Saturday, 27 July 2024

ວັນປູກຕົ້ນໄມ້ແຫ່ງຊາດແລະ ວັນເດັກນ້ອຍສາກົນ

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ (1 ມິຖຸນາ 1980 – 1 ມິຖຸນາ 2024) ແລະ ວັນເດັກນ້ອຍສາກົນ ຄົບຮອບ 100 ປີ (ວັນທີ 1 ມິຖຸນາ 1924-1 ມິຖຸນາ 2024)
ຕອນເຊົ້າວັນທີ ວັນ ສຸກ 31 ພິດສະພາ 2024 ເວລາ 8ໂມງ 00 ນາທີ ຫ້ອງວ່າການສູນກາງພັກໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ໂດຍ ການເຂົ້າຮ່ວມເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ພ້ອມດ້ວຍຄະນະນໍາຫ້ອງວ່າການສູນກາງພັກ, ຄະນະກົມ, ພ້ອມດ້ວຍພະນັກງານພາຍໃນຫ້ອງວ່າການສູນກາງພັກ
ຈຸດປະສົງເພື່ອໄດ້ຍົກໃຫ້ເຫັນປະຫວັດ ຄວາມເປັນມາ ແລະ ຄວາມໝາຍ ຄວາມສໍາຄັນຂອງວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງ ຊາດ, ເຊິ່ງເດັກນ້ອຍ ແລະ ເຍົາ ວະຊົນແມ່ນສ່ວນໜຶ່ງຂອງສັງຄົມ ໃນການປະກອບສ່ວນເຂົ້າໃນການ ພັດທະນາຂອງສັງຄົມ ແລະ ປະເທດຊາດໃນອະນາຄົດ ເພາະ ເດັກນ້ອຍໃນມື້ຈະກາຍເປັນຜູ້ ໃຫຍ່ໃນມື້ໜ້າ, ດັ່ງນັ້ນ ເພື່ອເປັນການນຳພາລູກຫຼານ, ເຍົາວະຊົນ ແລະ ຊາວໜຸ່ມຄົນຮຸ່ນຫຼັງເອົາເປັນແບບຢ່າງ, ຮູ້ຈັກຄຸນຄ່າຂອງທຳມະຊາດ, ການປູກຝັງຈິດສໍານຶກ ແລະ ອົບ ຮົມສັ່ງສອນສິ່ງດີໆ ໃຫ້ນ້ອງ ນ້ອຍເຍົາວະຊົນ ຮັບຮູ້ເຂົ້າໃຈ ເມື່ອເຕີບໃຫຍ່ມາໃຫ້ກາຍເປັນຄົນ ດີໃນສັງຄົມ, ເຮັດໃຫ້ຄົນໃນສັງຄົມມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້ເປັນພຶ້ນທີ່ສີຂຽວຫຼາຍຂຶ້ນເລື້ອຍໆ. ດັ່ງນັ້ນຫ້ອງວ່າການສູນກາງພັກຈຶ່ງໄດ້ຈັດກິດຈະກໍາສະ ເຫຼີມສະຫຼອງວັນເດັກນ້ອຍສາ ກົນຂຶ້ນ ເພື່ອເຮັດໃຫ້ນ້ອງນ້ອຍ ເຍົາວະຊົນ ມີພັດທະນາການທີ່ດີ, ມີຄວາມກ້າຫານ ແລະ ມີ ຄວາມສາມັກຄີຊ່ວຍເຫຼືອເຊິ່ງ ກັນ ແລະ ກັນ. ໂດຍໃນພິທີໃດ້ມີກິດເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ແກ່ຫຼານນ້ອຍເຊັ່ນວ່າ, ກິດຈະກໍາຖາມ-ຕອບຄວາມຮູ້ຮອບຕົວໃຫ້ແກ່ຫຼານນ້ອຍ, ເບິ່ງສາລະຄະດີປະຫວັດການເຕີບໄຫຍ່ຂະຫຍາຍຕົວຂອງຫ້ອງວ່າການສູນກາງພັກ, ກິດຈະກໍາຢຽບປຸ້ມເປົ້າ, ກີດຈະກໍາດຶງເຊືອກ ແລະ ມີການແຈກຍາຍຂອງຂັວນລາງວັນຕ່າງໆໃຫ້ແກ່ຫຼານນ້ອຍທີ່ເຂົ້າຮ່ວມຢ່າງທົ່ວເຖິງ.