Friday, 24 May 2024

ແນວຄິດຂອງປະທານ ໄກສອນ ພົມວິຫານ ກ່ຽວກັບລັດແຫ່ງກົດໝາຍ ແລະ ຈຸດພິເສດແຫ່ງການສ້າງກົດໝາຍ ໃນເງື່ອນໄຂຂອງລະບອບ ປະຊາທິປະໄຕ ປະຊາຊົນ

ຄືດັ່ງທຸກຄົນໄດ້ຮູ້ແລ້ວ, ປະທານ ໄກສອນ ພົມວິຫານ ແມ່ນລູກຜູ້ປະເສີດ ຂອງປະຊາຊົນລາວ ທຸກເຜົ່າ, ແມ່ນນັກປະຕິວັດຮັກຊາດຜູ້ດີເດັ່ນ, ຜູ້ນໍາທີ່ເຄົາລົບຮັກຂອງພັກ, ຂອງລັດ ແລະ ຂອງຊາດ, ທັງເປັນວິລະບຸລຸດຂອງຊາດເຮົາ.

ໃນຕະຫຼອດຊີວິດແຫ່ງການເຄື່ອນໄຫວປະຕິວັດ, ປະທານ ໄກສອນ ພົມວິຫານ ໄດ້ອຸທິດອັນ ໃຫຍ່ຫຼວງທີ່ສຸດໃນດ້ານສະຕິປັນຍາ ແລະ ມັນສະໝອງຂອງຕົນ ເພື່ອພາລະກິດການປະຕິວັດ ຂອງ ປະເທດພວກເຮົາ. ເພິ່ນເປັນຜູ້ນໍາທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ມີຄວາມເຊື່ອໝັ້ນຢ່າງເດັດຂາດຕໍ່ໄຊຊະນະ ຂອງການປະຕິວັດ.

ໜຶ່ງໃນສັນຍາລັກທີ່ພົ້ນເດັ່ນທີ່ສຸດທີ່ສ່ອງແສງ ເຖິງຄວາມປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງເພິ່ນນັ້ນ ແມ່ນເພິ່ນເປັນຜູ້ນຳທີ່ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະພາບຄວາມເປັນຈິງ ຂອງປະເທດຊາດ, ມີຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຫົວຄິດປະດິດສ້າງ ໃນການໝູນໃຊ້ຫຼັກມູນ ທິດສະດີ ແລະ ບົດຮຽນ ຂອງປະເທດຕ່າງໆເຂົ້າ ກັບເງື່ອນໄຂຕົວຈິງ ຂອງປະເທດເຮົາ. ບໍ່ວ່າຍາມໃດ, ເວລາໃດ ເພິ່ນກໍ່ອອກແຮງຄົ້ນຄວ້າ ບັນດາຫຼັກມູນທິດສະດີ ມາກ – ເລນິນ, ທິດສະດີ ວິທະຍາສາດ ແລະ ບົດຮຽນ ຂອງປະເທດງຕ່າງໆ ເພື່ອໝູນໃຊ້ເຂົ້າກັບສະພາບ ແລະ ເງື່ອນໄຂຕົວຈິງ ຂອງປະເທດເຮົາ. ເພິ່ນຕັກເຕືອນເລື້ອຍໆວ່າ ຈະແມ່ນທິດສະດີ ຫຼື ບົດຮຽນອັນໃດກໍ່ດີຈະມີຄຸນປະໂຫຍໄດ້ກໍ່ຕໍ່ເມື່ອເຮົາໝູນໃຊ້ມັນຢ່າງຖືກຕ້ອງກັບຈຸດພິເສດ ແລະ ສະພາບຄວາມເປັນຈິງ ຂອງລາວເຮົາ. ສະນັ້ນ, ເພິ່ນຈຶ່ງແນະນຳຢູ່ສະເໝີວ່າຈະເຮັດຫຍັງກໍ່ຕາມ, ຈະຢູ່ໃສກໍ່ດີ, ກ່ອນອື່ນໝົດຕ້ອງເລີ່ມດ້ວຍການຄົ້ນຄວ້າກຳແໜ້ນສະພາວະຄວາມເປັນຈິງຢູ່ບ່ອນນັ້ນເສຍກ່ອນ, ບໍ່ໃຫ້ລອກແບບ, ຈົດກ່າຍແບບກົນຈັກ ແລະ ບັງຄັບສະພາບຄວາມເປັນຈິງ ຂອງປະເທດຕົນ, ທ້ອງຖິ່ນ ແລະ ຂະແໜງການຂອງຕົນໃຫ້ເປັນໄປຕາມຕົວແບບ, ບົດຮຽນຂອງຜູ້ອື່ນ, ບ່ອນອື່ນ ແລະ ຄວາມຄິດອັດຕະວິໄສຂອງຕົນເອງ.

ຍ້ອນມີຄວາມຮູ້ຢ່າງເລິກເຊິ່ງ, ຖືກຕ້ອງກ່ຽວກັບສະພາບຄວາມເປັນຈິງໃນແຕ່ລະດ້ານ ຂອງ ປະເທດຊາດ ເຊີດຊູຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ມີຄວາມປະດິດສ້າງ ຂອງເພິ່ນນີ້ເອງ ຈຶ່ງເປັນໜຶ່ງໃນບັນດາສາເຫດຕົ້ນຕໍທີ່ພາໃຫ້ ພາລະກິດການຕໍ່ສູ້ປົດປ່ອຍຊາດໄປເຖິງໄຊຊະນະ ອັນສົມບູນ ແລະ ສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ່ 2 ທັນວາ ປີ 1975, ພາປະເທດຊາດເຂົ້າສູ່ໄລຍະໃໝ່, ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.

 

ໃນໄລຍະໃໝ່ ຂອງການປະຕິວັດ, ທ່ານ ໄກສອນ ພົມວິຫານ ໄດ້ເປັນເຈົ້າການຮ່ວມກັບໝູ່ຄະນະປັບປຸງບູລະນະແນວທາງ, ແຜນນະໂຍບາຍຂອງພັກເຮົາໃຫ້ ສອດຄ່ອງກັບສະພາວະຄວາມເປັນຈິງ ຂອງປະເທດເຮົາ ແລະ ທ່າອ່ຽງຂອງຍຸກສະໄໝ, ໂດຍໄດ້ກຳນົດກ່ຽວກັບລັກສະນະຂອງການປະຕິວັດ ໃນໄລຍະໃໝ່ຢ່າງຖືກຕ້ອງວ່າ ແມ່ນໄລຍະ ປະຊາທິປະໄຕ ປະຊາຊົນ, ສ່ວນສັງຄົມນິຍົມນັ້ນແມ່ນຈຸດໝາຍ ຈາກນັ້ນພັກເຮົາຈຶ່ງໄດ້ວາງແນວທາງແຫ່ງການສືບຕໍ່ສ້າງ ແລະ ຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ສ້າງປະຖົມປັດໄຈໃຫ້ ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

ໂດຍເລີ່ມຈາກ ການກຳນົດແນວທາງ, ແຜນນະໂຍບາຍຢ່າງຖືກຕ້ອງ, ສອດຄ່ອງ ຂອງລະບອບປະຊາທິປະໄຕ ປະຊາຊົນ, ປະທານ ໄກສອນ ພົມວິຫານ ໃນຖານະຜູ້ກໍ່ຕັ້ງລັດ ປະຊາທິປະໄຕ ປະຊາຊົນ ໄດ້ໃຫ້ທັດສະນະພື້ນຖານ ແລະ ແນວຄິດຊີ້ນຳອັນຈະແຈ້ງກ່ຽວກັບ ລັດແຫ່ງກົດໝາຍ ແລະ ການກໍ່ສ້າງກົດໝາຍ ໃນເງື່ອນໄຂ ຂອງລະບອບປະຊາທິປະໄຕ ປະຊາຊົນ. ທັດສະນະ ແລະ ແນວຄິດຊີ້ນຳ ຂອງ ເພິ່ນກ່ຽວກັບບັນຫາດັ່ງກ່າວໄດ້ສະແດງອອກ ໃນບັນດາເອກະສານທາງການຂອງພັກ – ລັດ, ແຕ່ບ່ອນທີ່ສະແດງອອກຢ່າງລວມສູນທີ່ສຸດ ແມ່ນໃນບົດຄວາມເຫັນ ຂອງເພິ່ນຕໍ່ກອງປະຊຸມ ຈັດຕັ້ງ ທົ່ວປະເທດ ຄັ້ງທີ່ 7 (ວັນທີ 24 ທັນວາ 1991), ຂ້າພະເຈົ້າຂໍສັງລວມເອົາບາງເນື້ອໃນຕົ້ນຕໍທີ່ ເປັນທັດສະນະພື້ນຖານ ແລະ ແນວຄິດຊີ້ນໍາອັນຈະແຈ້ງ ຂອງເພິ່ນກ່ຽວກັບລັດແຫ່ງກົດໝາຍ ແລະ ການສ້າງກົດໝາຍໃນເງື່ອນໄຂ ຂອງລະບອບ ປະຊາທິປະໄຕ ປະຊາຊົນ ເພື່ອສະເໜີ ຕໍ່ເພື່ອນຜູ້ອ່ານດັ່ງນີ້ :

  1. ກ່ຽວກັບລັດ.

ເພິ່ນໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທີ່ເປັນ ຕົວແທນທີ່ແທ້ຈິງ, ແຫ່ງຜົນປະໂຫຍດ ຂອງປະຊາຊົນລາວທຸກເຜົ່າ. ມັນແມ່ນລັດທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ບັນດາການຈັດຕັ້ງໃນລະບົບການເມືອງແມ່ນມີພັກປະຊາຊົນ ປະຕິວັດລາວ ເປັນແກນນໍາ. ໃນລະບອບ ປະຊາທິປະໄຕ ຂອງພວກເຮົາ, ສິດເປັນເຈົ້າປະເທດຊາດ ແລະ ປະຊາທິປະໄຕ ຂອງປະຊາຊົນ ໄດ້ຮັບການເສີມຂະຫຍາຍຢ່າງສຸດຂີດໄປພ້ອມໆກັບການເພີ່ມທະວີສະຕິລະບຽບວິໄນ ແລະ ຂໍ້ກຳນົດກົດໝາຍ ຂອງບ້ານ – ເມືອງ. ກົງຈັກຂອງລັດຕ້ອງກະທັດຮັດ, ພໍດີ ແລະ ມີຄຸນນະພາບ, ມີການກຳນົດແຈ້ງກ່ຽວ ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ ລະອົງການ, ປະຕິບັດຫຼັກການຄຸ້ມຄອງລວມສູນ ເປັນເອກະພາບສົມທົບກັບການເຊີດຊູບົດບາດການນຳພາ ຂອງ ຄະນະພັກ ແລະ ຄວາມຮັບຜິດຊອບ ຂອງອຳນາດການປົກຄອງຢ່າງຖືກຕ້ອງ. ເພິ່ນໄດ້ເລັ່ງທວງໃຫ້ກາໍຈັດ, ແກ້ໄຂພະຍາດອາດຍາສິດ, ປະກົດການລ່ວງອຳນາດ, ນາບຂູ່ປະຊາຊົນ, ການສໍ້ລາດບັງຫຼວງ, ຄວາມລະເຫຼີງຫຼົມເຫຼວຂາດຄວາມຮັບຜິດຊອບ ແລະ ປະກົດການຫຍໍ້ທໍ້ອື່ນໆຢ່າງເດັດຂາດ.

  1. ກ່ຽວກັບການສ້າງລັດແຫ່ງກົດໝາຍ.

ເພິ່ນໄດ້ແນະນາໍໄວ້ວ່າ: ພວກເຮົາຕ້ອງສ້າງລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ກາຍເປັນລັດແຫ່ງກົດໝາຍເທື່ອລະກ້າວ ໂດຍສອດຄ່ອງກັບຈຸດພິເສດທາງດ້ານເສດຖະກິດ – ສັງຄົມ ຂອງປະເທດກໍ່ຄືລະດັບຄວາມຮູ້, ວັດທະນະທຳ ແລະ ຄວາມເປັນຢູ່ຂອງປະຊາຊົນ, ທັງນີ້ກໍ່ ຍ້ອນວ່າ : ລັດແຫ່ງກົດໝາຍແມ່ນລັດທີ່ຖືກົດໝາຍ ສູງກວ່າສິ່ງໃດໆ ແລະ ສະຕິເຄົາລົບກົດໝາຍ ຂອງພົນລະເມືອງໄດ້ກາຍເປັນຄວາມຊິນເຄີຍ ໃນຊີວິດປະຈໍາວັນແລ້ວ. ເວົ້າອີກແນວໜຶ່ງ, ລັດແຫ່ງກົດໝາຍແມ່ນລັດທີ່ໄດ້ປະຕິບັດ ພັນທະຕໍ່ພົນລະເມືອງ ແລະ ພົນລະເມືອງກໍ່ປະຕິບັດພັນທະຕໍ່ລັດຢ່າງຄົບຖ້ວນ. ດ້ວຍເຫດນັ້ນການສ້າງລັດແຫ່ງກົດໝາຍຈຶ່ງຕ້ອງຜ່ານ ຂະບວນວິວັດອັນຍາວນານ ໂດຍຂຶ້ນກັບລະດັບ ການຂະຫຍາຍຕົວທາງດ້ານເສດຖະກິດ – ສັງຄົມ ຂອງປະເທດ, ຂຶ້ນກັບລະດັບຄວາມຮູ້, ຄວາມຕື່ນຕົວທາງການເມືອງຂອງປະຊາຊົນ ພົນລະເມືອງ ແລະ ເງື່ອນໄຂອື່ນໆອີກຫຼາຍຢ່າງ.

ບັນດາປະເທດສັງຄົມນິຍົມກໍ່ບໍ່ທັນມີປະເທດໃດເປັນລັດແຫ່ງກົດໝາຍເທື່ອສຳລັບປະເທດເຮົາ, ເພິ່ນໄດ້ຊີ້ບອກວ່າ: ພະນັກງານເຮົາຈຳນວນຫຼາຍຍັງບໍ່ທັນເຂົ້າໃຈກ່ຽວກັບຈຸດພິເສດ ຂອງສັງຄົມລາວ ແລະ ສະພາບຄວາມເປັນຈິງ ຂອງປະເທດຊາດຢ່າງເລິກເຊິ່ງ, ໃນເວລາດຽວກັນນັ້ນຊ້ຳພັດຖືກຜົນສະທ້ອນຈາກຕ່າງປະເທດ, ຈາກນັ້ນຈິ່ງມີທັດສະນະຮ້ອນຮົນຟ້າວຟັ່ງ, ຢາກສ້າງ ແລະ ຮັບຮອງເອົາກົດໝາຍ ອອກເປັນຈຳນວນຫຼາຍ ໂດຍຄິດວ່າເຮັດແນວນັ້ນ ແລ້ວຈະກາຍເປັນລັດແຫ່ງກົດໝາຍໂດຍໄວ.

  1. ກ່ຽວກັບການສ້າງກົດໝາຍ.

ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະກ່ຽວກັບບັນຫານີ້ວ່າ: ກ່ອນອື່ນໝົດພວກເຮົາຕ້ອງຮັບຮູ້ແຈ້ງວ່າ: ປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍ່ບໍ່ແມ່ນທຶນນິຍົມ. ພວກເຮົາຍັງຢູ່ໃນໄລຍະຂອງລະບອບປະຊາທິປະໄຕ ປະຊາຊົນ. ສະນັ້ນ, ການຈະສ້າງກົດໝາຍ ໃດກໍ່ຕາມ ພວກເຮົາຕ້ອງອີງໃສ່ຈຸດພິເສດ ຂອງໄລຍະລະບອບ ປະຊາທິປະໄຕ ປະຊາຊົນ. ພວກເຮົາບໍ່ປະຕິເສດວ່າການສ້າງລັດແຫ່ງກົດໝາຍນັ້ນ ແມ່ນຈຸດໝາຍອັນຍາວນານ ຂອງພວກເຮົາ ເຊິ່ງຕ້ອງເລີ່ມຈາກຕໍ່າຫາສູງ, ເຮັດເທື່ອລະກ້າວ ຢ່າງໜັກແໜ້ນ ໂດຍສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງການພັດທະນາ ເສດຖະກິດ – ສັງຄົມ ຂອງປະເທດຊາດ. ໝາຍຄວາມວ່າໃນຂະບວນວິວັດແຫ່ງການສ້າງກົດໝາຍນັ້ນພວກເຮົາຈະຕ້ອງໄດ້ອີງໃສ່ຫຼາຍເງື່ອນໄຂ.

3.1. ຕ້ອງຮູ້ວ່າກົດໝາຍແມ່ນຫຍັງ?

ກ. ມາກຂຽນວ່າ: ກົດໝາຍແມ່ນການສະແດງອອກ ຂອງມານະຈິດຂອງຊົນຊັ້ນປົກຄອງທີ່ ເປັນລາຍລັກອັກສອນໝາຍຄວາມວ່າ ກົດໝາຍ ຂອງລະບອບໃດກໍ່ຕ້ອງສ່ອງແສງເຖິງມານະຈິດ ຂອງ ຊົນຊັ້ນປົກຄອງໃນລະບອບນັ້ນ.

ກົດໝາຍ ຂອງພວກເຮົາ (ຂອງລະບອບ ປະຊາທິປະໄຕ ປະຊາຊົນ) ກໍ່ຕ້ອງສ່ອງແສງໃຫ້ເຫັນເຖິງລັກສະນະຊົນຊັ້ນ, ລັກສະນະຊາດ ແລະ ລັກສະນະປະຊາຊົນຂອງລັດ ພວກເຮົາ. ສະນັ້ນກົດໝາຍຕ້ອງສ່ອງແສງຢ່າງຈະແຈ້ງ ເຖິງໜ້າທີ່ການເມືອງຂອງພັກ, ເຖິງຄວາມມຸ່ງມາດ ປາຖະໜາ ຂອງ ປະຊາຊົນເຜົ່າຕ່າງໆ ແລະ ເປັນສິ່ງເສີມສ້າງຄວາມສັກສິດແຫ່ງການຄຸ້ມຄອງ ຂອງລັດ.

3.2. ໃນການສ້າງກົດໝາຍຕ້ອງກຳແໜ້ນ ແນວທາງ, ແຜນນະໂຍບາຍຂອງພັກເພາະວ່າ ກົດ

ໝາຍແມ່ນມາດຕະການທາງການປົກຄອງ ອັນໜຶ່ງ, ແມ່ນເຄື່ອງມືທາງການເມືອງ ຂອງຊົນຊັ້ນກຳອຳນາດ, ເປັນຮູບການສະແດງອອກ ຂອງຄວາມຮຽກຮ້ອງຕ້ອງການທາງການເມືອງ. ສະນັ້ນ, ການສ້າງກົດໝາຍແຕ່ລະອັນພວກເຮົາ ຕ້ອງເລີ່ມຈາກແນວທາງ, ແຜນນະໂຍບາຍຂອງພັກ.

3.3. ຕ້ອງກຳແໜ້ນສະພາວະຄວາມເປັນຈິງ ທາງດ້ານເສດຖະກິດ – ສັງຄົມ ຂອງປະເທດຊາດ ລວມທັງຮີດຄອງປະເພນີ ແລະ ຈິດຕະສາດ ຂອງປະຊາຊົນເຜົ່າຕ່າງໆໝາຍຄວາມວ່າການສ້າງກົດໝາຍຕ້ອງເລີ່ມ ແຕ່ຕໍ່າຫາສູງ, ສອດຄ່ອງ ກັບລະດັບຂະຫຍາຍຕົວທາງດ້ານເສດຖະກິດ, ວັດທະນະທ ຳ, ຄວາມຮູ້ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ສິ່ງສຳຄັນໃນທີ່ນີ້ ແມ່ນສ້າງກົດໝາຍອອກມາແລ້ວ ປະຊາຊົນຈະຮັບໄດ້ບໍ່?

ກ. ມາກຂຽນວ່າ: ກົດໝາຍບໍ່ມີຍາມໃດຈະຢູ່ເໜືອກວ່າລະບອບເສດຖະກິດ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ – ສັງຄົມ.

ກົດໝາຍຕ້ອງສົມຄູ່ກັບຮູບຖານເສດຖະກິດ – ສັງຄົມ. ກົດໝາຍຂະຫຍາຍຕົວຕາມກົດເກນແຕ່ຕໍ່າຫາສູງໄປຄຽງຄູ່ກັບການຂະຫຍາຍຕົວ ຂອງເສດຖະກິດ, ວັດທະນະທຳ – ສັງຄົມ, ແນໃສ່ຕອບ ສະໜອງຄວາມຮຽກຮ້ອງຕ້ອງການໃນການດັດສົມການພົວພັນສັງຄົມ. ດ້ວຍເຫດນີ້ເອງ ໃນຫຼາຍປະເທດທີ່ບໍ່ທັນມີຄວາມສາມາດໃຊ້ ກົດໝາຍ (ຍ້ອນເງື່ອນໄຂບໍ່ທັນສຸກງອມ), ເຂົາເຈົ້າ ກໍ່ປົກຄອງກັນດ້ວຍຮີດຄອງ, ຂະນົບທຳນຽມປະເພນີ, ຂໍ້ບັງຄັບທາງດ້ານສິນທຳ ແລະ ຄຸນສົມບັດ, ສາສະໜາ ຫຼື ດ້ວຍອິດທິພົນ ຂອງບຸກຄົນສຳຄັນ.

ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງຕື່ມວ່າ: ການສ້າງກົດໝາຍຕ້ອງເລີ່ມແຕ່ຕໍ່າຫາສູງ

ໝາຍຄວາມວ່າ: ພວກເຮົາຕ້ອງຄໍານຶງເຖິງແຕ່ລະກໍລະນີວ່າອັນໃດສາມາດວາງເປັນກົດໝາຍໄດ້ ແລະ ອັນໃດບໍ່ທັນເໝາະທີ່ຈະເຮັດເປັນກົດໝາຍ. ໂດຍທົ່ວໄປແລ້ວການຈະສ້າງກົດໝາຍຈະເລີ່ມດ້ວຍຂໍ້ກໍານົດໃຕ້ກົດໝາຍ ທີ່ມີຜົນບັງຄັບໃຊ້ເໝືອນກັນ ກັບກົດໝາຍເຊັ່ນ: ມະຕິຕົກລົງ, ແຈ້ງການ, ລະບຽບການ, ຄາໍສັ່ງ, ດາໍລັດທີ່ປະກາດໃຊ້ໂດຍບຸກຄົນ ຜູ້ມີອໍານາດຂັ້ນຕ່າງໆ ສະນັ້ນ, ຈຶ່ງສັງເກດເບິ່ງວ່າ ມີຂໍ້ກໍານົດໃຊ້ກົດໝາຍອັນໃດແດ່ທີ່ສາມາດສ້າງ ເປັນກົດໝາຍໄດ້ ໂດຍຂຶ້ນກັບເງື່ອນໄຂສຸກງອມ ຂອງມັນ.

3.4. ການສ້າງກົດໝາຍຕ້ອງໄປຄຽງຄູ່ກັບ ການເສີມຂະຫຍາຍ ປະຊາທິປະໄຕ.

ກ່ອນຈະສ້າງກົດໝາຍໜຶ່ງຂຶ້ນ ກໍ່ຕ້ອງມີຄະນະກະກຽມຮ່າງກົດໝາຍນັ້ນ, ຄະນະນີ້ຈະປະກອບດ້ວຍບັນດານັກວິຊາການທີ່ຊ່ຽວຊານໃນບັນຫາທີ່ຈະກຳນົດໄວ້ໃນກົດໝາຍນັ້ນ ແລະ ນັກກົດໝາຍຈຳນວນໜຶ່ງ. ບຸກຄົນເຫຼົ່ານັ້ນຕ້ອງເປັນຜູ້ທີ່ກາໍແໜ້ນແນວທາງ, ນະໂຍບາຍຂອງພັກ ແລະ ລັດ, ກໍາ

ແໜ້ນສະພາວະຄວາມເປັນຈິງ ຂອງປະເທດຊາດ, ທັງມີຄວາມຮູ້ດ້ານວິຊາການ ແລະ ບົດຮຽນຈາກພຶດຕິກຳ, ໝາຍຄວາມວ່າຕ້ອງໄດ້ຜ່ານວຽກງານຕົວຈິງມາຫຼາຍສົມຄວນ.

ຕ້ອງເສີມຂະຫຍາຍປະຊາທິປະໄຕ ໃນການສ້າງກົດໝາຍ. ຢາກໃຫ້ກົດໝາຍແທດກັບຕົວຈິງ, ສ່ອງແສງມານະຈິດ, ສອດຄ່ອງກັບຜົນປະໂຫຍດ, ຄວາມມຸ້ງມາດປາຖະໜາ ແລະ ເໝາະກັບຄວາມ ສາມາດ ປະຕິບັດ ຂອງປະຊາຊົນ, ພວກເຮົາຕ້ອງຮູ້ຍາດແຍ່ງຄວາມຄິດຄວາມເຫັນ ຂອງມະຫາຊົນ ຕໍ່ກັບກົດໝາຍນັ້ນ ໝາຍຄວາມວ່າກ່ອນຈະຮັບຮອງເອົາກົດໝາຍ, ປະກາດໃຊ້ກົດໝາຍໃດໜຶ່ງກໍ່ຕ້ອງຜ່ານການທາບທາມຄວາມຄິດຄວາມເຫັນ ຂອງປະຊາຊົນຊັ້ນຄົນຕ່າງໆເສຍກ່ອນ, ຫາກບໍ່ແມ່ນຈະເຮັດແຕ່ໃນ “ວົງແຄບ” ຂອງນັກວິຊາການ ຫຼື ກຳມາທິການກົດໝາຍ ຂອງສະພາແຫ່ງຊາດ ເທົ່ານັ້ນ.

ທັດສະນະພື້ນຖານ ແລະ ແນວຄິດຊີ້ນຳ ຂອງ ປະທານ ໄກສອນ ພົມວິຫານ ທີ່ກ່າວມາຂ້າງເທິງ ນັ້ນໄດ້ເປັນເຂັມຊີ້ທິດເຍືອງທາງໃຫ້ການສ້າງລັດແຫ່ງກົດໝາຍ ແລະ ສ້າງກົດໝາຍໃນເງື່ອນໄຂ ລະບອບ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ. ສະນັ້ນ, ພາຍຫຼັງສະຖາປະນາ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ ຄັ້ງ ທີ IV ຂອງພັກປີ 1986, ພັກໄດ້ກຳນົດແນວທາງ ປ່ຽນແປງໃໝ່ທາງດ້ານເສດຖະກິດ ແລະ ປັບປຸງບູລະນະແນວທາງປ່ຽນແປງໃໝ່ທາງດ້ານເສດຖະກິດ ໃຫ້ເປັນແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫຼັກການໃນກອງປະຊຸມ ຄັ້ງທີ V ຂອງ ພັກປີ 1991 ເຊິ່ງໃນນີ້ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ໄດ້ກຳນົດແຈ້ງເຖິງການປ່ຽນແປງໃໝ່ລະບົບການເມືອງ ໂດຍໄດ້ເນັ້ນວ່າ: “ການປ່ຽນແປງໃໝ່ລະບົບການເມືອງບໍ່ໝາຍຄວາມວ່າຕ້ອງປ່ຽນແປງລະບອບການເມືອງນີ້ໄປສູ່ລະບອບການເມືອງອື່ນ ແຕ່ຫາກແມ່ນການ ບູລະນະການຈັດຕັ້ງ ຂອງລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ແລະ ການປ່ຽນແປງ ໃໝ່ແບບແຜນວິທີການເຄື່ອນໄຫວ. ບົນພື້ນຖານການກຳນົດພາລະບົດບາດ, ຄວາມສາມາດນຳພາ ຂອງພັກ, ເຊີດຊູຄວາມສັກສິດໃນການຄຸ້ມຄອງ, ອຳນວຍຄວບຄຸມ ຂອງອົງການລັດ, ພ້ອມກັນນີ້ກໍ່ ເສີມຂະຫຍາຍບົດບາດ ຂອງບັນດາອົງການ ຈັດຕັ້ງມະຫາຊົນເຮັດໃຫ້ທົ່ວລະບົບການເມືອງແຕ່ລະອົງປະກອບ ຂອງມັນເຄື່ອນໄຫວຢ່າງຖືກຕ້ອງຕາມພາລະບົດບາດ ຂອງຕົນ, ມີການປະສານສົມທົບຢ່າງສອດຄ່ອງ ແລະ ມີປະສິດທິຜົນໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການແຫ່ງການປ່ຽນແປງໃໝ່ໃນທຸກດ້ານມີຄວາມຈຳເປັນທີ່ປະເທດຊາດຂອງພວກເຮົາຈະຕ້ອງໄດ້ກ້າວຂຶ້ນສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນຢ່າງເປັນເອກະພາບ ເຊິ່ງເນື້ອໃນແທ້ແມ່ນ ການສ້າງລັດແຫ່ງກົດໝາຍ. ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ທີ່ເປີດຂຶ້ນໃນ ວັນທີ 13 –15 ສິງຫາ 1991 ໄດ້ພິຈາລະນາຮັບຮ້ອງ ເອົາລັດຖະທຳມະນູນສະບັບທຳອິດ ຂອງ ສປປ ລາວ ແລະ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ເຊິ່ງເປັນຂີດໝາຍ ທາງດ້ານການເມືອງທີ່ສຳຄັນ ຕໍ່ຊາດ ແລະ ສາກົນ, ແມ່ນການຮັບຮູ້ສິດແຫ່ງຄວາມເປັນເອກະລາດ, ອິດສະລະພາບຢ່າງແທ້ຈິງຂອງຊາດລາວເຮົາ.

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສະພາແຫ່ງຊາດຊຸດທີ V ໄດ້ພິຈາລະນາຮັບຮອງເອົາລັດຖະທຳມະນູນສະບັບປັບປຸງ. ພວກເຮົາໄດ້ດາໍເນີນການປັບປຸງບາງມາດຕາຂອງລັດຖະທຳມະນູນ ທີ່ເປັນກົດໝາຍພື້ນຖານ ຂອງຊາດໃຫ້ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບແນວທາງປ່ຽນແປງ

ໃໝ່ ແລະ ສະພາບຄວາມເປັນຈິງກວ່າ ເກົ່າ.

ລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນລັດຖະທຳມະນູນ ຂອງລະບອບປະຊາທິປະໄຕ ປະຊາຊົນ ເຊິ່ງໄດ້ ກຳນົດລະບອບການເມືອງ, ລະບອບເສດຖະກິດ – ສັງຄົມ, ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະ ຂອງພົນລະເມືອງ, ສະພາແຫ່ງຊາດ, ລັດຖະບານ, ການປົກຄອງທ້ອງຖິ່ນ ແລະ ອື່ນໆ. ສະຫຼຸບຄວາມແລ້ວເນື້ອໃນ ຂອງທຸກໝວດ, ທຸກມາດຕານັ້ນລ້ວນແຕ່ສ່ອງແສງຢ່າງສັງລວມ ແລະ ແທດເໝາະກັບໄລຍະແຫ່ງການ ສືບຕໍ່ສ້າງ ແລະ ເສີມຂະຫຍາຍລະບອບ ປະຊາທິປະໄຕ ປະຊາຊົນ ຕາມທັດສະນະພື້ນຖານ ແລະ ແນວຄິດຊີ້ນາໍ ຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດແຫ່ງກົດໝາຍ. ສະພາແຫ່ງຊາດ ໃນຖານະເປັນອົງການຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດ ແຫ່ງລັດ ທັງເປັນອົງການນິຕິບັນຍັດທີ່ມີສິດຕົກລົງ ບັນຫາສຳຄັນ ຂອງປະເທດຊາດ, ຕິດຕາມກວດ ກາການເຄື່ອນໄຫວ ຂອງອົງການບໍລິຫານ, ສານປະຊາຊົນ ແລະ ໄອຍະການປະຊາຊົນ ໄດ້ພ້ອມກັນຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນທັດສະນະ ແລະ ແນວຄິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ກໍ່ຄືແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ ກ່ຽວກັບການສ້າງລັດແຫ່ງກົດໝາຍໃນເງື່ອນໄຂ ຂອງປະເທດເຮົາໃຫ້ກາຍເປັນສະຕິ ແລະ ການກະທຳຕົວຈິງ.

ເຖິງຢ່າງໃດກໍ່ດີ, ດັ່ງທີ່ປະທານ ໄກສອນ ພົມວິຫານ ໄດ້ຊີ້ບອກວ່າ: ການສ້າງລັດແຫ່ງກົດໝາຍຕ້ອງຜ່ານຂະບວນວິວັດອັນຍາວນານ ໂດຍຂຶ້ນກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ- ສັງຄົມ ຂອງປະເທດ, ຂຶ້ນກັບລະດັບຄວາມຮັບຮູ້, ຄວາມຕື່ນຕົວທາງການເມືອງ ຂອງພົນລະເມືອງ ແລະ ເງື່ອນໄຂອື່ນໆອີກຫຼາຍຢ່າງ, ດ້ວຍເຫດນັ້ນ ເພື່ອສ້າງລັດແຫ່ງກົດໝາຍ ເຊິ່ງກ່ອນອື່ນໝົດ ແມ່ນການຈັດຕັ້ງປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍໃຫ້ໄດ້ດີນັ້ນຕ້ອງໄດ້ສືບຕໍ່ເອົາໃຈໃສ່ບາງບັນຫາດັ່ງນີ້:

  1. ສະພາແຫ່ງຊາດ, ບັນດາອົງການ ແລະ ຂະແໜງການກ່ຽວຂ້ອງຕ້ອງສືບຕໍ່ຄົ້ນຄວ້າເຊື່ອມຊຶມ, ກາໍແໜ້ນທັດສະນະ ແລະ ແນວຄິດຊີ້ນໍາຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບການສ້າງລັດແຫ່ງກົດໝາຍໃນເງື່ອນໄຂລະບອບ ປະຊາທິປະໄຕ ປະຊາຊົນ ຂອງປະເທດເຮົາ, ເຮັດໃຫ້ທັດສະນະ ແລະ ແນວຄິດຊີ້ນຳ ຂອງ ເພິ່ນກາຍເປັນຄວາມຮູ້, ເປັນສະຕິ ແລະ ການກະທຳຕົວຈິງທີ່ຖືກຕ້ອງ ແລະ ມີ

ໝາກຜົນ,

  1. ເສີມຂະຫຍາຍພາລະບົດບາດ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດຢ່າງແຂງແຮງຕິດພັນກັບການປັບປຸງລະບົບອົງການອຳນາດແຫ່ງລັດ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນເທື່ອລະກ້າວ ພ້ອມກັນເຮັດສຳເລັດໜ້າທີ່ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງໃຜລາວ.
  2. ເອົາໃຈໃສ່ພັດທະນາເສດຖະກິດໃຫ້ຂະ ຫຍາຍຕົວ ເພື່ອຍົກລະດັບຊີວິດການເປັນຢູ່ໃຫ້ດີ ຂຶ້ນ ໂດຍຕິດພັນກັບການເພີ່ມທະວີການສຶກສາ ອົບຮົມໃຫ້ພົນລະເມືອງທຸກຄົນຮັບຮູ້ເຊື່ອມຊຶມ ລັດຖະທຳມະນູນ ແລະ ກົດໝາຍຕ່າງໆ, ສ້າງເງື່ອນໄຂໃຫ້ເຂົາເຈົ້າປະຕິບັດກົດໝາຍຢ່າງເຂັ້ມງວດ, ຮູ້ນຳໃຊ້ກົດ

ໝາຍເພື່ອປົກປ້ອງສິດ ຜົນປະໂຫຍດອັນຊອບທາໍ ແລະ ປະຕິບັດພັນທະ ຂອງຕົນຢ່າງຖືກຕ້ອງ. ພ້ອມກັນນັ້ນກໍ່ສຶກສາ ອົບຮົມໃຫ້ທຸກຄົນກ້າວເຂົ້າສູ່ແບບແຜນດຳລົງຊີວິດ ແລະ ເຮັດວຽກງານຕາມກົດໝາຍວາງອອກ.

  1. ເພີ່ມທະວີການສຶກສາອົບຮົມກົດໝາຍ ແນໃສ່ສ້າງສະຕິເຄົາລົບກົດໝາຍ ເພື່ອເປັນພື້ນຖານໃຫ້ແກ່ການປະຕິບັດກົດໝາຍ, ການສຶກສາອົບຮົມກົດໝາຍຕ້ອງດາໍເນີນຢ່າງເປັນລະບົບເນື່ອງນິດກະທົບເຂົ້າໃສ່ແນວຄິດຈິດໃຈ ຂອງພະນັກງານ, ລັດຖະກອນ ແລະ ປະຊາຊົນ ເພື່ອເຮັດໃຫ້ທຸກຄົນມີຄວາມຮູ້ກ່ຽວກັບກົດໝາຍ, ມີຄວາມຊິນເຄີຍກ່ຽວກັບກົດໝາຍ, ຕໍ່ສູ້ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ.
  2. ຍົກສູງສະຕິຕໍ່ກົດໝາຍ, ເຮັດໃຫ້ທຸກຄົນ ຮັບຮູ້ຢ່າງຖືກຕ້ອງກ່ຽວກັບທາດແທ້, ພາລະບົດ ບາດ ຂອງກົດໝາຍລະບອບໃໝ່ຕໍ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ຕໍ່ຄອບຄົວໝູ່ເພື່ອນ ແລະ ຕໍ່ແຕ່ລະຄົນຈາກນັ້ນ ແມ່ນສ້າງຄວາມເຊື່ອໝັ້ນຕໍ່ກົດໝາຍ ແລະ ຕື່ນຕົວປະຕິບັດກົດໝາຍ. ການຍົກສູງຄວາມຮັບຜິດຊອບຕໍ່ກົດໝາຍ ແມ່ນການ ບັງຄັບລວມຕໍ່ທຸກຄົນທີ່ລະເມີດກົດໝາຍ, ຜູ້ລະ ເມີດກົດ

ໝາຍຕ້ອງນໍາມາລົງໂທດຢ່າງເຄັ່ງຄັດ ຕາມກົດໝາຍ, ບໍ່ອະນຸຍາດໃຫ້ຜູ້ໃດນໍາໃຊ້ສິດ ອຳນາດມາປົກປິດຜູ້ທີ່ກະທຳຜິດໃຫ້ພົ້ນຈາກ ຄວາມຮັບຜິດຊອບຕໍ່ໜ້າກົດໝາຍ.

  1. ຕ້ອງເຊີດຊູບົດບາດນຳໜ້າເປັນແບບຢ່າງ ຂອງພັກໃນການເຄົາລົບ ແລະ ປະຕິບັດ ກົດໝາຍຂອງລັດ, ຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ສະມາຊິກພັກແຕ່ລະຄົນຕ້ອງໄດ້ຮັບຮູ້ແຈ້ງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດແນວທາງຂອງພັກ ແລະ ກົດໝາຍຂອງລັດ. ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວພະນັກງານສະມາຊິກພັກ ເຊິ່ງເປັນຕົ້ນເຫດນໍາເອົາຄວາມເສື່ອມເສຍມາໃຫ້ພັກ, ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ພັກ (ການລ່ວງອຳນາດ, ກິນສິນບົນ, ສໍ້ລາດບັງຫຼວງ…) ສະມາຊິກພັກທຸກຄົນຕ້ອງປະຕິບັດຕາມການນຳພາ-ຊີ້ນຳ ຂອງພັກທີ່ວ່າ: “ໃນການເຄື່ອນໄຫວຂອງຕົນ, ພັກຍາມໃດກໍ່ຕ້ອງເຄົາລົບລັດຖະທຳມະນູນ ແລະ ກົດໝາຍຂອງລັດ” ໃນກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກໄດ້ເນັ້ນໜັກວ່າ: “ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍພວກເຮົາຕ້ອງເອົາໃຈໃສ່ປັບປຸງບັນດາອົງການອໍານາດແຫ່ງລັດໃຫ້ມີຄວາມສາມາດເຄື່ອນໄຫວປະຕິບັດພາລະໜ້າທີ່ຂອງຕົນຢ່າງມີປະສິດທິຜົນ.

ສະຫຼຸບແລ້ວ ການປະກາດໃຊ້ລັດຖະທໍາມະນູນ ແລະ ຫັນລັດຖະທໍາມະນູນເປັນກົດໝາຍໃນຂົງເຂດຕ່າງໆນັ້ນເປັນຂີດໝາຍແຫ່ງການນໍາໄປສູ່ການສ້າງລັດແຫ່ງກົດໝາຍເທື່ອລະກ້າວຕາມທັດສະນະ ແລະ ແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ແນ່ໃສ່ເພີ່ມທະວີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ແລະ ສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າໃນໄລຍະສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ຂອງປະເທດເຮົາ.