Saturday, 27 July 2024

ສະຖາບັນການເມືອງການປົກຄອງແຫ່ງຊາດ

ໃນຕອນເຊົ້າ ຂອງວັນ ສຸກ ທີ 7 ມີຖຸນາ 2024 ເວລາ 8 ໂມງ 00 ນາທີ ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ໄດ້ຈັດພິທີວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເຊິ່ງນໍາພາໂດຍ: ທ່ານ ນ ປອ ຈັນສຸລິນ ອິນຄໍາແສງ ຫົວໜ້າ ພາກວິຊາກໍ່ສ້າງພັກ   ໄດ້ນໍາພາ ນັກສຶກສາສາທິດສະດີລະດັບປະລິນຍາໂທ ສາຂາກໍ່ສ້າງພັກ ຮຸ່ນທີ 19 ເນື່ອງໃນໂອກາດທີ່ໄດ້ມາທັດສະນະສຶກສາຫາຄວາມຮູ້ຢູ່ທີ່ຫໍພິພິທະພັນໄກສອນ ພົມວິຫານ ພ້ອມດຽວກັນນີ້ກໍ່ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ- ລັດ ແລະ ປວງຊົນລາວທັງຊາດ, ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນວິລະບູລຸດຂອງຊາດ ເພິ່ນຍັງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ ສະມາຊິກພັກ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຈາກຄຸນສົມບັດອັນລໍ້າເລີດ ແລະ ພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດນັກ ປະຕິວັດຜູ້ດີເດັ່ນຄືດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາຄັນ ໃນການຊຸກຍູ້ພາລະກິດ ການຕໍ່ສູ້ໃນ ເມື່ອກ່ອນກໍ່ຄື ໃນພາລະກິດແຫ່ງ ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເຮົາໃນປັດຈຸບັນ ນີ້ໃຫ້ມີຄວາມກ້າວໜ້າຍິ່ງຂຶ້ນ. ພາລະກິດອັນສູງສົ່ງຂອງປະທານ ໄກສອນ ພົມວິຫານ ຍາມໃດກໍ່ເປັນ ແສງສະຫວ່າງແຫ່ງການກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟ ທີ່ບໍມີວັນດັບມອດ ແລະ ເປັນດວງໃຈ ຂອງປະຊາຊົນລາວບັນດາເຜົ່າຕະຫລອດໄປ.
ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ຢືນຢົງຢູ່ໃນດວງດວງຂອງປວງຊົນລາວຕະຫຼອດກາລະນານ