Friday, 24 May 2024

ເນື່ອງໃນໂອກາດວັນສາ້ງຕັ້ງລັດຖະທໍາມະນູນຄົບຮອບ 32 ປີ ( 15 ສິງຫາ 1991-15 ສິງຫາ 2023 )

ລັດຖະທໍາມະນູນແມ່ນກົດໝາຍພຶ້ນຖານຂອງຊາດເຊ່ິ່ງກໍານົດລະບອບການເມືອງ, ລະບອບເສດຖະກິດ ແລະ ສັງຄົມ, ສິດ ແລະ ພັນທະພຶ້ນຖານຂອງພົນລະເມືອງ, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົງຈັກອໍານາດລັດ, ລັດຖະທໍາມະນູນແມ່ນກົດໝາຍສູງສຸດ ແລະ ເປັນກົດໝາຍພື້ນຖານຂອງປະເທດ ທີ່ວາງຂໍ້ກໍານົດກົດເກນ ກ່ຽວກັບກົນໄກຂອງລັດໂດຍທົ່ວໄປ, ມີຜົນບັງຄັບໃຊ້

ເໜືອກົດໝາຍທໍາມະດາ; ກົດໝາຍໃດຂັດກັບລັດຖະທໍາມະນູນ ກົດໝາຍນັ້ນກໍ່ເປັນໂມຄະ, ບໍ່ມີຜົນບັງຄັບໃຊ້ຕາມກົດໝາຍ. ກົດໝາຍທັງໝົດຢູ່ພາຍໃນປະເທດ ຕ້ອງສອດຄ່ອງ ຫຼື ບໍ່ຂັດກັບເນື້ອໃນຂອງລັດຖະທໍາມະນູນ. ລັດຖະທໍາມະນູນ ເປັນເຄື່ອງມືທີ່ສໍາຄັນທີ່ສຸດໃນການປົກຄອງແບບປະຊາທິປະໄຕ …

ພາຍຫຼັງປະເທດເຮົາໄດ້ຮັບການສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປວງຊົນລາວທັງຊາດຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມ ໂດຍສະເພາະໃນໄລຍະແຕ່ປີ 1975-1985 ເປັນໄລຍະເວລາທີ່ພັກເຮົາໄດ້ສຸມໃສ່ນຳພາເຕົ້າໂຮມຄວາມສາມັກຄີປອງດອງຊາດ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ທີ່ຫາກໍ່ຍາດມາໄດ້  ແລະ ເປັນຊ່ວງໄລຍະທີ່ພວມຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງເຮັດໃຫ້ປະເທດຊາດ ໄດ້ມີສະຖຽນລະພາບການເມືອງນັບມື້ນັບມີຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວດີຂຶ້ນ; ສະນັ້ນປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳວ່າ: ຕ້ອງກໍ່ສ້າງ ແລະ ປັບປຸງໂຄງຮ່າງການຈັດຕັ້ງອຳນາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ໃຫ້ກາຍເປັນລະບົບອຳນາດການປົກຄອງທີ່ເປັນ ປະຊາທິປະໄຕທີ່ແທ້ຈິງ ແລະ ເຂັ້ມແຂງ, ມີກຳລັງພຽງພໍໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ”.

“ລັດຕ້ອງຫັນແນວທາງ, ແຜນນະໂຍບາຍຂອງພັກເປັນແຜນການນະໂຍບາຍລະອຽດ, ເປັນມາດຕະການ ແລະ ກຳນົດໝາຍທີ່ມີລັກສະນະກົດໝາຍ ທັງເປັນຜູ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ກ່ອນອື່ນຕ້ອງຮັບຮູ້ວ່າປະເທດເຮົາຍັງບໍ່ທັນເປັນສັງຄົມນິຍົມ ແລະ ກໍ່ບໍ່ແມ່ນທຶນນິຍົມ, ພວກເຮົາຍັງຢູ່ໃນລະບອບ ປະຊາທິປະໄຕ ປະຊາຊົນ. ສະນັ້ນ ການສ້າງກົດໝາຍຕ້ອງສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ສະພາບຈຸດພິເສດຕົວຈິງຂອງການພັດທະນາປະເທດຊາດໃນໄລຍະໃໝ່”.

ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ ໃນປີ 1986 ເປັນຕົ້ນມານັ້ນ ເຊິ່ງມັນໄດ້ເລັ່ງທວງໃຫ້ລັດເຮົາຕ້ອງດຳເນີນການປົກຄອງສັງຄົມດ້ວຍກົດໝາຍ; ດັ່ງນັ້ນ, ປະທານ ໄກສອນ ພົມວິຫານ ເພິ່ນຈຶ່ງໄດ້ຊີ້ນຳວ່າ: ມີຄວາມຈຳເປັນຕ້ອງມີລັດຖະທຳມະນູນ ແລະ ກົດໝາຍ ເພື່ອເປັນເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ, ຍ້ອນແນວນັ້ນ ປະທານ ໄກສອນ ພົມວິຫານ ຈຶ່ງໄດ້ຊີ້ນຳໃຫ້ດຳເນີນການເລືອກຕັ້ງສະພາປະຊາຊົນຂັ້ນເມືອງ, ຂັ້ນແຂວງ ໃນປີ 1988 ແລະ ສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 26 ມີນາ 1989 ເຊິ່ງເປັນສະພາທີ່ປະຕິບັດພາລະບົດບາດຕົ້ນຕໍ ໃນການສ້າງລັດຖະທຳມະນູນ. ພ້ອມກັນນັ້ນ, ເພິ່ນກໍ່ໄດ້ລົງນາມໃສ່ມະຕິກົມການເມືອງສູນກາງພັກ ສະບັບເລກທີ 16/ກມສພ, ລົງວັນທີ 3 ສິງຫາ 1989 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການສ້າງລັດຖະທຳມະນູນ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ປະທານສະພາປະຊາຊົນສູງສຸດ ຊຸດທີ II ເປັນຫົວໜ້າຄະນະ.

ໃນຕະຫຼອດໄລຍະ 2 ປີກວ່າ ແຫ່ງການກະກຽມ ແລະ ສ້າງຮ່າງລັດຖະທຳມະນູນນັ້ນ ປະທານ ໄກສອນ ພົມວິຫານ ບໍ່ໄດ້ລົດລະໃນການຊີ້ນຳຢ່າງຈົດຈໍ່ ແລະ ແທດເຖິງ ຕໍ່ການສ້າງຮ່າງລັດຖະທຳມະນູນແຫ່ງ ສປປ ລາວ.

ພາຍຫຼັງໄດ້ວິເຄາະ ວິໄຈຢ່າງເລິກເຊິ່ງເຖິງຖອງຕາມແນວຄິດຂອງ ທ່ານ ກາກມາກ, ທ່ານ ເລນິນ ແລະ ນັກກົດໝາຍຕ່າງປະເທດທີ່ມີຊື່ສຽງຈໍານວນໜຶ່ງ ກ່ຽວກັບລັດຖະທຳມະນູນແລ້ວ ປະທານ ໄກສອນ ພົມວິຫານ ໄດ້ຊີ້ແຈງວ່າ: ລັດຖະທຳມະນູນ ແມ່ນກົດໝາຍພື້ນຖານຂອງລັດທີ່ນຳມາປະຕິບັດ ເພື່ອປົກປັກຮັກສາ, ປັບປຸງອຳນາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສ້າງສາປະເທດຊາດ ກ້າວຂຶ້ນຕາມຈຸດໝາຍຂອງຊົນຊັ້ນກຳອຳນາດ”.

ມາເຖິງວັນທີ 14 ສິງຫາ 1991 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ເປີດຂຶ້ນຢ່າງເປັນທາງການໃນວາລະກອງປະຊຸມຕອນບ່າຍຂອງວັນທີ 14 ສິງຫາ 1991 ຜູ້ແທນກອງປະຊຸມໄດ້ລົງຄະແນນສຽງຢ່າງເປັນເອກະສັນກັນຮັບຮອງເອົາລັດຖະທຳມະນູນ ຂອງ ສປປລາວ ສະບັບທໍາອິດ ແລະ ມື້ຕໍ່ມາ ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ໄດ້ອອກລັດຖະດໍາລັດ ສະບັບເລກທີ 55/ປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດຂຶ້ນເຊິ່ງນັບແຕ່ນັ້ນມາ ສປປ ລາວຈຶ່ງໄດ້ມີລັດຖະທໍາມະນູນ ແລະ ກົດ

ໝາຍທີ່ປະກາດໃຊ້ມາຈົນຮອດປັດຈຸບັນນີ້.

ໃນການຄົ້ນຄວ້າ ແລະ ສ້າງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ໃຫຍ່ຫຼວງນາໆປະການກໍ່ຕາມ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຂອງປະທານ ໄກສອນ ພົມວິຫານ ແລະ ການນໍາພາຕົວຈິງຂອງທ່ານ ໜູຮັກ ພູມສະຫວັນ ລັດຖະທໍາມະນູນ ແຫ່ງ ສປປລາວ ໄດ້ຮັບການສ້າງຂຶ້ນ ແລະ ປະກາດໃຊ້ຢ່າງສະຫງ່າຜ່າເຜີຍ ຕາມແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ ລັດຖະທໍາມະນູນ ຕ້ອງເປັນຂອງລາວ ຢ່າງແທ້ຈິງ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງພັກປະຕິວັດປະຊາຊົນ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນຜູ້ກໍາອໍານາດ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງລະບອບເສດຖະກິດຫຼາຍພາກສ່ວນ ດ້ວຍຮູບການກໍາມະສິດທີ່ແຕກຕ່າງກັນ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຫຼັກການອໍານາດ ເອກະພາບ ຫຼື ຫຼັກການລວມສູນປະຊາທິປະໄຕ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງລັດ ແລະ ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຄວາມສາມັກຄີ, ຄວາມສະເໝີພາບລະຫວ່າງເຜົ່າຕ່າງໆພາຍໃນຊາດ”.

ລັດຖະທໍາມະນູນ ສະບັບປີ 1991 ປະກອບມີ 10 ໝວດ, 80 ມາດຕາ ຄື: ໝວດທີ I ລະບອບການເມືອງ; ໝວດທີ II ລະບອບເສດຖະກິດ; ໝວດທີ III ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ໝວດທີ IV ສະພາແຫ່ງຊາດ; ໝວດທີ V ປະທານປະເທດ; ໝວດທີ VI ລັດຖະບານ; ໝວດທີ VII ການປົກຄອງທ້ອງຖິ່ນ; ໝວດທີ VIII ອົງການຕຸລາການ; ໝວດທີ IX ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ ແລະ ນະຄອນຫຼວງ; ໝວດທີ X ບົດບັນຍັດສຸດທ້າຍ; ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫຼັກການຂອງພັກ ໃຫ້ກ້າວເຂົ້າສູ່ລວງເລິກ, ສະພາແຫ່ງຊາດ ຊຸດທີ V ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຢູ່ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະທານປະເທດ ແຫ່ງ ສປປລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 32/ປທ, ໃນວັນທີ 28 ພຶດສະພາ 2003. ລັດຖະທຳມະນູນ ສະບັບປັບປຸງ ປີ 2003 ປະກອບມີ 11 ໝວດ, 98 ມາດຕາ, ໝວດທີ່ເພີ່ມເຂົ້າໃໝ່ແມ່ນໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ປັບປຸງຊື່ຂອງໝວດທີ IX ຈາກ “ອົງການຕຸລາການ” ມາເປັນ “ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ”.

ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປັບປຸງ ປີ 2003, ມາຮອດປີ 2015 ສະພາແຫ່ງຊາດ ຊຸດທີ VII ໄດ້ປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ຄັ້ງທີ 2. ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ແມ່ນເພື່ອຕອບສະໜອງຕໍ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນການປັບປຸງລະບົບອຳນາດແຫ່ງລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງ, ມີຄວາມສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລຍະ

ໃໝ່. ເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ປະກອບມີ 14 ໝວດ 119 ມາດຕາ. ໜວດທີເພີ່ມເຂົ້າໃໝ່ແມ່ນໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ; ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກຳມະການເລືອກຕັ້ງ.

ການປະກາດໃຊ້ລັດຖະທຳມະນູນ ສະບັບທຳອິດ ຂອງ ສປປລາວ ແມ່ນເປັນຂີດໝາຍປະຫວັດສາດ ແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງລັດປະຊາທິປະໄຕປະຊາຊົນລາວ ຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍແນວທາງ, ມະຕິ, ຄຳສັ່ງ ຕາມກົນໄກບໍລິຫານເກື້ອກູນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມກົນໄກເສດຖະກິດຕະຫຼາດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມຂອງປະເທດເຮົາ.

ລັດຖະທຳມະນູນ ແຫ່ງ ສປປລາວ ໄດ້ຢັ້ງຢືນເຖິງຜົນງານອັນຍິ່ງໃຫຍ່, ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ ກໍ່ຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນການປະກາດຢ່າງສະຫງ່າຜ່າເຜີຍໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາຊົນຊາວໂລກຮັບຮູ້ວ່າ: ສປປລາວ ເປັນປະເທດໜຶ່ງທີ່ມີເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ້ຳ, ນ່ານຟ້າ ແລະ ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ບໍ່ຕັດແຍກອອກຈາກກັນໄດ້ຢ່າງເດັດຂາດ, ປະຊາຊົນລາວບັນດາເຜົ່າມີສິດອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດ, ມີຄວາມສາມັກຄີ, ຄວາມສະເໝີພາບ,  ດຳລົງຊີວິດ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.

ລັດຖະທຳມະນູນ ແຫ່ງ ສປປລາວ ແມ່ນກົດໝາຍພື້ນຖານຂອງລັດ ສປປລາວ ເຊິ່ງໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ໃນການຮ່ວມກັນສ້າງປະເທດຊາດໃຫ້ກາຍເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກຳນົດລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ລະບົບສາຍໄຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງກົງຈັກລັດ ຕາມຫຼັກການລວມສູນປະຊາທິປະໄຕ; ກຳນົດກ່ຽວກັບພາສາ, ຕົວອັກສອນ, ທຸງຊາດ, ເພງຊາດ, ເຄື່ອງ

ໝາຍຊາດ, ນະຄອນຫຼວງ, ສະກຸນເງິນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.