Monday, 16 September 2024

ກອງ ປະຊຸມໃຫຍ່ ຄັ້ງ ທີ I ຂອງ ຫນ່ວຍຊາວໜຸ່ມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ

ໃນຕອນເຊົ້າ ວັນ ສຸກ ທີ 9 ສິງຫາ 2024 ໜ່ວຍຊາວໜຸ່ມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ໄດ້ເປີດ ກອງປະຊຸມ ໃຫຍ່ຄັ້ງທີ I ຂອງຕົນຂື້ນ. ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍສະຫາຍ ໄຊຍະລາດ ພົງຍາລັກ ກໍາມະການຄະນະພັກ ຫ້ອງວ່າການສູນກາງພັກ, ເລຂາໜ່ວຍພັກ, ຫົວໜ້າ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳ ປະຕິວັດ, ສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ, ສະຫາຍ ນາງ ຕາວັນ ວັນທອງ ຄະນະບໍລິຫານງາາຊາວໜຸ່ມ ຫສພ ເລຂາໜ່ວຍຊາວໜຸ່ມ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມ ກພອ ທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສະຫາຍ ກ້ອນແກ້ວ ອຸ່ນລາສີ ຮອງເລຂາໜ່ວຍຊາວໜຸ່ມ ໄດ້ຂື້ນສະເໜີຮ່າງບົດລາຍງານການເມືອງທັງສາມພາກ ໂດຍຕີລາຄາຍົກໃຫ້ເຫັນ ຜົນງານໄລຍະ 5 ປີຜ່ານມາ (2020-2024) ດ້ານດີ, ດ້ານອ່ອນ ແລະ ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ໜ່ວຍຊາວໜຸ່ມ ກົມ ພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ ປະກອບມີຄະນະໜ່ວຍຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ ແລະ ປະກອບມີ 3 ຈຸຂຶ້ນກັບ. ປັດຈຸບັນມີຈໍານວນສະມາຊິກທັງໝົດແມ່ນ 41 ສະຫາຍ, ຍິງ 24 ສະຫາຍ
ຜ່ານມາຄະນະໜ່ວຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເຮັດໃຫ້ສະມາຊິກມີແນວຄິດຫຼັກໝັ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ມີຄວາມເສຍສະຫຼະ, ມີນ້ຳໃຈຮັກຊາດ ຮັກບ້ານເກີດເມືອງນອນ, ມີຄວາມສາມັກຄີພາຍໃນ-ນອກໜັກແໜ້ນ, ເຄົາລົບນັບຖືຮີດຄອງປະເພນີອັນດີງາມຂອງເຜົ່າ, ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ເປັນເຈົ້າການຕ້ານປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ ກໍ່ຄືສັງຄົມ, ບັນດາຜູ້ແທນຍັງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ເປັນເອກະພາບຮັບຮອງບົດລາຍງານການເມືອງທັງສາມພາກ ແລະ ບົດສຳຫລວດການນຳພາຄະນະ ພ້ອມນີ້ຍັງໄດ້ວາງຄາດໝາຍສູ້ຊົນ ໂດຍເລັ່ງໃສ່ການສຶກສາອົບການເມືອງ-ແນວຄິດໃຫ້ແກ່ສະມາຊິກ.
ກອງປະຊຸມ ຍັງໄດ້ເປັນກຽດຮັບຟັງຄຳໂອ້ລົມຂອງ ສະຫາຍ ໄຊຍະລາດ ພົງຍາລັກ ເຊິ່ງສະຫາຍໄດ້ເນັ້ນໜັກບາງບັນຫາ ເພື່ອເຮັດໃຫ້ໜ່ວຍຊາວໜຸ່ມສາມາດປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນໄຫ້ດີຂື້ນ, ກ່ອນອື່ນ ໜ່ວຍຊາວໜຸ່ມຕ້ອງເປັນເຈົ້າການ ແລະ ເປັນແບບຢ່າງທີ່ດີໃນການຊີ້ນຳ-ນຳພາປະຕິບັດໜ້າທີ່ວຽກງານຂອງຕົນໃນດ້ານຕ່າງໆ ໃຫ້ໄດ້ຮັບປະສິດທິພາບຂື້ນໄປເທື່ອລະກ້າວ. ໃນນີ້ສະມາຊິກຊາວໜຸ່ມ ກພອ ຍັງໄດ້ຮັບໃບຢັ້ງຢືນ 4 ບຸກ ມອບໂດຍ ສະຫາຍ ພຸດທະລາ ແກ້ວວິຈິດ ເລຂາຄະນະຊາວໜຸ່ມ ຫສພ,
ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະຊາວໜຸ່ມຊຸດໃຫມ່ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ,
ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນບ່ອນບັດຄັດເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ເຊີ່ງມີຜູ້ລົງສະໝັກທັງໝົດ 7 ສະຫາຍ ເລືອກເອົາ 5 ສະຫາຍ
ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະໜ່ວຍຊາວໜຸ່ມ ກົມ ກພອຄັ້ງທີ I ໄດ້ເປັນເອກະສັນຮັບຮອງເອົາ ເລຂາ, ຮອງເລຂາ, ດັ່ງນີ້:
1. ສະຫາຍ ນາງ ພວງສະບາ ຊຸມສົງ ເປັນເລຂາໜ່ວຍ.
2. ສະຫາຍ ສຸກັນ ສຸປີດີ ເປັນຮອງເລຂາ ຮັບຜິດຊອບເນື້ອໃນ.
3. ສະຫາຍ ເພັດສັກດາ ຈະເລີນສຸກ ເປັນຮອງເລຂາ, ທັງເປັນປະທານກວດກາ.
4. ສະຫາຍ ນາງ ອາລັນຍາ ປະທຸມພາ ເປັນຮອງເລຂາ, ຮັບຜິດຊອບເສດຖະກິດ.
5. ສະຫາຍ ບຸນຜອງ ດາລາແສງ ເປັນຮອງເລຂາ ຮັບຜິດຊອບ ຂະບວນການ.
ເພືື່ອເຮັດໃຫ້ການດຳເນີນ ກອງປະຊຸມ ມີເນື້ອໃນຄວາມໝາຍເລິກເຊິ່ງໃນຕອນທ້າຍ ສະຫາຍ ພຸດທະລາ ແກ້ວວິຈິດ, ເລຂາບໍລິຫານງານ ຊາວໜຸ່ມ ຫ້ອງວ່າການສູນກາງພັກ ກໍ່ມີຄຳເຫັນຕໍ່ສະມາຊິກຊາວໜຸ່ມ ກົມ ກພອ , ໃຫ້ຍົກສູງຄວາມສາມະຄີພາຍໃນ, ຍົກລະດັບຄວາມຮູ້ຄວາມສາມາດ ພາສາຕ່າງປະເທດ, ຍົກລະດັບວິຊາສະເພາະຂອງຕົນໃຫ້ດີຂື້ນ.