Saturday, 27 July 2024

ເສີມຂະຫຍາຍບົດບາດຂອງຫ້ອງວ່າການສູນກາງພັກ ໃຫ້ກາຍເປັນເສນາທິການຊ່ວຍສູນກາງພັກຢ່າງໜັກແໜ້ນ

 

(ເນື່ອງໃນໂອກາດສະເຫຼີມສະຫຼອງສ້າງຕັ້ງຫ້ອງວ່າການສູນການພັກຄົບຮອບ 67 ປີ,

24 ມີນາ 1955 – 24 ມີນາ 2022)

ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃນປະຈຸບັນບາດກ້າວອັນສໍາຄັນຂອງພັກ-ລັດເຮົາແມ່ນການສືບຕໍ່ນໍາພາການຈັດຕັ້ງເສີມຂະຫຍາຍລະບອບປະຊາທິປະໄຕ,​ ການລົບລ້າງຄວາມທຸກຍາກ ແລະ ການສ້າງຄວາມຢູ່ດີກິນດີ, ການປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ການຕ້ານການແຜ່ລະບາດຢ່າງໜັກໜ່ວງຂອງພະຍາດ ໂຄວິດ-19 ເຊິ່ງນັ້ນແມ່ນສິ່ງທ້າທ້າຍ,​ບົນພື້ນຖານເຈດຈໍານົງດັ່ງກ້າວນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປລາວ ໄດ້ເນັ້ນໜັກເຖິ່ງການເສີມຂະຫຍາຍລັກສະນະນໍາໜ້າຂອງການຈັດຕັ້ງປະຕິບັດແນວທາງການເມືອງໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມໃນນັ້ນບັນດາອົງການຈັດຕັ້ງຂອງພັກ, ຂອງລັດຖືສໍາຄັນຕໍ່ການຫັນເອົາແນວທາງ, ແຜນນະໂຍບາຍຂອງພັກ-ລັດເຂົ້າສູຂອດການຈັດຕັ້ງດ້ານການປະຕິບັດຕົວຈິງໃນຂົງເຂດ ແລະ ຄວາມຮັບຜິດຊອບຂອງຕົນ, ​ເອົາໃຈໃສ່ຕໍ່ການເສີມຂະຫຍາຍທ່າແຮງດ້ານຕັ້ງໜ້າ ແລະ ຈໍາກັດດ້ານຫຍໍ້ທໍ້ໃນການປະຕິບັດໜ້າທີ່ວຽກງານທັງນີ້ກໍເພື່ອຮັບປະກັນຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດ.

ຫ້ອງວ່າການສູນກາງພັກ(ເປັນຕົວອັກສອນຫຍໍ້ ຫສພ)ເປັນການຈັດຕັ້ງໜຶ່ງຂອງຫ້ອງວ່າການສູນກາງພັກ, ຊ່ວຍກົມການເມືອງສູນກາງພັກ, ສະຫາຍເລຂາທິການໄຫຍ່, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ອາດີດການນໍາຂັ້ນສູງຂອງພັກ, ການປະຕິບັດບົດບາດເປັນເສນາທິການແມ່ນວຽກໜຶ່ງທີ່ສໍາຄັນ ແລະ ເປັນໜ້າທີ່ການເມືອງຕົ້ນຕໍ ເພື່ອຊ່ວຍຂັ້ນເທິງໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຂອງພັກເວົ້າລວມ ເວົ້າສະເພາະມະຕິກອງປະຊຸມໄຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວໃຫ້ເປັນໄປຕາມຄາດໝາຍທີ່ວາງໄວ້. ດັ່ງນັ້ນ ມັນຮຽກຮ້ອງເຖິງຄວາມຖືກຕ້ອງຊັດເຈນແມ້ນຢໍາຮັບປະກັນຄຸນນະພາບ ແລະ ປະສິດທິຜົນສູງສະແດງອອກໃນການສະຫຼຸບສັງລວມລາຍງານສະພາບທີ່ພົ້ນເດັ່ນ, ປະຈໍາອາທິດ, ປະຈໍາເດືອນ, ແລະ ລາຍງານຕາມຫົວຂໍ້, ການເຮັດບົດເຈາະຈີ້ມ, ບົດໂອ້ລົມ, ຊ່ວຍໃນການກະກຽມກອງປະຊຸມ 3 ຂັ້ນກະກຽມກອງປະຊຸມສູນກາງ, ກອງປະຊຸມຄົບຄະນະເລຂາທິການ ແລະ ກົມການເມືອງສູນກາງພັກ, ກອງປະຊຸມວຽກງານຫ້ອງວ່າການທົ່ວປະເທດ, ປະກອບສ່ວນເຂົ້າໃນອະນຸກໍາມະການໃນກອງປະຊຸມໃຫຍ່ ແລະ ຂຽນບົດຕ່າງໆຊ່ວຍກອງປະຊຸມສໍາເລັດຜົນເປັນຢ່າງດີເຊິ່ງໄດ້ມີການປັບປຸງທາງດ້ານເນື້ອໃນ ແລະ ຄຸນນະພາບມີການພັດທະນາດີຂື້ນເປັນກ້າວໆ, ສາມາດຕອບສະໝອງຄວາມຮຽກຮ້ອງຕ້ອງການໄດ້ດີສົມຄວນຖ້າທຽບໃສ່ໄລຍະຜ່ານມາ,​ ວຽກງານຄຸ້ມຄອງເອກະສານ ແລະ ສໍາເນົາເອກະສານຂອງຫ້ອງວ່າການສູນກາງພັກກໍໄດ້ມີການປັບປຸງເຮັດໃຫ້ມີຄວາມວ່ອງໄວທັນສະໄໝເທື່ອລະກ້າວ, ການສໍາເນົາເອກະສານກໍໄດ້ມີການສໍານວນ, ສໍາເນົາ ແລະ ສັບຊ້ອນຈັດລຽງ, ສ້າງລະຫັດເພື່ອອໍານວຍຄວາມສະດວກໃນການຊອກຫາໃຫ້ມີຄວາມວ່ອງໄວທັນສະໄໝຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ຂໍ້ມູນຂ່າວສານມີທັງພາຍໃນ ແລະ ຕ່າງປະເທດ, ມີການປັບປຸງເກັບມ້ຽນເອກະສານ, ສ້າງສໍາເນົາ-ສໍານວນເອກະສານ ແລະ ຈັດພິມເອກະສານດ້ວຍຄອມພີວເຕີ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານຄຸ້ມຄອງ ແລະ ສໍາເນົາເອກະສານ.

ໃນການຈັດຕັ້ງ ແລະ ເຄື່ອນໄຫວນໍາພາວຽກງານຕ່າງໆຂອງຄະນະພັກຫ້ອງວ່າການສູນກາງພັກ, ພັກໄດ້ເອົາໃຈໃສ່ຕໍ່ການປັບປຸງ, ການກໍານົດທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກເສີມຂະຫຍາຍລັກສະນະພັກ, ເສີມຂະຫຍາຍລັກສະນະນໍາໜ້າທີ່ການເມືອງ ແລະ ຄວາມເປັນແບບຢ່າງໃນດ້ານການຈັດຕັ້ງນໍາພາຂອງຄະນະພັກເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງນໍາພາໃຫ້ນັບມື້ນັບສູງຂື້ນ ແລະ ຍົກສູງບົດບາດຄວາມສາມາດໃນການຈັດຕັ້ງນໍາພາຂອງຄະນະພັກໃຫ້ສອດຄ່ອງກັບສະພາວະຄວາມເປັນຈິງຂອງໜ້າທີ່ການເມືອງໃນແຕ່ລະໄລຍະ, ປັບປຸງ ແລະ ຍົກສູງຄຸນນະພາບການນໍາພາຂອງຄະນະພັກເຂົ້າໃນການຮັບໃຊ້ພາລະກິດປົກປປັກຮັກສາ ແລະ ກໍ່ສ້າງສັງຄົມນິຍົມຮັບໃຊ້ແນວທາງປ່ຽນແປງໃໝ່ທີ່ມີຫຼັກການຂອງພັກ. ສະນັ້ນເພື່ອຮັບປະກັນໃຫ້ແກ່ການເຄື່ອນໄຫວນໍາພາຂອງຄະນະພັກຢູ່ຫ້ອງວ່າການສູນກາງພັກໃຫ້ມີຄຸນນະພາບໃໝ່ກົດລະບຽບຂອງພັກສະໄໝທີ XI ໄດ້ກໍານົດຢ່າງຈະແຈ້ງກ່ຽວກັບສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານສູນກາງພັກຄະນະປະຈໍາພັກ, ເລຂາ, ຮອງເລຂາຄະນະພັກແຂວງນະຄອນຫຼວງ, ເມືອງ ແລະ ນະຄອນ.

ໂດຍອີງໃສ່ສິດໜ້າທີ່ຕາມທີໄດ້ກໍານົດໄວ້ໃນກົດລະບຽບຂອງພັກ, ການນໍາພາຂອງຄະນະພັກຫ້ອງວ່າການສູນກາງພັກໄດ້ເອົາໃຈໃສ່ຕໍ່ການເຊີດຊູຄວາມເປັນເຈົ້າການຂອງຕົນໃນການຈັດຕັ້ງນໍາພາວຽກງານຕ່າງໆທີ່ນອນຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍສະເພາະແມ່ນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງແນະນໍາຂອງສູນກາງພັກເຂົ້າສູວຽກງານຕົວຈິງ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານເຊິ່ງມັນສະແດງອອກການນໍາພາດ້ານການເມືອງ-ແນວຄິດເປັນໜ້າທີ່ພື້ນຖານ, ເປັນປັດໃຈສໍາຄັນເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງການເຄື່ອນໄຫວນໍາພາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈັດຕັ້ງການເຄື່ອນໄຫວນໍາມາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈັດຕັ້ງດໍາເນີນການສຶກສາອົບຮົມໃຫ້ແກ່ພະນັກງານ,​ສະມາຊິກພັກດ້ວຍຫຼາຍຮູບການເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກຕະຫຼອດຮອດປະຊາຊົນໄດ້ມີຄວາມຮັບຮູ້ເຖິງມູນເຊື້ອອັນດີງາມຂອງພັກ, ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ,​ສາມາດຕີຖ້ອຍແນວຄິດລັ່ງເລທໍ້ຖອຍ ແລະ ປະກົດການຫຍໍ້ທໍ້ຕ່າງໆເຊິ່ງມັນສະແດງອອກໃນການເປັນແບບຢ່າງຂອງບັນດາສະມາຊິກພັກໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຕັ້ງໜ້າຝຶກຝົນຕົນເອງໃນທຸກດ້ານຮັກສາໄດ້ທາດແທ້ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ.

ພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກຫ້ອງວ່າການສູນກາງພັກກົມສໍາເນົາເອກະສານສາມາດປະຕິບັດສໍາເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃດ້ເປັນຢ່າງດີເຊິ່ງສະແດງອອກບັນດາເອກະສານຕ່າງໆລ້ວນແຕ່ໄດ້ມີການສໍານວນ-ສໍາເນົາຢ່າງເປັນລະບົບ, ມີລະຫັດລະອຽດຂອງແຕ່ລະເອກະສານ, ພື້ນຖານໂຄງລ່າງກໍໄດ້ຮັບການປັບປຸງໃຫ້ທັນສະໄໝເຊິ່ງເປັນປັດໃຈ ແລະ ເງືອນໄຂໃນການຮັກສາເອກະສານຕ່າງໆບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມກັນນັ້ນຍັງຮັກສາຄວາມລັບຂອງທຸກໆເອກະສານທີ່ສໍາຄັນອີກດ້ວຍ. ໃນສະເພາະໜ້ານີ້ຄະນະພັກຕ້ອງເພີ່ມທະວີສະຕິຄວາມຮັບຮູ້ກ່ຽວກັບທິດສະດີການເມືອງຢ່າງຈະແຈ້ງ ແລະ ກໍຕ້ອງໄດ້ສ້າງຄວາມເຂົ້າໃຈຢ່າງລະອຽດຕໍ່ກັບຫຼັກການເນື້ອໃນຕ່າງໆຂອງແນວທາງການເມືອງເພາະວ່າຖ້າຫາກແຕ່ລະຂະແໜງການບໍ່ມີຄວາມເຂົ້າໃຈກ່ຽວກັບແນວທາງການເມືອງກໍຈະບໍ່ສາມາດນໍາເອົາແນວທາງການເມືອງໄປຜັນຂະຫຍາຍໃນໜ້າທີ່ຕົວຈິງໃຫ້ໄດ້ຮັບຜົນສໍາເລັດ.​ນອກຈາກນັ້ນອັນທີ່ເປັນການສ້າງຄວາມຫຍຸ້ງຍາກທີ່ສຸດແມ່ນການເຄື່ອນໄຫວທີ່ບໍ່ສອດຄ່ອງກັບແນວທາງເຮັດໃຫ້ຂອດການຈັ້ງຕັ້ງປະຕິບັດບໍ່ມີປະສິດທິຜົນ, ກ່ຽວກັບການສ້າງສະຕິຄວາມຮັບຮູ້ກ່ຽວກັບແນວທາງການເມືອງຂອງພັກແມ່ນຕ້ອງໄດ້ຄົ້ນຄວ້າ, ຕ້ອງໄດ້ເຊື່ອມຊຶມ ແລະ ຕ້ອງໄດ້ເຮັດວຽກຕົວຈິງຈຶ່ງມີຄວາມເຂົ້າໃຈແຈ້ງຕໍ່ບັນຫາດັ່ງກ່າວ, ຫຼີກເວັ້ນການເຂົ້າໃຈແນວທາງທີ່ມີລັກສະນະຕໍ່າລາ, ຄໍາພີ ຫຼື ທິດສະດີອ້ອຍຕ້ອຍ ໝາຍຄວາມວ່າທິດສະດີຕ້ອງຕິດພັນກັບພຶດຕິກໍາຕົວຈິງອັນນີ້ມັນແມ່ນລັກສະນະພາວະວິໄສລະຫວ່າງແນວທາງກັບການຈັດຕັ້ງປະຕິບັດແນວທາງ, ເຮັດໄດ້ຄືດັ່ງກ່າວເຊື່ອແນ່ວ່າຫ້ອງວ່າການສູນກາງພັກຈະກາຍເປັນເສນາທິການໃຫ້ແກ່ຄະນະບໍລິຫານວຽກງານສູນກາງພັກໄດ້ຢ່າງໜັກແໜ້ນ, ເຊິ່ງສ້າງໄດ້ມູນເຊື້ອອັນດີງາມ ແລະ ສົມກັບນາມມະຍົດດ້ານຄຸນທາດ ແລະ ສິນທໍາປະຈໍາໃຈໃນທາງປະພຶດທີ່ວ່າ: ເປັນອົງການທີ່ຈົ່ງຮັກພັກດີຢ່າງເດັດຂາດມີຄວາມສາມັກຄີ, ປະດິດສ້າງບາກບັ່ນຂະຫຍັນພຽນ, ຮອບຄອບຖີ່ຖ້ວນຮັກສາແໜ້ນຫຼັກການເຮັກວຽກ.

 

 

 

ໂດຍ: ທ່ານ ນ.​ພອນລັດສະໝີ ພິມມະສອນ