Saturday, 27 July 2024

ສູນກາງຊາວໜຸ່ມ

ຕອນເຊົ້າ ວັນ ສຸກ ທີ 15 ກໍລະກົດ 2022 ເວລາ 08 ໂມງ 00 ນາທີ, ທ່ານ ມອນໄຊ ລາວມົວຊົ່ງ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນ ຂັ້ນສູງ ສູນກາງຊາວໜຸ່ມ ກອມມຸນິດໂຮ່ຈິມິນ ຈາກ ສສ ຫວຽດນາມ ເຊິ່ງນຳພາໂດຍ ທ່ານ ຫງວຽນ ແອງ ຕວັນ, ກຳມະການສູນກາງພັກ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມຸນິດໂຮ່ຈິມິນ ສສ ຫວຽດນາມ ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ປະທານໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ,ເນື່ອງໃນໂອກາດ ທ່ານ ຫງວຽນ ແອງ ຕວັນ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທຸດລາວ – ຫວຽດນາມ, ຫວຽດນາມ – ລາວ ຄົບຮອມ 60 ປີ ( 5/9/1962 – 5/9/2022 ) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ສ.ປ.ປ ລາວ ກັບ ສ.ສ ຫວຽດນາມ ຄົບຮອບ 45 ປີ ( 18/7/1977 – 18/7/2022 )