Saturday, 27 July 2024

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ

ຕອນເຊົ້າ ວັນສຸກ ທີ 8 ກໍລະກົດ 2022 ເວລາ: 7ໂມງ30 ນາທີ , ຮ່ວມກັບຊາວໜຸ່ມຫ້ອງວ່າການສູນກາງພັກ, ບັນດາຊາວໜຸ່ມກະຊວງອົງການ ແລະ ນະຄອນຫລວງ ໄດ້ສ້າງຂະບວນການອອກແຮງງານລວມຢູ່ທີ່ ອະນຸສອນສະຖານປະທານ ສຸພາ ນຸວົງ ເນື່ອງໃນໂອກາດຂ່ຳນັບຮັບຕ້ອນ ວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909 – 13 ກໍລະກົດ 2022) ເຊິ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຫມາຍຄວາມສຳຄັນ. ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ໄຊຍະລາດ ພົງຍາລັກ ຄະນະພັກຫ້ອງວ່າການສູນກາງພັກ ເລຂາໜ່ວຍພັກ ຫົວໜ້າ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ແລະ ສະຫາຍ ທອງຈັນ ພູມີພັນ ຄະນະພັກ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມ ຈຳນວນ 200 ສະຫາຍ.