Saturday, 27 July 2024

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ

ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ,
ຕອນແລງ ວັນສຸກ ທີ6 ຕຸລາ 2023 ເວລາ 2ໂມງ30ນາທີ ຄູອາຈານ ວິທະຍາໄລລາວນາໆຊາດ ແລະ ຄູອາຈານ ໂຮງຮຽນຄິມເບີ້ ເຊິ່ງນໍາພາໂດຍ: ອາຈານ ແຂກ ຈິດຕະວົງ ຄະນະບໍລິຫານ ວິທະຍາໄລລາວນາໆຊາດ ໄດ້ເຂົ້າມາວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ຕໍ່ປະທານ ໄກສອນ ພົມວິຫານ ຜູ້ທີ່ມີຕໍ່ຜົນງານອັນດີເດັ່ນ ແລະ ໃຫຍ່ຫຼວງຕໍ່ກັບປະເທດຂອງພວກເຮົາ ຫຼັງຈາກວາງກະຕ່າດອກໄມ້ເປັນທີ່ຮຽບຮ້ອຍແລ້ວ ບັນດາຄູອາຈານ ກໍ່ໄດ້ພາກັນຂຶ້ນ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ. ເພື່ອສຶກສາຮຽນຮູ້ກ່ຽວກັບເນື້ອໃນການວາງສະແດງໃນຫົວຂໍ້ຕ່າງໆໂດຍຜ່ານການບັນຍາຍຂອງພະນັກງານນໍາທ່ຽວຜູ້ທີ່ຮັບຜິດຊອບໃຫ້ຄວາມຮູ້ແກ່ຄູອາຈານທຸກໆທ່ານ.