເພື່ອໃຫ້ແທດເໝາະກັບນະໂຍບາຍຕ່າງໆ ທີ່ພັກ-ລັດໄດ້ກໍານົດອອກຕໍ່ແມ່ຍິງ ແລະ ເດັກນ້ອຍເຊັ່ນ: ນະໂຍບາຍປະກັນໄພ, ນະໂຍບາຍພັກຜ່ອນໃນຍາມເກີດລູກ, ນະໂຍບາຍສ້າງຄອບຄົວ, ນະໂຍບາຍສ້າງພະນັກງານເພດຍິ່ງ. ການຍ້ອງຍໍສັນລະເສີນ ແລະ ການເລື່ອນຊັ້ນ, ບັນດາໜ້າທີ່ໃຫ້ພະນັກງານແມ່ຍິງ, ນະໂຍບາຍພັກເບ້ຍບໍານານ. ນະໂຍບາຍດູແລເບິ່ງແຍ່ງເດັກນ້ອຍ ກໍ່ຄ່ອຍໆໄດ້ຮັບການປະຕິບັດຢູ່ໃນແຕ່ລະຂະແໜງການໃນແຕ່ລະທ້ອງຖິ່ນ.
ຄວາມສາມາດ ແລະ ບົດບາດຂອງເອື້ອຍນ້ອງແມ່ຍິງລາວ ນັບມື້ນັບສູງເດັ່ນຂຶ້ນ, ສະຫະພັນແມ່ຍິງລາວໄດ້ ເຂົ້າເປັນສະມາຊິກສະຫະພັນແມ່ຍິງ ປະຊາທິປະໄຕສາກົນ, ມີຫຼາຍອົງການຈັດຕັ້ງສາກົນໄດ້ໃຫ້ການຊ່ວຍ ເຫຼືອອົງການຈັດຕັ້ງສະຫະພັນແມ່ຍິງລາວ, ດັ່ງທີ່ສະຫາຍເລຂາທິການໃຫຍ່ໄດ້ກ່າວວ່າ: “”ຂ້າພະເຈົ້າຂໍຕາງໜ້າພັກ ແລະ ລັດຖະບານລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ແມ່ຍິງ ແລະ ປະຊາຊົນ ຂອງບັນດາປະເທດອ້າຍນ້ອງ, ປະເທດເພື່ອນມິດທີ່ຢູ່ໃກ້ ແລະ ຢູ່ໄກກໍ່ຄືສະຫະພັນແມ່ຍິງ ປະຊາທິປະໄຕສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນປະເສີດໃນຫຼາຍດ້ານແກ່ແມ່ຍິງລາວ ແລະ ປະຊາຊົນລາວຕະຫຼວດມາ””.
ໃນແຕ່ລະໄລຍະຂອງການປະຕິວັດ, ພັກເຮົາໂດຍມີສະຫາຍ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ ນັ້ນ ເວລາໃດກໍ່ເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ສ້າງເງື່ອນໄຂ ໃຫ້ແມ່ຍິງມີຄວາມກ້າວໜ້າໃນທຸກດ້ານ ເພື່ອບັນລຸສິດສະ
ເໝີພາບລະຫວ່າງ ຍິງ-ຊາຍ ແລະ ປະຕິບັດວຽກງານ ຮັບປະກັນຄຸນນະພາບ ສະຫາຍ ເລຂາທິການໃຫຍ່ ໄກສອນ ພົມວິຫານ ໄດ້ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ 2 ຂອງແມ່ຍິງລາວທົ່ວປະເທດວ່າ: “ “ຄວາມພະຍາຍາມບືນຕົວຂຶ້ນຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງແມ່ຍິງລາວເຮົາປະກອບສ່ວນເຂົ້າໃນ ທຸກວຽກງານຂອງສັງຄົມ. ທັງເປັນການປະຕິບັດຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການປົດປ່ອຍແມ່ຍິງເທື່ອລະກ້າວ ”
ເພື່ອຕອບສະໜອງຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານ ເຊິ່ງເວລາໃດກໍ່ໄດ້ໃຫ້ຄວາມເອົາໃຈໃສ່ການພັດທະນາແມ່ຍິງລາວບັນດາເຜົ່ານັ້ນ, ເພື່ອໃຫ້ແທດເໝາະກັບໜ້າທີ່ການເມືອງໃນໄລຍະໃໝ່, ເພື່ອສົ່ງເສີມຈຸດດີ ແກ້ໄຂຈຸດອ່ອນ ແລະ ຈຸດບົກຜ່ອງໃນໄລຍະຜ່ານມາແມ່ຍິງທຸກຖ້ວນໜ້າຕ້ອງໄດ້ສູ້ຊົນຫັນປ່ຽນຈິດຕະນາການດ້ານເສດຖະກິດຂອງພັກ, ອອກແຮງບຸກບືນສ້າງຂະບວນການໃຫ້ມີການເຄື່ອນໄຫວປະຕິວັດ ຮັບໃຊ້ໜ້າທີ່ການເມືອງຂອງພັກຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການ ປະກອບສ່ວນໂດຍກົງເຂົ້າໃນການປົກປັກຮັກສາສິດຜົນປະໂຫຍດອັນພື້ນຖານຂອງແມ່ຍິງ ແລະ ເດັກນ້ອຍ.
ພວກເຮົາບໍ່ອາດຫຼົງລືມໄດ້ພະຄຸນອັນຍິ່ງໃຫຍ່ຂອງພັກ ຊຶ່ງເວລາໃດກໍສະແດງອອກຄວາມເປັນຫ່ວງເປັນໄຍ ຕ້ອງການຈັດຕັ້ງແມ່ຍິງ ແລະ ໃຫ້ກໍາລັງໃຈແກ່ແມ່ຍິງພວກເຮົາຕະຫຼອດມາ, ໃນສູນທອນພົດທີ່ກ່າວຕໍ່ກອງປະຊຸມໃຫຍ່ຄັ້ງທີ່ 1 ຂອງສະຫະພັນແມ່ຍິງ, ສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ເວົ້າວ່າ “ ແມ່ຍິງເຮົາເຜົ່າຕ່າງໆ ໄດ້ຕົກຢູ່ໃນການກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ ຂອງລະບອບສັກດີນາ ແລະ ລະບອບລ່າເມືອງຂຶ້ນ, ແຕ່ຜ່ານຂະບວນ ວິວັດແຫ່ງການຕໍ່ສູ້ເພື່ອການດຳລົງຄົງຕົວ ແລະ ການຂະຫຍາຍຕົວຂອງຊາດ, ແມ່ຍິງເຮົາໄດ້ມີການອຸທິດອັນໃຫຍ່ຫຼວງເຂົ້າໃນການສ້າງໜ້າປະຫວັດສາດ ອັນສະຫວ່າງສະໄຫວຂອງຊາດ ແລະ ແມ່ຍິງເຮົາເອງກໍ່ໄດ້ສ້າງຄຸນລັກສະນາອັນເປັນມູນເຊື້ອຂອງຕົນຂຶ້ນດັ່ງລຸ່ມນີ້:”
ແມ່ຍິງເຮົາມີຄວາມດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ ມີນໍ້າໃຈປະຢັດສັດທ່ຽງ (ເຮັດວຽກໄຮ່ການນາຢ່າງຫຼັງສູ້ຟ້າໜ້າສູ່ດິນ, ເຂັ້ນຝ້າຍຕຳຫູກ, ການໃຊ້ຈ່າຍກໍ່ມີການຄິດໄລ່ຈົ່ງຢອມຮັກສາມູນມັງໄວ້ໃຫ້ລູກເຕົ້າ)
ມີວາມບໍລິສຸດຜຸດຜ່ອງ, ແພງລູກຮັກຜົວ, ຍອມທົນທຸກທົນຍາກ, ຍອມເສຍສະຫຼະເພື່ອຄວາມສຸກຂອງຄອບຄົວລູກ ແລະ ຜົວ.
ມີນໍ້າໃຈຮັກຊາດແພງເຊື້ອ, ຮັກບ້ານເກີດເມືອງນອນ, ມີກິລິຍາມາລະຍາດ ສຸພາບອ່ອນຫວານ, ຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດເຮົາໄວ້.
ຈາກຄຸນລັກສະນະທີ່ສະຫາຍກ່າວມານັ້ນ ມັນໄດ້ສະແດງອອກໃນການປະຕິບັດຕົວຈິງ ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມ ຂອງການປະຕິວັດໃນແຕ່ລະໄລຍະມາຈົນເຖິງປັດຈຸບັນນີ້.
ໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງສູນກາງສະຫະພັນແມ່ຍິງລາວໄດ້ວາງໂຄງການ ແລະ ແຜນງານໄວ້ດັ່ງນີ້:
ແຕ່ປີ 2021-2025 ມີ X ແຜນງານ ແລະ 65 ໂຄງການ ຄື: ແຜນງານທີ I ພັດທະນາຊັບພະຍາກອນມະນຸດ ແລະ ປັບປຸງການຈັດຕັ້ງແມ່ຍິງ (7 ໂຄງການ);
ແຜນງານທີ II ສ້າງຄວາມເຂັ້ມແຂງໃນການບໍລິຫານວຽກງານແມ່ຍິງ (4 ໂຄງການ):
ແຜນງານ III ສົ່ງເສີມການປະກອບອາຊີບ, ສົ່ງເສີມການເຂົ້າເຖິງແຫຼ່ງທຶນ ແລະ ສະໜອງການບໍລິການ ທາງດ້ານການເງິນໃຫ້ແກ່ ແມ່ຍິງ ແລະ ຄອບຄົວ (7 ໂຄງການ);
ແຜນງານທີ IV ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສິດສະເໝີພາບຍິງ-ຊາຍ ແລະ ການນໍາໃຊ້ສະຖິຕິບົດບາດຍິງ-ຊາຍ (5 ໂຄງການ);
ແຜນງານທີ V ສົ່ງເສີມການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບວຽກງານ 3 ສ້າງ, ຮັກສາສິ່ງແວດ ລ້ອມແບບຍືນຍົງ, ສົ່ງເສີມບົດບາດຍິງ-ຊາຍໃນການພັດທະນາ ແມ່ຍິງ ແລະ ຄອບຄົວ (10 ໂຄງການ),
ແຜນງານທີ VI ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ເສີມຂະຫຍາຍມູນເຊື້ອປະຫວັດສາດອັນ ດີງາມຂອງຊາດ ຂອງແມ່ຍິງ, ອະນຸລັກ ແລະ ສົ່ງເສີມສີມືຫັດຖະກຳ ຂອງແມ່ຍິງລາວ (8 ໂຄງການ);
ແຜນງານທີ VII ສົ່ງເສີມການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທ ຳຂອງ ແມ່ຍິງ ແລະ ເດັກນ້ອຍ ເຂົ້າເຖິງຂະບວນການຍຸຕິທາໍ (7 ໂຄງການ);
ແຜນງານທີ VIII ສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການຮ່ວມມືສາກົນ (5 ໂຄງການ),
ແຜນງານທີ IX ສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານ (7 ໂຄງການ);
ແຜນງານທີ X ຕິດຕາມ, ກວດກາ ວຽກງານແມ່ຍິງ (5 ໂຄງການ); ແລະ ແຜນ ຈຸດສຸມ(2021-2023) ເພື່ອປະຕິບັດວາລະແຫ່ງຊາດ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດວຽກພະນັກ ງານ ມີ 30 ໂຄງການ.
ນອກນີ້ ຍັງມີແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV ມີ 4 ແຜນງານ, ແຜນດຳເນີນງານແຫ່ງຊາດ ເພື່ອແມ່-ເດັກ 5 ປີ ຄັ້ງທີ III ມີ 5 ແຜນງານ, ແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຄັ້ງທີ 11 ມີ 6 ແຜນງານ.
ກອງປະຊຸມຄັ້ງນີ້ຍັງໄດ້ວາງຄໍາຂວັນອອກຄື: “ພັດທະນາຄວາມສະເໝີພາບຍິງ-ຊາຍ ຕິດພັນກັບການພັດທະນາປະເທດຊາດ” ແລະ ໄດ້ວາງຂໍ້ແຂ່ງຂັນ 3 ດີ ອອກເພື່ອໃຫ້ແມ່ຍິງແຕ່ລະສະຫາຍໄດ້ແຂ່ງຂັນກັນຄື: “ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ”