Saturday, 27 July 2024

ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ຂອງຄະນະໂຄສະນາອົບຮົມສູນກາງພັກ

ໃນຕອນເຊົ້າ ຂອງວັນພະຫັດ ທີ 16 ພຶດສະພາ 2024 ເວລາ 8 ໂມງ 30 ນາທີ ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງນໍາພາໂດຍ: ທ່ານ ນາງ ໄພວັນ ວັນນະໄຊ ຮອງຫົວໜ້າ ກົມຈັດຕັ້ງພະນັກງານ, ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ II ລະບົບ 3 ເດືອນ ຂອງຄະນະໂຄສະນາອົບຮົມສູນກາງພັກ ເນື່ອງໃນໂອກາດທີ່ໄດ້ມາທັດສະນະສຶກສາຫາຄວາມຮູ້ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ພ້ອມດຽວກັນນີ້ກໍ່ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ.