Wednesday, 24 April 2024

ຫວນຄືນປະຫວັດສາດ 23 ສິງຫາ

ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການຢຶດອຳນາດຈາກພວກຈັກກະພັດລ່າເມືອງຂື້ນ ແລະ ລູກມືຂອງພວກເຂົາເຖິງ 2 ຄັ້ງຄື: ຄັ້ງທີໜຶ່ງວັນທີ 23 ສິງຫາ 1945 ແລະ ຄັ້ງທີສອງວັນທີ 23 ສິງຫາ 1975.

ວັນທີ 23 ສິງຫາ ປີ 1945 ແລະ ປີ 1975 ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດລາວເຮົາທີ່ສະແດງໃຫ້ເຫັນມານະຈິດ ແລະ ມູນເຊື້ອແຫ່ງການຕໍ່ສູ້ຂອງຄົນລາວທຸກເຜົ່າ, ທຸກຊັ້ນຄົນທີ່ຮັກຊາດພາຍໃຕ້ການນຳພາຂອງພັກເພື່ອຄວາມເປັນເອກະລາດຂອງຊາດ ແລະ ອິດສະຫຼະພາບຂອງຕົນດ້ວຍຈິດໃຈ “ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ”

  1. I. ປະຫວັດຄວາມເປັນມາຂອງການຢຶດອໍານາດ 23 ສິງຫາ ປີ 1945.

ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດສາດແຫ່ງການກໍ່ຕັ້ງອັນສະຫງ່າງາມ ແລະ ໄດ້ປົກປັກຮັກສາເປັນເວລາຫຼາຍຮ້ອຍປີມາແລ້ວ.

ໃນສະຕະວັດທີ 14 ເຈົ້າຟ້າງຸ່ມ ໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລ້ານຊ້າງ – ໃນສະຕະວັດທີ 16 ອານາຈັກລ້ານຊ້າງ ຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາເປັນເມືອງສ່ວຍ.

ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດ ໄດ້ດຳເນີນການຮຸກຣານ ແລະ ຢຶດຄອງບັນດາປະເທດເປັນຫົວເມືອງຂຶ້ນ ແລະ ປະເທດລາວໄດ້ເປັນຫົວເມືອງຂຶ້ນຂອງຝຣັ່ງໃນປີ 1893 ປະຊາຊົນລາວບັນດາເຜົ່າໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດຢ່າງແສນສາຫັດ.

ດ້ວຍນ້ຳໃຈຮັກຊາດ, ຄຽດແຄ້ນຕໍ່ການຮຸກຮານ ແລະ ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕໍ່ສູ້ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ, ຂະບວນການທໍາອິດແມ່ນເລີ່ມຈາກການລຸກຮື້ຂຶ້ນ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງປະຊາຊົນແຂວງສະຫວັນນະເຂດ ພາຍໃຕ້ການນຳພາຂອງພໍ່ກະດວດ ຜູ້ຮັກຊາດໃນປີ 1901, ປີ 1916 ພາຍໃຕ້ການນຳພາຂອງເຈົ້າຟ້າເມືອງສິງ, ປີ 1920 ຂະບວນການຕໍ່ສູ້ຂອງນາຍຄູຄຳ ຢູ່ວຽງຈັນ, ຂະບວນການຕໍ່ສູ້ພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ ປີ 1918-1922 ແລະ ຂະບວນການຕໍ່ສູ້ອື່ນໆທີ່ເກີດຂຶ້ນໃນໄລຍະຕໍ່ມາ.

ປີ 1930 ພັກກອມມູນິດອິນດູຈີນໄດ້ກໍາເນີດເກີດຂື້ນ ພາຍໃຕ້ການນຳພາຂອງພັກປະຕິວັດດັ່ງກ່າວ, ການຕໍ່ສູ້ປະຕິວັດຂອງປະຊາຊົນລາວ ຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່ດ້ວຍຄຸນນະພາບໃໝ່ ພັກໄດ້ນຳພາປະຊາຊົນລາວ ລູກຮື້ຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດໃນວັນທີ່ 23 ສິງຫາ ປີ 1945. ຂະບວນການຢຶດອຳນາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານ ກັບຟາ 500 ຄົນ.

ຢູ່ສະຫວັນນະເຂດ ປະຊາຊົນໄດ້ໂຄ່ນລົ້ມອຳນາດການປົກຄອງເກົ່າ, ສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນແທນໃນວັນທີ 30 ສິງຫາ ແລະ ຢູ່ທ່າແຂກ ວັນທີ 01 ກັນຍາ, ຢູ່ຊໍາເໜືອແຕ່ວັນທີ 26 ສິງຫາ ເຖິງເດືອນຕຸລາ ໄດ້ມີຂະບວນການບຸກເຂົ້າໂຈມຕີກອງທະຫານຂອງພວກຮຸກຮານ ແລະ ຢຶດເອົາຕົວເມືອງຄືນໄດ້.

ໃນໄລຍະບໍ່ເຖິງ 01ເດືອນປະຊາຊົນລາວໄດ້ຮັບການຮ່ວມມືປະສານງານອັນຕັ້ງໜ້າ ຂອງຊາວຫວຽດນາມ ໄດ້ລຸກຮື້ຂຶ້ນໂຄ່ນລົ້ມອຳນາດການປົກຄອງເກົ່າ ແລະ ສ້າງຕັ້ງອຳນາດການປົກຄອງປະຕິວັດຂອງຕົນຂຶ້ນຢູ່ຫຼາຍທ້ອງຖິ່ນ ແລະ ໄດ້ຈັດຕັ້ງບັນດາກອງກຳລັງປະກອບອາວຸດປ້ອງກັນຕົວ ຢູ່ໃນຕົວເມືອງໃຫຍ່ຕ່າງໆເຊັ່ນ: ຢູ່ວຽງຈັນ, ທ່າແຂກ, ເມືອງສະຫວັນນະເຂດ, ຊຽງຂວາງ, ຊໍາເໜືອ ແລະ ຫຼວງພະບາງ.

ຈາກນັ້ນມາລັດຖະນາລາວອິດສະຫຼະ ກໍ່ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດຄວາມເປັນເອກະລາດຂອງຊາດຕໍ່ໜ້າມວນຊົນ ໃນວັນທີ່ 12 ຕຸລາ 1945.

ນັ້ນຄື ໄຊສະນະຄັ້ງປະຫວັດສາດ ຂອງຊາດລາວ ຊຶ່ງມີຄວາມສຳຄັນທີ່ສຸດ ສໍາລັບປະຊາຊົນລາວເພາະວາ: ມັນເປັນຂີດໝາຍສໍາຄັນໃນປະຕິວັດການຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບຂອງປະຊາຊົນລາວ, ມັນເປັນເທື່ອທຳອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຮື້ຂຶ້ນທັບມ້າງແອກຄອບຄອງຂອງລັດທິລ່າເມືອງ ຂຶ້ນຝຣັ່ງ, ໄດ້ໂມ່ງບາດຄ້ອນໃສ່ລະບອບສັກດີນາ ທີ່ຄອບງໍາປະເທດລາວມາເປັນຫຼາຍສະຕະວັດ ແລະ ເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລຍະ

ໃໝ່.

ການປະກາດເອກະລາດ ເປັນການເຕົ້າໂຮມແຜ່ນດິນລາວເປັນເອກະລາດ, ທັງໄດ້ປ່ຽນແປງລະບອບການປົກຄອງ, ລົບລ້າງທຸກສັນຍາທີ່ລາວໄດ້ເຊັນກັບຝຣັ່ງກ່ອນໜ້ານີ້, ປະກາດໃຊ້ລັດຖະທຳມະນູນສະບັບຊົ່ວຄາວ, ປະກາດໃຊ້ເພງຊາດ, ທຸງຊາດສາມສີ ແລະ ປະກາດແຕ່ງຕັ້ງຄະນະລັດຖະບານຊົ່ວຄາວ (ລັດຖະບານລາວອິດສະຫຼະ)

ວັນທີ 23 ສິງຫາແມ່ນວັນແຫ່ງມະຫາສາມັກຄີ, ແມ່ນວັນແຫ່ງການຕໍ່ສູ້ທີ່ອາດຫານຊານໄຊຂອງປະຊາຊົນລາວ. ການຢຶດອຳນາດໃນວັນທີ 23 ສິງຫາ 1945 ແມ່ນເຫດການສຳຄັນທາງປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂື້ນແບບເກົ່າ, ພ້ອມກັນນັ້ນກໍ່ແມ່ນການກຳແໜ້ນກາລະໂອກາດອັນອຳນວຍທີ່ເກີດຂື້ນຈາກສະພາບແວດລ້ອມສາກົນເພື່ອຍາດເອົາໄຊຊະນະ ແລະ ຢຶດອຳນາດມາມືປະຊາຊົນກໍ່ຄືກຳລັງປະຕິວັດ ເຊິ່ງທ່ານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: “ນີ້ເປັນເທື່ອທຳອິດທີ່ປະຊາຊົນເຮົາໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊາຕາກຳຂອງຕົນເອງພາຍຫຼັງ 100 ກວ່າປີທີ່ມີຊີວິດຢູ່ພາຍໃຕ້ແອກແຫ່ງການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ”. ໄຊຊະນະດັ່ງກ່າວນັ້ນໄດ້ເປີດສາກໃຫ້ແກ່ສັງກາດໃໝ່ສັງກາດທີ່ປະຊາຊົນເຮົາໄດ້ຮັບການປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການຕໍ່ຕ້ານຢ່າງເອົາເປັນເອົາຕາຍກັບສັດຕູເພື່ອກອບກູ້ປະເທດຊາດບ້ານເມືອງ.

ພາຍຫຼັງການຢຶດອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດພວກລ່າເມືອງຂື້ນຝຣັ່ງກໍ່ໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຢຶດຄອງປະເທດເຮົາເປັນຫົວເມືອງຂື້ນອີກເທື່ອໃໝ່.

  1. II. ຂະບວນການຢຶດອຳນາດໃນວັນ 23 ສິງຫາ ປີ 1975.

ພາຍຫຼັງພວກລ່າເມືອງຂຶ້ນຝຣັ່ງຖືກປະລາໄຊ. ຈັກກະພັດອາເມລິກາ ກໍ່ໄດ້ກະໂດດເຂົ້າມາແທນພວກລ່າເມືອງຂຶ້ນຝຣັ່ງ ດຳເນີນການແຊກແຊງ ແລະ ຮຸກຮານປະເທດລາວໂດຍທັນທ່ີ ດ້ວຍກົນອຸບາຍຫວັງເຮັດໃຫ້ປະເທດເຮົາກາຍເປັນຫົວເມືອງຂຶ້ນແບບໃໝ່ ແລະ ເປັນຖານທັບຂອງເຂົາແນ່ໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ. ສະກັດກັ້ນກະແສຟອງປະຕິບັດບໍ່ໃກ້ແຜ່ລາມໄປໃນອາຊີອາຄະເນ.

ຕໍ່ກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ເຊິ່ງເປັນໄລຍະການຕໍ່ສູ້ທີ່ດຸເດືອດ ຂ້ຽວຂາດສັບສົນ, ຫຍຸ້ງຍາກລໍາບາກກ່ວາໝູ່ ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສຸ້ທີ່ສະຫງ່າອົງອາດກ່ວາໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນປະຫວັດສາດ ຂອງຊາດເຮົາ ເຊິ່ງໄດ້ສະແດງອອກໃນແຕ່ລະໄລຍະດັ່ງນີ້.

ໄລຍະແຕ່ປີ 1954 -1963 ເປັນໄລຍະການຕໍ່ສູ້ປົກປັກຮັກສາສອງແຂວງເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ.

ໄລຍະແຕ່ປີ 1964 – 1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດ “ ສົງຄາມພິເສດເພີ່ມທະວີຂອງ ຈອນເຊີນ” ແລະ “ ຍຸດທະສາດສົງຄາມພິເສດເພີ່ມທະວີ ” ຕາມທິດສະດີນິກເຊີນຂອງຈັກກະພັດອາເມລິກາ.

ໄລຍະແຕ່ປີ 1973 – 1975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດຊາດປະຊາທິປະໄຕ ໃນທົ່ວປະເທດ ດ້ວຍກຳລັງແຮງສັງລວມຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂ ສັນຕະພາບໄດ້ຮັບການຟື້ນຟູ.

ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ.

ໂດຍປະຕິບັດຕາມທິດທາງໜ້າທີ່ດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະະຊາຊົນກະກຽມກໍາລັງທຸກດ້ານຄື: ກຳລັງການເມືອງ ແລະ ກໍາລັງປະກອບອາວຸດ, ປູກລຸກນ້ຳໃຈຮັກຊາດ ແລະຄຽດແຄ້ນສັດຕູ, ປູກລູກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດກວດກາຂອງຝ່າຍວຽງຈັນ, ກະກຽມແຜນການທຸກດ້ານເພື່ອຢຶດອຳນາດ ຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນລະອຽດໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ.

ພາຍໃຕ້ການນຳພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນນັກສຶກສາໄດ້ພ້ອມກັນລຸກຮື້ຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫຼາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍຖວ່ງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກຳລັງໄດ້ຢ່າງຫຼວງຫຼາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສໍາມະເນນ ນັບທັງນາຍ ແລະ ພົນທະຫານ, ຕໍາຫຼວດໄດ້ເຂົ້າຮ່ວມຂະບວນການຕໍ່ສູ້  ເຊິ່ງຂະຫຍາຍຕົວເປັນກະແສຟອງສູງສູດເຊັ່ນ: ການລຸກຮື້ຂຶ້ນຂອງກຳມະກອນໄຟຟ້າວຽງຈັນ, ການລຸກຮື້ຂຶ້ນຕໍ່ສູ້ຢ່າງໝັ້ນໜຽວ ທົນທານຕະຫຼອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ ສາມາດຍາດເອົາສິດເປັນເຈົ້າ, ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນ; ການລູກຮື້ຂຶ້ນປະກາດແຍກຕົວອອກກຈາກຝ່າຍວຽງຈັນ ຂອງກອງພັນ 102 ມາຂຶ້ນກັບລັດຖະບານປະສົມ ໂດຍກົງ.

ໂດຍການປະສານສົມທົບຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກໍາລັງປະກອບອາວຸດໄດ້ເຄື່ອນ ທັບຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະຫວັນະເຂດ ທີ່ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜູນໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງຂອງສັດຕູ.

ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ສອງໝື່ນກວ່າຄົນ ໄດ້ໂຮມຊຸມນຸມມິດຕິງ ເພື່ອຕ້ອນຮັບການປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດ ນະຄອນຫຼວງວຽງຈັນ ເຊິ່ງກໍ່ເປັນອັນວ່າ: ລະບົບອຳນາດການປົກຄອງທັງໝົດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຂັ້ນຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນໄປທົ່ວເຂດການປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນກັນຜ່ານບັນດາມະຕິອັນເປັນປະຫວັດການ: ຕົກລົງລົບລ້າງລະບອບລາຊາທິປະໄຕ ທີ່ຫຼ້າສະໄໝ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນ, ສ້າງຕັ້ງສະພາປະຊາຊົນສູງສຸດ, ແຕ່ງຕັ້ງປະທານປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ສິ່ງດັ່ງກ່າວນັ້ນ ເປັນປະຫວັດການ ໃນການຢຶດອຳນາດຂັ້ນສຸດທ້າຍຂອງການປະຕິວັດລາວ ເຊິ່ງໄດ້ຈາລຶກໄວ້ໃນປຶ້ມປະຫວັດສາດຂອງຊາດລາວເຮົາ.

ວັນຢຶດອຳນາດ 23 ສິງຫາ 1975 ຈຶ່ງມີຄວາມໝາຍສຳຄັນຫຼາຍສຳລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວມັນແມ່ນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ມັນແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ, ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳ ນ້ຳບໍ່ຂຸ່ນ” ມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ – ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນ ໄຊຊະນະຂອງຄວາມສາມັກຄີສຳພັນສູ້ຮົບລະຫວ່າງປະຊາຊົນລາວ, ປະຊາຊົນຊົນຫວຽດນາມ ແລະປະຊາຊົນກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປະຈຸບັນ.

ພ້ອມນັ້ນ ກໍ່ເປັນໄຊຊະນະຂອງການຊ່ວຍເຫຼືອ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລ້ຳ ຂອງ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນແມ່ນອະດີດສະຫະພາບໂຊວຽດ ແລະ ສາທາລະະນະລັດ ປະຊາຊົນຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ.

III. ສືບຕໍ່ເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນການພັດທະນາປະເທດຊາດ.

  1. ເພີ່ມທະວີການສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ, ເປັນຕົ້ນແມ່ນຄົນຮຸ້ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບມູນເຊື່ອ 23 ສິງຫາ ດ້ວຍຫຼາຍຮູບການເຊັ່ນ: ປາຖະກະຖາ, ສົນທະນາ ແລະ ເລົ່າເລື່ອງມູນເຊື້ອຂະບວນການຕໍ່ສູ້ດວ້ຍຮູບການຕ່າງໆໃນສະໜາມຮົບຕົວຈິງ.
  2. ປຸກລະດົມການເສີມຂະຫຍາຍມູນເຊື້ອ 23 ສິງຫາ ເຂົ້າໃນຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຄັ້ງທີ IX ( 2021-2025) ຂອງລັດໃຫ້ປະກົດເປັນຈິງ.
  3. ຕັ້ງໜ້າປັບປຸງ, ຮັດແໜ້ນຄວາມມັກຄີປອງດອງທົ່ວປວງຊົນ ພາຍໃຕ້ຮົ່ມທຸງຂອງພັກ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກຄົນບໍ່ດີ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ.
  4. ເພີ່ມທະວີຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີຄວາມສັກສິດ. ເຊີດຊູນໍ້າໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພັດທະນາຕົນເອງ, ຄອບຄົວ ແລະປະເທດຊາດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.
  5. ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງປະເທດຂອງພັກ ແລະ ລັດວາງອອກໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງ.