Saturday, 27 July 2024

ສຳມະນາ ແລກປ່ຽນບົດຮຽນ

 

ໃນຕອນເຊົ້າ ວັນ ສຸກ ທີ 23 ທັນວາ 2022 ເວລາ 8ໂມງ 30ນາທີ ທີ່ກົມພິພິທະພັນ ໄກສອນ ພົມວິຫານ ໄດ້ ຈັດ ກອງປະຊຸມ ສຳມະນາ ແລກປ່ຽນບົດຮຽນ ພື້ນຖານວິທີວິທະຍາຄົ້ນຄ້ວາທິດສະດີວິທະຍາສາດ ເປັນປະທານໂດຍ ທ່ານ ນາງ ອ່ອນຈັນ ສຸວັນນະແສງ ຮອງ ຫົວຫນ້າ ກົມພິພິທະພັນ ໄກສອນ ພົມວິຫານ ແລະ ອະນຸສອນສະຖານ ຜູ້ນຳປະຕິວັດ ແລະ ໃຫ້ກຽດຂຶ້ນບັນຍາຍໂດຍ ທ່ານ ປອ ພູທັກ ພິດທະນູສອນ ຮອງຫົວໜ້າ ຄະນະ ເລຂາວິທະຍາສາດສະພາທິດສະດີສູນກາງພັກ. ມີບັນດາພະນັກງານ ລັດຖະກອນເຂົ້າຮ່ວມຈໍານວນ 28 ທ່ານ,ຍິງ 16 ທ່ານ.