ໃນຕອນເຊົ້າ ວັນ ອັງຄານ ທີ 12 ທັນວາ 2023 ເວລາ 8ໂມງ30ນາທີ ຢູ່ ອະນຸສອນສະຖານ ໄກສອນ ພົມວິຫານ ໄດ້ຈັດກິດຈະກຳແຂ່ງຂັນ ຖາມ – ຕອບ ວິທະຍາສາດ ພາຍໃຕ້ ຫົວຂໍ້“ຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະທານ ໄກສອນ ພົມວິຫານ ເປັນກຽດເຂົ້າຮ່ວມໃນພິທີທີ່ມີ ທ່ານ ທອງວັນ ທອງດີ ຮອງຫົວໜ້າກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ເຂົ້າຮ່ວມແຂ່ງຂັນໃນມື້ນີ້ ໄດ້ເຊີນນ້ອງນັກຮຽນ ມາຈາກ 04 ໂຮງຮຽນ ສົ່ງນັກຮຽນເຂົ້າຮ່ວມຄື:ໂຮງຮຽນ ສີວິໄລ, ມັດທະຍົມ ຈອມມະນີ, ມັດທະຍົມ SOS ແລະ ມັດທະຍົມ ມິດຕະພາບ ລາວ-ຫວຽດ ໂຮງຮຽນລະ 20 ນ້ອງ ຈໍານວນນັກຮຽນເຂົ້າຮ່ວມທັງໝົດ 80 ນ້ອງ, ການແຂ່ງຂັນດຳເນີນໄປເຄິ່ງວັນ, ນອກຈາກນັ້ນຍັງມີບັນດາ ທ່ານຄະນະກົມ, ພະນັກງານ , ຄູອາຈານ ແລະ ບັນດານ້ອງນັກຮຽນ ທັງໝົດ ຈຳນວນ 100 ກວ່າທ່ານ.
ການຈັດກິດຈະກໍາແຂ່ງຂັນຖາມ – ຕອບ ໃນຄັ້ງນີ້ກໍ່ເພື່ອແນ່ໃສໃຫ້ຖັນແຖວພະນັກງານ, ສະມາຊິກ, ຄູອາຈານ, ນ້ອງນັກຮຽນ, ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງຄຸນງາມຄວາມດີອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫຼວງທີ່ປະທານໄດ້ສ້າງໄວ້, ເປັນບົດຮຽນທີ່ມີຄຸນຄາສູງ ແລະ ເປັນແວ່ນແຍງອັນໃສແຈ້ງໃຫ້ລູກຫຼານເຮົາບັນດາເຜົ່າ, ສຶກສາຮ່ຳຮຽນ, ສືບທອດພາລະກິດ ຂອງ ປະທານ ໄກສອນ ພົມວິຫານ ໄປຕະຫຼອດຊົ່ວກາລະນານ ປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມຈະເລີນສີວິໄລ.
![](http://kaysonemuseum.gov.la/wp-content/uploads/2023/12/1-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/2-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/3-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/4-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/5-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/6-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/7-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/8-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/9-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/10-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/11-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/12-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/13-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/14-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/15-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/16-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/17-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/18-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/19-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/20-300x200.jpg)
![](http://kaysonemuseum.gov.la/wp-content/uploads/2023/12/21-300x200.jpg)