Saturday, 27 July 2024

ເລົ່າມູນເຊື້ອວັນຊາດທີ 02 ທັນວາ ຄົບຮອບ 47 ປີ

ໃນຕອນເຊົ້າ ວັນພະຫັດ ທີ 08 ທັນວາ ປີ 2022 ເວລາ 8ໂມງ30ນາທີ ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານໄກສອນພົມວິຫານຄົບຮອບ102ປີ ເປັນກຽດປາຖະກະຖາໂດຍ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປລາວ, ທີ່ປືກສາສະພາທິດສະດີສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານລັດຖະກອນທົ່ວຫ້ອງວ່າການເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ
ຜ່ານການຈັດຕັ້ງປະຖະກະຖາໃນຄັ້ງນີ້ໄດ້ເປັນການໂຄສະນາສຶກສາອົບຮົມພະນັກງານ ສະມາຊິກພັກຕະຫຼອດຮອດລັດຖະກອນທຸກທົ່ວໜ້າໃຫ້ເຂົ້າໃຈ ແລະ ພ້ອມກັນສຶກສາຄົ້ນຄວ້າ, ຮໍ່າຮຽນມູນເຊື້ອນໍ້າໃຈວັນຊາດ, ຮັກບ້ານເກີດເມືອງນອນ ຍອມເສຍສະຫຼະສິດ ແລະ ຜົນປະໂຫຍດສ່ວນຕົວຂອງປະທານໄກສອນ ພົມວິຫານເພື່ອຜົນປະໂຫຍດສ່ວນລວມກໍ່ຄືປະຊາຊົນລາວບັນດາເຜົ່າ, ຄວາມສາມາດ, ຄຸນນະທໍາ ແລະ ການອຸທິດຂອງທ່ານໄດ້ກາຍເປັນສິ່ງກະຕຸກຊຸກຍູ້, ປຸກລະດົມ, ດຶງດູດປະຊາຊົນເຜົ່າຕ່າງໆຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນເປັນໜຶ່ງໃຈດຽວກັນໄດ້ກາຍເປັນປັດໃຈສໍາຄັນໃນການຕໍ່ສູ້ຍາດເອົາໄຊຊະນະຂອງການປະຕິວັດມາສູ່ປະເທດເຮົາ