Saturday, 27 July 2024

ສວນສາທາລະນະມິດຕະພາບລາວ-ຫວຽດນາມ

 

ຕອນເຊົ້າຂອງ ວັນສຸກ ທີ 7 ມີຖຸນາ 2024 ເວລາ 8 ໂມງ 00 ນາທີ ທີ່ຫ້ອງປະຊຸມ 109 ຊັ້ນໜຶ່ງຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມສໍາມະນາລະດົມແນວຄວາມຄິດໃສ່ແບບພື້ນຖານລວມ, ຮູບແບບສະຖາປັດຕະຍະກໍາພູມສັນຖານ ແລະ ຮູບແບບແຕ້ມດ້ານວິຈິດສິນ ຂອງສວນສາທາລະນະມິດຕະພາບລາວ-ຫວຽດນາມຢູ່ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະປະສານງານໂຄງການກໍ່ສ້າງສວນສາທະລະນະມິດຕະພາບລາວ-ຫວຽດນາມ. ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມດັ່ງນີ້
1. ທ່ານ ໄຊຍະລາດພົງຍາລັກ ຫົວໜ້າກົມ ພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫສພ
2. ທ່ານ ທອງວັນ ທອງດີ ຮອງຫົວໜ້າກົມ ພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫສພ
3. ທ່ານ ແສງເດືອນ ໂຄດລີຊາ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ສໍາເນົາເອກະສານ. ຫສພ
4. ທ່ານ ນ ຈັນເພັງ ອຸດສາ ຮອງຫົວໜ້າກົມ ການເງີນ. ຫສພ
5. ທ່ານ ນ ເກສອນ ວໍລະເພັດ ຮອງຫົວໜ້າກົມ ບໍລິຫານ. ຫສພ
6. ທ່ານ ພູຜາ ຫົງສີວິໄລ ຫົວໜ້າພະແນກ ສົ່ງເສີມວິຊາການ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫສພ
7. ທ່ານ ນ ອໍາມະລາ ໄຊຍະວົງສອນ ຮອງຫົວໜ້າພະແນກ ສົ່ງເສີມວິຊາການ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫສພ
8. ທ່ານ ອາລິຍາ ຈັນດາໂສ ວິຊາການພະແນກສົ່ງເສີມວິຊາການ ກົມພິພິທະພັນໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນໍາປະຕິວັດ. ຫສພ
9. ທ່ານ ໄຊຍະສິນ ພອນນະວົງ ວິຊາການ ກົມເລຂານຸການ ການນໍາ. ຫສພ
10. ຮສ ປອ ສົມພອນ ເດດອຸດົມ ນັກສະຖາປານິກຜູ້ຊົງຄຸນວຸດທິ
11. ຮສ ປອ ສຸກັນ ຈິດປັນຍາ ຮັກສາການ ຄະນະບໍດີ ຄະນະສະຖາປັດຕະຍະກໍາ, ມະຫາວິທະຍາໄລແຫ່ງຊາດ
12. ປອ ຄໍາຕັນ ສະຫຼຽນຄໍາ ຮອງຫົວໜ້າກົມມໍລະດົກ, ກະຊວງ ຖວທ
13. ທ່ານ ນ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ
14. ທ່ານ ວົງໄພ ບູນມະນີ ປະທານສະມາຄົມສະຖາປານິກ ແລະ ວິສະວະກອນໂຍທາລາວ(ສສວ ລາວ)
15. ທ່ານ ໂພໂຂງ ເທບໄກສອນ ຮອງຫົວໜ້າຫ້ອງການຮ່ວມມືລາວ-ຫວຽດນາມ
16. ທ່ານ ນ ດວງພະຈິດ ວິລະພັນ ຮອງຫົວໜ້າພະແນກຮ່ວມມືດ້ານວັດທະນະທໍາ ແລະ ສຶກສາ, ຫ້ອງການຮ່ວມືລາວຫວຽດນາມ
17. ທ່ານ ພອນສິດ ເຢີນແສນສຸລິ ຫົວໜ້າພະແນກ, ສະຖາບັນວິຈິດສິນແຫ່ງຊາດ
18. ທ່ານ ມີໄຊ ແສງສຸລິນ ວິຊາການ ກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ
ຄືດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ ໄດ້ກາຍເປັນພາລະກິດລວມ ຂອງສອງພັກ, ສອງລັດ ແລະ ປະຊາຊົນທັງສອງຊາດ, ພາລະກິດດັ່ງກ່າວ ຕ້ອງໄດ້ປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ທັງນີ້ກໍເພື່ອສິດຜົນປະໂຫຍດລວມໃນສະເພາະໜ້າ ແລະ ໃນອະນາຄົດອັນຍາວໄກຂອງສອງຊາດ. ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ຂະຫຍາຍຕົວຢ່າງແຂງແຮງກວ່າເກົ່າ, ທັງເປັນການຈາລຶກບຸນຄຸນ ຕໍ່ກັບການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນຫວຽດນາມ ແລະ ການຊ່ວຍເຫຼືອຂອງພວກເຮົາຕໍ່ເພື່ອນ ໃນຕະຫຼອດໄລຍະຂອງການປະຕິວັດ ແລະ ທັງເປັນການສຶກສາອົບຮົມພະນັກ ງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະຄົນຮຸ້ນໜຸ່ມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມດັ່ງກ່າວ ກໍ່ຄືເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ
ການສ້າງສວນສາທາລະນະມິດຕະພາບລາວ-ຫວຽດນາມເພື່ອໃຫ້ກາຍ ເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ; ຫ້ອງວ່າການສູນກາງພັກ ປະຊາຊົນປະຕິ ວັດລາວ ສົມທົບກັບ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງວັດທະນາ ທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ພ້ອມກັນປະຕິບັດວຽກງານດັ່ງກ່າວ