Saturday, 27 July 2024

ສະຖາບັນ ອຸດສາຫະກຳ ແລະ ການຄ້າ

ໃນຕອນບ່າຍ ຂອງວັນ ພະຫັດ ທີ 6 ມີຖຸນາ 2024 ເວລາ 13 ໂມງ 30 ນາທີ ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງນໍາພາໂດຍ: ທ່ານ ທອງດຳ ຂຸນອຸດົມ ຮອງຫົວໜ້າ ສະຖາບັນ ອຸດສາຫະກຳ ແລະ ການຄ້າ ໄດ້ນໍາພາ ນັກສຶກສາຝຶກອົບຮົມສາທິດສະດີການເມືອງ ຂັ້ນຕົ້ນ ຊຸດ ທີ I ລະບົບ 3 ເດືອນ ຈຳນວນ 30 ສະຫາຍ ຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ເນື່ອງໃນໂອກາດທີ່ໄດ້ມາທັດສະນະສຶກສາຫາຄວາມຮູ້ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ພ້ອມດຽວກັນນີ້ກໍ່ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ.